ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການເລື່ອນເວລາ ການອອກຄຳພິພາກສາ ທ່ານນາງ ອອງຊານ ຊູຈີ ໄປໃສ່ວັນທີ 11 ສິງຫາ


ມຽນມາ - ຊູຈີ: ສານມຽນມາ ທີ່ພິຈາຣະນາ ຄະດີ ທ່ານນາງ ອອງຊານ ຊູຈີ ຜູ້ນຳປະຊາທິ ປະໄຕ ທີ່ຖືກຄຸມຂັງ ຂອງມຽນມາ ໄດ້ເລື່ອນ ການອອກຄຳພິພາກສາ ໄປໃສ່ວັນທີ 11 ສິງ ຫາຈະມາ. ພວກນັກການທູດຕ່າງປະເທດ ທີ່ ໄປຮ່ວມການດຳເນີນຄະດີ ກ່າວວ່າ ຜູ້ພິພາກ ສາທີ່ເປັນປະທານ ໄດ້ເລື່ອນ ການອອກຄຳພິ ພາກສາກໍເພື່ອຢາກທົບທວນເບິ່ງຄະດີດັ່ງກ່າວ ຄືນອີກ. ເຈົ້າໜ້າທີ່ມຽນມາໄດ້ເພີ້ມການຮັກສາ ຄວາມປອດພັຍໃນບໍຣິເວນ ອ້ອມແອ້ມຄຸກໃຫຍ່ INSEIN ທີ່ນະຄອນ ຢ່າງກຸ້ງ ໃນວັນສຸກມື້ນີ້ ຂະນະທີ່ມີກຳນົດວ່າ ຈະມີອອກຄຳພິພາກສາ ນັ້ນ. ທ່ານນາງ ອອງຊານ ຊູຈີ ໄດ້ຖືກດຳເນີນ ຄະດີ ໃນຂໍ້ຫາ ລະເມີດເງື່ອນໄຂ ໃນການກັກບໍຣິເວນ ໃນເດືອນພຶສະພາ ຜ່ານມາ. ທ່ານນາງ ປະເຊີນກັບໂທດ ຈຳຄຸກດົນເຖິງ 5 ປີ ໃນການ ອະນຸຍາດໃຫ້ ຊາວອະເມຣິກັນ ຄົນນຶ່ງ ທີ່ລອຍນ້ຳ ໄປເຮືອນ ຂອງທ່ານນາງ ທີ່ຕັ້ງຢູ່ແຄມ ທະເລສາບ ໂດຍທີ່ບໍ່ໄດ້ຮັບ ການເຊື້ອເຊີນ ພັກຢູ່ທີ່ນັ້ນ ເປັນເວລາ 1 ຄືນ. ຊາວອະເມຣິກັນ ຜູ້ບຸກລຸກຄົນນັ້ນ ກໍຖືກດຳເນີນຄະດີ ຄືກັນ. ໃນມື້ວານນີ້ ສະຫະຣັດ ຮຽກຮ້ອງໃຫ້ປ່ອຍ ທ່ານນາງ ອອງຊານ ຊູຈີ ແລະ ພວກນັກໂທດອື່ນໆ 2 ພັນ 100 ຄົນ ໃນທັນທີ ແລະບໍ່ມີເງື່ອນໄຂ ໃດໆທັງສິ້ນ.

ເກົາຫລີ - ເຮືອຫາປາ: ເກົາຫລີໃຕ້ ກ່າວວ່າ ເກົາຫລີເໜືອ ຈະທຳການສືບສວນພວກລູກເຮືອ ຂອງເຮືອຫາປາເກົາຫລີໃຕ້ ທີ່ຖືກຈັບ ໃນວັນພະ ຫັດວານນີ້ ຫລັງຈາກປາກົດວ່າ ໄດ້ແລ່ນເຂົ້າໄປ ໃນເຂດນ່ານນ້ຳ ຂອງເກົາຫລີເໜືອ. ກະຊວງ ທ້ອນໂຮມຊາດ ຂອງເກົາຫລີໃຕ້ກ່າວວ່າ ຕົນ ໄດ້ຮັບຂ່າວ ກ່ຽວກັບ ແຜນການສອບສວນ ໂດຍທາງແຟັກສ໌ ຈາກພຽງຢາງ. ກະຊວງ ທ້ອນໂຮມຊາດ ເກົາຫລີໃຕ້ ເວົ້າວ່າ ເຮືອຫາປາ ແລະພວກລູກເຮືອ ທັງ 4 ໄດ້ຫລົງເຂົ້າໄປ ໃນເຂດນ່ານນ້ຳ ຂອງເກົາຫລີເໜືອ ຫລັງຈາກ ເປັນທີ່ປາກົດວ່າ ຣະບົບບອກທິດທາງ ໂດຍດາວທຽມ ຂອງເຂົາເຈົ້າ ໄດ້ປະສົບ ບັນຫາຕິດຂັດ. ເຮືອຫາປາ ລຳດັ່ງກ່າວ ໄດ້ຖືກຈັບ ໂດຍເຮືອລາຕເວນ ຂອງເກົາຫລີເໜືອ ແລະຖືກແກ່ໄປຍັງ ເມືອງທ່າ JANGJON ໃນເຂດ ແຄມຝັ່ງທະເລ ກ້ຳຕາເວັນອອກ ຂອງເກົາຫລີເໜືອ ໃນຕອນເຊົ້າ ວານນີ້. ເກົາຫລີໃຕ້ຮ ຽກຮ້ອງໃຫ້ ເກົາຫຼີເໜືອ ປ່ອຍເຮືອຫາປາ ລຳດັ່ງກ່າວ ແລະພວກລູກເຮືອທັງໝົດ.

ຈີນ - ຝົນຕົກໜັກ: ຝົນຕົກໜັກໃນຮອບ 70 ກວ່າປີ ເຮັດໃຫ້ ນະຄອນຊຽງໄຮ້ຫົວເມືອງອຸສາ ຫະກັມ ທີ່ສຳຄັນຂອງຈີນ ແລະເຂດອ້ອມແອ້ມ ຢຸດຊະງັກ. ອົງການຂ່າວ ຊິນຫວາ ຂອງທາງ ການຈີນ ລາຍງານວ່າ ພັຍນ້ຳຖ້ວມ ແລະດິນເຈື່ອນ ໄດ້ເຮັດໃຫ້ ພວກເດີນທາງ ເກືອບ 2 ພັນຄົນ ຕົກຄ້າງ ຢູ່ທີ່ສນາມບິນ ແລະບັງຄັບ ໃຫ້ອີກເກືອບ 3 ພັນຄົນ ຕ້ອງໄດ້ອອກໜີ ຈາກເຮືອນຊານ ບ້ານຊ່ອງ ຂອງພວກເຂົາເຈົ້າ. ບໍ່ມີລາຍງານ ກ່ຽວກັບພວກ ທີ່ໄດ້ຮັບບາດເຈັບ ລົ້ມຕາຍ. ຝົນຕົກ ທີ່ແທກໄດ້ ລະຫວ່າງ 80 ຫາ 140 ມີລລີແມັດ ເຮັດໃຫ້ ນະຄອນຊຽງໄຮ້ ແລະເຂດອ້ອມແອ້ມ ເກີດນ້ຳຖ້ວມ. ມີການສົ່ງຄົນງານ ຫລາຍກວ່າ 500 ຄົນ ອອກໄປ ປະຕິບັດໜ້າທີ່ ເພື່ອລຸໂລ່ງ ບໍ່ໃຫ້ທາງນ້ຳຕັນ. ສະພາບ ອາກາດປ່ັນປ່ວນ ທີ່ວ່ານີ້ ໄດ້ເຮັດໃຫ້ ຖ້ຽວບິນເກືອບ 70 ຖ້ຽວ ທັງເດີນທາງໄປ ແລະຈາກສນາມບິນ PUDONG ແລະ HONGQIAO ຂອງນະຄອນຊຽງໄຮ້ ມີການຊັກຊ້າ. ອົງການຂ່າວ ຊິນຫວາ ເວົ້າວ່າ ນອກນັ້ນ ຍັງໄດ້ເກີດ ຝົນຕົກໜັກ ຢູ່ໃນເຂດ SICHUAN, GUIZHOU, GUANGXI, HUNAN ແລະ JIANGXI ທີ່ຕັ້ງຢູ່ ທາງພາກໃຕ້ຂອງຈີນ ໃນຮອບເດືອນ ຜ່ານມາ.

ຍີ່ປຸ່ນ - ຄົນຫວ່າງງານ: ຣັຖບານຍີ່ປຸ່ນ ກ່າວ ວ່າ ອັດຕຣາຄົນຫວ່າງງານໃນຍີ່ປຸ່ນ ໄດ້ເພີ້ມຂຶ້ນ ສູ່ຣະດັບສູງສຸດ ໃນຮອບ 6 ປີ ເປັນ 5.4% ໃນ ເດືອນມິຖຸນາ ຜ່ານມາ. ອັດຕຣາຄົນຫວ່າງງານ ໄດ້ເພີ້ມຂຶ້ນ ຈາກ 5.2% ໃນເດືອນພຶສະພາ ແລະໃນປັດຈຸບັນ ເກືອບຮອດ ຣະດັບທີ່ສູງ ເປັນປະວັດການ 5.5% ຂອງປີ 2003. ຣັຖບານຍີ່ປຸ່ນກ່າວ ໃນມື້ນີ້ວ່າ ຈຳນວນຜູ້ຄົນ ທີ່ບໍ່ມີ ວຽກການເຮັດ ໃນເດືອນມິຖຸນາ ຜ່ານມາ ໄດ້ເພີ້ມຂຶ້ນ 31% ຈາກປີກ່ອນ ຕົກເປັນເກືອບ ຈຳນວນ 3 ລ້ານ 5 ແສນຄົນ. ຣັຖບານຍີ່ປຸ່ນ ກ່າວວ່າ ດັຊນີ ຣາຄາສິນຄ້າ ບໍຣິໂພກ ທີ່ສຳຄັນໆ ຂອງຍີ່ປຸ່ນ ໄດ້ຫລຸດລົງ ເປັນປະວັດການ 1.7% ຈາກປີກ່ອນ ໃນເດືອນມິຖຸນາ ຜ່ານມານີ້.

ສະຫະຣັດ: ຣັຖບານສະຫະຣັດ ກ່າວວ່າ ຕົນກຳລັງ ດຳ ເນີນງານ ເພື່ອຊອກຫາເງິນ ເພີ້ມຕື່ມ ກ່ຽວກັບ ໂຄງການ ນຳເອົາຣົດເກົ່າ ໄປແລກເອົາ ຣົດໃໝ່ ທີ່ໄດ້ຮັບ ຄວາມນິ ຍົມສູງນັ້ນ. ເຈົ້າໜ້າທີ່ ກ່າວວ່າ ໂຄງການ ເອົາຣົດເກົ່າ ໄປແລກເອົາ ຣົດໃໝ່ທີ່ວ່ານີ້ ແມ່ນເປັນການໃຫ້ເງິນ ແກ່ ເຈົ້າຂອງຣົດ ຫລາຍເຖິງ 4 ພັນ 500 ໂດລາ ເພື່ອນຳເອົາ ຣົດເກົ່າ ທີ່ກິນ ນ້ຳມັນຫລາຍ ໄປແລກເອົາຣົດໃໝ່ ທີ່ກິນ ນ້ຳມັນໜ້ອຍ. ໂຄງການດັ່ງກ່າວ ແມ່ນໄດ້ໝົດເງິນ ທີ່ທາງຣັຖສະພາ ສະຫະຣັດ ໄດ້ອະນຸມັດໃຫ້ ໃນຈຳນວນ 1 ພັນລ້ານໂດລາແລ້ວ. ໃນຕອນແລງ ວານນີ້ ຣັຖບານ ສະຫະຣັດ ກ່າວວ່າ ການຂາຍຣົດ ທີ່ໄດ້ຮັບເງິນ ສນັບສນຸນ ຈາກໂຄງການ ດັ່ງກ່າວນີ້ ອາດມີກາຍ 250 ພັນຄັນ. ໃນຖແລງຂ່າວ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ແລງວານນີ້ ໂຄສົກຂອງ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າ ຣັຖບານກຳລັງ ຊັ່ງຊາຕີຣາຄາເບິ່ງ ທາງເລືອກຕ່າງໆ ເພື່ອສືບຕໍ່ ໂຄງການທີ່ວ່ານີ້. ຣັຖບານສະຫະຣັດ ໄດ້ລິເລີ້ມ ໂຄງການນີ້ ເມື່ອນຶ່ງອາທິດກ່ອນ ເພື່ອເພີ້ມ ການຂາຍຣົດ ຂອງສະຫະຣັດ ແລະປັບປຸງ ໃຫ້ຣົດກິນ ນ້ຳມັນໜ້ອຍລົງ ເວລາມີການນຳໃຊ້.

ຕາຈິກກິສຖານ: ປະທານາທິບໍດີ ຕາຈິກກິສ ຖານທ່ານ EMOMALI RAKHMON ແລະ ປະທານາທິບໍດີ ຣັດເຊັຽ ທ່ານ DMITRI MEDVEDEV ໄດ້ເປີດເຂື່ອນຜລິດໄຟຟ້າ ພະ ລັງນ້ຳແຫ່ງນຶ່ງ ຊຶ່ງເຮັດໃຫ້ ໂຄງການຮ່ວມມື ທີ່ໄດ້ເລີ້ມຂຶ້ນ ແຕ່ຍຸກສມັຍ ສະຫະພາບໂຊ ວຽດພຸ້ນ ສຳເຣັດເສັດສິ້ນລົງ. ເຂື່ອນ SANGTUDA ຊຶ່ງຕັ້ງຢູ່ ທາງທິດໃຕ້ ຂອງນະຄອນຫລວງ DUSHANBE ມີເປົ້າໝາຍ ທີ່ຈະຜລິດ 12% ຂອງກະແສໄຟຟ້າ ທີ່ໃຊ້ທັງໝົດ ໃນຕາຈິກກິສຖານ. ຄວາມສາມາດ ໃນການຜລິດໄຟຟ້າ ໄດ້ເຖິງ 670 ເມກາວັດ ແມ່ນມີຄວາມຈຳເປັນ ສຳລັບຕາຈິກກິສຖານ ຊຶ່ງມີການ ຂາດແຄນໄຟຟ້າ ຢ່າງໜັກ ໃນຣະດູໜາວ ທີ່ພາໃຫ້ ການດຳຣົງຊີວິດ ປະສົບກັບ ຄວາມຍຸ່ງຍາກນັ້ນ. ເຂື່ອນດັ່ງກ່າວ ຊຶ່ງມີມູນຄ່າ 720 ລ້ານໂດລາ ແມ່ນນຶ່ງ ໃນໂຄງການຮ່ວມມື ທີ່ໃຫຍ່ທີ່ສຸດ ລະຫວ່າງຣັດເຊັຽ ກັບຕາຈິກກິສຖານ ທີ່ແນໃສ່ ເພື່ອເສີມຂຍາຍ ອິດທິພົນຂອງຣັດເຊັຽ ຢູ່ໃນອະດີດ ສາທາຣະນະຣັດ ຂອງສະຫະພາບໂຊວຽດ.

ໄນຈີເຣັຽ: ຕຳຣວດໄນຈີເຣັຽກ່າວວ່າ ຜູ້ນຳກຸ່ມ ມຸສລິມ ຫົວຮຸນແຮງໄດ້ຖືກຂ້າຕາຍບໍ່ເທົ່າໃດ ຊົ່ວໂມງ ຫລັງຈາກ ຖືກຈັບໂຕໄດ້ ໃນມື້ວານນີ້. ເຈົ້າໜ້າທີ່ໆເມືອງ MAIDUGURI ທາງພາກເໜືອ ຂອງໄນຈີເຣັຽ ກ່າວວ່າ ຜູ້ນຳ ຂອງກຸ່ມມຸສລິມ ຫົວຮຸນແຮງ BOKO HARAM ນາຍ MOHAMMED YUSUF ໄດ້ຖືກຍິງຕາຍ ຂະນະທີ່ ຢູ່ໃນລະຫວ່າງ ການຄວບຄຸມໂຕ ຂອງຕຳຣວດ. ເຫດການ ທີ່ເກີດຂຶ້ນ ຫ້ອມລ້ອມ ການເສັຽຊີວິດ ຂອງຜູ້ກ່ຽວ ແມ່ນຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອ. ແຕ່ລາຍງານຂ່າວ ຫຼາຍກະແສ ແຈ້ງວ່າ ຜູ້ກ່ຽວ ໄດ້ຖືກຂ້າຕາຍ ໃນການຍິງຕໍ່ສູ້ ກັບຕຳຣວດ ຂະນະທີ່ພວມ ທຳການຫລົບໜີ. ເຈົ້າໜ້າທີ່ ໄນຈີເຣັຽ ໄດ້ຖິ້ມໂທດ ໃສ່ກຸ່ມ BOKO HARAM ໃນຄວາມຮຸນແຮງ ທີ່ຣະເບີດຂຶ້ນ ໃນວັນອາທິດ ຜ່ານມາ ຫລັງຈາກ ກຳລັງຮັກສາ ຄວາມສະງົບ ໄດ້ຈັບຜູ້ນຳ ຂອງກຸ່ມດັ່ງກ່າວ ຈຳນວນນຶ່ງ. ນັບເປັນເວລາ 5 ມື້ຕິດຕໍ່ກັນ ທີ່ພວກ ຫົວຮຸນແຮງຈຸນີ້ ໄດ້ໂຈມຕີ ປົດຕຳຣວດ ໂບດຂອງ ສາສນາຄຣິສຕ໌ ແລະໂຮງການ ຣັຖບານ. ລາຍງານຂ່າວ ບາງກະແສ ແຈ້ງວ່າ ມີຜູ້ເສັຽຊີວິດ ຫຼາຍເຖິງ 600 ຄົນ ໃນຄວາມວຸ້ນວາຍ ທີ່ວ່ານີ້ ຂະນະທີ່ຣັຖບານ ເວົ້າວ່າ ມີຄົນຕາຍ ຫຼາຍໆຮ້ອຍຄົນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG