ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ນຳສູງສຸດຂອງອິຣ່ານສນັບສນຸນ ປະທານາທິບໍດີອາມາດີເນຈາດສໄມທີສອງ


ສະຖານະ​ການ​ໃນ​ອິຣ່ານ: ຜູ້ນຳ​ສູງ​ສຸດ​ຂອງ​ອິຣ່ານ​ໄດ້​ໃຫ້ການ​ສນັບ​ສນຸນຢ່າງ​ເປັນ​ທາງ​ການ​ ຕໍ່ ການ​ດຳຣົງຕຳ​ແໜ່​ງປະທານາທິບໍດີ​ສ​ໄມ​ທີ​ສອງ​ຂອງ​ທ່ານ Mahmoud Ahmadinejad ​ເຖິງ​ແມ່ນ​ມີ​ບັນຫາ​ຂັດ​ແຍ່ງ​ກັນ​ຢ່າງ​ກວ້າງຂວາງ​ ກ່ຽວ ກັບ​ການ​ເລືອກ​ຕັ້ງທ່າ​ນ​ ຄືນ​ໃໝ່ນັ້ນ. ທ່ານ Ayatollah Ali Khameini ​ໄດ້​ອະນຸມັດ​ການ​ຂຶ້ນດຳຣົງຕຳ​ແໜ່ງໃໝ່​ຂອງ​ທ່ານ​ອາມາ​ດີ​ເນ​ຈາດ ​ໃນ​ພິທີ​ທາງ​ການ​ທ່ີ​ຈັດ​ຂຶ້ນ​ໃນ​ກຸງ ເຕຮິຣ່ານ​ໃນ​ມື້​ນີ້. ພວກ​ຜູ້ນຳ​ຝ່າຍ​ຄ້ານ ທ່ີ​ພາກັນ​ບໍ່​ໄປ​ຮ່ວ​ມ​ໃນ​ພິທີ​ດັ່ງ ກ່າວເວົ້າ​ວ່າ ​ໄຊຊນະ​ໃນການ​ເລືອກ​ຕັ້ງຂອງທ່າ​ນອາມາ​ດີ​ເນ​ຈາດ ​ເປັ​ນການ​ສໍ້​ໂກງ. ທ່ານ​ອາມາ​ດີ​ເນ​ຈາດ ຈະ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃໝ່ໃນ​ພິທີ​ທີ່ ສະພາ​ແຫ່ງ​ຊາດ ​ໃນ​ວັນ​ທີ 5 ​ເດືອນ​ນີ້ ​ແລະ​ທ່ານມີ​ເວລາ 2 ອາທິດ​ນັບແຕ່​ມື້ນັ້ນ​ເປັນ​ຕົ້ນ​ໄປ​ ເພື່ອ​ປະກອບຄນະຣັຖບານຊຸດ​ໃຫມ່ຂອງ​ທ່ານ​. ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອິຣ່ານ​ໄດ້​ຈັບ​ກຸມ​ພວກ​ນັກເຄື່ອນ​ໄຫວ ນັກ​ການ​ເມືອງ​ແລະ​ພວກ​ປະ​ທ້ວງ​ຫລາຍ​ຮ້ອຍຄົນ ຫລັງ​ຈາກ​ການ​ເລືອກ​ຕັ້ງ​ ປະທານາທິບໍດີ​ ໃນ​ວັນ​ທີ 12 ​ເດືອນມິຖຸນາ​ແລ້ວ​ນີ້ ​ແລະ​ການ​ດຳ​ເນີນ​ຄະດີ​ພວກຖືກ​ຈັບ​ກຸມ ​ຈຳນວນ​ຫລາຍກວ່າ 100 ຄົນ​ໄດ້​ເຣີ່ມຂຶ້ນ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້. ອະດີດ​ປະທານາທິບໍດີ​ອິຣ່ານ ທ່ານ Mohammad Khatami ຊຶ່ງ ປັດຈຸບັນ​ເປັນ​ຫົວໜ້າ​ພັກ​ປະຕິ​ຮູບ​ໃຫຍ່​ທ່ີ​ສຸດ​ໃນ​ປະ​ເທດ ກ່າວ​ໃນ​ວັນ​ອາທິດ​ ວານ​ນີ້​ວ່າ ການ​ດຳ​ເນີນຄະດີ​ພວກ​ປະ​ທ້ວງ​ເຫລົ່າ​ນີ້​ເປັນ​ການກະທຳ ​ທ່ີ​ຂັດ​ກັນ​ກັບ​ກົດໝາຍຣັຖທັມມະ​ນູນຂອງ​ຊາດ.

ທີ່​ອັຟກາ​ນີສຖານ: ຕຳຫລວດ​ອັຟກາ​ນີສຖານ​ກ່າວ​ວ່າ ລະ​ເບີດ​ແຄມ​ທາງ​ລູກ​ນຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສັຍ​ຊີວິດ​ໄປ 12 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ​ປະມານ 30 ຄົນ​ໃນ​ ເມືອງ​ເຮຣັດ ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ໃນ​ວັນ​ຈັນ​ມື້​ນີ້. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ລະ​ເບີດ​ດັ່ງກ່າວ​ຖືກ​ຊຸກ​ເຊື່ອງ​ໄວ້​ໃນ​ກະ​ຖັງ​ຂີ້​ເຫຍື້ອ​ ແລະກົດ​ຂະນວນ​ໃຫ້ແຕກ​ຂຶ້ນ​ດ້ວຍ​ເຄື່ອງ​ຄວບ​ຄຸມ​ຈາກ​ໄລຍະໄກ ​ໃນ​ຂະນະ​ທ່ີ​ລົດ​ຂອງ​ຕຳຫລວດ​ຂະບວນນື່ງແລ່​ນກາຍ​ໄປ ບົນຖນົນ​ທ່ີ​ມີ​ຜູ້ ຄົນ​ສັນຈອນ​ຢ່າງ​ໜາ​ແໜ້ນ​ນັ້ນ. ​ໂຄສົກ​ຂອງ​ກຸ່ມ​ຕາ​ລີ​ບັນ​ກ່າວ​ວ່າ ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ແມ່ນ​ແນ​ໃສ່ ຫົວໜ້າ​ຕຳຫລວດ​ເຂດ​ເມືອງ Injil ທ່ີຢູ່​ໃກ້​ກັນ ຊື່​ງຜູ້ກ່ຽວ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ສາຫັດ​ຈາກ​ການລະ​ເບີດ​ນັ້ນ. ​ຕຳຫລວດ​ອີກ 2 ຄົນ​ໄດ້ເສັຍ ​ຊີວິດ​ໄປ​ເຊ່ນ​ກັນ ພ້ອມ​ກັບ​ແມ່ຍິງ​ຄົນ​ນຶ່ງ​ແລະເດັກສາວ​ຄົນ​ນຶ່ງ.
ພວກ​ຕາ​ລີ​ບັນໄດ້​ເພ່ີ​ມທະວີ​ການ​ໂຈມ​ຕີ​ຂຶ້ນ​ໃນ​ທົ່ວ​ອັຟກາ​ນີສຖານ ​ໃນ​ຂະນະ​ທ່ີ​ປະ​ເທດ​ດັ່ງກ່າວ ກຳລັງ​ກະກຽມ​ເພື່ອ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ​ການ​ເລືອກຕັ້ງ​ປະຈຳເຂດ​ທ້ອງ​ຖ່ິນ​ຕ່າງໆ​ໃນ​ວັນ​ທີ 20 ​ເດືອນ​ນີ້.
​ຫົວໜ້າ​ກຸ່ມ​ເນ​ໂຕ​ຄົນ​ໃໝ່ ທ່ານ Anders Fogh Rasmussen ກ່າວ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ກຸງ Brussels ວ່າ ພັນທະ​ມິດ​ເນ​ໂຕ​ຕ້ອງການການ​ຊ່ອຍ​ເຫລືອ​ຈາກ​ນາໆ​ຊາດ​ຂຫລາຍ​ຂຶ້ນ​ໃນ​ອັຟກາ​ນີສຖານ​ ເພື່ອ​ປ້ອງ ກັນ​ໃນອັນ​ທ່ີ​ທ່ານ​ເອີ້ນ​ວ່າ ບໍ່​ໃຫ້​ອັຟກາ​ນິສຖານກາຍ​ເປັນ​ສະຖານີ​ກາງແຫ່ງໃໝ່​ ຂອງ​ພວກ​ກໍ່​ການ​ຮ້າຍ​ນາໆ​ຊາດອີກ.
ຄລິນ​ຕັນ​ຢ້ຽມ​ຢາ​ອາ​ຟຣິກາ: ທ່ານ​ນາງ​ຮິນ​ລາ​ຣີ ຄລິນ​ຕັນ ຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດອອກ​ເດີນທາງ​ມຸ່ງ​ໜ້າ​ໄປ​ຍັງ​ທະວີບອາ​ຟຣິກາ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ການ​ຢ້ຽມ ຢາມທ່ີ​ມີ​ວັດຖຸປະສົງ ​ເພື່ອ​ເນັ້ນ​ໜັກ​ເຖິງ​ຄວາມ​ໝັ້ນ​ໝາຍ​ຂອງຣັຖບານ​ທ່ານ​ໂອ​ບາ​ມາ ທ່ີ​ຈະ​ເຮັດ​ໃຫ້​ອາ​ຟຣິກາ​ເປັນ​ບູຣິມະ​ສິດ​ອັນ​ນຶ່ງ​ໃນນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ສະຫະຣັດ. ບ່ອນຢຸດ​ແວ່​ແຫ່ງ​ທຳ​ອິດ​ຂອງແຜນການ​ຢ້ຽມຢາມ 7 ປະ​ເທດ​ໃນ​ທະວີບ​ອັຟຟຣິກາແມ່ນປະ​ເທດ​ເຄັນ​ຢາ ຍ່ອນທ່ີ​ທ່ານ​ນາງ​ຈະເຂົ້າ​ຮ່ວມ​ກອງປະຊຸມວ່າ​ດ້ວຍການຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ເສດຖະກິດ​ ຂອງສະຫະຣັດ​ກັບ​ບັນດາ​ປະ​ເທດ​ໃນ​ເຂດ​ລຸ່ມ​ທະ​ເລ​ຊາຍ Sahara ທີ່ນະຄອນຫລວງ Nairobi ​ໃນ​ວັນ​ພຸດ​ສັບປະດາ​ນີ້. ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ມີ​ວັດຖຸປະສົງ​ ເພື່ອຊ່ອຍ​ເພ່ີມ​ທະວີ​ການ​ຄ້າ​ລະຫວ່າງ​ສະຫະຣັດ​ແລະ​ພວກ​ປະເທດ​ໃນ​ທະວີບອາ​ຟຣິກາ. ​ໃນ​ລະ​ຫວ່າງ​ທີ່​ຢ້ຽມຢາມ​ເຄັນ​ຢານັ້ນ ຣມຕ ການ​ຕ່າງປະ​ເທດ​ສະຫະຣັດ ມີ​ກຳນົດຈະ​ພົບ​ປະ​ສົນທະນາ​ກັບ Sheikh Sharif Amed ປະທານາທິບໍດີຂອງຣັຖບານ​ໄລຍະ​ຂ້າມ​ຜ່ານ​ຂອງ​ໂຊ​ ມາ​ເລັຍ. ຕໍ່ຈາກ​ນັ້ນ ​ທ່ານ​ນາງຄລິນ​ຕັນ​ຈະ​ໄປ​ຢ້ຽມຢາມປະເທດອາຟຣິ ກາ​ໃຕ້ ອັງ​ໂກລາ ສາທາຣະນະຣັດປະຊາທິ ປະ​ໄຕ Congo ​ໄນ​ຈີ​ເຣັຍ ​ໄລ​ເບ​ເຣັຍ ​ແລະ Cap Verde.
ກ່ຽວ​ກັບ​ພວກ​ໂຈນ​ທະ​ເລ​ໂຊ​ມາ​ເລັຍ: ພວກ​ໂຈນ​ທະ​ເລ​ໂຊ​ມາ​ເລັຍ​ໄດ້​ປ່ອຍ​ເຮືອ​ພ່ວງ​ຂອງ​ມາ​ເລ​ເຊັຍ​ລຳ​ນຶ່ງ ພ້ອມ​ທັງ​ພວກ​ລູກ​ເຮືອ​ທ່ີ​ເປັນ​ຊາວ​ອິນ​ໂດ​ເນ​ເຊັຍ 11 ຄົນ​ ຫລັງ​ຈາກໄດ້ກັກໂຕ​ພວກ​ເຂົາ​ເຈົ້າ​ ມາ​ຕັ້ງ​ແຕ່​ເດືອນ​ທັນວາ​ປີ​ແລ້ວ​ນີ້. ​ເຈົ້າ​ໜ້າ​ທີ​ຝ່າຍ​ເດີນ​ເຮືອ​ທາງ​ທະ​ເລ​ທ່ານ​ນຶ່ງ​ກ່າວ​ວ່າ ​ໄດ້​ມີ​ການ​ຈ່າຍ​ຄ່າ​ໄຖ່​ສຳລັບ​ພວກ​ລູກ​ເຮືອ​ເຫລົ່າ​ນີ້ ​ແຕ່​ຍັງບໍ່​ຮູ້ຈຳນວນ​ເທື່ອ. ຜ່ານ​ມາ ພວກ​ໂຈນ​ທະ​ເລ​ໂຊ​ມາ​ເລັຍ​ໄດ້​ຮຽກ​ເອົາ​ຄ່າ​ໄຖ່ ​ແລະ​ໄດ້​ຮັບ​ເງິນຄ່າ​ໄຖ່​ເປັນຈຳນວນ​ຫລາຍ​ລ້ານ​ດອນ​ລາ ຈາກ​ພວກ​ເຈົ້າ​ຂອງ​ເຮືອ​ທ່ີ​ຖືກ​ຈີ້​ໃນ​ມະຫາສມຸດ​ອິນ​ເດັຍ ​ແລະ​ໃນເຂດອ່າວ ​ເອ​ເດິ​ນ (Aden) ນັ້ນ. ນັບຕັ້ງ​ແຕ່​ວັນ​ທີ 1 ​ເດືອນ​ມັງກອນ​ປີ​ນີ້ມາ ທາງ​ອົງການ​ NATO ​ໄດ້ ສົ່ງ​ກຳ​ລັງ​ໄປປະຕິ​ບັດ​ງານ​ ​ເພື່ອ​ປ້ອງ​ກັນ​ການປຸ້ນ​ຈີ້​ທາງ​ທະ​ເລ​ນີ້​ ໃນເສ້ນ​ທາງ​ເດີນ​ເຮືອ ທ່ີ​ແອ​ອັດ​ລະຫວ່າງ​ເຂດ​ເອ​ເຊັຍ​ແລະ​ຢູ​ໂຣບ.
ປະ​ເທດ​ໂຊ​ມາ​ເລັຍ​ບໍ່​ໄດ້ມີຣັຖບານ ທ່ີ​ປະຕິບັດ​ງານ​ໄດ້​ ມາ​ຕັ້ງ​ແຕ່​ປີ 1991. ​ແລະບໍ່​ມີ​ສິ່ງ​ຈູງ​ໃຈ​ໃດໆ ​ໃຫ້ພວກ​ກຸ່ມ​ທະຫານ​ບ້ານ​ແລະ​ກຸ່ມ​ກະບົດ​ຕ່າງໆ​ທ່ີ​ຄວບ​ຄຸມ​ບໍລິ​ເວນເລາະແຄມຝັ່ງ​ທະ​ເລນັ້ນ ທຳ​ການ​ຢຸດຕິ ​ຫລື​ຂັດຂວາງພວກ​ໂຈນທະເລ​.
ຟີ​ລິບ​ປິນຈັດພິທີ​ສົ່ງສະການ​ມື້​ລາງ​ປະທານາທິບໍດີ ອາ​ກິ​ໂນ: ​ປະຊາຊົນ​ຟີ​ລິບ​ປິນນັບ​ເປັນ​ໝື່ນໆ​ຄົນ ຊຶ່ງຈຳ​ນວນ​ຫລາຍນຸ່ງເສື້ອສີ​ເຫລືອງ ພາກັນ​ຢືນ​ລຽນແຖວ​ ​ຕາມ​ຖນົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ນະຄອນມະນີລາ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂະນະ​ທ່ີຂະບວນ​ແຫ່​ຫີບ​ສົບ​ຂອງ​ອະດີດ​ປະທານາທິບໍດີ Corazon Aquino ຜ່ານໄປ.
ຫີບ​ສົບ​ທີ່​ປົກ​ຄຸມ​ດ້ວຍ​ທຸງຊາດ​ຟີ​ລິບ​ປິນ ແລະວາງ​ຢູ່​ບົນດອກໄມ້​ສີເຫລືອງ ​ໄດ້​ບັນທຸກ​ໃສ່​ລົດ​ບັນ​ບຸກຂນາດ​ໃຫຍ່​ຄັນ​ນຶ່ງ​ ແຫ່​ຜ່ານໄປ​ຕາມ​ຊ່ວງ​ນື່ງຂອງຖນົນ​ຫລວງ EDSA ​ ຊຶ່ງ​ເປັນ​ບ່ອນ​ຊຸມນຸມ​ປະ​ທ້ວງ​ຂອງ ຂະບວນການ
ອຳນາດ​ມະຫາຊົນ ທ່ີ​ທ່ານ​ນາງ​ເປັນ​ຜູ້ນຳ​ພາ​ໃນ​ປີ 1986 ​ເພື່ອ​ໂຄ່ນ​ລົ້ມ​ຈອມ​ຜະ​ເດັດການ​ Ferdinand Marcos ນັ້ນ. ປະຊາຊົນ​ທີ່​ຢືນ​ຢູ່​ສອງ​ຟາກ​ທາງ ພາກັນ​ຮ້ອງ​ເພງ​ຕ່າງໆ​ທ່ີ​ເປັນ​ທ່ີ​ນິຍົມ​ກັນ​ໃນ​ລະຫວ່າງ​ຂະ​ບວນການຕໍ່ສູ້​ເພື່ອ​ປະຊາທິປະ​ໄຕ​ໃນ​ຊຸມ​ປີ 1980 ​ພ້ອມ​ກັບຖື​ປ້າຍ​ຄຳ​ຂວັນ​ ທ່ີຂຽນ​ວ່າ “ຂອບ​ໃຈ​ Cory Aquino ​ແລະ​ລາ​ກ່ອນ” ​ແລະ​ພາກັນ​ເອົາ​ອດກ​ໄມ້​ສີ​ເຫລືອງແລະ​ເຈັ້ຍນ້ອຍໆ​ສີ​ເຫລືອງ ຫວ່ານ​ໂຮຍ​ໃສ່​ຫີບ​ສົບ​ຂອງ​ທ່ານ​ນາງ. ນາງ Kris Aquino ລູກ​ສາວ​ຂອງ​ທ່ານ​ນາງ Cory Aquino ​ໄດ້ ກ່າວຂອບ​ອົກ​ຂອບ​ໃຈ​ຕໍ່​ປະຊາຊົນ ​ທ່ີ​ໄດ້​ສະ​ແດງ​ການ​ສນັບ​ສນຸນແກ່ຍາ​ແມ່​ຂອງ​ນາງ ນັບ​ຕັ້ງ​ແຕ່​ເພີ່ນ​ໄດ້​ເຖິງ​ແກ່​ອະສັນ​ຍະ​ກັມ​ ໃນ​ວັນ​ເສົາ​ຜ່ານ​ມານີ້. ສະມາຊິກ​ສະພາ​ສູງ​ຟີ​ລິບ​ປິນ ທ່ານ Richard Gordon ກ່າວ​ວ່າ ການ​ອອກ​ມາມີໜ້າ​ຂອງ​ປະຊາຊົນ​ໃນ​ຈຳນວນ​ຫລວງຫລາຍ​ຕາມ​ຖນົນ​ຫົນທາງ​ສາຍ​ຕ່າງໆນັ້ນ ແມ່ນ​ເໝາະ​ສົມ​ທີ່​ສຸດ​ແລ້ວ ສຳລັບ​ຜູ້ນຳ​ທ່ີ​ຂຶ້ນມາ​ກຳ​ອຳນາດ​ ຍ້ອນ​ການ​ປະທ້ວງຢູ່ຕາມ​ຖນົນ​ຫົນທາງນັ້ນ.

XS
SM
MD
LG