ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປະທານາທິບໍດີ ຕຳໜິການດຳເນີນຄະດີ ພວກປະທ້ວງ ໃນອິຣ່ານ


ສະຖານະ​ການ​ໃນ​ອິຣ່ານ: ອະດີດ​ປະທານາທິບໍດີ​ອິຣ່ານ ຊຶ່ງ​ປັດຈຸບັນ​ເປັນ​ຫົວໜ້າ​ພັກ​ນຶ່ງ​ໃນ​ບັນດາ​ພັກ​ປະຕິ​ຮູບ​ທີ່ໃຫຍ່​ທ່ີ​ສຸດ​ໃນ​ອິຣ່ານ ​ໄດ້​ທຳ​ການ​ຕຳ​ໜິຕິຕຽນ​ຢ່າງ​ໜັກ ການ​ດຳ​ເນີນ​ຄະດີ​ພວກ​ປະ​ທ້ວງແລະ​ນັກ​ເຄື່ອນ​ໄຫວອິຣ່ານ ຈຳນວນ​ຫລາຍ​ກວ່າ 100 ຄົນນັ້ນ​ ວ່າ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍຣັຖທັມມະ​ນູນ ຂອງ​ຊາດ.
ອະດີດ​ປະທານາທິບໍດີ Mohammad Khatami ​ໄດ້​ທຳ​ການ​ໂຈມ​ຕີ​ຢ່າງ​ໜັກ​ຕໍ່​ຍຸດທະວິທີ​ຂອງ​ສານ ​ໃນ​ມື້​ນີ້ ​ນຶ່ງ​ມື້​ຫລັງ​ຈາກ​ອັນທ່ີ​ທ່ານ Khatami ​ເອີ້ນ​ວ່າການ​ດຳ​ເນີນ​ຄະດີ​ເພື່ອ​ສະ​ແດງອຳນາດ​ນັ້ນ ເຣີ່ມຂຶ້ນ​ ໃນ​ກຸງ​ເຕຮິຣ່ານ ຊຶ່ງ​ທ່ານ​ກ່າວ​ວ່າພວກ​ໄອ​ຍະ​ການອິງ​ໃສ່​ການ​ຮັບສາລະພາບ​ທ່ີ​ໄດ້ມາຢ່າງ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​.
​ໃນ​ວັນ​ເສົາວານ​ນີ້ ພວກ​ໄອ​ຍະ​ການ​ກ່າວ​ຫາ​ພວກ​ປະ​ທ້ວງຢູ່ໃນ​ສານວ່າ​ ວາງ​ແຜນທຳ​ການ​ປະຕິວັດກຳ​ມະ​ຍີ່ ຫລື Velvet Revolution ​ເພື່ອ​ໂຄ່ນ​ລົ້ມຣັຖບານ​ຂອງ​ອິຣ່ານນັ້ນ. ການ​ປະຕິວັດ​ກຳ​ມະ​ຍີ່​ຄັງທຳ​ອິດແມ່ນ​ເກີດ​ຂຶ້ນ​ໃນ​ຢູ​ໂຣບຕາ​ເວັນ​ອອກ​ ໃນ​ທ້າຍ​ຊຸມ​ປີ 1980 ​ເວລາ​ການ​ປົກຄອງ​ຂອງ​ສະຫະພາບ​ໂຊ​ວຽດ​ ໄດ້​ຖືກ​ໂຄ່ນລົ້ມ​ລົງໂດຍ​ບໍ່​ມີ​ການ​ນອງ​ເລືອດໃດໆ ​. ພວກ​ນັກ​ເຄື່ອນ​ໄຫວ​ໃນ​ອິຣ່ານໄດ້​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ຈັດ​ແຈງໃຫ້​ມີ ການ​ເດີນ​ຂະ​ບວນປະ​ທ້ວງ​ຄັ້ງ​ໃຫຍ່​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ວັນ​ທີ 12 ມິີຖຸນາ​ຜ່ານ​ມາ ທ່ີປະທານາທິບໍດີຄົນປັດຈຸບັນ ທ່ານ Mahmoud Ahmadinejad​ ໄດ້​ຖືກເລືອກ​ຕັ້ງ​ໃຫ້​ດຳຣົງຕຳ​ແໜ່ງອີກ​ສ​ໄມ​ນຶຶ່ງ​ນັ້ນ. ​ແຕ່ພວກ​ຝ່າຍ​ຄ້ານ​ກ່າວ​ວ່າ ​ໄດ້​ມີ​ການສໍ້​ໂກງ ການ​ປ່ອນ​ບັດ​ເລືອກ​ຕັ້ງ ແລະ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ແມ່ນ​ແປດ​ເປຶ້ອນ ມີ​ມົນທິນ.
ອິຣ່ານຢືນຢັນ ກັກໂຕຄົນອະເມລິກັນ 3 ຄົນໄວ້: ​ໂທລະ​ພາບ​ຂອງອີຣ່ານຢືນຢັນວ່າ ຊາວອະເມລິກັນສາມຄົນ ທີ່ມີລາຍ ງານວ່າ ໄດ້ຂ້າມເຂົ້າໄປໃນອີຣ່ານຈາກພາກເໜືອຂອງອີຣັກ ​ໄດ້ຖືກ ກັກຕົວໄວ້ ໃນຂໍ້ຫາເຂົ້າປະເທດຢ່າງຜິດກົດໝາຍ ສະຖານີທີວີ Al-Alam ຂອງລັຖບານອີຣ່ານ
ບອກລັກສະນະຂອງຊາວ ອາເມລິກັນທັງສາມຄົນນັ້ນ ວ່າເປັນນັກທ່ອງທ່ຽວເດີນປ່າ ແລະເວົ້າວ່າ ທັງ​ສາມໄດ້ຂ້າມເຂົ້າໄປໃນອີຣ່ານຈາກທາງພາກເໜືອຂອງອີຣັກໂດຍບໍ່ ໄດ້ຮັບອະນຸຍາດ ເຖິງແມ່ນ​ໄດ້ມີການຕັກເຕືອນຫລາຍເທື່ອວ່າ ຊາຍ ແດນອີຣ່ານ​ແມ່ນຢູ່ໄກ້ຫລາຍ​ ​ແລະກໍບໍ່ມີໝາຍເຂດແດນຢ່າງ ແຈ່ມແຈ້ງກະຊວງຕ່າງປະເທດສະຫະລັຖກ່າວວ່າ ຕົນກຳລັງປະ
ສານງານກັນກັບ ສະຖານທູດສວີສເຊີແລນດ໌
ໃນກຸງເຕຫະຣ່ານຢູ່ ເພື່ອໃຫ້ປ່ອຍຊາວອາເມລິກັນທັງສາມ ຊື່​ງ​ເປັນຜູ້ຊາຍສອງ ແລະແມ່ຍິງນຶ່ງຄົນນັ້ນ. ສະຫະລັຖ ບໍ່ມີສຳພັນທາງການທູດກັບອີຣ່ານຊາວອາເມລິກັນສາມຄົນທີ່ວ່ານັ້ນ ເດີນທາງໄປເຖິງ
ເມືອງ IRBIL ຊຶ່ງເປັນເມືອງຫລວງຂອງ​ເຂດເຄີດີສະຖານ​ຂອງ​ອິຣັກ ໃນຕົ້ນອາທິດນີ້ ແລະພັກຢູ່ຣີສອດ​ແຫ່ງ​ນຶ່ງ​ໃນພູເຂົາ ໄກ້ໆ​ກັບຊາຍແດນອີຣ່ານ
ທີ່ອັຟກາ​ນີສຖານ: ​ເຈົ້າໜ້າ​ທີ່​ເນ​ໂຕ້ໃນ​ນະຄອນຫລວງ​ກາ​ບູລ ກ່າວ​ວ່າ​ທະຫານ​ອາ​ເມ​ຣິ​ກັນ ສາມ​ຄົນ ຖືກ​ຂ້າ​ຕາຍ​ໃນ​ມື້​ນີ້ ທີ່​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນິສຖານ ຊື່​ງທະຫານ​ສາມ​ຄົນ​ນີ້​ເປັນ​ສ່ວນ​ນື່ງຂອງ​ໜ່ວຍລາຕ​ເວນ ທີ່​ຖືກ​ໂຈມ​ຕີ ​ດ້ວຍລະ​ເບີດ​ທີ່​ເຮັດ​ເອງ ​ແລ້ວຖືກ​ດັກ​ສະກັດ​ຍິງ​ໃສ່.ໃນ​ວັນ​ເສົາ​ວານ​ນີ້ ທະຫານ​ອາ​ເມ​ຣິ​ກັນ​ອີກ​ສາມ​ຄົນ ກໍ​ເສັຍ​ຊີວິດ ພ້ອມ​ກັບ​ທະຫານ​ຝຣັ່ງຄົນ​ນື່ງ​ແລະ​ທະ​ຫານເນ​ໂຕ​ຈາກ​ປະ​ເທດ​ອື່ນອີກ​ ສອງ​ຄົນ​ ໃນ​ການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຕໍ່ສູ້. ​ແລະ​ໃນ​ມື້ວານ​ນີ້​ເຊ່ນ​ກັນ ບັນດາ​ເຈົ້າ​ໜ້າ​ທ່ີ​ອັຟກາ​ນີສຖານ​ກ່າວ​ວ່າ ​ຄົນ​ຮ້າຍທ່ີ​ສົງ​ໄສ​ວ່າ​ເປັນ​ພວກ​ນັກ​ຕໍ່​ສູ້ຫົວຮຸນ​ແຮງ​ຂອງກຸ່ມ​ຕາ​ລີ​ບັນ ​ໄດ້​ດັກ​ໂຈມ​ຕີ​ລົດຂະ​ບວນ​ນຶ່ງ ​ທ່ີ​ບັນທຸກ​ໜ່ວຍ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ຂອງປະທານາທິບໍດີ Hamid Karzai ​ເຮັດ​ໃຫ້​ຜູ້​ອາຣັກຂາ​ຄົນ​ນຶ່ງ​ເສັຍ​ຊີວິດ ​ແລະ​ບຸກຄົນ​ອື່ນ​ອີກ 2 ຄົນໄດ້​ຮັບ​ບາດ​ເຈັບ. ປະທານາທິບໍດີ Karzai ຊື່​ງມີແຄນ​ນສຽງ​ນຳ​ໜ້າ​ໃນ​ການເລືອກ​ຕັ້ງ​ທ່ີ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 20 ​ເດືອນ​ສິງຫານີ້ ບໍ່​ໄດ້​ເດີນທາງ​ໄປ​ນຳ​ຂະ​ບວນ ລົດ.
ທິ່ໄນເຈເຣັຍ: ເຈົ້າໜ້າທີ່ໄນຈີເຣຍກ່າວວ່າ ມີປະຊາຊົນຫລາຍກວ່າ 700 ຄົນຖືກຂ້າ ໃນເຫດການປະທະກັນລະຫວ່າງຕຳລວດແລະກຸ່ມນິກາຍອີສລາມ ຫົວຮຸນແຮງກຸ່ມນື່ງ ໃນເມືອງ MAIDUGURI ທາງພາກເໜືອຂອງປະ​ເທດເຈົ້າໜ້າທີ່ລັຖບານແລະ​ເຈົ້າໜ້າທີ່ສາທາລະນະສຸກ ໃນເມືອງ MAI-DUGURI ໄດ້ພາກັນ​ຍົກຍ້າຍຊາກສົບອອກຈາກຖະນົນຫົນທາງ ຫລັງຈາກເຫດການ ສະຫງົບລົງແລ້ວ. ທາງການຕຳລວດກຳລັງສືບຕໍ່ຊອກຫາສະມາຊິກຂອງນິກາຍສາ ສນາ ທີ່ມີຊື່ວ່າ BOKO HARAM ທີ່ຖືກກ່າວ​ຫາວ່າ ເປັນຕົວການກໍ່ຄວາມວຸ້ນວາຍທີ່ເກີດຂຶ້ນເມື່ອອາທິດແລ້ວນີ້ ຫລັງຈາກກຳລັງຮັກສາຄວາມ ປອດພັຍ ​ໄດ້ຈັບກຸມພວກຜູ້ນຳບາງ
ຄົນຂອງກຸ່ມ. ພວກຫົວຮຸນແຮງໄດ້ ໂຈມຕີສະຖານີຕຳລວດ ໂບດວິຫານ ແລະ​ໂຮງການ ລັດຖະບານຫລາຍໆແຫ່ງ ເປັນເວ ລາຫ້າມື້ກຳລັງຮັກສາຄວາມປອດພັຍ​ໄດ້ທຳການຕອບ ໂຕ້ຄືນ ໃນຕອນທ້າຍອາທິດ. ທາງການກ່າວວ່າ ປະຊາຊົນຫລາຍພັນຄົນຖືກພັດພາກຈາກບ່ອນຢູ່ອາໄສ ຍ້ອນການສູ້ລົບກັນຄັ້ງນີ້.
ເຮືອບິນ​ໂດຍສານ​ຫາຍ​ສາບ​ສູນ​ ທີ່ອິນ​ໂດ​ເນ​ເຊັຍ: ບັນດາ​ເຈົ້າ​ໜ້າ​ທ່ີ​ອິນ​ໂດ​ເນ​ເຊັຍ ກ່າວ​ວ່າ ​ເຮືອ ບິນ​ໂດຍສານ​ລຳ​ນຶ່ງ​ທ່ີ​ບັນທຸກ​ຄົນ​ໂດຍສານ 16 ຄົນ ​ໄດ້​ຫາຍ​ສາບ​ສູນ​ໄປ​ໃນ​ແຂວງ​ປາ​ປົວໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ. ທາງ​ການ​ອິນ​ໂດ​ເນ​ເຊັຍ ກ່າວ​ວ່າ ເຮືອບິນຂນາດ​ນ້ອຍລຸ່ນ Twin Otter ຂອງສາຍ​ການບິນ Merpati Nusantara ​ກຳລັງ​ບິນ​ໄປ​ຍັງ​ເມືອງ Oksibil ​ໃກ້​ກັບ​ຊາຍ​ແດນ​ຂອງ​ແຂວງ Papua New Guinea ​ໃນ​ວັນ​ອາທິດ​ວານ​ນີ້ ​ເວລາ​ເຮືອບິນ​ນີ້​ຂາດ​ການ​ຕິດ​ຕໍ່ກັບ​ຫໍ​ຄວບ​ຄຸມ​ການບິນ​ປະມານ 40 ນາທີ​ ຫລັງຈາກ​ບິນ​ອອກ​ຈາກ​ເມືອງ Jayapura ຊຶ່ງຕາມ​ປົກ​ຕິ​ແລ້ວ ​ຖ້ຽວ​ບິນນີ້​ແມ່ນ ​ໃຊ້​ເວລາ​ປະມານ 50 ນາທີ​. ​ໄດ້​ມີ​ການ​ສົ່ງ​ພວກ​ເຈົ້າ​ໜ້າ​ທ່ີ​ຝ່າຍຊອກ​ຄົ້ນ​ແລະຊ່ອຍ​ກູ້​ໄພ ໄປ​ຍັງ​ຂົງ​ເຂດ​ທ່ີຢູ່​ສອກຫລີກ​ຫ່າງ​ໄກ​ນີ້​ແລ້ວ. ພື້ນ​ທ່ີ​ຂອງ​ແຂວງ​ປາ​ປົວ​ສ່ວນ​ຫລາຍ​ເປັນ​ເຂດ​ພູດ​ອຍ ​ເຕັມ​ໄປ​ດ້ວຍ​ປ່າດົງ​ຕຶບ​ທ່ີ​ເຂົ້າໄປ​ຫາ​ຍາກ​ ແລະໃນ​ອະດີດ​ຜ່ານ​ມາ​ນັ້ນ ພວກ​ເຮືອບິນ​ບາງລຳ​ທ່ີ​ຫາຍ​ສາບ​ສູນ​ໄປ ​ແມ່ນ​ຊອກ​ຫາ​ບໍ່​ເຫັນ​ເລີຍ.

XS
SM
MD
LG