ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜົນກະທົບຂອງເຂື່ອນໄຟຟ້າດອນສະໂຂງໃນລາວ


ລາຍ​ງານ​ການ​ສຶກສາ​ທາງ​ວິທະຍາ ສາດ​ພົບ​ວ່າ ​ເຂື່ອນ​ດອນ​ສະ​ຫົງ​ໃນ ​ແຂວງ​ຈຳປາ​ສັກ​ຂອງ​ລາວ ຈະ​ສົ່ງ ຜົນ​ກະທົບ​ຕໍ່ປະຊາຊົນ​ນັບ​ລ້ານ​ຄົນ ຢູ່​ໃນ​ເຂດ​ປະ​ເທດ​ລາວ, ​ໄທ, ກຳ​ປູ ເຈຍ ​ແລະ ວຽດນາມ ​ເນື່ອງ​ຈາກ​ ແຫລ່ງ​ເພາະພັນ​ປາ​ຂະໜາດໃຫຍ່ ນັ້ນ ຈະ​ຖືກ​ທຳລາຍ​ໄປ ຫລັງ​ຈາກ​ທີ່ ໄດ້​ມີ​ການກໍ່ສ້າງ​ເຂື່ອນ​ດັ່ງກ່າວ​ແລ້ວ​ ເສັດ.

ລາຍ​ງານ​ການ​ສື​ກສາ​ຂອງ ທ່ານ ອຽນ ​ແບຣດ ​ແຫ່ງ​ມະຫາ​ວະ​ທະຍາ​ໄລ Victoria ຈາກ​ປະ​ເທດ​ແຄນ​ນາ​ດາ ​ເຊິ່ງ​ໄດ້​ນຳ​ເຜີຍ​ແຜ່​ເມື່ອບໍ່ນານ​ມານີ້ ​ໄດ້​ລະບຸ​ຢ່າງ​ຈະ​ແຈ້ງວ່າ ການກໍ່ ສ້າງ​ເຂື່ອນ​ກັ້ນ​ແມ່ນ້ຳຂອງ,​ຢູ່​ໃນ​ເຂດ​ພາກໃຕ້ຂອງລາວນັ້ນ,ຈະ​ສົ່ງ​ຜົນ​ກະທົບ​ຢ່າງໜັກໜວ່ງ ຕໍ່ຄວາມໝັ້ນຄົງ​ດ້ານ​ສະບຽງອາຫານ​ຂອງ​ປະຊາກອນ ນັບ​ລ້ານ​ຄົນ​ຢູ່​ໃນ​ປະ​ເທດ​ທີ່ຢູ່​ຕອນ​ຫລ່າງ​ຂອງ​ແມ່ນ້ຳຂອງ, ຊຶ່ງ​ກໍ​ຄື ລາວ, ​ໄທ, ກຳ​ປູ​ເຈຍ ​ແລະ ວຽດນາມ ນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ລາຍ​ງານ​ດັ່ງກ່າວ​ນີ້ ກໍ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເຖິງ​ວິທີ​ການ​ທີ່​ໄດ້​ໃຊ້​ເຂົ້າ​ໃນ​ການ​ຄຳ​ນວນ ກ່ຽວກັບ​ຜົນ​ກະທົບ​ທີ່​ຈະ​ເກີດ​ຂຶ້ນ ​ແລະ ກໍ​ບໍ່​ໄດ້​ຊີ້​ຊັດອີກ​ດ້ວຍ​ວ່າ ການ​ສ້າງ​ເຂື່ອນ​ນັ້ນ ຈະ​ເຮັດ​ໃຫ້​ປາ​ໃນ​ແມ່ນ້ຳຂອງຕ້ອງສູນພັນໄປຢ່າງຊິ້ນເຊີງ,ຫລື ບໍ່ ​ໂດຍ​ໄດ້​ໃຫ້ການ​ອະທິບາຍພຽງວ່າ ​ເຂື່ອນ​ດອນ​ສະ​ຫົງ ຈະ​ໄປ​ປິດ​ກັ້ນ​ເສັ້ນທາງ​ການ​ອົບ​ພະ​ຍົບ​ຂອງ​ປາ​ນາໆພັນ ທີ່​ຈະ​ຕ້ອງ​ເດີນທາງ​ຜ່ານ​ນ້ຳຕົກ,​ຫລີ່​ຜີ​ຕະຫລອດ​ປີ ຊຶ່ງ​ກໍ​ຖື​ວ່າ​ ເປັນວົງ​ຈອນ​ຊີວິດ​ອັນ​ສຳຄັນ ​ໃນ​ການ​ສືບສາຍ​ພັນ​ຂອງ​ປາ​ເຫລົ່າ​ນັ້ນ. ​ໂດຍ​ຜົນ​ກະທົບ​ທີ່​ຈະ​ຕິດຕາມ​ມາ​ກໍ​ຄື ຄວາມ​ສູນ​ເສຍດ້ານ​ການ​ປະໂມງ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ​ຕອນ​ຫລ່າງ ທີ່​ໄດ້​ຫລໍ່​ແລ້ງ​ຊີວິດ​ຂອງ​ປະຊາກອນ​ນັບລ້ານ​ຄົນ​ໃນ​ ລາວ, ​ໄທ, ກຳ​ປູ​ເຈຍ ​ແລະ ວຽດນາມ.

ພ້ອມ​ກັນນັ້ນ ການ​ສຶກສາ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ຊີ້ຊັດ​ໃຫ້​ເຫັນ​ວ່າ ມາດ​ຕະການ​ກ່ຽວກັບ​ການ​ຊ່ອຍ​ການ​ອົບ​ພະ​ຍົບ​ຂອງ​ປາ ຕາມ​ທີ່​ປາກົດ​ຢູ່​ໃນ​ລາຍ​ງານ​ການ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບ​ຕໍ່ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ ທີ່​ກຸ່ມ​ລົງທຶນ​ໃນ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ​ໄດ້​ຈັດ​ທຳ​ຂຶ້ນ​ໃນ​ໄລຍະ​ກ່ອນໜ້ານີ້ນັ້ນ ນັບ​ເປັນ​ການ​ສຶກສາ​ທີ່​ບໍ່ມີ​ປະສິດທິພາບ​ອີກ​ດ້ວຍ.

ທັງ​ນີ້ ​ໂດຍ​ເຖິງ​ແມ່ນ​ວ່າ​ກຸ່ມ​ລົງ​ທຶນ​ໃນໂຄງ ການ​ເຂື່ອນ​ດອນ​ສະ​ຫົງ ຈະ​ໄດ້​ສະ​ເໜີທາງ​ອອກ ​ໂດຍ​ການ​ຂະຫຍາຍ​ສ່ອງ​ທາງການ​ອົບ​ພະ​ຍົບ​ຂອງ​ປາ ​ໃຫ້​ໃຫຍ່​ຂຶ້ນກໍ​ຕາມ ຫາກ​ແຕ່​ກໍ​ນັບ​ເປັນ​ທາງ​ເລືອກ​ທີ່​ມີ​ຄວາມ​ສ່ຽງຢ່າງ​ຫລວງຫລາຍ ທີ່​ຄາດ​ຫວັງ​ຜົນ​ບໍ່​ໄດ້​ຢ່າງ​ຄັກ​ແນ່​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ຄະນະ​ນັກວິ​ໃຈ​ທີ່ໄດ້​ທຳ​ການ​ສຶກສາ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ຈັດ​ສົ່ງ​ລາຍ​ງານ​ການ​ສຶກສາ​ດັ່ງກ່າວ ​ໄປ​ໃຫ້​ທາງ​ການ​ລາວ ​ແລະ ກຳປູ​ເຈຍ ພ້ອມ​ດ້ວຍ​ຈົດໝາຍທີ່​ສະ​ແດງ​ການ​ຮຽກຮ້ອງ ຂໍ​ໃຫ້​ລັດຖະບານ​ລາວ ​ແລະ ກຳປູ​ເຈຍ ພິຈາລະ​ນາ​ທົບ​ທວນ​ເພື່ອ​ຫາ​ທາງ​ເລືອກ​ໃໝ່ຂອງ​ການ​ພັດທະນາ ທີ່ໃຫ້​ຄວາມ​ສຳຄັນ​ກັບ​ບັນຫາ​ສະພາບ​ແວດ​ລ້ອມ ​ແລະ ການ​ສົ່ງ​ເສີມ​ຄວາມໝັ້ນຄົງ​ດ້ານ​ສະບຽງອາຫານ​ໃຫ້​ແກ່​ປະຊາຊົນ​ທີ່​ຍາກ​ຈົນ​ຢູ່​ໃນ​ເຂດ​ປະ​ເທດ​ຂອງ​ຕົນ​ໃຫ້ດີກ​ວ່າເກົ່າ​ອີກ​ດ້ວຍ.

ສ່ວນ​ທາງ​ດ້ານ​ກຸ່ມ​ເຄື​ອຂ່າຍ​ພັນ​ຕະມິດ ​ເພື່ອ​ການ​ອານຸລັກ​ແມ່ນ້ຳຂອງ ກໍ​ໄດ້​ສະ​ແດງ​ການ​ຢືນຢັນ​ວ່າ ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ ​ເພື່ອ​ຂັດ​ຄ້ານ​ໂຄງການ​ເຂື່ອນ​ຢູ່​ໃນ​ແນວ​ແມ່ນ້ຳ, ຂອງຕໍ່​ໄປ​ຢ່າງ​ບໍ່ຢຸດ​ຢັ້ງ ​ພ້ອມທັງ​ຍັງ​ຈະ​ລົນ​ນະລົງ​ໃຫ້​ຂໍ້​ມູນ​ຂ່າວສານ ແກ່​ປະຊາຊົນ​ຄົນ​ໄທ​ທົ່ວ​ປະ​ເທດ, ​ເພື່ອ​ສະ​ແດງ​ການ​ຄັດຄ້ານ​ຕໍ່​ແຜນການ​ຮັບ​ຊື້ກະ​ແສ​ໄຟຟ້າ​ຈາກ​ປະ​ເທດ​ລາວ ​ແລະ ພະມ້າ​ ຂອງ​ລັດຖະບານ​ໄທ ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ.

ທັງ​ນີ້ ກໍ​ເນື່ອງ​ຈາກ​ເຫັນ​ວ່າ ​ມັນເປັນ​ແຜນການ​ຮັບ​ຊື້ກະ​ແສ​ໄຟຟ້າ​ທີ່​ເກີນ​ກວ່າ​ລະດັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ​ພາຍ​ໃນ​ປະ​ເທດ​ໄທ, ດັ່ງ​ທີ່ ນາງ​ ແປຣມລະດີ ດາວ​ເລືອງ ຜູ້​ສະ​ສານ​ງານ​ເຄື່ອຂາຍ​ພັນຕະມິດ ​ເພື່ອ​ການ​ອານຸລັກ​ແມ່ນ້ຳຂອງ, ​ໄດ້​ຖະ​ແຫລ​ງຊີ້​ແຈງ.

ທັງ​ນີ້ ​ໂດຍ​ລັດ​ຖະບານ​ໄທ ​ໄດ້​ຕົກລົງ​ໃນຫ​ລັກ​ການວ່າ ຈະ​ຮັບ​ຊື້ກະ​ແສໄຟຟ້າ​ຈາກ​ລາວ ​ໃນ​ປະລິມານ​ລວມບໍ່ໜ້ອຍກວ່າ 7.000 ​ເມກາວັດ ພາຍ​ໃນ​ປີ 2015, ສ່ວນ​ແຜນການ​ກໍ່ສ້າງເຂື່ອນ​ຢູ່​ໃນ​ແນວ​ແມ່ນ້ຳຂອງ​ໃນ​ເຂດ​ປະ​ເທດ ລາວ, ​ໄທ ​ແລະ ກຳ​ປູ​ເຈຍນັ້ນ ກໍ​ປາ ກົດ​ວ່າ ມີ​ຢູ່​ທັງໝົດ​ເຖິງ 11​ ​ໂຄງການ ​ໂດຍ​ໃນ​ຈຳນວນ​ນີ້ 9 ​ໂຄງການ ຢູ່​ໃນ​ເຂດ​ປະ​ເທດ​ລາວ.

XS
SM
MD
LG