ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

35 ຄົນເສັຽຊີວິດ ຍ້ອນອຸບັດຕິເຫດ ທີ່ບໍ່ຖ່ານຫີນ ໃນພາກກາງ ຂອງຈີນ


ຈີນ: ເຈົ້າໜ້າທີ່ຈີນກ່າວວ່າ ອຸບັດຕິເຫດ ທີ່ບໍ່ ຖ່ານຫີນແຫ່ງນຶ່ງ ຢູ່ແຂວງ HENAN ໃນເຂດ ພາກກາງຂອງຈີນ ເຮັດໃຫ້ພວກຂຸດບໍ່ຖ່ານຫີນ ເສັຽຊີວິດ 35 ຄົນ ແລະອີກ 44 ຄົນ ຍັງຕົກ ຄ້າງຢູ່ທາງໃນບໍ່. ຜະແນກຄຸ້ມຄອງຄວາມປອດ ພັຍ ກ່ຽວກັບເຣື່ອງວຽກງານຂອງຈີນແຈ້ງວ່າມີ 93 ຄົນ ພວມເຮັດວຽກໃນຢູ່ໃນບໍ່ ເວລາເຫດ ຣະເບີດ ເກີດຂຶ້ນ ໃນຕອນເຊົ້າມືດ ວານນີ້ ທີ່ ບໍ່ຖ່ານຫີນ​ ເມືອງ PINGDINGSHAN ໃນ ແຂວງ HENAN. ຖແລງຂ່າວ ທີ່ນຳອອກເຜີຍ ແຜ່ ໂດຍທາງເວັບໄຊທ໌ ຂອງຜແນກຄຸ້ມຄອງຄວາມປອດພັຍ ກ່ຽວກັບເຣື່ອງວຽກງານ ບໍ່ ໄດ້ໃຫ້ເຫດຜົນວ່າ ເປັນຫຍັງຈຶ່ງເກີດເຫດຣະເບີດຂຶ້ນ ແຕ່ແຈ້ງໃຫ້ຊາບວ່າ ມີພວກຂຸດບໍ່ ຖ່ານຫີນ 14 ຄົນ ສາມາດຫລົບໜີ ອອກມາໄດ້ຢ່າງປອດພັຍ. ບໍ່ຖ່ານຫີນໃນຈີນແມ່ນ ມີຊື່ສຽງ ບໍ່ຄ່ອຍດີ​ ໃນ​ທາງ​ຄວາມ​ບໍ່​ປອດ​ພັຍ. ອຸບັດຕິເຫດ ທີ່ເກີດໃນບໍ່ຖ່ານຫີນ​ໃນ​ຈີນ ເຮັດໃຫ້ມີຜູ້ເສັຽຊີວິດ ຫລາຍກວ່າ 3 ພັນຄົນ ໃນປີກາຍນີ້.

ເກົາຫລີໃຕ້: ເກົາຫລີໃຕ້ ທວງໃຫ້ເກົາຫລີເໜືອ ຂໍຂະມາໂທດ ແລະໃຫ້ການ ອະທິບາຍເພີ້ມຕື່ມ ຫລັງຈາກເຂື່ອນ ໃນເກົາຫລີເໜືອ ໄດ້ປ່ອຍນ້ຳ ລົງມາໃສ່ແມ່ນ້ຳ ທີ່ໄຫຼຜ່ານຊາຍແດນ ຂອງປະ ເທດທັງສອງ ແລະໄດ້ສຸເອົາ 6 ຄົນ ໃນເກົາ ຫລີໃຕ້ໄປ. ໂຄສົກຄົນນຶ່ງ ຂອງກະຊວງທ້ອນ ໂຮມຊາດ ເກົາຫລີໃຕ້ກ່າວວ່າ ເກົາຫລີໃຕ້ ຢາກໃຫ້ເຈົ້າໜ້າທີ່ ເກົາຫລີເໜືອ ທີ່ຮັບຜິດຊອບ ກ່ຽວກັບເຣື່ອງນີ້ ຂໍຂະມາໂທດ ແລະໃຫ້ການ ອະທິບາຍ ຢ່າງພຽງພໍ ກ່ຽວກັບວ່າເປັນຫຍັງ ຈຶ່ງມີປ່ອຍນ້ຳ ອອກຈາກເຂື່ອນ ຢ່າງຫລວງຫລາຍ ໂດຍບໍ່ໄດ້ມີການອອກ ແຈ້ງການລ່ວງໜ້າ ໃນມື້ວັນອາທິດຜ່ານມາ. ຊາວເກົາຫລີໃຕ້ ທີ່ໄປພັກຜ່ອນນອນປ່າ 3 ຄົນ ຮວມທັງເດັກນ້ອຍຄົນນຶ່ງ ໄດ້ເສັຽຊີວິດ ເວລານ້ຳ ໃນແມ່ນ້ຳ IMJIN ໄດ້ສູງຂຶ້ນເປັນ 2 ເທົ່າ ຂອງຣະດັບປົກກະຕິ ແລະອີກ 3 ຄົນ ຍັງຫາຍສາບສູນ ແຕ່ຄາດວ່າ ເສັຽຊີວິດໄປແລ້ວ. ຣະດັບນ້ຳທີ່ສູງຂຶ້ນ ແມ່ນມາຈາກ ການປ່ອຍນ້ຳ ຢ່າງກະທັນຫັນ ອອກຈາກເຂື່ອນໄຟຟ້າ ຂອງເກົາຫລີເໜືອ ທີ່ຢູ່ທາງເທິງ ແມ່ນ້ຳຂຶ້ນໄປ ໃນເຂດເກົາຫລີເໜືອ.

ມຽນມາ: ຊາວມຽນມາ ທີ່ລີ້ພັຍ ຢູ່ໃນຕ່າງປະ ເທດກຸ່ມນຶ່ງ ພວມຮຽກຮ້ອງໃຫ້ຈີນ ຍົກເລີກ ແຜນການ ສ້າງທໍ່ນ້ຳມັນ ແລະທໍ່ແກັສທັມມະຊາດ ຜ່ານປະເທດມຽນມາ ໂດຍເຕືອນວ່າ ມັນຈະກໍ່ ໃຫ້ເກີດຄວາມວຸ້ນວາຍ ສ້າງຄວາມເສັຽຫາຍ ໃຫ້ແກ່ສະພາບແວດລ້ອມ ແລະພາໃຫ້ມີ ການລະເມີດສິດທິມະນຸດ. ຂະບວນການ SHWE GAS ໄດ້ອອກຖແລງການ ສະບັບນຶ່ງ ໃນມື້ວານນີ້ ເວົ້າວ່າ ປະຊາຊົນຊາວມຽນມາ ກຳລັງປະເຊີນກັບ ການຂາດແຄນ ພະລັງງານຢ່າງໜັກ ແລະຊັບພະຍາກອນ ທັມມະຊາດ ຂອງປະເທດ ກໍຄວນຈະຖືກນຳໃຊ້ ເພື່ອໃຫ້ຜົນປໂຍດ ແກ່ພວກເຂົາເຈົ້າ. ຖແລງການ ກ່າວຕໍ່ໄປວ່າ ການສົ່ງອອກ ແກັສທັມມະຊາດ ໃນປະຣິມານ ມະຫາສານ ໄປຍັງປະເທດຈີນນັ້ນ ຈະກໍ່ໃຫ້ເກີີດ ຄວາມວຸ້ນວາຍ ທາງດ້ານສັງຄົມ. ນອກນັ້ນ ຖແລງການ ຍັງເວົ້າວ່າ ທະຫານມຽນມາ ຈະຢຶດເອົາດິນ ແລະບັງຄັບໃຫ້ປະຊາຊົນ ຕ້ອງໄດ້ຍົກຍ້າຍ ຖິ່ນຖານບ້ານຢູ່ ຂະນະທີ່ການສ້າງທໍ່ນ້ຳມັນ ແລະທໍ່ແກັສດັ່ງກ່າວ ທຳລາຍສະພາບແວດລ້ອມ ໃນເຂດທ້ອງຖິ່ນ. ຂະບວນການ SHWE GAS ກ່າວວ່າ ຣັຖບານທະຫານມຽນມາຈະມີ ລາຍໄດ້ບໍ່ຕ່ຳກວ່າ 29 ພັນລ້ານໂດລາ ຈາກໂຄງການສ້າງ ທໍ່ເຫລົ່ານີ້ ພາຍໃນໄລຍະ 30 ປີຂ້າງໜ້າ.

ປະເທດໄທ: ຄະນະກັມມະການ ຕໍ່ຕ້ານການສໍ້ ຣາດບັງຫລວງຂອງໄທ ແນະນຳໃຫ້ທຳການລົງ ໂທດ ຕໍ່ອະດີດ ນາຍົກຣັຖມຸນຕຣີຄົນ​ນື່ງ ທີ່ບໍ່ສາ ມາດປ້ອງກັນ ບໍ່ໃຫ້ເກີດ ການປະທະກັນ ຢ່າງ ຮ້າຍແຮງ ໃນປີກາຍນີ້ ລະຫວ່າງ ພວກປະທ້ວງ ແລະຕຳຣວດ. ຄະນະກັມມະການ ຕໍ່ຕ້ານການສໍ້ຣາດບັງຫລວງ ໄດ້ຕັດສິນ ໃນມື້ວານນີ້ວ່າ ອະດີດນາຍົກຣັຖມຸນຕຣີ ສົມຊາຍ ວົງສວັດ ແລະຜູ້ຊ່ອຍຂອງທ່ານ ຄືທ່ານຊະວະລິດ ຢົງໃຈຢຸດ ໄດ້ກະທຳ​ຄວາມ​ຜິດ​ ທາງ​ດ້ານ​ອາຍາ ຍ້ອນລະເລີຍ ບໍ່ກຳກັບ ເບິ່ງນຳຢ່າງຮອບຄອບ ການກໍ່ຈະລາຈົນ ຢູ່ນອກຕຶກຣັຖສະພາຂອງໄທ ໃນເດືອນຕຸລາປີກາຍນີ້. ມີຜູ້ເສັຽຊີວິດ 2 ຄົນ ແລະອີກຫຼາຍຮ້ອຍ ໄດ້ຮັບບາດເຈັບ ເວລາຕຳຣວດ ຍິງຣະເບີດນ້ຳຕາເຂົ້າໃສ່ ເພື່ອພະຍາຍາມຂັບໄລ່ ພວກປະທ້ວງຕໍ່ຕ້ານຣັຖບານ ອອກໄປຈາກບໍຣິເວນ ທຳນຽບຣັຖບານ. ຄະນະກັມມະການ ຕໍ່ຕ້ານການສໍ້ຣາດບັງຫລວງ ຍັງໄດ້ພົບເຫັນວ່າ ຜູ້ບັນຊາການຕຳຣວດແຫ່ງຊາດ ແລະຜູ້ບັນຊາການຕຳຣວດນະຄອນບານຂອງໄທ ບໍ່ໄດ້ ເອົາໃຈໃສ່ ນຳການປ້ອງກັນ ບໍ່ໃຫ້ເກີດ ການປະທະກັນ.

ໂອບາມາ: ປະທານາທິບໍດີສະຫະຣັດ ທ່ານ BARACK OBAMA ຈະກ່າວຕໍ່ ພວກເດັກ ນ້ອຍນັກຮຽນ ໃນທົ່ວປະເທດ ໃນວັນອັງຄານ ມື້ນີ້ໃຫ້ພາກັນຮຽນຫຼາຍໆ ແລະ ບໍ່ໃຫ້ອອກ ໂຮງຮຽນ ໃນຄຳປາສັຍ ທີ່ໄດ້ຮັບ ການຕຳໜິ ຕິຕຽນ ລ່ວງໜ້າຢ່າງແຂງຂັນ ຈາກພວກນິຍົມ ແນວທາງເດີມ. ການກ່າວຄຳປາສັຍຂອງທ່ານ OBAMA ທີ່ໂຮງຮຽນແຫ່ງນຶ່ງ ໃກ້ໆກຸງວໍຊິງຕັນ ຈະມີການອອກອາກາດສົດ ທາງອິນເຕີແນັດ ແລະໂທຣະພາບສາຍເຄເບີ້ລ ຊຶ່ງພວກນັກຮຽນຈຳນວນນຶ່ງ ຈະເບິ່ງການກ່າວຄຳປາສັຍນີ້ ຢູ່ໃນຫ້ອງຮຽນ ຂອງພວກເຂົາເຈົ້າ. ແຕ່ແນວໃດກໍຕາມ ພວກພໍ່ແມ່ບາງຄົນເວົ້າວ່າ ເຂົາເຈົ້າ ຈະບໍ່ໃຫ້ລູກໄປໂຮງຮຽນ ໃນມື້ນີ້ ແລະໂຮງຮຽນບາງແຫ່ງ ໄດ້ຕັດສິນໃຈ ບໍ່ອອກອາກາດ ຄຳປາສັຍຂອງທ່ານ OBAMA ໃຫ້ພວກນັກຮຽນຟັງ ທ່າມກາງທີ່ມີ ການສະແດງ ຄວາມບໍ່ພໍໃຈຂອງ ພວກນິຍົມ ແນວທາງເດີມ ຫລາຍໆຄົນ ທີ່ກ່າວຫາທ່ານ OBAMA ວ່າ ພະຍາຍາມ ຈະລ້າງສມອງ ພວກເດັກນ້ອຍ ດ້ວຍອັນທີ່ ພວກເຂົາເຈົ້າເອີ້ນວ່າ ແຜນການສ້າງ ຣະບອບສັງຄົມນິຍົມ ຂອງທ່ານນັ້ນ.

ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ການໂຈມຕີ ດ້ວຍຣົດຣະເບີດສະລະ ຊີບໃກ້ໆຄ້າຍທະຫານແຫ່ງນຶ່ງ ທີ່ສນາມບິນນາໆ ຊາດໃນນະຄອນຫລວງກາບູລ ເຊົ້າມື້ນີ້ ເຮັດໃຫ້ ພົລເຮືອນ 3 ຄົນ ເສັຽຊີວິດ ແລະບາດເຈັບອີກ 6 ຄົນ. ພວກຫົວຮຸນແຮງທາລີບານໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ ຊຶ່ງນອກນັ້ນ ຍັງເຮັດໃຫ້ ທະຫານຕ່າງປະ​ເທດຄົນນຶ່ງ ໄດ້ຮັບບາດເຈັບ. ສນາມບິນນາໆຊາດ ແມ່ນໃຊ້ໂດຍ ພົລເຮືອນ ພ້ອມໆກັບ ທະຫານຕ່າງປະເທດ ທີ່ປະຕິບັດງານ ໃນອັຟການິສານ. ການໂຈມຕີ ມີຂຶ້ນຢູ່ຂ້າງນອກ ປະຕູທາງເຂົ້າ ຄ້າຍທະຫານ. ໃນເດືອນແລ້ວ ພວກກະບົດ ທາລີບານ ໄດ້ຍິງປືນຄົກ ໂຈມຕີສນາມບິນ ຂະນະທີ່ພວກເຂົາ ເພີ້ມທະວີ ການກໍ່ຄວາມຮຸນແຮງ ກ່ອນໜ້າການເລືອກຕັ້ງ ປະທານາທິບໍດີ ໃນອັຟການິສຖານ. ຂະນະດຽວກັນ ກຳລັງນາໆຊາດ ພາຍໃຕ້ການນຳ ຂອງອົງການນາໂຕ້ໃນ ອັຟການິສຖານ ໄດ້ສລຸບວ່າ ມີພົລເຮືອນ ຈຳນວນນຶ່ງ ຮວມຢູ່ໃນ ພວກທີ່ເສັຽຊີວິດ ແລະບາດເຈັບ ໃນການໂຈມຕີ ທາງອາກາດ ໃນມື້ວັນສຸກ ທີ່ແຂວງ KUNDUZ ໃນພາກເໜືອ ຂອງອັຟການິສຖານ.

ການສຶກສາຊັ້ນສູງ: ລາຍງານໃໝ່ ສະບັບນຶ່ງແຈ້ງວ່າ ພວກທີ່ຕັດສິນໃຈ ຮຽນເອົາປຣິນຍາບັດ ຂັ້ນມະຫາວິທ ຍາລັຍນັ້ນ ຈະໄດ້ຮັບຜົນປໂຍດ ຢ່າງຕໍ່ເນື່ອງ ໃນດ້ານ ເງິນເດືອນ ແລະການມີ ວຽກເຮັດງານທຳ. ການສຶກສາ ທີ່ນຳອອກເຜີຍແຜ່ ຢູ່ກຸງປາຣີ ໂດຍອົງການໆຮ່ວມມື ທາງດ້ານເສຖກິດ ແລະການພັທນາ ຫລື OECD ຊຶ່ງຕາງໜ້າ ໃຫ້ແກ່ 30 ປະເທດ ທີ່ຮັ່ງມີທີ່ສຸດໃນໂລກ ແຈ້ງວ່າ ຜູ້ຊາຍທີ່ຮຽນຈົບ ມະຫາວິທຍາລັຍ ໂດຍສະເລັ່ຽ ແລ້ວ ຈະໄດ້ຮັບເງິນ​ເດືອນ ລື່ນພວກອື່ນ 186 ພັນໂດລາ ໃນຊົ່ວຊີວິດ ຂອງພວກເຂົາເຈົ້າ ແລະແມ່ຍິງ ທີ່ຮຽນຈົບ ມະຫາວິທຍາ​ລັຍນັ້ນ ຈະໄດ້ຮັບ 134 ພັນ ລື່ນພວກອື່ນ. ​ແຕ່​ພວກ​ເຂົາ​ເຈົ້າ ຈະ​ໄດ້​ເງິນ​ຫລາຍ​ກ່ວາ ຢູ່​ໃນສະຫະຣັດ ຄືພວກຜູ້ຊາຍ ທີ່ຮຽນຈົບ ມະຫາວິທຍາ​ລັຍ ຄາດວ່າ ຈະໄດ້ຮັບເງິນ ລື່ນພວກອື່ນ​ ເຖິງ 367 ພັນໂດລາ ແລະແມ່ຍິງສາມາດ ໄດ້ຮັບຫຼາຍ ເຖິງ 229 ພັນໂດລາ ລື່ນແມ່ຍິງ​ ທີ່​ບໍ່​ໄດ້​ຮຽນຮອດຂັ້ນ ມະຫາ​ວິທ​ຍາ​ລັຍ. ລາຍງານ ຂອງອົງການ OECD ເວົ້າວ່າ ນອກນັ້ນ ພວກທີ່ໄດ້ຮັບ ປຣິນຍາບັດ ຂັ້ນມະຫາວິທຍາລັຍ ຍັງມີຄວາມສ່ຽງນ້ອຍ ຕໍ່ການບໍ່ມີວຽກການເຮັດ ແລະມີສຸຂພາບ ແຂງແຮງກວ່າ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG