ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈະເປີດໃຫ້ປະຊາຊົນ ໄປຢ້ຽມຄຳນັບເທື່ອສຸດທ້າຍ ສົບມື້ລາງ ສະມາຊິກສະພາສູງ ເອັດເວີຣ໌ດ ເຄນເນດີ້


ສະຫະຣັດ - ເຄນເນດີ້: ພິທີສົ່ງສະການ ມື້ ລາງສະມາຊິກ ສະພາສູງສະຫະຣັດ EDWARD KENNEDY ເລີ້ມຂຶ້ນ ໃນວັນພະຫັດມື້ນີ້ ທີ່ຣັດ MASSACHUSETTS. ສະມາຊິກສະພາສູງສັງ ກັດພັກເດໂມແຄຣັທ ທ່ານນີ້ ໄດ້ເຖິງແກ່ ມໍຣະ ນະກັມ ໃນວັນອັງຄານຜ່ານມາ ຮວມອາຍຸ 77 ປີ ຫລັງຈາກໄດ້ຕໍ່ສູ້ ກັບມະເຮັງໃນສມອງ ມາ ເປັນເວລາດົນນານ. ຄອບຄົວ KENNEDY ຈະເປັນຜູ້ນຳພາສົບ ຂອງສະມາຊິກສະພາສູງ ຈາກເຮືອນຂອງທ່ານ ທີ່ເມືອງ HYANNIS PORT ໄປຍັງນະຄອນບອສຕັນ ບ່ອນທີ່ສົບ ຂອງທ່ານ ຈະຖືກນຳໄປດອຍໄວ້ ທີ່ຫໍສະມຸດ ຊຶ່ງໄດ້ຕັ້ງຊື່ຕາມ ຜູ້ເປັນອ້າຍຂອງທ່ານ ຄືປະ ທານາທິບໍດີ JOHN F. KENNEDY ທີ່​ຖືກ​ລອບ​ສັງຫານນັ້ນ. ຈະມີການ ອະນຸຍາດໃຫ້ ປະຊາຊົນ ໄປຢ້ຽມຄຳນັບສົບ ຂອງທ່ານ ຈົນຮອດຕອນແລງ ວັນສຸກມື້ອື່ນ ຊຶ່ງຈະມີການ ຈັດພິທີ ໄວ້ອາລັຍ ສຳລັບຍາດພີ່ນ້ອງ ຄອບຄົວຂຶ້ນ. ໃນມື້ວັນເສົາ ສົບຂອງທ່ານ ຈະຖືກສົ່ງໄປຍັງໂບດໃຫຍ່ ທີ່ນະຄອນບອສຕັນ ບ່ອນທີ່ປະທານາທິບໍດີ BARACK OBAMA ຈະໄດ້ກ່າວ ຄຳສະດຸດີ ໃນລະຫວ່າງ ການປະກອບພິທີ ທາງສາສນາທີ່ນັ້ນ.

ຕີມໍຕາວັນອອກ: ອົງການນິຣະໂທດກັມສາກົນ ຫຼື AMNESTY INTERNATIONAL ແນະນຳ ໃຫ້ສະພາຄວາມໝັ້ນຄົງ ຂອງອົງການ ສະຫະປະ ຊາຊາດຈັດຕັ້ງສານ ອາຊຍາກັມນາໆ ຊາດຂຶ້ນ ທີ່ຕີມໍຕາເວັນອອກ ເພື່ອສືບສວນເບິ່ງ ການລ່ວງ ລະເມີດສິດທິ ໃນສມັຍ ພາຍໃຕ້ການປົກ ຄອງ ຂອງອິນໂດເນເຊັຽ. ກຸ່ມປົກປ້ອງ ສິດທິມະນຸດກຸ່ມນີ້ ໄດ້ທຳການຮຽກຮ້ອງ ໃນລາຍງານສະ ບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນມື້ວານນີ້ ຂະນະທີ່ ຕີມໍຕາເວັນອອກ ພວມກະກຽມ ທີ່ຈະ ສເລີມສລອງ ການໄດ້ຮັບເອກກະຣາດ ເປັນເວລານຶ່ງທົສວັດ ຈາກອິນໂດເນເຊັຽ. ອົງການນິຣະໂທດກັມສາກົນ ກ່າວວ່າ ບໍ່ໄດ້ມີການນຳ​ເອົາ ພວກທີ່ໄດ້ກໍ່ໂທດກັມເຫລົ່ານີ້ ມາ​ຮັບຜິດຊອບ ​ຢ່າງເໝາະສົມ ແລະວັທນະທັມ ໃນການບໍ່ລົງໂທດ ພວກທີ່ກະທຳຜິດ ຍັງສືບຕໍ່ຫລອກ​ຫລອນ ປະຊາຊົນ ຢູ່ໃນປະເທດດັ່ງກ່າວ ຢູ່ຕໍ່ມາ. ອິນໂດເນເຊັຽໄດ້ ບຸກເຂົ້າໄປ ແລະຢຶດເອົາ ຕີມໍຕາເວັນອອກ ຊຶ່ງເປັນອານານິຄົມນ້ອຍໆ ຂອງປອກຕຸຍກາລ ໃນປີ 1975.

ເກົາຫລີ: ເກົາຫລີໃຕ້ຮຽກຮ້ອງໃຫ້ເກົາຫລີເໜືອ ອະນຸຍາດໃຫ້ ບັນດາຄອບຄົວ ທີ່ໄດ້ພັດພາກ ຈາກກັນມາໄດ້ 50 ປີແລ້ວນັ້ນ ມີໂອກາດໄດ້ ພົບປະກັນ ແບບສມ່ຳສເມີ. ໃນການເຈຣະຈາ ຫາຣື ລະຫວ່າງສະພາກາແດງ ຂອງເກົາຫລີ ເໜືອ ແລະເກົາຫລີໃຕ້ ໃນວັນພະຫັດມື້ນີ້ ເຈົ້າໜ້າທີ່ ຂອງເກົາຫລີໃຕ້ ໄດ້ຮຽກຮ້ອງ ໃຫ້ ຜູ້ຕາງໜ້າຂອງເກົາຫລີເໜືອ ບໍ່ໃຫ້ເອົາເຣື່ອງ ການພົບພໍ້ ຂອງຄອບຄົວ ທີ່ໄດ້ພັດພາກ ຈາກກັນນັ້ນ ເປັນເຫດການ ພຽງຄັ້ງດຽວ. ຜູ້ຕາງໜ້າ ຂອງທັງສອງຝ່າຍ ກຳລັງປະຊຸມກັນ ທີ່ພູ KUMGANG ບ່ອນຕາກອາກາດ ໃນເກົາຫລີເໜືອ ແລະປາກົດວ່າ ກຳລັງ​ທຳຄວາມກ້າວໜ້າ ໄປສູ່ການຕົກລົງ ຊຶ່ງຢ່າງນ້ອຍ ກໍຈະມີການຈັດ ໃຫ້ມີການພົບພໍ້ກັນ ຂອງຄອບຄົວ ທີ່ພັດພາກຈາກກັນ ພາຍໃນທ້າຍປີນີ້.

ໃຕ້ຫວັນ - ອົງດາໄລ ລາມະ: ປະທານາທິ ບໍດີໃຕ້ຫວັນ ໄດ້ຕົກລົງ ທີ່ຈະອະນຸຍາດໃຫ້ ອົງ ດາໄລລາມະ ຜູ້ນຳທາງດ້ານຈິດໃຈ ຂອງຊາວທິ ເບດທີ່ລີ້ພັຍຢູ່ໃນຕ່າງປະເທດ ເດີນທາງໄປຢ້ຽມ ຢາມເກາະໃຕ້ຫວັນ ຊຶ່ງເປັນການເຄື່ອນໄຫວ ທີ່ອາດຈະສ້າງ ຄວາມໂກດແຄ້ນ ໃຫ້ແກ່ຈີນກໍໄດ້. ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມ ເຂດເມືອງ NANTU ໃນວັນພະຫັດມື້ນີ້ ທ່ານ MA YING JEOU ກ່າວວ່າ ທ່ານໄດ້ໃຫ້ການ ອະນຸມັດ ກ່ຽວກັບການນິມົນ ຫລືເຊື້ອເຊີນ ໃຫ້ອົງດາໄລ ລາມະ ສະເດັດໄປປະພາດ. ບັນດາສະມາຊິກ ຂອງພັກປະຊາທິປະໄຕກ້າວໜ້າ ຊຶ່ງເປັນພັກຝ່າຍຄ້ານ ໄດ້ເຊື້ອເຊີນ ໃຫ້ອົງດາໄລ ລາມະ ສະເດັດປະພາດ ເຂດພາກໃຕ້ ຂອງເກາະໃຕ້ຫວັນ ທີ່ໄດ້ປະສົບ ຄວາມເສັຽຫາຍຮ້າຍແຮງ ຈາກໄຕ້ຝຸ່ນມໍຣະກົດ. ພັກດັ່ງກ່າວ ໄດ້ຕຳໜິຕິຕຽນ ຣັຖບານຂອງທ່ານ MA ທີ່ໄດ້ຮັບມື ແບບບໍ່ທັນທ່ວງທີ ກັບໄຕ້ຝຸ່ນມໍຣະກົດ ຊຶ່ງເຮັດໃຫ້ ມີຜູ້ເສັຽຊີວິດ ເກືອບ 700 ຄົນ ໃນຕົ້ນເດືອນນີ້. ປະທານາທິບໍດີໃຕ້ຫວັນ ໄດ້ປະຕິເສດ ຕໍ່ການຮ້ອງຂໍ ຂອງອົງດາໄລ ລາມະ ທີ່ຢາກສະເດັດ ປະພາດໃຕ້ຫວັນ ໃນປີກາຍນີ້.

ສະຫະຣັດ - ມຽນມາ: ສະມາຊິກສະພາສູງ JIM WEBB ຂອງສະຫະຣັດ ໄດ້ຮຽກຮ້ອງໃຫ້ ພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດ ໃນມຽນມາເຂົ້າຮ່ວມ ການເລືອກຕັ້ງ ໃນປີໜ້າ ເພື່ອຊ່ອຍນຳເອົາ ປະ ຊາທິປະໄຕ ກັບຄືນໄປສູ່ມຽນມາທີ່ປົກຄອງໂດຍ ຣັຖບານທະຫານ. ທ່ານ WEBB ກ່າວວ່າ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຄວນພິຈາຣະນາເບິ່ງ ຄວາມໄດ້ປຽບ ໃນການ ເຂົ້າຮ່ວມ ການເລືອກຕັ້ງ ໃນຖານະທີ່ເປັນ ພາກສ່ວນນຶ່ງ ຂອງຍຸທສາດ ທາງດ້ານການ ເມືອງ ໄລຍະຍາວ. ພວກຜູ້ນຳ ຣັຖບານທະຫານມຽນມາ ໄດ້ກັກ​ຂັງ ຜູ້ນຳພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທ່ານນາງ ອອງຊານ ຊູຈີ ເປັນເວລາ 14 ປີ ໃນໄລຍະ 20 ປີຜ່ານມາ ແລະໄດ້ປະຕິເສດ ບໍ່ຍອມຮັບຮູ້ ໄຊຊະນະຂອງທ່ານນາງ ໃນການເລືອກຕັ້ງປີ 1990. ພັກຝ່າຍຄ້ານ ໄດ້ປະນາມແຜນການ ຂອງຣັຖບານທະຫານ ທີ່ຈະຈັດໃຫ້ມີ ການເລືອກຕັ້ງ ໃນປີ 2010 ນີ້ວ່າ ເປັນແຜນການ ຫລອກລວງ. ພວກຕຳໜິຕິຕຽນ ກ່າວວ່າ ຣະບົບການເລືອກຕັ້ງ ທີ່ໄດ້ມີການນຳສເນີນັ້ນ ຈະເຮັດໃຫ້ ພວກຜູ້ນຳຣັຖບານ ທະຫານມຽນມາ ສາມາດສືບຕໍ່ກ ານຄອບງຳ ທາງດ້ານການເມືອງ ໃນປະເທດດັ່ງກ່າວ.

ອັຟການິສຖານ: ເຈົ້າໜ້າທີ່ອົງການນາໂຕ້ແລະ ອັຟການິສຖານ ກ່າວວ່າ ເຮືອບິນເຮຣີຄອບເຕີ້ ຂອງສະຫະຣັດ ໄດ້ໂຈມຕີ ສູນກາງການແພດ ແຫ່ງນຶ່ງ ໃນແຂວງ PAKTIKA ທາງພາກຕາ ເວັນອອກ ຂອງອັຟການິສຖານ ໃນວັນພຸດວານ ນີ້ ຫຼັງຈາກພວກຫົວຮຸນແຮງທາລີບານ ໄດ້ບຸກ ໂຈມຕີ ສະຖານທີ່ດັ່ງກ່າວ. ເຈົ້າໜ້າທີ່ ກ່າວໃນ ມື້ນີ້ວ່າ ພວກຫົວຮຸນແຮງ ອັຟການິສຖານ ໄດ້ນຳ ເອົາຜູ້ບັນຊາການ ທາລີບານຄົນນຶ່ງ ທີ່ໄດ້ຮັບບາດເຈັບ ໄປຍັງສູນກາງ ການແພດດັ່ງກ່າວ ໃນມື້ວານນີ້. ເຮືອບິນເຮຣີຄອບເຕີ້ ໄດ້ໃຫ້ການສນັບສນຸນ ຕໍ່ກຳລັງປະສົມ ທີ່ພວມທຳການສູ້ຣົບ ກັບພວກນັກຣົບ ທາລີບານ ທາງພາກພື້ນດິນ. ເຈົ້າໜ້າທີ່ເວົ້າວ່າ ມີພວກຫົວຮຸນແຮງ 12 ຄົນ ໄດ້ຖືກຂ້າຕາຍ ແລະຜູ້ສົງສັຍວ່າ ເປັນກະບົດ 7 ຄົນ ຮວມທັງຜູ້ບັນຊາການ ທີ່ໄດ້ຮັບບາດເຈັບນັ້ນ ໄດ້ຖືກເຈົ້າໜ້າທີ່ຈັບ. ເຈົ້າໜ້າທີ່ທ້ອງຖິ່ນ ກ່າວວ່າ ກຳລັງປະສົມ ໄດ້ບຸກເຂົ້າໄປຊ່ອຍ ພະນັກງານ ສູນກາງການແພດ ແລະມີຍາມ ປະຈຳໂຮງໝໍຄົນນຶ່ງ ໄດ້ຮັບບາດເຈັບ. ບໍ່ເທົ່າໃດຊົ່ວໂມງຕໍ່ມາ ອົງການນາໂຕ້ກ່າວວ່າ ມີທະຫານສະຫະຣັດ 2 ຄົນ ໄດ້ເສັຽຊີວິດ ຜູ້ນຶ່ງໃນເຂດພາກໃຕ້ ແລະອີກຄົນນຶ່ງ ໃນການໂຈມຕີ ຂອງພວກຫົວຮຸນແຮງ ໃນເຂດພາກຕາເວັນອອກ ຂອງອັຟການິສຖານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG