ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂອບາມາປຶກສາຫາລື ເຣື່ອງການຄ້າແລະສົງຄາມ ຢາເສບຕິດ ທີ່ເມັກຊິໂກ


ກອງ​ປະຊຸມ​ສຸດ​ຍອດ​ທີ່ເມັກ​ຊິ​ໂກ :ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດສືບ​ຕໍ່​ເຂົ້າ​ຮ່ວມ​ໃນ​ກອງ
ປະຊຸມ​ສຸດ​ຍອດ​ຂອງ​ພວກ​ຜູ້ນຳ​ປະ​ເທດ​ໃນ​ທະວີບ​ອະ​ເມຣິກາ​ເໜືອ​ເປັນ​ເທື່ອ​ທຳ​ອິດ​ຂອງ​ທ່ານ​ໃນ​ວັນ​ຈັນ​ ມື້​ນີ້​ທ່ີ​ເມືອງ Guadalajara ປະ​ເທດ​ເມັກ​ຊິ​ໂກ ຊຶ່ງ​ເຣື່ອງ​ໄຂ້ຫວັດ​ສາຍ​ພັນ​ໃໝ່ ຕລອດ​ທັງ​ເຣື່ອງການ​ຄ້າ​ແລະສົງຄາມຢາ​ເສບ​ຕິດ​ໃນ​ເມັກ​ຊິ​ໂກ​ ເປັນຫົວ​ຂໍ້​ເຣື່ອງທ່ີ​ສຳຄັນ​ທີ່​ສຸດ​ໃນລາຍການ​ປະຊຸມ​.
ຄາດ​ວ່າ ບັນດາ​ຜູ້ນຳ​ຈາກປະ​ເທດ ສະຫະຣັດ ​ເມັກ​ຊິ​ໂກ​ແລະ​ກາ​ນາ​ດາຈະ​ສະ​ເໜີ​ແຜນການ​ຮ່ວມ ສະບັບ​ນຶ່ງ​ໃນ​ການ​ຕໍ່ຕ້ານ​ໂຣກ​ໄຂ້​ຫວັດ​ສາຍ​ພັນ​ໃໝ່ H1N1 ​ແຕ່​ຈະ​ມີການ​ເຫັນ​ພ້ອມ​ນຳ​ກັນ​ໜ້ອຍ​ລົງ​ ໃນ​ເຣື່ອງ ອື່ນໆ. ປະທານາທິບໍດີ Felipe Calderon ​ແຫ່ງ​ເມັກ​ຊິ​ໂກ ກ່າວ​ຕໍ່​ປະທານາທິບໍດີ​ໂອ​ບາ​ມາ ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ ສະຫະຣັດຄວນ​ຈະ ທຳ​ການ​ເຄື່ອນ​ໄຫວ​ໄວ​ຂຶ້ນ​ເພື່ອ​ສົ່ງ​ເງິນ​ຈຳນວນ 1ພັນ 4 ຮ້ອຍ​ລ້ານດອນລາທ່ີ​ສະຫະຣັດ​ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້ ​ເພື່ອ​ທຳ​ການ​ຕໍ່​ ຕ້ານ​ອາຊຍາ​ກັມ​ທ່ີ​ມີ​ການຈັດ​ຕັ້ງ​ນັ້ນ. ​ໄດ້​ມີ​ການຊັກ​ຊ້າ​ໃນ​ການ​ສົ່ງ​ເງິນ​ຈຳນວນ 100 ລ້ານ​ເພາະວ່າ ພວກາ​ສະມາຊິກ​ສະພາ​ສະຫະຣັດບາງ​ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການລະ​ເມີດ​ສິດທິ​ມະນຸດ​ ​ໂດຍ​ພວກທະຫານ​ເມັກ​ຊິ​ໂກ​ນັ້ນ. ​ໃນ​ລະຫວ່າງ​ການ​ພົບ​ປະ​ຫາລື​ກັນ​ເປັນ​ເວລາ 45 ນາທີ​ກັບ​ປະທານາທິບໍດີ Calderon ນັ້ນ ທ່ານ​ໂອ​ບາ​ມາ​ໄດ້​ສະ​ແດງ​ໃຫ້ການ​ສນັລບສນຸນຢ່າງ​ແຂງ​ແຮງ​ ສຳລັບ​ການ​ຕໍ່​ສູ້​ຂອງ​ເມັກ​ຊິ​ໂກ​ໃນ​ການ​ຕໍ່ຕ້ານ​ພວກ​ລັກລອບ​ຄ້າ​ຢາ​ເສບ​ຕິດ ​ໃນ​ຂະນະ​ດຽວ​ກັນ ​ກໍເນັ້ນ​ເຖິງ​ຄວາມ​ສຳຄັນ​ກ່ຽວ​ກັບ​ເຣື່ອງສິດທິ​ມະນຸດ​ເຊັ່ນ​ກັນ . ຫລັງ​ຈາກ​ນັ້ນ​ ທັງ​ສອງ​ປະທານາທິບໍດີ​ກໍ​ໄດ້​ປະທານ​ອາຫານ​ຄ່ຳແລະ​ ເຮັດ​ວຽກໄປ​ພ້ອມ ຮ່ວມກັບ​ນາຍົກຣັຖມຸນຕີ Stephen Harper ​ແຫ່ງກາ​ນາ​ດາ. ຜູ້ນຳ​ທັງ​ສາມ​ຈະ​ພົບ​ປະກັນ​ອີກ​ໃນ​ວັນ​ຈັນ​ມື້​ນີ້ ກ່ອນ​ທ່ານ​ໂອ​ບາ​ມາ​ຈະ​ເດີນທາງ​ກັບ​ຄືນ​ສູ່​ສະຫະຣັດ. ​ເຣື່ອງທ່ີ​ຄອບ​ງຳ​ໃນ​ລາຍການ​ປຶກສາ​ຫາລື​ກັນ​ໃນ​ຄັ້ງ​ນີ້​ແມ່ນ​ຄວາມ​ພະຍາ ຍາມ​ເພື່ອ​ຟື້ນ​ຟູ​ການ​ເສດຖະກິດ​ຂອງ 3 ປະ​ເທດ​ຄືນ.
ທີ່ອິຣັກ: ບັນດາ​ເຈົ້າ​ໜ້າ​ທ່ີ​ອິຣັກກ່າວ​ວ່າ ລະ​ເບີດ​ທ່ີ​ແຕກ​ຂຶ້ນ​ໃນ​ກຸງ​ແບກ​ແດ໊ດ​ແລະ​ໃນ​ພາກ​ເໜືອ​ຂອງ​ອິຣັກ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສັຍ​ຊີວິດໄປ​ຢ່າງ​ນ້ອຍ 41 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ​ຫລາຍ​ສິບ​ຄົນ. ຕຳຫລວດ​ໃນ​ກຸງ​ແບກ ​ແດ໊ດກ່າວ​ວ່າ ລະ​ເບີດ​ທ່ີ​ຫ້າງ​ໄວ້​ໃນ​ລົດ​ສອງ​ຄັນໄດ້​ແຕກ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ເຮັດ​ໃຫ້​ປະຊາ ຊົນ​ເສັຍ​ຊີວິດ​ໄປ​ຢ່າງ​ນ້ອຍ 16 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ​ຫລາຍ​ກວ່າ 80 ຄົນ. ການວາງ​ລະ​ເບີດ​ເທື່ອ​ນີ້ ​ແມ່ນ​ແນ​ ເປົ້າ​ໝາຍ​ໃສ່​ພວກ​ກັມ​ກອນ​ລາຍ​ວັນ ທ່ີ​ພາກັນ​ໄປ​ເຕົ້າ​ໂຮມ​ ເພື່ອ​ຊອກ​ຫາ​ວຽກ​ເຮັດ​ໃນ​ຄຸ້ມ​ທ່ີມີປະຊາຊົນຊາວ Shi’ite ​ອາ​ໃສ​ຢູ່​ເປັນ​ສ່ວນ​ຫລາຍ​ໃນ​ນະຄອນຫລວງ​ນັ້ນ. ສ່ວນ​ຢູ່ໃນ​ພາກ​ເໜືອ​ຂອງ​ປະ​ເທດ ລະ​ເບີດ​ທ່ີ​ຫ້າງ​ໄວ້​ໃນ​ລົດ​ບັນທຸກ​ຄ້າຍໆ​ກັນ​ສອງ​ຄັນ​ ໄດ້​ລະ​ເບີດ​ຂຶ້ນ​ຢູ່​ໃກ້ໆ​ກັບເມືອງ Mosul ​ ເຮັດ​ໃຫ້​ຜູ້​ຄົນ​ເສັຍ​ຊີວິດ​ໄປ ຢ່າງ​ນ້ອຍ 25 ຄົນ ​ແລະ​ບາດ​ເຈັບ​ຕື່ມ​ອີກ​ຫລາຍ​ກວ່າ 75 ຄົນ. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ລະ​ເບີດ​ດັ່ງກ່າວ​ໄດ້​ທຳລາຍ​ບ້ານ​ເຮືອນ​ປະມານ30 ຫລັງ​ໃນ​ໝູ່​ບ້ານ Khazna ​ຂອງ​ຊາວ​Shi’ite ຊຶ່ງ​ຕັ້ງ​ຢູ່ຫ່າງ​ຈາກ​ເມືອງ Mosul ​ໄປ ​ປະມານ 20 ຫລັກ​ກິ​ໂລ​ແມັດ. ​ເມືອງ​ Mosual ຖື​ວ່າ​ເປັນ​ທ່ີ​ໜັ້ນຂອງ​ພວກ​ກະບົດ​ນິກາຍຊຸນ​ນີ ຊຶ່ງ​ພວກ​ຫົວ​ຮຸນ​ແຮງ​ເຫລົ່າ​ນີ້ ​ໄດ້​ທຳ​ການ​ໂຈມ​ຕີ​ມາ​ເປັນ​ຈຳນວນ​ຫລາຍ​ຄັ້ງຢູທ່ີ​ນັ້ນ ​ໂດຍ​ບໍ່​ຄຳ​ນຶງ​ເຖິງ​ວ່າ ກຳລັງ​ສະຫະຣັດຫລື​ກຳລັງ​ຂອງ​ອິຣັກກໍ​ຕາມ ​ເປັນ​ຜູ້​ຮັບຜິດຊອບ​ໃນ​ດ້ານ​ຄວາມ​ປອດ​ໄພ​ຂອງ​ເມືອງດັ່ງກ່າວ​ນີ້.
ທີ່ອິຣ່ານ: ທ່ານ Medhi Karroubi ທ່ີ​ປາ​ໄຊ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ກ່າວ​ວ່າ ພວກ​ປະ​ທ້ວງ​ ທັງແມ່ຍິງ​ແລະ​ຜູ້​ຊາຍ ​ຫລາຍ​ຄົນ​ໄດ້​ຖືກ​ຂົ່ມ ຂືນ​ຊຳ​ເລົາ​ໃນ​ສູນ​ກັກ​ຂັງ​ແຫ່ງ​ຕ່າງໆ​ ນັບ​ແຕ່​ທາງເຈົ້າ​ໜ້າ​ທ່ີ​ໄດ້​ຈັບ​ກຸມ​ເຂົາ​ເຈົ້າ​ ຍ້ອນພາກັນເດີນ​ຂະ​ບວນປະ​ທ້ວງຄັດຄ້ານ​ຕໍ່ຜົນ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ນັ້ນ. ທ່ານ Karroubi ​ໄດ້​ຂຽນ​ຈົດໝາຍ​ສະ ບັບ​ນຶ່ງ​ສົ່ງ​ໄປ​ຫາ​ນັກບວດ​ທ່ີ​ມີ ອຳນາດ ທ່ານ Akbar Hashemi Rafsanjani ເວົ້າ​ວ່າ ພວກ​ແມ່ຍິງ​ແລະ​ເດັກນ້ອຍ​ຜູ້​ຊາຍ​ ໄດ້​ຮັບ​ຄວາມ​ເສັຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ທາງ​ດ້ານ​ຮ່າງກາຍ​ແລະ​ຈິດ​ໃຈ​ຈາກ​ການຖືກ​ຂົ່ມ ຂືນ​ຊຳ​ເລົາ​ ຊຶ່ງ​ທ່ານໄດ້​ຮຽກຮ້ອງ​ໃຫ້​ສະພາ​ທ່ີ​ມີ​ອຳນາດ​ສູງ​ສຸດ​ຂອງອິ ຣ່ານ​ ໄຂ​ການ​ສື​ບສວນກ່ຽວ​ກັບ​ການລະ​ເມີດສິດ​ດັ່ງກ່າວ. ຢ່າງ​ໜ້ອຍ ພວກ​ປະ​ທ້ວງ 3 ຄົນ​ໄດ້​ເສັຍ​ຊີວິດໃນ​ລະ​ວ່າງ​ທີ່​ຖືກກັກ​ຂັງ ​ແລະ​ພວກ​ເຈົ້າ​ໜ້າ​ທ່ີ​ຕຳຫລວດ​ອິຣ່ານ ກໍ​ໄດ້​ຮັບ​ຮູ້​ວ່າ​ພວກ​ທ່ີຖືກ​ກັກ​ຂັງ​ໄດ້​ຖືກ​ລະ​ເມີດ​ສິດ​ໃນ​ສູນ​ກັກ​ຂັງ Kahrizak ນັ້ນ. ທ່ານ Qorbanali Dori-Najafabadi ຫົວໜ້າ​ໄອ​ຍະ​ການ​ຂອງ​ອິຣ່ານ ຍອມຮັບໃນອັນ​ທ່ີ​ທ່ານ​ເອີ້ນ​ວ່າ ​ເຫດການ​ອັນ​ໜ້າເຈັບ​ປວດ​ທ່ີ​ບໍ່​ສາມາດແກ້​ໂຕໄດ້ຢູ່​ໃນ​ຄຸກ​ແຫ່ງ​ນັ້ນ ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ລະ​ເມີດ​ກົດໝາຍ​ຄວນ​ຈະ​ຖືກລົງ​ໂທດ.
ສະຫະຣັດ​ແລະ​ອັງໂກລາ: ທ່ານ​ນາງ​ຮີນລາຣີ ຄລິນ​ຕັນ ຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດພົບ ປະ​ກັບ​ປະທານາທິບໍດີອັງ​ໂກລາ​ ທ່ານ Jose Eduardo dos Santos ທ່ີ​ໄດ້​ດຳຣົງຕຳ​ແໜ່​ງມາ​ເປັນ​ເວລາ​ດົນ​ນານ​ນັ້ນ​ໃນ​ວັນ​ຈັນ​ມື້​ນີ້​ໃນ​ຂະນະ​ທ່ີ​ສະຫະຣັດ​ໃຫ້​ຄຳ​ໝັ້ນ​ສັນຍາ​ທ່ີ​ຈະ​ສົ່ງ​ເສີມ​ສາຍ​ພົວພັນ​ຂອງຕົນ​ກັບອັງ​ໂກລາ ​ທ່ີ​ອຸດົມສົມບູນ​ດ້ວຍ​ບໍ່​ນ້ຳມັນ​ນັ້ນ. ທ່ານ​ນາງຄລິນ​ຕັນ ​ເດີນທາງ​ໄປ​ຮອດ​ນະຄອນຫລວງ Luanda​ໃນ​ວັນ ອາທິດ​ວານ​ນີ້ ​ແລະ​ໄດ້​ທຳ​ການ​ພົບ​ປະ​ຫາລື​ກັບ​ທ່ານ Assuncao Afonso dos Anjos ຣັຖມຸນຕີ​ຕ່າງປະ​ເທດ​ຂອງ​ອັງ​ໂກ​ລາ​. ທ່ານ​ນາງຄລິນ​ຕັນ​ໄດ້​ກ່າວ​ຊົມ​ເຊີຍ​ອັງ​ໂກລາ ທີ່​ໄດ້​ຈັດ​ການ​ເລືອກ​ຕັ້ງຣັຖສະພາ​ໃນ​ປີ​ແລ້ວ​ນີ້ ​ແລະ​ກ່າວ​ຕື່ມວ່າ ທາງຣັຖບານ​ກຸງ​ວໍຊິງ​ຕັນ​ຫວັງ​ວ່າ​ອັງ​ໂກລາ​ຈະ​ຮັບ​ຜ່ານ​ກົດໝາຍຣັຖທັມມະ​ນູນ​ສະບັບໃໝ່ ທຳ​ການ​ດຳ​ເນີນຄະດີ​ພວກ​ລະ​ເມີດ​ສິດທິ​ມະນຸດ​ໃນ​ອະດີດ​ຜ່ານ​ມາ ​ແລະຈັດການ​ເລືອກ​ຕັ້ງ​ປະທານາທິບໍດີ​ທ່ີ​ເສຣີ​ແລະ​ຍຸຕິ​ທັມ​ ແລະໃນ​ເວລາອັນ​ເໝາະ​ສົມ. ອັງ​ໂກ​ລາ​ບໍ່​ເຄີຍ​ມີ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ມາ​ຕັ້ງ​ແຕ່​ປີ 1992. ທ່ານ Dos Santos ​ໄດ້​ດຳຣົງຕຳ​ແໜງ່ປະທານາທິບໍດີ​ມາ​ໄດ້ 30 ປີ​ແລ້ວ. ອັງ​ໂກລາ​ເປັນ​ປະ​ເທດ​ທີ່ສົ່ງ​ນ້ຳມັນ​ລາຍ​ສຳຄັນ​ໃຫ້​ສະຫະຣັດ. ການ​ຢ້ຽມຢາມ​ຂອງຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດມີ​ຂຶ້ນ​ໃນ​ເວລາ​ທ່ີຈີນ​ໄດ້​ເພີ່ມ​ທະວີ​ອິດ​ທິພົນ​ຂອງ​ຕົນ​ຂຶ້ນ ໃນວົງ​ການ​ອຸດສາຫະກັມ​ນ້ຳມັນ ຂອງ​ອັງ​ໂກ​ລາ​ນັ້ນ. ທ່ານ​ນາງຄລິນ​ຕັນ​ວາງ​ແຜນ​ຈະ​ຊຸກຍູ້​ໃຫ້​ອັງ​ໂກລາ ດຳ​ເນີນ​ການ​ເສດ ຖະກິດ​ຂອງ​ຕົນ​ໃນ​ຫລາຍ​ຮູບ​ແບບ ​ແລະ​ໃຫ້​ລົງທຶນ​ຫລາຍ​ຂຶ້ນ​ໃສ່​ດ້ານ​ກະ​ເສດ. ທາງ​ກຸງ​ວໍ​ຊິງ​ຕັນ​ມອງ​ເຫັນ​ວ່າ ການ​ກະ​ເສດ​ເປັນ​ຊ່ອງ​ທາງ​ນຶ່ງ​ທ່ີຈະ​ສາມາດປົດ​ປ່ອຍປະຊາຊົນ​ຫລາຍ​ລ້ານ​ຄົນ ​ໃຫ້​ພົ້ນ​ຈາກ​ຄວາມທຸກ​ຈົນ​ໃນ​ອາ​ຟຣິກາ​ນັ້ນ.
ພັຍລົມ​ໄຕ້​ຝຸ່ນທີ່ເອ​ເຊັຍ: ຕຳຫລວດ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຍີ່​ປຸ່ນ ກ່າ​ວວ່າ ປະຊາຊົນ 4 ຄົນ​ເສັຍ​ຊີວິດ​ ແລະ​ຢ່າງ​ໜ້ອຍ 10 ຄົນ​ຕື່ມ​ອີກ​ຫາຍ​ສາບ​ສູນ​ໄປ​ໃນ​ວັນ​ຈັນ ມື້​ນີ້​ ຍ້ອນດິນ​ເຈື່ອນ​ທັບ​ແລະ​ນ້ຳ​ຖ້ວມ​ ໃນ​ຂະນະທີ່​ລົມ​ໄຕ້​ຝຸ່ນ Etau ນຳ​ເອົາຝົນຕົກ​ແຮງ​ມາ​ສູ່​ຂົງ​ເຂດ. ທາງ​ການ​ຍີ່​ປຸ່ນກ່າວ​ວ່າ ​ເຂດ​ທ່ີ​ໄດ້​ຮັບ​ຜົນ​ກະທົບ​ຮ້າຍ​ແຮງ​ທ່ີ​ສຸດ​ແມ່ນ ​ເຂດ​ກຳ​ແພງນະຄອນ Hyogo ​ແລະ Okayama ຊຶ່ງ​ຂີ້​ຕົມໄດ້​ເຈ່ືອນ ​ລົງ​ມາທັບ​ແລະ​ທຳລາຍ​ບ້ານ​ເຮືອນ​ໄປ​ຫລາຍ​ຫລັງ​. ສ່ວນ​ຢູ່​ທີ່​ປະ​ເທດ​ຈີນ​ນັ້ນ ກໍ​ໄດ້​ຖືກລົມ​ໄຕ້​ຝຸ່ນ​ມໍຣະກົດ ພັດເຂົ້າປະ​ທະ​ຝ່ັງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ໃນ​ວັນ​ອາທິດ​ວານ​ນີ້ ​ເຮັດ​ໃຫ້​ເດັກນ້ອຍ​ຄົນ​ນຶ່ງ​ເສັຍ​ຊີວິດ​ ແລະໝູ່ບ້ານ​ຫລາຍ​ຮ້ອຍ​ແຫ່ງ​ຖືກ​ນຳ້​ຖ້ວມ ​ແລະ​ທຳລາຍ​ບ້ານ​ເຮືອນ 2ພັນ​ຫລັງ​ໃນ​ແຂວງ​ ເຊ​ຈຽງ​ແລະ​ແຂວງ​ຟູ​ຈຽນ​.
ອົງການ​ຂ່າວ​ຊິນ​ຫົວ​ຂອງຣັຖບາ​ນຈີນ​ກ່າວ​ວ່າ ​ເມືອງ​ເວີ້​ນ​ໂຈ​ໃນ​ແຂວງ​ເຊ​ຈຽງ​ ບັນທຶກ​ປະລິມານ​ນ້ຳ​ຝົນໄດ້ຮອດ 70 ຊັງ​ຕິ​ແມັດ​. ທາງ​ການ​ຈີນ​ໄດ້​ຍົກຍ້າຍ​ປະຊາຊົນ1 ລ້ານ​ຄົນ​ໃນ2 ​ແຂວງ​ດັ່ງກ່າວ ແລະ​ສັ່ງ​ໃຫ້ເຮືອ​ຈຳນວນ​ຫລາຍ​ກວ່າ 35ພັນ​ລຳ ​ກັບ​ຄືນ​ເຂົ້າ​ມາ​ຈອດ​ທ່າ​ເຮືອ ກ່ອນທີ່​ລົມພາຍຸ​ທ່ີ​ມີ​ຄວາມ​ແຮງ​ເຖິງ 120ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຈະ​ພັດມາ​ເຖິງ​ນັ້ນ. ພວກ​ພະຍາກອນ​ອາກາດ​ທຳນາ​ຍວ່າ ລົມ​ໄຕ້​ຝຸ່ນ​ມໍຣະກົດຈະ​ອ່ອນ​ແຮງ​ລົງ​ ໃນ​ຂະນະ​ມັນ​ພັດ​ຜ່ານ​ໄປເທິງ​ບົກທາງ​ທິດ​ເໜືອ​.

XS
SM
MD
LG