ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານນາງຄລິນຕັນ ເພີ້ມຄວາມກົດດັນ ຕໍ່ເກົາຫລີເໜືອ ກ່ຽວກັບ ໂຄງການນິວເຄລັຽ


ຄລິນຕັນ - ອາຊ່ຽນ: ຣັຖມຸນຕຣີການຕ່າງ ປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ປະຊາຄົມນາໆຊາດ ແມ່ນມີຄວາມປຸ້ມລຸມ ສາມັກຄີ ໃນການດຳເນີນ ຄວາມພະຍາຍາມ ເພື່ອບັງຄັບໃຫ້ເກົາຫລີເໜືອ ທັບມ້າງໂຄງການນິວເຄລັຽຂອງຕົນ. ໃນລະຫວ່າງ ກອງປະຊຸມຖແລງຂ່າວ ໃນວັນພະຫັດ ມື້ນີ້ ຊຶ່ງເປັນມື້ສຸດທ້າຍ ຂອງກອງປະຊຸມ ວ່າດ້ວຍ ຄວາມໝັ້ນຄົງຂົງເຂດ ຂອງສະມາຄົມອາຊ່ຽນ ທີ່ເກາະຕາກອາກາດ ພູເກັດນັ້ນ ທ່ານນາງ CLINTON ກ່າວວ່າ ອຳນາດການປົກຄອງ ເກົາຫລີເໜືອ ບໍ່ຍັງເຫລືອເພື່ອນມິດ ແມ່ນແຕ່ ປະເທດດຽວ ທີ່ຈະປ່ອຍໃຫ້ ເກົາຫຼີເໜືອ ສືບຕໍ່ໂຄງການ ສ້າງອາວຸດນິວເຄລັຽ ຂອງ​ຕົນ. ທ່ານນາງກ່າວວ່າ ສະຫະຣັດ ແລະບັນດາປະເທດພາຄີ ໃນການເຈຣະຈາ ປົດອາວຸດ 6 ຝ່າຍ ພ້ອມແລ້ວ ທີ່ຈະສເນີແຜນການ ໃຫ້ສິນນ້ຳໃຈ ທາງດ້ານເສຖກິດ ແລະດ້ານການທູດ ຖ້າພຽງຢາງ ຫາກມີຄວາມຕັ້ງໃຈ ທີ່ຈະເດີນຕາມ ເສັ້ນທາງ ທີ່ຕ່າວປີ້ນບໍ່ໄດ້ ໄປສູ່ການເປັນ ປະເທດປອດນິວເຄລັຽ. ເຈົ້າໜ້າທີ່ ເກົາຫລີເໜືອຄົນນຶ່ງ ທີ່ໄປຮວມກອງປະຊຸມ ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ຂໍ້ສເນີ ຂອງທ່ານນາງ CLINTON ໂດຍເວົ້າວ່າ ເປັນເຣື່ອງໄຮ້ສາຣະ ແລະກ່າວຕື່ມວ່າ ການເຈຣະຈາ 6 ຝ່າຍ ໄດ້ສິ້ນສຸດໄປແລ້ວ ໂດຍອ້າງເຖິງ ອັນ​ທີ່ເກົາຫລີເໜືອ​ ໄດ້​ກ່າວອ້າງ ຢູ່ເລື້ອຍໆວ່າ​ເປັນນະໂຍບາຍ ທີ່ເປັນປໍຣະປັກ ແລະຕໍ່ຕ້ານ ເກົາຫລີເໜືອ ຂອງສະຫະຣັດ.

ສະຫະຣັດ - ມຽນມາ: ເຈົ້າໜ້າທີ່ ອະວຸໂສ ທ່ານນຶ່ງ ຂອງກະຊວງ ການຕ່າງປະເທດສະຫະ ຣັດ ກ່າວວ່າ ພວກນັກການທູດ ສະຫະຣັດ ໄດ້ເຈຣະຈາຫາຣື ກັບຄະນະຜູ້ຕາງໜ້າ ຂອງມຽນມາ ໃນຄືນວັນພຸດ ວານນີ້ ​ໃນ​ການ​ພົບ​ປະກັນ​ ນອກ​ກອງປະຊຸມ ວ່າດ້ວຍ ຄວາມໝັ້ນຄົງຂົງເຂດ ຂອງອາຊ່ຽນ ທີ່ພູເກັດນັ້ນ. ເຈົ້າໜ້າທີ່ ທ່ານນີ້ກ່າວວ່າ ສະຫະຣັດ ໄດ້ຮຽກຮ້ອງ ໃຫ້ມຽນມາ ປະຕິບັດຕາມ ການລົງໂທດ ທາງດ້ານການຄ້າ ຂອງອົງການ ສະຫະປະຊາຊາດ ຕໍ່ພຽງຢາງ. ນອກນັ້ນ ທັງ​ສອງ​ຝ່າຍ ຍັງໄດ້ ສົນທະນາຫາຣືກັນ ກ່ຽວກັບເຣື່ອງ ການດຳເນີນຄະດີ ທ່ານນາງອອງຊານ ຊູຈີ ຜູ້ນຳປະຊາທິປະໄຕ ໃນມຽນມາ ຊື່ງຝ່າຍສະຫະຣັດ ​ໄດ້ແຈ້ງໃຫ້ ຄະນະຜູ້ແທນຂອງມຽນມາ ຊາບວ່າ ຜົນ​ຂອງ​ການ​ ຕັດສິນຄະດີນີ້ ຈະມີຜົນກະທົບ ຕໍ່ທ່າ​ທີ​ຂອງ​ສະຫະຣັດ ຕໍ່ຄວາມສັມພັນ ກັບຣັຖບານ ທະຫານມຽນມາ. ກ່ອນທີ່ກອງປະຊຸມ ຂອງ​ອາ​ຊ່ຽນຈະເລີ້ມຂຶ້ນ ໃນມື້ວານນີ້ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ສະແດງ ຄວາມວິຕົກກັງວົນ ກ່ຽວກັບ ຄວາມເປັນໄປໄດ້ ໃນການທີ່ເກົາຫລີເໜືອ ຈະຂາຍ ເທັກໂນໂລຈີນິວເຄລັຽ ໃຫ້ແກ່ມຽນມາ.

ເສຖກິດ - ເອເຊັຽ: ທະນາຄານພັທນາເອເຊັຽ ຫລື ADB ກ່າວວ່າ ເສຖກິດຂອງຈີນແລະບັນດາ ປະເທດ ໃນເຂດເອເຊັຽ ຕາເວັນອອກ ຈະເລີ້ມຟື້ນໂຕຄືນ ໃນປີໜ້າ ຈາກວິກິຕການ ທາງດ້ານເສຖກິດ ທີ່ກຳລັງ​ເປັນຢູ່ ໃນປັດຈຸບັນ. ລາຍງານ ທີ່ນຳອອກເຜີຍແຜ່ ໃນວັນພະຫັດ ມື້ນີ້ ຂອງ ADB ທີ່ມີສຳນັກງານໃຫຍ່ ຢູ່ນະຄອນຫລວງ ມະນີລາ ຂອງ​ປະ​ເທດ ​ຟີ​ລິບ​ປິນ ​ເວົ້າວ່າ ຂົງເຂດດັ່ງກ່າວ ຈະຟື້ນໂຕຄືນ ໃນລັກສະນະ ຮູບໂຕ V ຄືເສຖກິດ ຈະຫລຸດລົງ ສູ່​ຈຸດຕ່ຳ​ສຸດ ໃນປີນີ້ ກ່ອນທີ່ຈະ ຈະເຣີນເຕີບໂຕ ຄືນໃໝ່ອີກ ໃນປີ 2010. ADB ກ່າວວ່າ ພວກເສຖກິດ ໃນເຂດເອເຊັຽ ຕາເວັນອອກ ຄວນຈະສືບຕໍ່ ເສີມຂຍາຍ ຄວາມຕ້ອງການສິນຄ້າ ຢູ່ພາຍໃນປະເທດ ເພື່ອຊົດເຊີຍ ຕໍ່ການຫລຸດລົງ ຂອງຄວາມ​ຕ້ອງການ ສຳລັບສິນຄ້າສົ່ງອອກ ຂອງຂົງເຂດ ຢູ່ໃນສະຫະຣັດ ແລະຢູໂຣບ. ທະນາຄານ ພັທນາເອເຊັຽ ຫລື ADB ກະວ່າ ເສຖກິດ ຂອງບັນດາປະເທດ ທີ່ພຸ່ງພົ້ນໃໝ່ ໃນເຂດເອເຊັຽ ຕາເວັນອອກ ຈະເຕີບໂຕ 3% ໃນປີ 2009 ແລະ 6 ເປີເຊັນ ໃນປີ 2010. ບັນດາປະເທດ ແລະດິນແດນ ທີ່ ADB ຈັດວ່າ ​ເປັນເສຖກິດ ທີ່ພຸ່ງພົ້ນໃໝ່ ໃນເຂດເອເຊັຽ ຕາເວັນອອກ ແມ່ນມີຮວມທັງຈີນ ຮົງກົງ ໃຕ້ຫວັນ ແລະ ເກົາຫລີໃຕ້.

ໂອບາມາ - ຣະບົບຮັກສາສຸຂພາບ: ປະ ທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ກ່າວປ້ອງກັນ ແຜນການປະຕິຮູບ ກ່ຽວກັບຣະບົບ ຮັກສາສຸຂພາບ ຂອງທ່ານ ໃນກອງປະຊຸມ ຖແລງຂ່າວ ອອກອາກາດ ທາງໂທຣະພາບ ທົ່ວປະເທດໃ ນມື້ວານນີ້ ຊື່​ງທ່ານໄດ້ນຳສເນີ ແຜນການຂອງທ່ານ ໂດຍກົງ ຕໍ່ປະຊາຊົນ ອະເມຣິກັນ ແລະຕອບໂຕ້ ຕໍ່ການຄັດຄ້ານ ໂດຍສະມາຊິກສະພາ ຈາກທັງ ສອງພັກການເມືອງ. ຕໍ່ໜ້າ​ ຜົນການຢັ່ງຫາງສຽງ ທີ່ສະແດງໃຫ້ເຫັນວ່າ ຄະແນນສຽງສນັບສນຸນ ຕໍ່ການປະຕິຮູບ ຣະບົບ ຮັກສາສຸຂພາບ ກຳລັງຫລຸດລົງນັ້ນ ທ່ານ OBAMA ໂຕ້ແຍ້ງວ່າ ແຜນການຂອງທ່ານ ຈະເຮັດໃຫ້ ຄ່າປິ່ນປົວພະຍາບານ ທີ່ພວມຖີບໂຕສູງຂຶ້ນ ຢ່າງວ່ອງໄວນັ້ນ ຫລຸດລົງ ຊຶ່ງເປັນສິ່ງ ທີ່ທ່ານເວົ້າວ່າ ແມ່ນກະແຈສຳລັບ ການຟື້ນໂຕຄືນ ທາງເສຖກິດ ຂອງສະຫະຣັດ ແລະການເຕີບໂຕ ທາງດ້ານເສຖກິດ ໃນໄລຍະຍາວ. ນອກນັ້ນ ທ່ານ OBAMA ຍັງເວົ້າວ່າ ແຜນການທີ່ວ່ານີ້ ຈະອຳນວຍໃຫ້ ຊາວອະເມຣິກັນ ມີທາງເລືອກ ໃນການປະກັນພັຍ ສຸຂພາບ ແລະອຳນວຍໃຫ້ ພວກເຂົາເຈົ້າ ໄດ້ຮັບການຄຸ້ມຄອງ ທີ່ເຂົາເຈົ້າກາງຕໍ່ໄດ້.

ສະຫະຣັດ - ຈໍເຈັຽ: ຮອງປະທານາທິບໍດີ ສະຫະຣັດ ທ່ານ JOE BIDEN ກ່າວວ່າ ສະຫະຣັດ ສນັບສນຸນຈໍເຈັຽ ເຖິງແມ່ນຣັດເຊັຽ ໄດ້ສົ່ງສັນຍານ ເຕືອນໄປຍັງ ປະເທດຕ່າງໆ ບໍ່ໃຫ້ຂາຍອາວຸດ ໃຫ້ແກ່ຈໍເຈັຽ ທີ່ເຄີຍເປັນ ອະດີດ ສາທາຣະນະຣັດ ຂອງສະຫະພາບ ໂຊວຽດກໍຕາມ. ກ່ອນການພົບປະ ກັບປະທານາ ທິບໍດີຈໍເຈັຽ ທ່ານ MIKHEIL SAAKASHVILI ທີ່ນະຄອນຫລວງ TBILISI ໃນວັນພະຫັດ ມື້ນີ້ ທ່ານ BIDEN ກ່າວວ່າ ການຢ້ຽມຢາມ ຂອງທ່ານ ແມ່ນສະແດງ ໃຫ້ເຫັນວ່າ ສະຫະຣັດ ຢືນຄຽງບ່າຄຽງໄຫລ່ ກັບຈໍເຈັຽ. ຂະນະດຽວກັນ ຮອງຣັຖມຸນຕຣີ ການຕ່າງປະເທດ ຂອງຣັດເຊັຽ ທ່ານ GRIGORY KARASIN ກ່າວວ່າ ຣັດເຊັຽ ຈະເອົາມາຕການ ອັນໜັກແໜ້ນ ຕໍ່ຕ້ານ ການປະກອບອາວຸດ ຄືນໃໝ່ ໃຫ້ແກ່ຈໍເຈັຽ. ທ່ານກ່າວວ່າ ຣັດເຊັຽ ຈະພິຈາຣະນາ ຕັດຂາດ ການຮ່ວມມື ດ້ານເທັກນິກ ແລະເສຖກິດ ທາງທະຫານ ກັບປະເທດໃດກໍຕາມ ທີ່ຂາຍອາວຸດ ໃຫ້ແກ່ຈໍເຈັຽ. ເດືອນສິງຫາ ຈະມານີ້ ແມ່ນວັນຄົບຮອບ ນຶ່ງປີ ຂອງສົງຄາມ ຣະຫວ່າງຣັດ ເຊັຽກັບຈໍເຈັຽ.

ສະຫະຣັດ - ອີຣັກ: ປະທານາທິບໍດີ ສະຫະ ຣັດທ່ານ BARACK OBAMA ກ່າວວ່າ ສະຫະຣັດ ກຳລັງດຳເນີນໄປ ຕາມໝາຍກຳນົດການ ໃນການຖອນ ທະຫານທັງໝົດ ອອກຈາກອີຣັກ ພາຍໃນປີ 2011 ແຕ່ກໍໄດ້ເຕືອນ ເຖິງຄວາມສັບສົນຍຸ່ງຍາກ ໃນອະນາຄົດ ຂ້າງໜ້າ. ລຸນຫລັງ ການເຈຣະຈາຫາຣື ທີ່ທຳນຽບຂາວ ກັບນາຍົກ ຣັຖມຸນຕຣີອີຣັກ ທ່ານ NOURI AL-MALIKI ທ່ານ OBAMA ກ່າວວ່າ ຣະດັບຄວາມຮຸນແຮງ ໃນອີຣັກ ຍັງສືບຕໍ່ ຫລຸດລົງ. ປະທານາທິບໍດີ ສະຫະຣັດ ເວົ້າວ່າ ທ່ານແລະນາຍົກ ຣັຖມຸນຕຣີ AL-MALIKI ໄດ້ສົນທະນາຫາຣືກັນ ກ່ຽວກັບການດຳເນີນ ຄວາມພະຍາຍາມ ຂອງອີຣັກ ເພື່ອສ້າງ ຄວາມປອງດອງຊາດ ແລະແຜນການ ຂອງຣັຖບານອີຣັກ ທີ່ຈະແບ່ງສັນປັນສ່ວນ ກ່ຽວກັບລາຍໄດ້ ຈາກການຂາຍນ້ຳມັນ ໃຫ້ແກ່ປະຊາຄົມຕ່າງໆ. ການພົບປະ ຂອງຜູ້ນຳທັງສອງ ທີ່ທຳນຽບຂາວ ໃນມື້ວານນີ້ ມີຂຶ້ນລຸນຫຼັງ ການຖອນກຳລັງສູ້ຣົບ ຂອງສະຫະຣັດ ອອກຈາກຫົວເມືອງຕ່າງໆ ຂອງອີຣັກ ຊຶ່ງກຳລັງ ຂອງອີຣັກ ໄດ້ເຂົ້າຮັບໜ້າທີ່ ໃນການຮັກສາ ຄວາມປອດພັຍແທນ ໃນວັນທີ 30 ມິຖຸນາຜ່ານມານີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG