<!-- IMAGE -->
ອົງການແຮງງານສາກົນ ຫລື ILO ເປັນອົງກອນນຶ່ງຂອງອົງການສະຫະປະຊາຊາດ ທີ່ປະຕິບັດການກ່ຽວກັບມາດຕະຖານດ້ານແຮງ ງານ ການວ່າຈ້າງ ແລະບັນຫາປົກປ້ອງສັງຄົມຕ່າງໆ ຊຶ່ງອົງການດັ່ງກ່າວນີ້ໄດ້ໃຫ້ການປະເມີນວ່າ ເວລານີ້ໃນທົ່ວໂລກມີຄົນທີ່ຕົກເປັນຂ້າທາດຮັບໃຊ້ແບບໃດແບບນຶ່ງປະມານ 12 ລ້ານ 3ແສນຄົນ ຊຶ່ງໃນຈຳນວນນີ້ ມີພວກແມ່ຍິງແລະເດັກຍິງເຖິງ 56 ເປີເຊັນ
ໃນບົດຂຽນບົດນື່ງທີ່ຂຽນລົງໃນໜັງສືພິມ Washington Post ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວວ່າ “ຫລາຍກວ່າເຄິ່ງນຶ່ງ ຂອງພວກເຄາະຮ້າຍທີ່ຖືກບັງຄັບໃຊ້ແຮງງານທັງໝົດນັ້ນ ແມ່ນພວກແມ່ຍິງແລະເດັກຍິງ ທີ່ຖືກບັງຄັບໃຫ້ຕົກເປັນຂ້າທາດ ເປັນຄົນຮັບໃຊ້ໃນບ້ານ ຫລືເປັນພວກຄົນງານທີ່ຈ້າງໃນລາຄາຖືກແຕ່ຕ້ອງເຮັດວຽກ ຫລາຍຊົ່ວໂມງ ຫລືບໍ່ກໍຖືກບັງຄັບໃຫ້ເປັນໂສເພນີ ຊຶ່ງພວກຄົນເຫລົ່ານີ້ ບໍ່ພຽງແຕ່ຈະສູນເສຍອິສະຣະພາບຂອງພວກເຂົາເຈົ້າເທົ່ານັ້ນ ແຕ່ຍັງຖືກຂົ່ມຂືນທາງເພດ ແລະຖືກຂົ່ມເຫັງທາລຸນນະກຳທາງຮ່າງກາຍນຳອີກ
ພວກລັກລອບຄ້າຂາຍມະນຸດ ມັກຈະແນເປົ້າໝາຍໃສ່ພວກຄົນທີ່ອ່ອນແອ ແລະສ່ວນຫລາຍແລ້ວ ພວກແມ່ຍິງກໍແມ່ນເປັນເປົ້າທີ່ງ່າຍດາຍສຳລັບພວກເຂົາ.ກົດໝາຍແລະການປະຕິບັດຕ່າງໆທາງສັງຄົມ ແລະເສດຖະກິດທີ່ຈຳແນກກິດກັນຕໍ່ພວກແມ່ຍິງນັ້ນ ເປັນສາເຫດໃຫຍ່ອັນນື່ງຂອງບັນຫານີ້.ແມ່ຍິງຄົນໃດກໍຕາມທີ່ອາໃສກາງຕໍ່ຜູ້ປົກຄອງທີ່ເປັນຜູ້ຊາຍ ທີ່ຄວບຄຸມລາຍໄດ້ຂອງຕົນ ແລະເອກກະສານທີ່ບົ່ງບອກຊື່ສຽງ ສັນຊາດ ຕລອດຮອດສຸຂະພາບທາງຮ່າງກາຍນັ້ນ ແມ່ນມີໂອກາດທີ່ຈະຕົກເປັນເຫຍື່ອຂອງການ ລັກລອບຄ້າຂາຍມະນຸດຫລາຍກ່ວາຄົນອື່ນໆ ແລະຖ້າຫາກວ່າຜູ້ຊາຍຄົນນັ້ນຈຳກັດການສນັບສນູນອູ້ມຊູຂອງເຂົາລົງ ຫລືວ່າຖອນອອກໄປໝົດ ແມ່ຍິງຄົນນັ້ນກໍມັກຈະບໍ່ມີການປົກປ້ອງຕົນເອັງໄດ້ ຫລືແມ່ນກະທັ້ງຖືກຮັບຮູ້ພາຍໃຕ້ກົດໝາຍ.ບໍ່ສະເພາະແຕ່ເທົ່ານັ້ນ ໂອກາດໃນການມີວຽກເຮັດງານທຳ ແລະໄດ້ຮັບການສຶກສາຂອງແມ່ຍິງຄົນນັ້ນກໍອາດຈະບໍ່ມີເລີຍ ແລະນາງກໍອາດຈະຖືກກີດກັນ ຫລືໄດ້ຮັບຄວາມລັງກຽດຈາກສັງຄົມໄດ້. ໃນຫລາຍໆສັງຄົມ ບ່ອນທີ່ມີພວກແມ່ຍິງຕ້ອງໄດ້ຮັບອະນຸຍາດຈາກສາມີ ເພື່ອຈະປະກອບກິດຈະກຳໃດນຶ່ງຢູ່ນອກບ້ານນັ້ນ ພວກແມ່ໝ້າຍມັກຈະຕົກຢູ່ໃນສະພາບການທີ່ສີ້ນຫວັງກໍວ່າໄດ້ ເພາະວ່າຖ້າບໍ່ໄດ້ຮັບອະນຸຍາດຈາກສາມີແລ້ວນັ້ນ ແມ່ຍິງຄົນນັ້ນກໍຈະບໍ່ສາມາດ ທີ່ຈະເບີກເງິນຫລືຝາກເງິນຢູ່ໃນທະນາຄານໄດ້ ແມ່ນແຕ່ໄດ້ຮັບພາສປອດ ຫລືຫາວຽກການເຮັດໄດ້. ແລະເມື່ອຕົກຢູ່ໃນ ສະພາບທີ່ຕ້ອງການວຽກງານຫລາຍທີ່ສຸດເພື່ອຫາລາຍໄດ້ມາລ້ຽງລູກນັ້ນ ແມ່ຍິງຄົນນັ້ນກໍຈະກາຍເປັນເຫຍື່ອໄດ້ຢ່າງງ່າຍດາຍ ສຳລັບພວກລັກລອບຄ້າຂາຍມະນຸດ.
ພວກລັກລອບຄ້າມະນຸດ ສ່ວນຫລາຍນັ້ນແມ່ນມີຜູ້ຮັບຊື້ລຽບລ້ອຍແລ້ວ ບໍ່ແມ່ນແຕ່ໃນວົງການອຸດສາຫະກຳຄ້າປະເວນີພຽງເທົ່ານັ້ນ ແຕ່ໃນວົງການພວກນາຍຈ້າງທີ່ມັກສວາຍເອົາປະໂຫຍດທັງຫລາຍ ທີ່ມັກໃຊ້ພວກແມ່ຍິງທີ່ຖືກລັກລອບມານັ້ນ ເພາະວ່າຕາມປະເພນີແລ້ວ ແມ່ຍິງພວກນີ້ຖືກເບິ່ງເຫັນກັນວ່າ ເປັນຜູ້ທີ່ວ່ານອນສອນງ່າຍ ລາຄາຖືກ ແລະຫົວອ່ອນ ສຳຫລັບໃຊ້ເຣັດວຽກງານຊ້ຳໆຊາກໆ ໃນດ້ານການກະເສດ ການປຸງແຕ່ງອາຫານ ການຜະລິດທີ່ໃຊ້ແຮງງານຫລາຍໃນຣາຄາທີ່ຖືກໆ ແລະເປັນຂ້າທາດຮັບໃຊ້ພາຍໃນບ້ານ.ແລະມີຢູ່ເລື້ອຍໆທີ່ກົດໝາຍທີ່ອ່ອນແອ ແລະການບໍ່ມີການດຳເນີນຄະດີ ພວກກະທຳຜິດນັ້ນ ເຮັດໃຫ້ການບັງຄັບໃຊ້ແຮງງານມີລາຄາຖືກຫລາຍ.
ການບໍ່ອະນຸມັດສິດທິໃຫ້ພວກແມ່ຍິງ ແມ່ນເປັນສາເຫດຕົ້ນຕໍຂອງຄວາມ ອ່ອນແອຂອງພວກແມ່ຍິງ ເຮັດໃຫ້ເຂົາເຈົ້າຕົກເປັນເຫຍື່ອຂອງການລັກ ລອບຄ້າມະນຸດ.ໂດຍການປົກປ້ອງແລະການສົ່ງເສີມສິດທິພົລະເມືອງ ສິດທິທາງການເມືອງ ເສດຖະກິດ ແລະສັງຄົມຂອງພວກແມ່ຍິງນັ້ນ ລັດ ຖະບານກໍສາມາດທີ່ຈະເຮັດໃຫ້ ພວກລັກລອບຄ້າມະນຸດໄດ້ຮັບຄວາມລໍາບາກຫລາຍຂື້ນໃນການຊອກຫາເຫຍື່ອ
ກ່ຽວກັບເລຶ່ອງນີ້ ສະຫະລັດແມ່ນມີຄວາມໝັ້ນໝາຍທີ່ຈະສ້າງໃຫ້ມີການຮ່ວມມືກັນກັບລັດຖະບານ ແລະອົງການຕ່າງໆໃນທົ່ວໂລກ ເພື່ອຊອກຫາວິທີທາງໃໝ່ໆທີ່ໄດ້ຜົນຫລາຍຂື້ນ ເພື່ອປາບການລັກລອບຄ້າຂາຍມະນຸດນັ້ນ