ອິນເດຍ ເຖິງແມ່ນວ່າຈະເປັນປະເທດທີ່ມີ ຊົນຊັ້ນກາງ ຫລື ຊັ້ນຄົນທີ່ມີລາຍໄດ້ປານກາງ ເພີ້ມຫລາຍຂຶ້ນ, ຕະຫລອດທັງມີຄວາມຈະ ເລີນດ້ານເທັກໂນໂລຊີພຸ້ງຂຶ້ນ ຢ່າງໄວ ແລະ ມີມາດຕະຖານການດຳລົງຊີວິດສູງຂຶ້ນກໍຕາມ, ແຕ່ເມື່ອເບິ່ງຜົນການ ສຳຫລວດດ້ານການໂພ ສະນາການແລ້ວ ອິນເດຍຍັງຄົງມີຄົນຂາດ ອາຫານ ແລະ ເປັນໂຣກຂາດອາຫານຢູ່ ທົ່ວໄປໃນສັງຄົມ.
ມີສິ່ງດຽວທີ່ສຳຄັນທີ່ສຸດທີ່ລັດຖະບານອິນເດຍສາມາດເຮັດໄດ້ ເພື່ອປັບປຸງສຸຂພາບ ຂອງ ປະຊາຊົນຂອງຕົນ ນັ້ນກໍຄືໃຫ້ມີການນັບແລະ ຄິດໄລ່ເບິ່ງວ່າມີຄົນຫລາຍປານໃດເປັນ ໂຣກຂາດ ອາຫານ ຢູ່ພາຍໃນປະເທດ. ສະນັ້ນ, ເປັນຕັ້ງຫລາຍເດືອນ ໃນຊ່ວງ ປີ 2005 ແລະ 2006 ທີ່ນັກສຳຫລວດ ອິນເດຍ ໄດ້ອອກໄປປະຕິບັດງານໃນທົ່ວທຸກ 29 ແຄວ້ນຂອງ ອິນເດຍ ເພື່ອວັດແທກ ລະດັບການຂາດອາຫານຂອງທັງຜູ້ຍິງ, ຜູ້ຊາຍ ແລະ ເດັກນ້ອຍ ແລະ ເພື່ອສອບຖາມກ່ຽວກັບສຸຂພາບຂອງເຂົາເຈົ້າ.
ທ່ານ Fred Arnold ຈາກກຸ່ມບໍລິສັດທີ່ປຶກສາ American consulting group I-C-F Macro ໄດ້ຊ່ວຍໃນການຈັດຕັ້ງ ການສຳຫລວດ ແລະ ທ້ອນໂຮມເອົາຜົນການ ສຳຫລວດນັ້ນເວົ້າວ່າ ກຸ່ມຂອງທ່ານ ສຳພາດຄົນ 2 ແສນຄົນ ໂດຍຖາມເຂົາເຈົ້າ ກ່ຽວກັບສຸຂພາບ, ການ ໂພສະນາການ ແລະ ການວາງ ແຜນຄອບຄົວ ພ້ອມກັບດູດເອົາເລືອດໄປກວດ ແລະ ວັດແທກຄວາມສູງກັບນ້ຳໜັກອີກນຳ.
ທ່ານ ເວົ້າວ່າ ຜົນການສຳຫລວດທີ່ໄດ້ ມາຈາກຂໍ້ມູນທີ່ເກັບກຳ ນັ້ນເປັນໜ້າຕື່ນ ຕົກໃຈ. ທ່ານເວົ້າວ່າ: “ໃນຊ່ວງເວລາ 5 ປີຜ່ານມາພວກເຮົາໄດ້ ເກັບກຳຂໍ້ມູນການສຳ ຫລວດປະ ຊາກອນ ແລະ ສຸກຂະພາບ ຂອງປະຊາຊົນຫລາຍກວ່າ 40 ຄັ້ງ ຢູ່ປະ ເທດກຳລັງພັດທະນາ ແລະ ກໍເຫັນວ່າ ໃນຈຳນວນ ບັນດາປະເທດເຫລົ່ານີ້ພວກ ເຮົາພົບວ່າອິນເດຍເປັນ ປະເທດທີ່ມີ ອັດຕາເດັກນ້ອຍທີ່ຂາດທາດອາຫານບຳ ລຸງຮ່າງກາຍ ຫລາຍກວ່າໝູ່.”
ທ່ານ Anold ແລະ ເພື່ອນຮ່ວມງານຂອງ ທ່ານໄດ້ພົບວ່າ ອັດຕາເດັກນ້ອຍອິນເດຍຂາດອາຫານນີ້ ສູງກວ່າແມ້ນກະທັ້ງ ເກືອບໝົດທຸກປະເທດຢູ່ໃນເຂດທະເລຊາຍຊາຮາຣານອີກດ້ວຍ. ທ່ານ ຊີ້ແຈງວ່າ ການຂາດອາຫານບຳລຸງນີ້ ແມ່ນເກີດຂຶ້ນໃນທຸກລະດັບຂອງສັງຄົມ ບໍ່ວ່າ ທຸກ ຫລື ຮັ່ງກໍເປັນຄືກັນ. ເຊິ່ງແຕກຕ່າງ ກັບປະເທດອື່ນໆ ທີ່ມີອັດຕາເດັກ ເປັນໂຣກ ຂາດອາຫານພຽງແຕ່ 2.5% ເທົ່ານັ້ນ.
ທ່ານ Anold ແລະ ເພື່ອນຮ່ວມງານຂອງທ່ານຍັງພົບວ່າ ມີ ເດັກນ້ອຍໃນອິນເດຍເປັນ ຈໍານວນຫລວງຫລາຍ ທີ່ເປັນໂຣກ ເລືອດຈາງ, ໂດຍສະເພາະພວກທີ່ ມີອາຍຸຕໍ່າກວ່າ 5 ປີ. ທ່ານກ່າວຢ້ຳວ່າ:
“ໃນ 10 ຄົນໃດ ມີເດັກນ້ອຍອິນເດຍ 7 ຄົນທີ່ເປັນໂຣກເລືອດຈາງ ແລະ ສະພາບການ ອັນນີ້ ໄດ້ຮ້າຍແຮງ ຂຶ້ນໄປອີກໃນໄລຍະຫລາຍປີຜ່ານມານີ້”.
ທ່ານ Anold ຄາດຄະເນວ່າ ສະພາບການຂາດອາຫານ ບໍາລຸງນີ້ ມີສ່ວນເປັນສາເຫດ ຫລາຍກວ່າເຄິ່ງນຶ່ງຂອງການຕາຍຂອງເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ.
ອົງການດ້ານ ສຸຂພາບ ໃນອິນເດຍໄດ້ເອົາຂໍ້ມູນນີ້ໄປສະເໜີຕໍ່ທ່ານນາຍົກ ມານໂມຮານ ສິງ ທີ່ໄດ້ຂຽນຈົດໝາຍທີ່ເຕັມໄປດ້ວຍຄວາມເວົ້າອັນໜັກແໜ້ນໄປຫາຜູ້ປົກຄອງຂອງ 29 ແຄວ້ນ ຂອງອິນເດຍ ເຊິ່ງໃນຈົດໝາຍນັ້ນ ທ່ານເວົ້າວ່າມັນເປັນ ທີ່ຈະແຈ້ງແລ້ວວ່າ ໂຄງການ ຊ່ວຍເຫລືອດ້ານອາຫານຂອງປະເທດປະສົບຄວາມຫລົ້ມເຫລວ. ພ້ອມກັນນັ້ນ ທ່ານກໍໄດ້ ສັ່ງໃຫ້ບັນດາ ຜູ້ປົກຄອງ ລັດປັບປຸງໂຄງການອາຫານບໍາລຸງ ແລະ ໃຫ້ລາຍງານຄືນມາ ໃຫ້ທ່ານຊາບທຸກໆ 3 ເດືອນ ເພື່ອວ່າທ່ານຈະສາມາດຕິດຕາມ ເບິ່ງຄວາມກ້າວໜ້າໄດ້.