ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້ຝຸ່ນພາຣ໌ມາ ພັດເຂົ້າຖລົ່ມ ໝູ່ເກາະຟີລິບປິນ


ເອເຊັຽ - ລົມພາຍຸ: ເຈົ້າໜ້າທີ່ຟີລິບປິນກ່າວ ວ່າ ລົມພາຍຸໄຕ້ຝຸ່ນ ຂນາດແຮງທີ່ພັດເຂົ້າຖລົ່ມ ແຂວງພາກເໜືອ ຂອງຟີລິບປິນນັ້ນ ໄດ້ເຮັດໃຫ້ ຕົ້ນໄມ້ຫັກ ສາຍໄຟຂາດ ແລະຫຼັງຄາເຮືອນເປີດ. ເຈົ້າໜ້າທີ່ ຟີລິບປິນເວົ້າວ່າ ໄຕ້ຝຸ່ນ PARMA ໄດ້ພັດຂຶ້ນຝັ່ງ ທີ່ປະເທດຟີລິບປິນໃນວັນເສົາມື້ນີ້ ທີ່ແຂວງ CAGAYAN ແຕ່ຍັງບໍ່ທັນມີຂ່າວກ່ຽວ ກັບ ການບາດເຈັບ ລົ້ມຕາຍເທື່ອ. ພັຍນ້ຳຖ້ວມ ຮ້າຍແຮງ ທີ່ຄາດວ່າຈະເກີດຂຶ້ນ ຢູ່ທີ່ນະຄອນ ຫລວງມະນີລາ ແມ່ນໄດ້ຫລຸດລອດໄປ ເວລາ ໄຕ້ຝຸ່ນຫົວນີ້ ປ່ຽນທິດທາງ ຂຶ້ນໄປທາງເໜືອ. ລົມພາຍຸໄຕ້ຝຸ່ນ ໃນອາທິດແລ້ວ ໄດ້ພາໃຫ້ເກີດ ພັຍນ້ຳຖ້ວມ ຮ້າຍແຮງສຸດ ທີ່ນະຄອນຫລວງມະ ນີລາໃນຮອບຫລາຍໆທົສວັດ. ປະທານາທິບໍດີ GLORIA ARROYO ໄດ້ປະກາດໃຫ້ ທົ່ວປະເທດ ຢູ່ໃນສະພາບ ຮັບມືກັບພັຍພິບັດຮ້າຍ ແຮງ ແລະສັ່ງໃຫ້ ຍົກຍ້າຍປະຊາຊົນ ເປັນຈຳນວນຫຼວງຫລາຍ ອອກຈາກ 6 ແຂວງ. ມີການພະຍາກອນວ່າ ໄຕ້ຝຸ່ນ PARMA ຈະນຳເອົາລົມ ທີ່ມີຄວາມແຮງເຖິງ 200 ຫລັກກິໂລແມັດ ຕໍ່ຊົ່ວໂມງ ພ້ອມກັບຝົນຕົກໜັກ ມາພ້ອມ ຊຶ່ງມີທ່າທາງວ່າ ຈະພາໃຫ້ເກີດ ພັຍນ້ຳຖ້ວມຮ້າຍແຮງສົມຄວນ ໃນພາກເໜືອ ຂອງຟີລິບປິນ.

ອິນໂດເນເຊັຽ: ຄນະກູ້ພັຍສຸກເສີນຕ່າງປະເທດ ໃນອິນໂດເນເຊັຽ ກຳລັງດຳເນີນງານ ເພື່ອຈະໃຫ້ ເຂົ້າໄປເຖິງ ຫລາຍໆເຂດ ທັງໃນແລະອ້ອມແອ້ມ ເມືອງທ່າ PADANG ທີ່ໄດ້ຮັບຄວາມເສັຽຫາຍ ຈາກແຜ່ນດິນໄຫວຮ້າຍແຮງ ໃນມື້ວັນພຸດແລ້ວ. ອົງການສະຫະປະຊາຊາດກ່າວວ່າ ໂຕເລກພວກ ທີ່ເສັຽຊີວິດ ຈາກແຜ່ນດິນໄຫວ ທີ່ມີຄວາມແຮງ ແທກໄດ້ 7.6 ຣິກເຕີ້ ແມ່ນບໍ່ຕ່ຳກວ່າ 1 ພັນ 100 ຄົນ. ຄະນະແພດ ໝາສືບກິ່ນ ອຸບປະກອນ ຂົນຍ້າຍ ຕລອດທັງປັດຈັຍ ບັນເທົາທຸກສຸກເສີນ ກຳລັງຫລັ່ງໄຫລ ໄປຍັງເມືອງທ່າ PADANG ເມືອງເອກຂອງແຂວງ ສຸມາຕຣາຕາເວັນຕົກ ຂອງອິນໂດເນເຊັຽ. ຣົດໂຮງໝໍ ບໍ່ສາມາດແລ່ນ ໄປມາໄດ້ ຍ້ອນການຈະລາຈອນ ທີ່ຕິດຂັດ ຢູ່ໃນເມືອງດັ່ງກ່າວ ຊຶ່ງໃນເວລານີ້ ຍັງບໍ່ທັນມີໄຟຟ້າໃຊ້ ໄຟຂຽວໄຟແດງ ຈຶ່ງຍັງໃຊ້ການບໍ່ໄດ້. ເຮືອນແລະອາຄານຈຳນວນນຶ່ງ ໃນເມືອງ PADANG ໄດ້ຮັບຄວາມເສັຽຫາຍ ໃນດ້ານໂຄງສ້າງ ແຕ່ຕຶກອາຄານການຄ້າ ໂຮງໝໍ ໂຮງແຮມ ວັດຂອງສາສນາອິສລາມ ແລະຂອງສາສນາຄຣິສຕ໌ ທີ່ໃຫຍ່ໆ ໄດ້ຖືກທຳລາຍ. ໃນມື້ວານນີ້ ພວກກູ້ພັຍ ໄດ້ຊ່ອຍນັກສຶກສາຍິງ ອາຍຸ 20 ປີຄົນນຶ່ງ ທີ່ຍັງມີຊີວິດຢູ່ ອອກມາຈາກ ຊາກຫັກພັງ.

ອີຣ່ານ: ຫົວໜ້າອົງການຄຸ້ມຄອງກ່ຽວກັບຣະບຽບ ການ ດ້ານນິວເຄລັຽ ຂອງສະຫະປະຊາຊາດ ກຳ ລັງເດີນທາງໄປອີຣ່ານ ໃນວັນເສົາມື້ນີ້ 2 ມື້ຫລັງ ຈາກບັນດາປະເທດ ມະຫາອຳນາດໃນໂລກ ໄດ້ ທວງໃຫ້ອີຣ່ານ ເປີດໂຮງກັ່ນທາດຢູເຣນຽມ ແຫ່ງ ໃໝ່ທີ່ຫາກໍມີການເປີດເຜີຍ ໃຫ້ຊາບນັ້ນ ໃຫ້ຄະນະ ກວດການາໆຊາດ ເຂົ້າໄປກວດກາເບິ່ງ. ພວກນັກການທູດ ກ່າວວ່າ ຫົວໜ້າອົງການ ພະລັງງານປະຣະມະນູສາກົນ ທ່ານ MOHAMED ELBARADEI ຈະເດີນທາງ ໄປອີຣ່ານ ເພື່ອປຶກສາຫາຣື ກ່ຽວກັບໂຮງກັ່ນ ທາດຢູເຣນຽມແຫ່ງໃໝ່ ຊຶ່ງຕັ້ງຢູ່ໃກ້ໆເມືອງ QOM ຫົວເມືອງສັກສິດ ຂອງສາສນາອິສລາມ ນິກາຍຊີໄອທ໌ ກັບພວກເຈົ້າໜ້າທີ່ອີຣ່ານ. ທ່ານ ELBARADEI ກ່າວໃນສັບປະດານີ້ວ່າ ອີຣ່ານໄດ້ລະເມີດ ກົດຣະບຽບ ຂອງອົງການ ພະລັງງານປະຣະມະນູສາກົນ ໂດຍບໍ່ໄດ້ແຈ້ງ ໃຫ້ທາງອົງການດັ່ງກ່າວຊາບ ກ່ຽວກັບໂຮງກັ່ນ ທາດຢູເຣນຽມແຫ່ງທີ 2 ຂອງຕົນ. ອີຣ່ານໄດ້ຮັບເອົາ ການຮຽກຮ້ອງ ທີ່ຈະອະນຸຍາດໃຫ້ ຄະນະກວດກາ ຂອງສະຫະປະຊາຊາດ ເຂົ້າໄປກວດເບິ່ງ ໂຮງງານດັ່ງກ່າວ ໃນການເຈຣະຈາ ກັບ 6 ປະເທດ ມະຫາອຳນາດຂອງໂລກ ໃນວັນພະຫັດຜ່ານມາ ທີ່ນະຄອນເຈນີວາ.

ໂອລິມປິກ: ປະຊາຊົນຊາວບຣາຊີລໄດ້ພາກັນ ສເລີມສລອງ ກ່ຽວກັບການຕັດສິນໃຈ ທີ່ຈະຈັດ ການແຂ່ງຂັນ ກິລາໂອລິມປິກ ໃນປີ 2016 ທີ່ ນະຄອນ RIO DE JANEIRO ຊຶ່ງນັບເປັນ ເທື່ອທຳອິດ ທີ່ຈະມີການຈັດ ການແຂ່ງຂັນກິລາ ໂອລິມປິກ ໃນທະວີບອະເມຣິກາໃຕ້. ຄະນະກັມ ມະການ ກິລາໂອລິມປິກສາກົນ ໄດ້ລົງຄະແນນ ສຽງທີ່ນະຄອນຫລວງ COPENHAGEN ຂອງເດນມາຄ ໃນມື້ວານນີ້ ຫລັງຈາກໄດ້ຮັບຟັງ ການກ່າວຄຳຮ້ອງຮຽນ ຂອງພວກຜູ້ນຳຂອງໂລກ ໃນນາມຫົວເມືອງທັງ 4 ປະກອບດ້ວຍນະຄອນ CHICAGO, MADRID, RIO DE JANEIRO ແລະໂຕກຽວ. ຊາວບຣາຊີລ ຈຳນວນຫຼາຍສິບພັນຄົນ ໄດ້ໄປເຕົ້າໂຮມກັນ ໃນມື້ວານນີ້ ທີ່ຫາດນະຄອນ RIO DE JANEIRO ເພື່ອເບິ່ງການປະກາດ ທີ່ໄດ້ມີ ການອອກອາກາດ ທາງໂທຣະພາບຈໍໃຫຍ່. ພວກເຂົາເຈົ້າ ໄດ້ພາກັນໂຫ່ຮ້ອງດີໃຈ ຂະນະທີ່ ມີການປະກາດຂ່າວ ຫລາຍໆຄົນ ໃນຈຳນວນດັ່ງກ່າວ ໄດ້ພາກັນໂບກທຸງຊາດ ຂອງບຣາຊີລ. ຫລາຍໆພັນຄົນ ໄດ້ພາກັນຟ້ອນແຊມບ້າ ແລະຈັດງານລ້ຽງພາຣ໌ຕີ ຕລອດຄືນ.

ຮອນດູຣັສ: ຜູ້ນຳໂຕຈິງຂອງຮອນດູຣັສແລະ ປະທານາທິບໍດີ ທີ່ຖືກຂັບໄລ່ອອກຈາກອຳນາດ ຈະເລີ້ມເຈຣະຈາຫາຣືກັນ ໃນອາທິດໜ້າ ທີ່ແນ ໃສ່ເພື່ອຊອກຫາຊ່ອງທາງແກ້ໄຂວິກິຕການໃນ ດ້ານການເມືອງ ທີ່ໄດ້ເກີດຂຶ້ນ ຈາກການກໍ່ຣັຖ ປະຫານ ໃນເດືອນມິຖຸນາຜ່ານມາ. ຜູ້ຕາງໜ້າ ຄົນນຶ່ງ ຈາກອົງການ ບັນດາປະເທດ ໃນທະວີບ ອະເມຣິກາ ທີ່ເອີ້ນຫຍໍ້ວ່າ OAS ນັ້ນ ກ່າວວ່າ ບຸກຄົນທັງສອງ ພ້ອມແລ້ວ ທີ່ຈະເປີດ ການເຈ ຣະຈາຫາຣືກັນ ໂດຍທີ່ພວກທ່ານ ບໍ່ຈຳເປັນ ຕ້ອງໄດ້ພົບພໍ້ກັນ. ທ່ານ ROBERTO MICHELETTI ຜູ້ນຳໂຕຈິງ ຂອງຮອນຣັສ ກ່າວໃນມື້ວານນີ້ວ່າ ທ່ານໄດ້ໂອ້ລົມ ແບບລັບໆ ກັບເລຂາທິການໃຫຍ່ ຂອງອົງການ OAS ທ່ານ JOSE MIGUEL INSULZA ຊຶ່ງເປັນພາກສ່ວນນຶ່ງ ຂອງຂັ້ນຕອນ ທີ່ພາໃຫ້ ມີການເປີດ ການເຈຣະຈາຫາຣືກັນ. ຄະນະປະຕິບັດງານລ່ວງໜ້າ ຂອງອົງການ OAS ໄດ້ໄປຮອດ ຮອນດູຣັສແລ້ວ ເພື່ອກະກຽມ ແຜນການເດີນທາງ ໄປຢ້ຽມຢາມ ຂອງທ່ານ INSULZA ແລະຣັຖມຸນຕຣີ ການຕ່າງປະເທດ ຂອງຫລາຍໆປະເທດ ໃນອົງການ OAS ໃນມື້ວັນພຸດຈະມານີ້ ເພື່ອຊ່ອຍໄກ່ເກັ່ຽ ລະຫວ່າງທັງສອງຝ່າຍ.

ມຽນມາ: ເຈົ້າໜ້າທີ່ມຽນມາກ່າວວ່າ ຜູ້ນຳພັກ ຝ່າຍຄ້ານ ທ່ານນາງອອງຊານຊູຈີ ໄດ້ພົບປະ ກັບຣັຖມຸນຕຣີ ກະຊວງແຮງງານ ຂອງມຽນມາ ທ່ານອອງຈີ ໃນວັນເສົາມື້ນີ້. ການພົບປະ ເທື່ອ ສຸດທ້າຍ ຂອງບຸກຄົນທັງສອງ ໄດ້ມີຂຶ້ນ ໃນ ເດືອນມັງກອນ ປີ 2008. ລາຍລະອຽດ ຂອງ ການພົບປະ ໃນມື້ນີ້ ບໍ່ໄດ້ມີ ການເປີດເຜີຍໃຫ້ ຊາບ. ການພົບປະ ເປັນເວລາ 45 ນາທີ ທີ່ ບ້ານພັກແຫ່ງນຶ່ງ ຂອງຣັຖບານ ໄດ້ມີຂຶ້ນ ນຶ່ງອາທິດ ຫຼັງຈາກທ່ານນາງ ອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບ ລາງວັນໂນແບລ ຂແນງສັນຕິພາບ ໄດ້ສົ່ງຈົດໝາຍ ໄປຫານາຍພົນ THAN SHWE ຜູ້ນຳ ຣັຖບານທະຫານມຽນມາ ໂດຍໄດ້ສເນີ ໃຫ້ຄຳແນະນຳ ກ່ຽວກັບວ່າ ຈະເຮັດແບບໃດ ຈຶ່ງຈະໃຫ້ປະເທດຕາເວັນຕົກ ຍົກເລີກການລົງໂທດ ຕໍ່ມຽນມາ. ໃນມື້ວານນີ້ ທະນາຍຄວາມ ຂອງທ່ານນາງ ອອງຊານຊູຈີ ກ່າວວ່າ ສານປະຈຳເຂດ ທີ່ນະຄອນຢ່າງກຸ້ງ ໄດ້ຕັດສິນເຫັນພ້ອມ ກ່ຽວກັບ ການລົງໂທດ ທ່ານນາງ ທີ່ໄດ້ລະເມີດ ເງື່ອນໄຂ ໃນການກັກບໍຣິເວນ. ໃນເດືອນສິງຫາ ຜ່ານມາ ທ່ານນາງອອງຊານຊູຈີ ໄດ້ຖືກຕັດສິນໂທດ ໃຫ້ຖືກກັກບໍຣິເວນ ຕື່ມ 1 ປີເຄິ່ງ ຍ້ອນໄດ້ອະນຸຍາດໃຫ້ ຊາວອະເມຣິກັນ ທີ່ບໍ່ໄດ້ຮັບການເຊື້ອເຊີນ ພັກຢູ່ທີ່ເຮືອນ ຂອງທ່ານນາງ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກເຈົ້າໜ້າທີ່ທາງການ

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG