ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Hillary Clinton ພົບປະກັບຄູ່ຕຳແໜ່ງ 4 ປະເທດ ໃນລຸ່ມແມ່ນ້ຳຂອງຕອນໃຕ້


ລັດຖະມົນຕີ ວ່າການຕ່າງ​ປະ​ເທດ​ຂອງສະຫະ ຣັດອາເມຣິກາ ພົບປະກັບຄູ່ຕຳແໜ່ງ 4 ປະ ເທດໃນລຸ່ມແມ່ນ້ຳຂອງຕອນໃຕ້ໃນມື້ນີ້, ວັນ ພະຫັດ ຊຶ່ງລັດຖະມົນຕີການຕ່າງປະເທດລາວ ກ່າວວ່າ ເປັນການລິເລີ້ມ ໂດຍທາງການສະ ຫະຣັດ ທີ່ຕ້ອງການຈະເສີມຂະຫຍາຍຄວາມ ຮ່ວມມືລະຫວ່າງກັນໃຫ້ຫລາຍຂຶ້ນ.

ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະ ມົນຕີ ແລະ ລັດຖະມົນຕີວ່າການຕ່າງປະ ເທດຂອງລາວ ​ໄດ້​ໃຫ້ການ​ຢືນຢັນ​ໃນ​ໂອ ກາດ​ທີ່​ໄດ້​ເດີນທາງ​ເຂົ້າຮ່ວມ ​ໃນ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ ຄັ້ງທີ່ 42 ຂອງ​ກຸ່ມ​ອາ​ຊຽນ​ໃນລະຫວ່າງ ວັນ​ທີ 19 ຫາ 23 ກໍລະ ກົດນີ້ ຢູ່​ຈັງຫວັດ​ພູ​ເກັດ​ທາງ​ພາກ​ໃຕ້​ຂອງ​ປະ​ ເທດ​ໄທ ວ່າການ​ພົບ​ປະ​ເຈ​ລະ​ຈາລະຫວ່າງ ລັດຖະມົນຕີວ່າການຕ່າງປະເທດຈາກ ລາວ, ​ໄທ, ກຳປູ​ເຈຍ ​ແລະຫວຽດນາມຫລື 4 ​ປະ​ເທດ​ໃນເຂດລຸ່ມ​ແມ່ນ້ຳຂອງຕອນ,ຫລ່າງ,​ນັ້ນ, ກັບທ່ານ ນາງ ຮີ​ວລາ​ຣີ ຄລິນ​ເຕີ້ນ ລັດຖະ ມົນຕີວ່າການຕ່າງປະເທດຂອງ​ສະຫະຣັດ​ອາ​ເມ​ຣິ​ກາ ທີ່​ກຳນົດ​ມີ​ຂຶ້ນ​ໃນ ວັນ​ທີ 23 ກໍລະ​ກົດ, ຊຶ່ງ​ເປັນ​ໂອກາດ​ດຽວກັນກັບ​ການ​ທີ່​ ທ່ານ ນາງ ຮີ​ວລາ​ລີ ຄລິນ​ເຕີ້ນ ​ໄດ້​ເດີນທາງ​ເຂົ້າຮ່ວມ​ໃນ​ກອງ​ປະ​ຊຸ່ມ​ວ່າ​ດ້ວຍຄວາມ​ຮ່ວມ​ມື​ທາງ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ ​ໃນ​ພູມ​ມີພາກ​ເອ​ເຊຍ​ປາຊີ​ຟິກ ຫລື Asian Regional Forum ຄັ້ງທີ່ 16 ນັ້ນ ນັບເປັນ​ການ​ລິເລີ້ມທີ່​ເກີດ​ຂຶ້ນຈາກ​ການສະ​ເໜີຂອງ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ສະຫະຣັດ​ອາ​ເມ​ຣິ​ກາ​ເອງ.

ທັງ​ນີ້ ​ໂດຍ​ມີ​ເປົ້າໝາຍສຳຄັນ ​ເພື່ອ​ຮ່ວມ​ກັນ​ກຳນົດ​ແນວທາງ ​ໃນ​ການ​ເສີມ​ຂະຫຍາຍ​ຄວາມ​ຮ່ວມ​ມື​ລະ​ຫວ່າງ​ກັນ ​ໃຫ້​ຫລາຍ​ຂຶ້ນ​ໃນ​ທຸກໆດ້ານ ​ໂດຍ​ສະ​ເພາະ​ແມ່ນ ການ​ຮ່ວມ​ມື​ເຂົ້າ​ໃນ​ການ​ພັດທະນາ​ທາງ​ເສດຖະກິດ ຊຶ່ງ​ຈະ​ແນ​ໃສ່ ການ​ຮ່ວມ​ມື​ໃນ​ການ​ພັດ​ທະນາລະ ບົບ​ໂຄງ​ຮ່າງ​ພື້ນຖານທາງ​ເສດຖະກິດລວມ ​ໄປ​ເຖິງ ການ​ຮ່ວມມື​ທາງ​ດ້ານ​ສາທາລະນະ ສຸກ ​ແລະ ການ​ສຶກສາ​ເປັນຕົ້ນນັ້ນ ຖື​ໄດ້​ວ່າ ​ເປັນ​ພາ​ສ່ວນໜຶ່ງຂອງ​ການ​ເຊື່ອມ​ໂຍງ​ຄວາມ​ຮ່ວມ​ມື ລະຫວ່າງ ສອງ​ລຸ່ມ​ແມ່ນ້ຳທີ່​ສຳຄັນ,ຂອງ​ໂລກ ຊຶ່ງ​ກໍ​ຄື ​ແມ່ນ້ຳຂອງ,ກັບ ​ແມ່ ນ້ຳມິດຊີ,ຊິບ​ປີ້ ນັ້ນ​ເອງ, ຊຶ່ງ ທ່ານ ທອງ​ລຸນ ​ໄດ້ໃຫ້ການ​ຊີ້​ແຈງ​ໃນ​ຕອນ​ໜຶ່ງວ່າ:

ຂໍ້ລິເລີ້ມຂອງສະຫະຣັດ ອາເມຣິກາ ທີ່ຈະມາພົບກັບ ລັດຖະມົນຕີ ຕ່າງປະເທດຂອງ 4 ປະເທດລຸ່ມແມ່ນ້ຳຂອງຕອນໃຕ້. ອັນນີ້ ຂ້າ ພະເຈົ້າຄິດວ່າ ເປັນຂໍ້ລິເລີ້ມທີ່ດີ ເພາະວ່າ ທາງສະຫະຣັດ ຢາກ ໃຫ້ມີການເຊື່ອມໂຍງລະຫວ່າງສອງແມ່ນ້ຳ, ທີ່ມີຄວາມສຳຄັນຂອງ ໂລກ ເປັນຕົ້ນແມ່ນ ມິດຊີຊິບປີ ກັບແມ່ນ້ຳຂອງ. ຂ້າພະເຈົ້າ ຄິດ ວ່າສ່ວນໃຫຍ່ ພວກເຮົາຈະໄດ້ປຶກສາຫາລືກັນກັບ ສະຫະຣັດ ອາ ເມຣິກາ ໂດຍສະເພາະການຮ່ວມມື ທາງເສດຖະກິດ, ທາງດ້ານ ໂຄງຫລ່າງພື້ນຖານ, ການຮ່ວມມືທາງ ສາທາລະນະສຸກ ແລະ ສຶກສາ.

ການ​ພັດທະນາ​ຄວາມ​ຮ່ວມ​ມື​ລະຫວ່າງ ​4 ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ,​ຕອນຫ​ລ່າງ ໄດ້​ເລີ້ມຂຶ້ນ​ດ້ວຍການ​ທີ່​ ລາວ, ໄທ, ກຳປູ​ເຈຍ ​ແລະ ຫວຽດນາມ ​ໄດ້​ຮ່ວມ​ກັນ​ຈັດຕັ້ງຄະ ນະກຳມາທິການ​ແມ່ນ້ຳຂອງ, ​ຫລື, Mekong River Commission ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ຊຸມ​ປີ 1990 ດ້ວຍ​ຄວາ​ມຊ່ວຍ​ເຫລືອ​ຈາກ​ນາໆ​ຊາດ. ​ໂດຍ​ໃນ​ໄລຍະ​ທີ່​ຜ່ານ​ມາ ນັ້ນ ກໍ​ໄດ້ເນັ້ນໜັກ​ໃນ​ການກຳນົດ​ລະບຽບວ່າ​ດ້ວຍ​ການ​ໃຊ້​ປະ​ໂຫຍ​ດຈາກ​ແມ່ນ້ຳຂອງ, ຢ່າງ​ຍືນຍົງ ​ແລະ ບໍ່ສົ່ງ​ຜົນ​ກະທົບ​ຕໍ່ສະພາບ​ແວດ​ລ້ອມ​ຂອງ​ປະ​ເທດ​ທີ່​ເປັນ​ພາຄີ​ຮ່ວມ​ກັນ.

ສຳລັບ​ໄລຍະ​ທີ່​ຜ່ານ​ມາ​ກໍ​ປາກົດວ່າ ​ໄດ້​ມີ​ການ​ລິເລີ້ມຄວາມ​ຮ່ວມ​ມື​ໃນ​ລັກສະນະ​ສາມ​ຝ່າ​ຍ​ເກີດ​ຂຶ້ນອີກດ້ວຍ ຊຶ່ງ​ກໍ​ຄື ​ໂຄງການ​ສາມ​ຫລຽ່ມ ມໍ​ລະ​ກົດ​ຢູ່​ເຂດ​ຕິດຕໍ່ຊາຍ​ແດນ​ລະຫວ່າງ ລາວ ​ກັບ ໄທ ​ແລະ ກຳປູ​ເຈຍ ສ່ວນ​ອີກ​ໂຄງການໜຶ່ງນັ້ນ ກໍ​ຄື ການ​ພັດທະນາ​ສາມຫລ່ຽມ​ເສດຖະກິດ​ຢູ່​ຊາຍ​ແດນ​ທາງ​ພາກ​ໃຕ້​ຂອງ​ລາວ ຕິດຕໍ່ກັບ​ພາກ​ກາງຂອງ​ຫວຽດນາມ ​ແລະ ພາກ​ເໜືອຂອງ​ກຳປູ​ເຈຍ ຊຶ່ງ​ຈົນ​ເຖິງ​ປະຈຸ​ບັນນີ້ ກໍ​ຍັງ​ຄົງ​ບໍ່ມີ​ຄວາມ​ຄືບໜ້າພໍ​ເທົ່າໃດ. ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ, ໄທ, ກຳປູ​ເຈຍ ​ແລະ ຫວຽດນາມ ຄາດ​ຫວັງ​ວ່າ ທາງ​ການ​ສະຫະຣັດ​ຈະ​ເຂົ້າມາ​ມີບົດ​ບາດ​ຢ່າງ​ສໍາຄັນ​ໃນ​ໂຄງການ​ພັດທະນາ​ເຫລົ່າ​ ນີ້ຫລາຍຂຶ້ນ​ໃນ​ໄລຍະ​ຕໍ່​ໄປ​ນັ້ນ​ເອງ.

ຊົງຣິດ ໂພນເງິນ ລາຍງານ ຈາກບາງກອກ ໃນວັນທີ 23 ກໍລະກົດ, 2009

XS
SM
MD
LG