ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະຫະຣັດກັບສີ່ປະເທດເຂດລຸ່ມແມ່ນ້ຳຂອງຈະພົບກັນນ ເພື່ອຫາທາງເພີ້ມການຮ່ວມມືກັນໃຫ້ຫລາຍຂຶ້ນ


ລັດ​ຖະ​ມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​

ສະ​ຫະ​ຣັດ ກັບສີ່ປະເທດໃນເຂດ​ລຸ່​ມ​

ແມ່ນ້ຳຂອງຕອນຫລ່າງຈະພົບປະ

ເຈລະຈາກັນຄັ້ງຕໍ່ໄປພາຍໃນສອງ

ເດືອນຂ້າງໜ້າເພື່ອຕົກລົງໃນລາຍລະ

ອຽດກ່ຽວກັບຄວາມຮ່ວມມືລະຫວ່າງ

ສອງລຸ່ມແມ່ນ້ຳນັ້ນກໍຄືລຸ່ມແມ່ນ້ຳຂອງ

ແລະແມ່ນ້ຳມິສຊິສຊິບປີຂອງສະ​ຫະ

ຣັດ.

ສືບເນື່ອງຈາກການພົບເຈລະຈາເປັນຄັ້ງ ທຳອິດລະຫວ່າງ ທ່ານນາງ Hilary Clinton

ລັດ​ຖະ​ມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ສະ​ຫະ​ຣັດອາ​ເມ​ຣິ​ກາ​ກັບ​ລັດຖະມົນຕີ​ວ່າການ​ຕ່າງ

ປະ​ເທດ​ໃນເຂດ​ລຸ່​ມແມ່ນ້ຳຂອງຕອນຫລ່າງກໍ່​ຄື​ ລາວ, ​ໄທ, ກຳ​ປູ​ເຈຍ​ແລະຫວຽດນາມ

ໃນລະຫວ່າງການເຂົ້າຮ່ວມໃນກອງປະຊູມວ່າດ້ວຍຄວາມໝັ້ນຄົງໃນພູມມີພາກເອເຊຍປາ

ຊິຟິກຂອງກຸມອາຊຽນ ຫຼື ທີ່ເອີ້ນວ່າ ASEAN Regional Forum ຄັ້ງ​ທີ່ 16 ​ເມື່ອ​ວັນ

ທີ 23 ກໍລະ ກົດ​ທີ່​ຜ່ານ​ມາ ຢູ່​ຈັງຫ​ວັດພູເກັດ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ໄທນັ້ນມາ​ຮອດ

​ມື້​ນີ້​ກໍ​ເປັນ​ທີ່ຊັດເຈ​ນແລ້ວ​ວ່າການ​ຮ່ວມ​ມື​ທີ່​ເກີດ​ຂື້ນ​ຈາກ​ການ​ພົບ​ປະ​ເຈລະຈາຄັ້ງດັ່ງ​ກ່າວ

ນັ້ນ​ຈະເອີ້ນ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ສອງ​ລຸ່ມ​ແມ່ນ້ຳຊຶ່ງ​ກໍ​ຄື​ຄວາມ​ຮ່ວມ​ມືລະຫວ່າງ​ລຸ່ມ

ແມ່ນ້ຳຂອງກັບລຸ່ມ​ແມ່ນ້ຳມິສຊິສຊິ​ບປີ.


ຍິ່ງ​ໄປ​ກວ່າ​ນັ້ນ​ເພື່ອ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ກັນ ສາມາດ​ດຳ​ເນີນການ​ໄປ​ໄດ້​ຢ່າງ​ເປັນ

​ຮູບ​ປະ​ທຳ​ໃຫ້​ໄວ​ທີ່​ສຸດ ອີກດ້ວຍ​ນັ້ນ ລັດຖະມົນຕີການຕ່າງ​ປະ​ເທດ​ຂອງ​ສະ​ຫາ​ຣັດ ​ແລະ​

ລັດ​ຖະ​ມົນຕີ​ວ່າການ​ຕ່າງປະ​ເທດຈາກ​ທັງສີ່ ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ​ຕອນຫ​ລ່າງ

​ດັ່ງ​ກ່າວ ກໍ່​ຍັງ​ໄດ້​ກຳນົດ​ການ​ທີ່​ຈະ​ພົບ​ປະ​ເຈລະຈາກັນ​ອີກຄັ້ງ​ໃໝ່ ​ເພື່ອ​ຕົກລົງ​ກ່ຽວກັບ

​ລາຍ​ລະ​ອຽດຂອງການ​ຮ່ວມ​ມື​ກັນ ພາຍ​ໃນ 2 ​ເດືອນ​ຂ້າງໜ້າ​ນີ້​ອີກ​ດ້ວຍ.

ທັງນີ້ໂດຍຄາດໝາຍວ່າເນື້ອໃນສຳຄັນຂອງການພົບປະເຈລະຈາທີ່ຈະມີຂື້ນນັ້ນ ຈະເປັນ

ການເນັ້ນໜັກ ໃນດ້ານການ ແລກປ່ຽນ ປະສົບ​ການ ແລະ ແນວທາ​ງປະຕິບັດ​ການ​ທີ່

ມີ​ປະສິດ​ທິ​ພາບ​ຫຼາຍຂຶ້ນ​ໃນ​ກາ​ນຮັບ​ມື ກັບ​ການ​ປ່ຽນ​ແປງຂອງສະພາບພູມ​ມີ​ພາກອາ

ກາດໂລກ ​ຕົວຢ່າງ​ກໍ​ຄື​ການ​ຮຽນຮູ້ປະສົບ​ການ ​ແລະ ແນວທາ​ງປະຕິບັດ​ຂອງ​ຄະນະ

ກຳ​ມາ​ທິກ​ານ ​ແມ່ນ້ຳ ມິສຊິສຊິ​ບປີ ໃນ​ການ​ຮັບ​ມື​ກັບ​ໄພ​ນ້ຳຖ້ວມ,ໄພແຫ້ງ​ແລ້ງ, ການ

ຈັດ​ສັນ ​ແລະ​ການ​ໃຊ້​ປະ​ໂຫຍ​ດ ຈາກ​ແມ່ນ້ຳ​ເພື່ອ​ການ​ກະ​ເສດ ​ເພື່ອ​ການ​ຜະຫ​ລິດ​ພະ

ລັງ​ງານ​ໄພ​ຟ້າ ​ແລະ​ ການ​ປ້ອງ​ກັນ​ບັນຫາ​ຜົນ​ກະ​ທົບຕໍ່​ສະພາບ​ແວດ​ລ້ອມທຳ​ມະ​ຊາດ

​ເປັນຕົ້ນ.


ນອກຈາກ​ນີ້ ບັນດາ​ລັດຖະມົນ​ຕີ ຈາກ​ສີ່​ປະ​ເທ​ດ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງຕອນຫລ່າງ

ກໍ​ຍັງ​ຄາດ​ຫວັງ​ອີກດ້ວຍ​ວ່າ ​ທາງການ​ສະ​ຫະຣັດ ​ຈະ​ເຂົ້າມາ​ມີ​ບົດ​ບາກດຫຼາຍຂື້ນ

ໃນ​ການ​ພັດທະນາ ທັງໃນ​ດ້ານ​ລະ​ບົບໂຄງສ້າງພື້ນຖານ​ທາງ​ເສດຖະກິດການ​ຮ່ວມ

ມື​ໃນ​ດ້ານ​ສາທາ​ລະນະ​ສຸກ, ການ​ພັດທະນາ​ດ້ານ​ການ​ສຶກສາ ​ແລະ​ການ​ຮັກສາ

​ສະພາບແວດ​ລ້ອມທຳ​ມະ​ຊາດ​ດ້ວຍ​ການ​ນຳ​ເອົາ​ວິດທະຍາການສະໄໝໃໝ່ເຂົ້າ

ມານຳໃຊ້ໃຫ້ເປັນປະໂຫຍດ ໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ.


​ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນ​ໜ້າ​ນີ້

​ທາງການ​ສະ​ຫະ​ຣັດກໍໄດ້ອາ

ນຸມັດ​ງົບປະ​ມານສຳລັບໃຫ້

ການຊ່ວຍເຫຼືອແກ່ບັນດາ

ປະເທດໃນເຂດລຸ່ມແມ່ນ້ຳ

ຂອງສຳລັບປີ 2009 ນີ້ແລ້ວ

ຄິດເປັນມູນຄ່າລວມຫຼາຍ

ກວ່າ 160 ລ້ານດອນລາ

ສະຫະຣັດ ໂດຍແນໃສ່ການ

ພັດທະນາໃນດ້ານການສຶກສາ, ການສາທາລະນະສຸກ ແລະ ການຮັກສາສະພາບແວດ

ລ້ອມທຳມະຊາດ ຕົວຢ່າງກໍ່ຄື ການສະນັບສະໜູນໂຄງການນ້ຳໃຊ້ຊັບພະຍາກອນປ່າ

ໄມ້ ແລະ ຊັບພະຍາ ກອນນ້ຳ ຢ່າງຢືນຍົງ, ການອານຸລັກຄວາມຫຼາກຫຼາຍທາງ​ຊີວະ

ພາບໃນເຂດລຸ່ມແມ່ນ້ຳຂອງ ແລະ ການເຮັດໃຫ້ປະ ຊາຊົນເຂົ້າເຖິງແຫລ່ງນ້ຳດື່ມ, ນ້ຳໃຊ້

ທີ່ສະອາດ, ການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອໂຣກຕິດຕໍ່ຕົວຢ່າງ

ກໍຄື ໄຂ້ຫວັດສັດປີ H5N1, ໂລກໄຂ້ຫວັດໃຫຍ່ ສາຍພັນໃໝ່, ຊະໜິດ A-H1N1,

ວັນນະ​ໂລກ, ​ແລະ​ໂລກເອດສເປັນຕົ້ນ.

ສ່ວນໃນ​ດ້ານ​ການ​ສຶກສານັ້ນ ທາ​ງການ​ສະຫະຣັດ ​ກໍ​ໄດ້​ໃຫ້ການ​ສະ​ໜັບ​ສະ​ໜູນໃນ

ໂຄງການ ແລກປ່ຽນ ນັກສຶກສາ, ນັກວິຊາການ, ການສະນັບສະໜູນການສຶກສາ

ຂັ້ນພື້ນຖານ ໃນຊົນນະບົດ ລວມໄປເຖິງແຜນການຈັດຕັ້ງ ກອງປະຊຸມລະຫວ່າງ

ສະຫະຣັດ ກັບປະເທດໃນເຂດລຸ່ມແມ່ນ້ຳຂອງວ່າດ້ວຍອິນເຕີເນັດ, ການສຶກສາ

ແລະ ການພັດທະນາໃນດ້ານອື່ນໆ ອີກດ້ວຍ.

ຊົງຣິດ ໂພນເງິນ ລາຍງານມາຈາກບາງກອກ ໃນວັນທີ 07 ສິງຫາ 2009

XS
SM
MD
LG