ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໄດ້ມີການເພັ່ງເລັງ ໃສ່ທ່ານກາຊາຍ ລຸນຫລັງທິ່ໄດ້ມີ ລາຍງານ ກ່ຽວກັບການສໍ້ໂກງຄະແນນ


ອັຟການິສຖານ: ເປັນທີ່ຄາດກັນວ່າ ປະທານາ ທິບໍດີ ອັຟການິສຖານທ່ານ HAMID KARZAI ຈະທຳການຍອມຮັບ ໃນວັນອັງຄານມື້ນີ້ວ່າທ່ານ ບໍ່ໄດ້ຮັບ ຄະແນນສຽງກາຍ 50% ໃນການເລືອກ ຕັ້ງ ປະທານາທິບໍດີ ໃນເດືອນສິງຫາ ຜ່ານມາ ຊຶ່ງເຮັດໃຫ້ ບໍ່ຈຳເປັນຕ້ອງ ມີການເລືອກຕັ້ງ ຮອບສອງ. ຄະນະກວດກາ ການເລືອກຕັ້ງ ຂອງອົງການ ສະຫະປະຊາຊາດ ໄດ້ປະກາດ ໃນມື້ວານນີ້ວ່າ ຕົນໄດ້ປະກາດ ໃຫ້ເປັນໂມຄະ ເກືອບ 1 ສ່ວນ 3 ຂອງບັດຄະແນນສຽງ ທີ່ປ່ອນໃຫ້ທ່ານ KARZAI ຍ້ອນການສໍ້ໂກງ ດັ່ງນັ້ນຈຶ່ງ ເຮັດໃຫ້ທ່ານ ບໍ່ໄດ້ຮັບຄະແນນ ກາຍ 50%. ຫລັງຈາກ ໄດ້ສືບສວນເບິ່ງ ການສໍ້ໂກງ ຄະແນນແລ້ວ ເປັນທີ່ຄາດກັນວ່າ ຄະນະກັມມະການ ເລືອກຕັ້ງຂອງ ອັຟການິສຖານ ຈະປະກາດ ຜົນການນັບ ຄະແນນສຽງ ຂັ້ນສຸດທ້າຍ ໃນວັນອັງຄານມື້ນີ້ ຊຶ່ງສະແດງໃຫ້ເຫັນວ່າ ບໍ່ມີຜູ້ໃດ ໄດ້ຮັບຄະແນນສຽງ ກາຍ 50% ດັ່ງນັ້ນຈຶ່ງຈະມີ ການເລືອກຕັ້ງ ຮອບສອງ. ການກົດດັນ ຂອງນາໆຊາດ ໄດ້ມີເພີ້ມຂຶ້ນ ໃຫ້ທ່ານ KARZAI ຮັບເອົາການ ຄອງອຳນາດ ຮ່ວມກັນ ໃນການຕັ້ງ ຣັຖບານປະສົມ ກັບຄູ່ແຂ່ງ ຄົນສຳຄັນຂອງທ່ານ ຄືທ່ານ ABDULLAH ABDULLAH ຫລືບໍ່ດັ່ງນັ້ນ ກໍກະກຽມ ສຳລັບການເລືອກ ຕັ້ງຮອບ 2.

ປາກິສຖານ: ຕຳຣວດ ໃນປາກິສຖານ ກ່າວວ່າ ເຫດຣະເບີດແຕກ 2 ຄັ້ງ ເຮັດໃຫ້ມີ ຜູ້ເສັຽຊີວິດ ຢ່າງນ້ອຍ 2 ຄົນແລະໄດ້ຮັບບາດເຈັບ ອີກຫຼາຍ ຄົນ ທີ່ມະຫາວິທຍາລັຍ ສາສນາອິສລາມ ແຫ່ງ ນຶ່ງ ໃນນະຄອນ ຫລວງປາກິສຖານ. ຕຳຣວດກຳ ລັງດຳເນີນງານ ເພື່ອໃຫ້ການຢືນຢັນກ່ຽວກັບເຫດ ທັງ 2 ນັ້ນວ່າ ເປັນການໂຈມຕີ ສະລະຊີບ. ຍັງບໍ່ ທັນມີກຸ່ມໃດ ອ້າງເອົາ ຄວາມຮັບຜິດຊອບເທື່ອ ແຕ່ກະຊວງພາຍໃນ ປາກິສຖານ ໄດ້ສະແດງ ຄວາມເຫັນ ກ່ຽວກັບເຫດຣະເບີດ ໂດຍເວົ້າວ່າ ການໂຈມຕີທັງໝົດ ຂອງພວກກໍ່ການຮ້າຍ ໃນປາກິສຖານ ແມ່ນມາຈາກ WAZIRISTAN ໃຕ້. ມີໂຮງຮຽນຫລາຍໆບ່ອນ ໃນປາກິສຖານ ໄດ້ປິດ ໃນອາທິດນີ້ ຍ້ອນຢ້ານ ມີການໂຈມຕີຕອບໂຕ້ ຕໍ່ການປະຕິບັດງານ ບຸກໂຈມຕີ ພວກຫົວຮຸນແຮງ ທາລີບານຄັ້ງໃໝ່ ຂອງກອງທັບ ປາກິສຖານ ຢູ່ໃນເຂດຊົນເຜົ່າ WAZIRISTAN ໃຕ້. ໃນວັນອັງຄານມື້ນີ້ ທະຫານປາກິສຖານ ຍັງສືບຕໍ່ ທຳການສູ້ຣົບ ກັບພວກຫົວຮຸນແຮງ ເປັນມື້ທີ 4. ເຈົ້າໜ້າທີ່ ກ່າວອ້າງວ່າ ທະຫານໄດ້ສັງຫານ ພວກຫົວຮຸນແຮງ 20 ຄົນ ໃນການສູ້ຣົບກັນ ຄືນແລ້ວນີ້.

ເກຕສ໌ - ເອເຊັຽ: ຣັຖມຸນຕຣີປ້ອງກັນປະເທດ ຂອງສະຫະຣັດ ທ່ານ ROBERT GATES ກ່າວວ່າ ຣັຖບານທ່ານ OBAMA ຈະບໍ່ທຳການ ເຈຣະໃໝ່ ກ່ຽວກັບຂໍ້ຕົກລົງ ທີ່ຈະຍົກຍ້າຍ ທະ ຫານອະເມຣິກັນ ຈຳນວນນຶ່ງ ຢູ່ໃນປະເທດຍີ່ປຸ່ນ. ທ່ານ GATES ໃຫ້ທັສນະດັ່ງກ່າວ ຕໍ່ພວກນັກ ຂ່າວ ກ່ອນຈະເດີນ ທາງໄປຮອດກຸງໂຕກຽວ ໃນ ວັນອັງຄານມື້ນີ້ ບ່ອນທີ່ທ່ານ ຈະໄດ້ເຈຣະຈາ ຫາຣືກັບ ຣັຖມຸນຕຣີ ການຕ່າງປະເທດ ຍີ່ປຸ່ນ ທ່ານ YATSUYA OKADA. ພາຍໃຕ້ສັນຍາ ທີ່ບັນລຸກັນ ໃນປີ 2006 ນັ້ນ ສະຫະຣັດ ໄດ້ຕົກລົງ ທີ່ຈະຍົກຍ້າຍ ທະຫານມາຣີນ 8 ພັນຄົນ ອອກຈາກເກາະໂອກີນາວາ ຂອງຍີ່ປຸ່ນ ໄປຢູ່ເກາະ GUAM ຂອງສະຫະຣັດ ແລະຍ້າຍ ຖານທັບອາກາດ ຂອງທະຫານມາຣີນ ໄປຢູ່ອີກເຂດນຶ່ງ ຂອງເກາະ ໂອກີີນາວາ. ແຕ່ປະຊາຊົນ ໃນເກາະໂອກີນາວາ ຍັງບໍ່ພໍໃຈ ກັບການມີໜ້າ ຂອງກຳລັງ ສະຫະຣັດ ຢູ່ໃນເກາະດັ່ງກ່າວ ຍ້ອນມີສຽງຣົບກວນ ແລະການກໍ່ ອາຊຍາກັມ ໂດຍກຳລັງ ທະຫານອະເມຣິກັນ. ນາຍົກຣັຖມຸນຕຣີ ຄົນໃໝ່ຂອງຍີ່ປຸ່ນ ທ່ານ YUKIO HATOYAMA ໄດ້ສັ່ງໃຫ້ມີ ການທົບທວນເບິ່ງ ຂໍ້ຕົກລົງນີ້.

ອິນໂດເນເຊັຽ: ປະທານາທິບໍດີ ອິນໂດເນເຊັຽ ທ່ານ SUSILO BAMBANG YUDHOYO NO ໄດ້ສາບານໂຕເຂົ້າຮັບຕຳແໜ່ງ ເປັນສມັຍ ທີ 2 ໃນວັນອັງຄານມື້ນີ້. ມີການສົ່ງ ກຳລັງຮັກ ສາ ຄວາມສະງົບຫລາຍກວ່າ 20 ພັນຄົນເຂົ້າ ປະຈຳການ ໃນທົ່ວນະຄອນຫລວງ ຈາກາຕ້າ ຂະນະທີ່ ອະດີດນາຍພົນ ຂອງອິນໂດເນເຊັຽ ທ່ານນີ້ ສາບານໂຕ ເຂົ້າຮັບຕຳແໜ່ງ ຢູ່ທີ່ສະ ພາແຫ່ງຊາດ. ທ່ານ YUDHOYONO ໄດ້ໃຫ້ ຄຳໝັ້ນສັນຍາ ທີ່ຈະສືບຕໍ່ ເຮັດໃຫ້ອິນໂດເນເຊັຽ ຢູ່ໃນເສັ້ນທາງ ເພື່ອກ້າວເດີນໄປ ສູ່ຄວາມອຸດົມຮັ່ງມີ ທາງດ້ານເສຖກິດ ແລະ ສະເຖັຽຣະພາບ ໃນລະຫວ່າງທີ່ທ່ານ ເຂົ້າຮັບຕຳແໜ່ງ ເປັນສມັຍທີ 2 ແລະສມັຍ ສຸດທ້າຍຂອງທ່ານ ເປັນເວລາ 5 ປີ. ພ້ອມນີ້ ທ່ານຍັງເວົ້າວ່າ ອິນໂດເນເຊັຽ ຈະເອົາບາດກ້າວ ແບບກະຕືລືລົ້ນ ກ່ຽວກັບການ ປະຕິຮູບ ເສຖກິດຂອງໂລກ ແລະຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ. ມີການກ່າວ ຊົມເຊີຍວ່າ ປະທານາທິບໍດີ YUDHOYONO ເປັນຜູ້ນຳພາ ອິນໂດເນເຊັຽ ຊຶ່ງເປັນປະເທດ ທີ່ນັບຖື ສາສນາ ອິສລາມ ທີ່ໃຫຍ່ທີ່ສຸດ ໃນໂລກໄປ ໄປສູ່ການມີ ສະເຖັຽຣະພາບ ທາງດ້ານເສຖກິດ ແລະການ ເມືອງນຶ່ງທົສວັດກວ່າໆ ລຸນຫລັງການປົກຄອງ ເປັນເວລາ 32 ປີ ຂອງຈອມຜະເດັດ ການຊູຮາໂຕ້ ສິ້ນສຸດລົງ.

ມຽນມາ: ມຽນມາ ກ່າວວ່າ ນາຍົກຣັຖມຸນຕຣີ ຂອງຕົນ ນາຍພົນ THEIN SEIN ຈະໄປຮ່ວມ ກອງປະຊຸມສຸດຍອດ ປະຈຳປີ ຂອງບັນຜູ້ນຳ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ຫລືອາຊ່ຽນ ຊຶ່ງຈະມີຂຶ້ນ ໃນສັບປະດານີ້. ໜັງສືພິມ NEW LIGHT ຂອງທາງການ ມຽນມາ ລາຍງານວ່າ ນາຍພົນ THEIN SEIN ຈະໄປຮ່ວມ ກອງປະ ຊຸມທີ່ຫົວຫີນ ຕາມຄຳເຊື້ອເຊີນ ຂອງນາຍົກຣັຖ ມຸນຕຣີໄທ ທ່ານອະພິຊິດ ເວດຊາຊີວະ. ໃນ ລະຫວ່າງ ກອງປະຊຸມສຸດຍອດ ແຕ່ວັນທີ 23 ຫາ 25 ຕຸລານັ້ນ ສະມາຄົມບັນດາ ປະຊາຊາດ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ຫລືອາຊ່ຽນ ມີແຜນການຈະເລີ້ມ ເປີດຄະນະກັມມະການ ສິດທິມະນຸດ ຢ່າງເປັນທາງການ. ຄະນະກັມມະການ ທີ່ວ່ານີ້ ແມ່ນແນໃສ່ ເພື່ອຊຸກຍູ້ ການເຄົາຣົບ ນັບຖືສິດທິມະນຸດ ແຕ່ບໍ່ມີອຳນາດ ທີ່ຈະຕິດຕາມ ຫລືທຳການລົງໂທດ ກ່ຽວກັບການລ່ວງລະເມີດ ຢູ່ໃນປະເທດຕ່າງໆ ເຊັ່ນມຽນມາ ທີ່ປົກຄອງໂດຍ ຣັຖບານທະຫານ. ການເດີນທາງ ໄປຍັງປະເທດໄທ ຂອງນາຍພົນ THEIN SEIN ຈະມີຂຶ້ນ ລຸນຫລັງທີ່ ທ່ານໄດ້ ໄປປາກົດໂຕ ທີ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນເດືອນແລ້ວ ທີ່ນະຄອນນິວຢອກ.

ອີຣ່ານ: ກອງປະຊຸມເຈຣະຈາບັນຫານິວເຄລັຽ ຂອງອີຣ່ານ ທີ່ກຸງວຽນນາ ໄດ້ຖືກຊັກຊ້າ ເປັນ ເວລາ 2 ຊົ່ວໂມງ ໃນມື້ນີ້ ພາຍຫລັງ ອີຣ່ານ ກ່າວວ່າ ຕົນບໍ່ຕ້ອງການ ໃຫ້ຝຣັ່ງເຂົ້າຮ່ວມ ແຕ່ອົງການ ພະລັງງານ ປະຣະມະນູສາກົນ ກ່າວວ່າ ບໍ່ໄດ້ໃຫ້ ເຫດຜົນຂອງການຊັກຊ້າ ໃນການໄຂ ກອງປະຊຸມມື້ທີ 2 ນີ້ ອັນມີຜູ້ຕາງ ໜ້າຈາກອີຣ່ານ ຣັດເຊັຽ ຝຣັ່ງ ແລະສະຫະຣັດ ເຂົ້າຮ່ວມທັງ ຜູ້ຕາງໜ້າ ອົງການນິວເຄລັຽສາ ກົນ. ຄະນະເຈຣະຈາ ພວມສົນທະນາ ຫາຣືກັນ ກ່ຽວກັບຂໍ້ສເນີ ທີ່ຈະໃຫ້ອີຣ່ານ ສົ່ງທາດຢູເຣນຽມ ຂອງຕົນ ໄປຍັງຣັດເຊັຽ ແລະຝຣັ່ງ ເພື່ອກັ່ນໃຫ້ ເປັນເຊື້ອໄຟນິວເຄລັຽ. ແຕ່ໂທຣະພາບ ຂອງທາງການອີຣ່ານ ໄດ້ອ້າງແຫລ່ງຂ່າວ ທີ່ບໍ່ໄດ້ຣະບຸຊື່ທີ່ ກ່າວວ່າ ອີຣ່ານຈະບໍ່ເຮັດຂໍ້ຕົກລົງເພື່ອກັ່ນທາດຢູເຣນຽມ ກັບຝຣັ່ງ ໂດຍອ້າງໃນອັນທີ່ ແຫລ່ງຂ່າວເວົ້າວ່າ ຄວາມລົ້ມແຫລວຂອງຝຣັ່ງ ໃນການຈັດສົ່ງ ເຕົາແຍກນິວເຄລັຽ ໄປໃຫ້ອີຣ່ານ ໃນເມື່ອກ່ອນນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG