ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ວຽງຈັນເປັນແຂວງທີ່ມີກໍລະນີຂັດແຍ່ງກັນເລື້ອງດິນຫລາຍທີ່ສຸດ


ເຈົ້າໜ້າທີ່​ລາວຍອມຮັບວ່າ ແຂວງ​ວຽງຈັນ ເປັນເຂດທີ່ມີຄວາມຂັດແຍ່ງ ກ່ຽວກັບທີ່ດິນ ລະຫວ່າງປະຊາຊົນກັບບໍລິສັດເອກະຊົນ ລາວ ແລະ ຕ່າງຊາດຫລາຍທີ່ສຸດ ເພາະ ການສໍາປະທານທີ່ດິນ ແກ່ບໍລິສັດເອກະຊົນ ໄດ້ໄປກວາມເອົາທີ່ດິນ ຂອງປະຊາຊົນ ຢ່າງກວ້າງຂວາງ.

ການ​ຖະ​ແຫ​ລ່ງລົງ​ໂດຍ​ທ່ານ ວຽງ ຍົວເຂັມ​ພອນ ວ່າການ​ຫົວໜ້າ​ຫ້ອງການ​ຄຸ້ນມຄອງ​ທີ່​ດິນ​ປະຈຳ​ແຂວງ​ວຽງ​ຈັນ​ໄດ້ໃຫ້ການຍອມຮັບ​ວ່າ​ແຂວງວຽງ​ຈັນ​ນັ້ນ ນັບວ່າ​ເປັນ​ເຂດ​ທີ່​ມີ​ບັນຫາ​ຂັດ​ແຍ້​ງກ່ຽວ​ກັບ​ທີ່​ດິນ​ລະຫວ່າງ​ປະຊາຊົນ​ກັບ ບໍລິສັດເອກ​ະຊົນ​ທັ້ງທີ່ຢູ່​ໃນ​ລາວ ​ແລະ​ ທີ່​ມີ​ຈາກ​ຕ່າງປະ​ເທດ​ຫຼາຍທີ່​ສຸດ.

ທັ້ງນີ້​ກໍ່​ເນື່ອງຈາກ​ວ່າ ການ​ພິຈາລະນາ​ອະນຸມັດ​ໃຫ້​ສຳ​ປະທານ​ສິດ​ໃນ​ການເຊົ່າ​ທີ່​ດິນ​ໄລຍະ​ຍາວ ​ແກ່​ບັນດາບໍລິສັດ​ເອກະ​ຊົນໃນ​ໄລຍະ​ທີ່​ຜ່ານ​ມານັ້ນ ບໍ່​ໄດ້​ມີ​ການ​ສຳ​ຫຼວດພື້ນ​ທີ່​ ແລະ​ ຈັດ​ທຳບົດວິພາກ​ເສດຖະກິ​ດ ຢ່າງ​ຄັກ​ແນ່ເສຍ​ກ່ອນ ຈຶ່ງ​ເຮັດ​ໃຫ້​ເກີດການທັບຊ້ອນ ຫຼື ກວາມ​ເອົາ​ທີ່​ດິນ​ຂອງ​ປະຊາຊົນ​ລາວ.

​ເພາະວ່າໃນ​ ປັດ​ຈຸ​ບັນ​ນີ້​ ທາງ​ການ​ລາວ​ທັ້ງ​ ໃນ​ສ່ວນ​ກາງ ​ແລະ ​ລະດັບ​ທ້ອງ​ຖິ່ນ​ນັ້ນ​ ໄດ້​ອະນຸມັດໃຫ້ສຳປະທານ​ສິດ​ໃນ​ການ​ເຊົ່າທີ່​ດິນ​ໄລຍະ​ຍາວ​ ໃຫ້​ແກ່​ບັນດາບໍລິສັດເອກະຊົນ​ໄປ​ແລ້ວ​ ຈຳນວນ​ເຖິງ 1.126 ສັນຍາ​ຊຶ່ງ​ໃນ​ຈຳ ນວນ​ນີ້​ ກໍ່​ເປັນ​ການອະນຸມັດໃຫ້ສຳປະທານ​ສິດ ໃນການ​ເຊົ່າ​ທີ່​ດິນ​ໄລຍະ​ຍາວ​ທີ່​ມີ​ພື້ນ​ທີ່​ກວ້າງ ຕັ້ງ​ແຕ່ 8.000 ha ​ໄປ​ຈົນ​ເຖິງ 5 ໝື່ນ ha ​ໃຫ້​ບັນດາບໍລິສັດເອກະຊົນຈາກ​ຕ່າງ​ປະ​ເທດ​ຈຳນວນ​ເຖິງ 398 ສັນຍາ​ ຊຶ່ງ​ຄິດ​ເປັນ​ພື້ນ​ທີ່​ສຳ​ປະທານລວມກັນ​ເກືອບ​ເຖິງ 4 ​ແສນ ha.

ຍິ່ງ​ໄປ​ກວ່າ​ນັ້ນ ກໍ່​ຍັງ​ປະກົດອີກດ້ວຍ​ວ່າ​ໃນ​ຫຼາຍໆກໍລະນີ ກໍ​ໄດ້ບຸກລຸກ​ເຂົ້າ​ໄປ​ໃນເຂດ​ປ່າ​ສະຫ​ງວນ​ແຫ່ງ​ຊາດ​ ຈຶ່ງ​ໄດ້​ສົງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງສະພາບ​ແວດ​ລ້ອມທຳມະຊາດ​ ຢ່າງ​ຫຼີກລ້ຽງບໍ່​ໄດ້ ​ເນຶ່ອງຈາກ​ວ່າ ​ໄດ້​ມີ​ການສວຍ​ໂອກາດຕັດ​ເອົາໄມ້​ໃນ​ເຂດ​ປ່າ​ສະຫ​ງວນ​ແຫ່ງ​ຊາດ ​ໄປ​ຢ່າງກວ້າງຂວາງ​ນັ້ນ​ເອງ.

ສ່ວນ​ກ່ຽວ​ກັບແນ​ວທາງ​ໃນ​ການ​ແກ້​ໄຂບັນຫາ​ນັ້ນ ທ່ານ​ບົວ​ສອນ ບຸບຜາວັນ ນາ​ຍົກລັດ​ຖະມົນຕີ​ລາວ​ກໍ່​ໄດ້​ສັ່ງ​ການ​ໃຫ້​ ທຸກ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ນັ້ນ ຈະ​ຕ້ອງ​ດຳ​ເນີນ​ການ​ສຳ​ຫລວດ​ພື້ນ​ທີ່ ​ແລະ ​ຈັດ​ທຳ​ບົດ​ວິພາກ​ເສດຖະກິດ ຢ່າງ​ຄັກ​ແນ່ເສຍ​ກ່ອນ​ ຈຶ່ງ​ຈະ​ສາມາດ​ພິຈາລະນາ​ໃຫ້​ສຳ​ປະທານ​ທີ່​ດິນ​ໄດ້​ຢ່າງ​ຖືກຕ້ອງ.

ສ່ວນ​ກ່ຽວ​ກັບ​ການ​ໃຫ້​ສິດໃນ​ການ​ຊື້​ເພື່ອ​ການຖືຄອງທີ່​ດິນ ​ແລະ​ ອາຄານ​ການ​ຄ້າ​ໃນ​ລາວ ໄດ້​ເຖິງ 99 ປີ​ ສໍາລັບ​ຊາວ​ຕ່າງ​ຊາດ​ທີ່​ໄດ້​ລົງ​ທຶນ​ໃນ​ມູນ​ຄ່າ ຕັ້ງ​ແຕ່ 3 ​ແສ​ນໂດລາຂຶ້ນ​ໄປ​ນັ້ນ ທາງ​ການ​ລາ​ວກໍ່​ຈະ​ມີ ການກຳນົດພື້ນ​ທີ່​ຢ່າງຈະ​ແຈ້ງ​ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສົ່ງຜົນ​ກະທົບ ຕໍ່​ກະເສດຕະກອນລາວ ທີ່​ເປັນ​ຄົນ​ສ່ວນ​ໃຫຍ່​ຂອງ​ປະ​ເທດ​ຕໍ່​ໄປ.

XS
SM
MD
LG