ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພາກຕາເວັນອອກກາງ - ຟັງສຽງປະຊາຊົນແດ່


<!-- IMAGE -->

ການ​ຮື້​ຟື້ນ​ການ​ເຈລະຈາ​ສັນຕິພາບ​ໃນ​ຕາ​ເວັນ​ອອກ​ກາງ ລະ​ວ່າງ​ອີສຣາ​ແອ​ລ ​ກັບປາ​ເລ​ສຕາຍຄືນ​ໃໝ່ນັ້ນຖື​ວ່າ​ເປັນບູລິ​ມະ​ສິດດ້ານນະ​ໂຍບາຍ​ຕ່າງປະ​ເທດອັນ​ສຳຄັນ​ຂອງລັດຖະບານ​ປະທານາທິບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ.ທ່ານ ຈອດ ມິ​ທ​ເຈິລ ທູດ​ພິ​ເສດຂອງ​ສະຫະລັດກ່ຽວ​ກັບສັນຕິພາບ​ໃນ​ຕາ​ເວັນ​ອອກ​ກາງ ​ໃນ​ນາມ​ຂອງ ປະທານາທິບໍດີ​ ​ແລະ​ລັດຖະມົນຕີ​ຕ່າງປະ​ເທດ​ຄລິນ​ຕັນ ​ໄດ້​ປະຕິບັດ​ງານ​ຢ່າງ​ໄກ້​ຊິດ​ກັບ​ນາຍົກລັດຖະມົນຕີອີສຣາ​ ແອ​ລ ທ່ານເບ​ນຈາມິນ ​ເນ​ຕັນ​ຢາ​ຮູ ​ແລະປະທານາທິບໍດີປາ​ເລສຕາຍ ທ່ານ​ອັບ​ບາສ ຕະຫລອດ​ທັງພວກ​ພັນທະ​ມິດ​ຊາດ​ອາ​ຫລັບ​ຂອງ​ພວກ​ເຮົາ​ໃນ​ຂົງ​ເຂດ​ນີ້ ​ແລະພາຄີ​ຂອງ​ພວກ​ເຮົາ​ໃນ​ກຸ່ມ​ສີ່​ຝ່າຍ ອັນ​ມີ ລັດ​ເຊ​ຍ ສະຫະພາບ​ຢຸ​ໂຣບ ​ແລະ​ອົງການ​ສະຫະ​ປະຊາ​ຊາດນັ້ນ​ ເພື່ອ​ໃຫ້ການ​ເຈ​ລະ ຈາສັນ​ຕິພາບ​ພາກ​ຕາ​ເວັນ​ອອກ​ກາງເລີ່​ມຕົ້ນຄືນ​ໃໝ່​ອີກ.

​ແຕ່​ຄວາມ​ຍຸ່ງຍາກ​ແມ່ນ​ມີ​ຢ່າງຫລວງຫລາຍເຫລື​ອຄະນາ​ນັບ​ ໃນ​ຂົງ​ເຂດ​ດັ່ງກ່າວ​ນີ້​ ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ​ໃນແຕ່ລະ​ຝ່າຍສ້າງ​ການເກາະ​ຜິດ​ແນວ​ໃໝ່ໆໃຫ້​ກັນ​ໃນ​ແຕ່​ລະ​ມື້

ຢ່າງ​ໃດ​ກໍ​ຕາມ​, ອີງ​ຕາມ​ການ​ສຳ​ຫລວດ​ຄວາມ​ຄິດ​ຄວາມ​ເຫັນ​ຫລາຍໆຄັ້ງ ກໍ​ແມ່ນ​ວ່າ ປະຊາຊົນ​ສ່ວນ​ໃຫຍ່​ທີ່​ຖືກ​ກະທົບຮ້າຍ​ແຮງທີ່​ສຸດ​ໂດຍ​ສະຖານະການໃນ​ປັດຈຸບັນ ຊື່​ງ ມີທັງຊາວ​ອີສຣາ​ແອ​ລ ​ແລະຊາວປາ​ເລ​ສຕາຍນັ້ນ ຕ່າງ​ກໍມີ​ຄວາມ​ປາດ​ຖະໜາ​ຢ່າງ​ແຮງ​ກ້າ​ ຢາກ​ໃຫ້​ມີ​ການ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນໃຫ້​ໝົດ​ໄປເທື່ອ​ດຽວແລະເທື່ອ​ສຸດ​ທ້າຍ​ຢ່າງ​ເປັນການ​ຖາວອນ​ຕະຫລອດ​ໄປ ຊື່​ງຜົນ​ການ​ຢັ່ງ​ຫາງສຽງຂອງທັງຊາວອີສຣາ​ແອ​ລ ແລະ​ປາ​ເລ​ສຕາຍ ພົບ​ວ່າ​ມີ​ສຽງ​ສະ​ນັບ​ສະນຸນຢ່າງ​ຫລວງຫລາຍສົມຄວນໃຫ້​ແກ້​ໄຂ​ບັນຫາ​ແບບ​ໃຫ້​ມີ​ສອງ​ປະ​ເທດຕໍ່​ການ​ຄັດ​ແຍ້​ງກັນ​ລະຫວ່າງ ອີສຣາ​ແອ​ລ​ແລະ​ປາ​ເລ​ສຕາຍ​ນັ້ນ

​ເມື່ອ​ເດືອນມິຖຸນາ​ຜ່ານ​ມາ ພວກ​ສຳ​ຫລວດຫາງ​ສຽງ​ໃຫ້ກຸ່ມ “​ຂະ​ບວນ ການສຽງ​ນຶ່ງ​ດຽວ” ຊື່​ງ​ເປັນກຸ່ມ​ຄວາມ​ພະຍາຍາມ​ລະດັບ​ຮາກ​ຖານ​ຂອງລະວ່າງ​ຊາດ ທີ່ແນ​ເປົ້າໝາຍ​ໃສ່ການ​ເສີມ​ຂະ​ຍາຍຫາງ​ສຽງຂອງ​ຊາວ​ອີສຣາ​ແອ​ລ ​ແລະ ປາ​ເລ​ສຕາຍ ທີ່ນິຍົມ​ແນວທາງ​ປານ​ກາງ​ໄດ້​ສອບ​ຖາມ​ຊາວອີສຣາ​ແອ​ລ ​ກໍ​ຄື​ຊາວປາ​ເລ​ສຕາຍ ໃນ​ເຂດ​ເວສ​ ແບ​ງຄ໌ ແລະ​ເຂດ​ກາ​ຊາ ກ່ຽວ​ກັບ​ວ່າ ພວກ​ເຂົາ​ເຈົ້າຄິດ​ວ່າເຮັດ​ແນວ​ໃດຈຶ່ງຈະ​ເປັນທາງ​ອອກທີ່​ສາມາດ​ປະ​ຕິ​ບັດ​ໄດ້ ເພື່ອແກ້​ໄຂບັນຫາ​ຂັດ​ແຍ້​ງກັນນັ້ນ. ຜົນ​ການ​ຢັ່ງ​ສຽງພົບ​ວ່າ ມີ​ປະມານ 71 ​ເປີ​ເຊັນ​ຂອງ​ຊາວ​ປາ​ເລ​ສຕາຍ ​ແລະ 77 ​ເປີ​ເຊັນ​ຂອງ​ຊາວ​ອີສຣາ​ແອ​ລ ທີ່​ມີ​ຄວາມ​ເຊື່ອ​ຢ່າງ​ແຂງຂັນ​ວ່າການ​ເຈລະຈາ​ກັນ​ນັ້ນ​ຖື​ວ່າ​ຈຳ​ເປັນ ໃນ​ຂະນະທີ່​ 78 ​ເປີ​ເຊັນ​ຂອງຊາວ​ປາ​ເລ​ສຕາຍ ​ແລະ 74 ​ເປີ​ເຊັນ​ຂອງ​ຊາວ​ອີສຣາ​ແອ​ລພາກັນ​ຮູ້ສຶກ​ວ່າ ການ​ເຈລະຈາ​ກັນ​ໃນ​ທຳນອງ​ນີ້ຄວນ​ຈະ​ແນ​ເປົ້າໝາຍ​ໄປ​ໃສ່​ການ​ໃຫ້ບັນລຸຂໍ້​ຕົກລົງ​ສັນຕິພາບ ທີ່ຈະ​ນຳ​ພາໄປ​ສູ່​ການ​ມີ​ສອງ​ປະ​ເທດ​ທີ່ ດຳລົງ​ຄົງ​ຢູ່​ຄຽງ​ຂ້າງ​ກັນ​ໃນ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​.

ຜົນ​ການ​ຢັ່ງ​ສຽງ​ຄວາມ​ຄິດ​ເຫັນ​ດັ່ງກ່າວ​ນັ້ນສະ​ແດງ​ໃຫ້​ເຫັນ​ຢ່າງ​ແຈ້ງ​ຂາວແລ້ວ​ວ່າ​ ພວກຜູ້ນຳ​ຂອງ​ອີສຣາ​ແອ​ລ ​ແລະ​ປາ​ເລ​ສຕາຍ ​ໄດ້​ຮັບ​ການສະນັບ​ສະນຸນຈາກ ປະຊາຊົນ​ສ່ວນ​ໃຫຍ່ຂອງ​ເຂົາ​ເຈົ້າ ​ເພື່ອ​ໃຫ້ກັບ​ມາສົນທະນາ​ຫາລື ແລະ​ເຈລະຈາກັນ​ຄືນ​ໃໝ່ ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກ​ລົງ​ແກ້​ໄຂ​ບັນຫາ​ ແບບ​ມີສອງ​ປະ​ເທດດຳລົງ​ຢູ່​ນຳ​ກັນ.ສະຫະລັດຂໍຮຽກ ຮ້ອ​ງ​ໃຫ້​ໝົດ​ທຸກ​ຝ່າຍ​ເອົາ​ບາດກ້າວ​ຢ່າງ​ມີ​ຄວາມ​ໝາຍແລະ​ເປັນ​ປະວັດ​ການ ທີ່​ຈະ​ຊ່ວຍ​ປູ​ພື້ນຖານ​ສຳ​ຫລັບ​ການ​ຫວນ​ຄືນ​ມາ​ເຈ​ລະຈາ​ກັນ​ໃໝ່ໂດຍ​ໄວ ​ແລະຢ່າງ​ເປັນ​ໝາກ​ເປັນ​ຜົນ ​ແລະເຮັດຂໍ້​ຕົກລົງ​ກັນ​ໃຫ້​ໄດ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້ ໄປ​ສູ່​ການ​ສ້າງ​ຕັ້ງລັດ​ປາເລ​ສຕາຍທີ່​ມີ​ເອກ​ກະລາດ​ໃຫ້ດຳລົງຄົງ​ຢູຄຽງ​ຄູ່ກັນ​ໄປ​ກັບອີສຣາ​ແອ​ລ ​ແລະ​ໄປ​ສູ່​ການ​ມີ​ສັນຕິພາບ​ອັນ​ຄົບ​ຖ້ວນ​ສົມບູນ​ໃນ​ຕາ​ເວັນ​ອອກ​ກາງ​ນັ້ນ​.

XS
SM
MD
LG