ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຮ່າງແຜນຍຸດທະສາດສົ່ງເສີມສິນຄ້າຂາອອກເພື່ອກຽມໃສ່ AFTA


ທາງການລາວດຳເນີນການຮ່າງແຜນ ຍຸດທະສາດວ່າດ້ວຍການພັດທະນາ ການສົ່ງອອກສິນຄ້າໄປຕ່າງປະເທດ ເພື່ອເປັນການຫລຸດຜ່ອນຜົນກະທົບ ຕໍ່ການຜະຫລິດໃນລາວຈາກການປະ ຕິບັດຕາມຂໍ້ຕົກລົງວ່າດ້ວຍເຂດການ ຄ້າເສຣີອາຊຽນ ຫລື ASEAN Free Trade Area (AFTA).

ທາງ​ການ​ກະຊວງ​ອຸດ​ສະຫະ​ກຳແລະ ​ການ​ຄ້າ​ຂອງ​ລາວ​ລາຍ​ງານ​ວ່າການ ​ດຳ​ເນີນ​ການ​ຮ່າງ​ແຜນຍຸດທະສາດ ວ່າດ້ວຍ​ການ​ພັດ​ທະ​ນາ​ການ ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​ໄປ​ຕ່າງປະ​ເທດ ​ຈະ​ແລ້ວເສັດສົມ ບູນ ແລະ​ນຳ​ສະເໜີ​ເຂົ້າສູ່​ການ​ພິຈາລະນາ​ຮັບຮອງ​ໂດຍ​ຄະນະ​ລັດຖະບານ​ລາວ​ໄດ້​ຢ່າງ ເປັນ​ທາງ​ການ​ໃນ​ໝໍ່ໆ​ນີ້.

​ແຜນ​ຍຸດທະສາດດັ່ງ​ກ່າວ​ນີ້​ນັບ​ວ່າ​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ພາກ​ການ​ຜະຫລິດ​ສິນຄ້າ​ເພື່ອ​ການ​ສົ່ງ​ອອກ​ຂອງ​ລາວ​ໃຫ້​ສາມາດ​ແຂ່ງຂັນ​ໃນຕະຫຼາດ​ໂລກ ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​ໂດຍ​ສະ​ເພາະແມ່ນ​ການ​ແຂ່ງຂັນ​ໃນ​ເຂດການ​ຄ້າ​ເສລີ​ອາຊຽນຊຶ່ງ​ລາວ​ຈະ​ຕ້ອງ​ປັບຫລຸດພາສີການ​ຄ້າ​ໃຫ້​ເປັນ 0% ພາ​ຍ​ໃນ​ປີ 2015 ນັ້ນຍ່ອມ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່ພາກການ​ຜະລິດ​ສິນຄ້າ​ໃນ​ລາວ​ຢ່າງ​ຫຼີກ ລ້ຽງບໍ່​ໄດ້​ຖ້າ​ຫາກ​ວ່າ​ພາກ​ການ​ຜະລິດ​ສິນຄ້າ​ໃນລາວ​ບໍ່​ສາມາດທີ່​ຈະ​ແຂ່ງຂັນ​ໄດ້​ທັ້ງ​ໃນ​ດ້ານ​ລາຄາ ​ແລະຄຸນນະພາບຂອງ​ສິນຄ້າ​ນັ້ນ​ເອງ.

ທັ້ງນີ້​ໂດຍ​ອີງ​ຕາມ​ລາຍ​ງານ​ຂອງ​ທາງ​ການ​ລາວ​ນັ້ນ ກໍ່​ໄດ້​ລະບຸ​ວ່າ​ພາກ​ການ​ຜະ​ລິດ​ໃນ​ລາວ​ທີ່​ແຜນຍຸດທະສາດດັ່ງ​ກ່າວ​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ກໍ່​ຄື​ພາກອຸສະຫະກຳຂຸດ ຄົ້ນບໍ່​ແຮ່, ​ເສື້ອ​ຜ້າ​ສເລັດຮູບ, ການ​ແປ​ຮູບ​ໄມ້, ພະລັງງານ​ໄພຟ້າ, ​ການແປ​ຮູບ​ສິນ ຄ້າໃນ​ກະສິກຳ, ສິນຄ້າຫັດຖະກຳ, ການ​ທ່ອງ​ທ່ຽວ, ການທະນາຄານ, ການ​ພັດ​ທະ ນາ​ຝີ​ມື​ແຮງ​ງານ ​ແລະຊັບສິນ​ທາງ​ປັນຍາ.

ສຳລັບ​ມາດ​ຕະການ​ທີ່​ທາງ​ການ​ລາວ​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ພາກ​ການ​ຜະຫລິດ​ສິນຄ້າ​ໃນ​ລາວ​ເພື່ອ​ໃຫ້​ສາມາດ​ແຂ່ງຂັນ​ກັບ​ຕ່າງປະ​ເທດ​ໄດ້​ນັ້ນ ກໍ່​ຄື​ການ​ສະ​ໜັບ​ສະ​ໜູນ​ທາງ​ດ້ານ​ສິນ​ເຊື່ອ​ໄລຍະ​ຍາວ​ດອກເບ້ຍຕໍ່າ ​ແລະ​ມາດ​ຕະການ​ຍົກ​ເວັ້ນທາງ​ດ້ານພາສີອາກອນທາງ​ທຸລະ​ກິດ ລວມໄປເຖິງການຍົກເວັ້ນການຍົກເວັ້ນພາສີ​ໃຫ້​ແກ່​ການລົງທຶນຈາກ​ຕ່າງປະ​ເທດ​ໃນ​ລາວອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ່ຕາມ ທາງ​ການ​ລາວ​ກໍ່​ຍອມຮັບ​ວ່າ​ເປັນ​ການ​ຍາກ​ຢ່າງ​ຍິ່ງທີ່​ຈະ​ພັດທະນາ​ເພື່ອ​ເຮັດ​ໃຫ້​ພາກ​ການ​ຜະຫລິດ​ໃນ​ລາວ​ສາມາດ​ແຂ່ງຂັນ​ກັບ ບັນດາ​ບໍລິສັດ​ຂະໜາດ​ໃຫຍ່​ຂອງ​ຕ່າງປະ​ເທດ​ໄດ້ ​ເນື່ອງ​ຈາກ​ພາກ​ການຜະລິດ​ສິນຄ້າ ສ່ວນ​ໃຫຍ່​ກໍ່​ຄື​ເກີນ​ກວ່າ 99% ຂອງ​ໜ່ວຍ​ຜະ ຫລິດ​ໃນ​ລາວ ທີ່​ມີ​ຢູ່ຫຼາຍກວ່າ 130.000 ລາຍ​ໃນ​ທົ່ວ​ປະ​ເທດ​ນັ້ນຕ່າງ​ກໍ່​ລ້ວນ​ແຕ່​ເປັນ​ໜ່ວຍ​ຜະຫລິດ​ຂະ​ນາດນ້ອຍ ​ແລະ​ຂະໜາດ​ກາງ​ທັ້ງສີ້​ນ. ສ່ວນ​ໜ່ວຍ ການ​ຜະຫລິດ​ຂະໜາດ​ໃຫຍ່​ນັ້ນກໍ່​ຄືລັດວິສະຫະກິດທີ່​ມີ​ປັນຫາ​ດ້ານ​ເງິນ​ທຶນ ​ແລະ​ປະສິດ​ທິ​ພາບ​ໃນ​ການ​ບໍ​ລິ​ຫານ​ຕໍ່າ​ຈຶ່ງ​ບໍ່​ສາມາດ​ທີ່​ຈະ​ແຂ່ງຂັນ​ກັບຕ່າງປະ​ເທດ​ໄດ້​ຢ່າງ​ແນ່ນອນ.

​ເພາະສະນັ້ນ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ໄດ້​ເນັ້ນ​ໜັກ​ທີ່​ຈະ​ພັດ​ທະນາໜ່ວຍ​ການ​ຜະຫລິດ​ສິນ ຄ້າ​ຂະໜາດ​ນ້ອຍ ​ແລະ​ຂະໜາດ​ກາງ ​ໃຫ້​ສາມາດແຂ່ງຂັນ​ໃນຕະຫຼາດ ການ​ຄ້າ​ເສລີ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

ສ່ວນ​ໜ່ວຍການ​ຜະລິດ​ຂະໜາດ​ໃຫຍ່​ນັ້ນກໍ່​ຈະ​ໃຫ້​ຄວາ​ມສຳຄັນ​ຕໍ່ການ​ຮ່ວມ​ລົງ​ທຶນກັບຕ່າງ​ຊາດ​ເປັນ​ດ້ານ​ຫຼັກ​ໂດຍ​ສະ​ເພາະ​ແມ່ນ​ການ​ລົງ​ທຶນ​ໃນ​ພາກພະລັງງານ​ໄຟ​ຟ້າ​ທີ່​ລັດຖະບານ​ລາວ​ ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ເປັນໝໍ້​ໄຟ​ຂອງອາຊຽນ​ໃຫ້ໄດ້​ໃນ​ອານາ​ຄົດ.

ຫາກ​ແຕ່​ກໍ່​ມີ​ປັນຫາ​ທ້າ​ທາຍ​ຕໍ່​ເປົ້າໝາຍ​ດັ່ງ​ກ່າວ​ບໍ່ໜ້ອຍ​ຄືກັນ. ທັ້ງນີ້ ກໍ່​ເນື່ອງ​ຈາກ​ວ່າ ​ອົງ ການ​ອະນຸ​ລັກຊັບພະຍາກອນທຳມະຊາດ​ໄດ້​ປະກາດ​ວ່າ​ຈະເຄື່ອນໄຫວ​ເພື່ອ​ຄັດຄ້ານ​ແຜນ ການ​ດັ່ງ​ກ່າວ​ຂອງ​ລັດຖະບານ​ລາວ​ຢ່າງ​ເຖິງ​ທີ່​ສຸດ​ນັ້ນ​ເອງ.

XS
SM
MD
LG