ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງຄລິນຕັນກ່າວວ່າ ສະຫະຣັດກຽມພ້ອມທີ່ຈະເສີມຂຍາຍ ການປ້ອງກັນປະເທດ ໃຫ້ແກ່ພັນທະມິດ ໃນເຂດອ່າວເປີເຊັຽ


ສະຫະຣັດ - ອີຣ່ານ: ຣັຖມຸນຕຣີການຕ່າງ ປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ວໍຊິງຕັນກຽມພ້ອມ ທີ່ຈະ ເສີມຂຍາຍການປ້ອງກັນປະເທດ ໃຫ້ແກ່ບັນດາ ປະເທດພັນທະມິດໃນເຂດອ່າວເປີເຊັຽຖ້າອີຣ່ານ ຫາກບໍ່ຍອມປ່ຽນໃຈ ກ່ຽວກັບໂຄງການນິວເຄລັຽ ຂອງຕົນ. ໃນການປາກົດຕົວ ທາງໂທຣະພາບ ໄທໃນວັນພຸດມື້ນີ້ທ່ານນາງ CLINTON ກ່າວ ວ່າ ສະຫະຣັດ ຍັງເປີດປະຕູໄວ້ຢູ່ ສຳລັບການ ເຈຣະຈາເພື່ອແກ້ໄຂບັນຫາດັ່ງກ່າວ ກັບອີຣ່ານ ແຕ່ກໍເຕືອນ ໃນອັນທີ່ ທ່ານນາງເອີ້ນວ່າ ການ ດຳເນີນມາຕການ ທີ່​ຈະ​ເຮັດໃຫ້ອີຣ່ານ ໝົດສະ ມັຖພາບ ຖ້າເຕຫະຣ່ານ ຫາກໄດ້ມາ ຊຶ່ງອາວຸດ ນິວເຄລັຽ. ທ່ານນາງ CLINTON ກ່າວວ່າ ຖ້າຫາກ ສະຫະຣັດ ຂຍາຍຮົ່ມ ດ້ານປ້ອງກັນ ປະເທດ ໄປຍັງຂົງເຂດ ດັ່ງກ່າວແລ້ວ ບໍ່ມີທ່າທາງວ່າ ອີຣ່ານຈະມີ ຄວາມເຂັ້ມແຂງ ຕື່ມຂຶ້ນ ຫລືປອດພັຍຫລາຍຂຶ້ນ ດ້ວຍການພັທນາ ອາວຸດນິວເຄລັຽນັ້ນ. ສະຫະຣັດ ແລະບັນດາ ປະເທດພັນທະມິດ ຕາເວັນຕົກ ໄດ້ຮ້ອງຂໍໃຫ້ອີຣ່ານ ທຳການເຈຣະຈາ ກ່ຽວກັບໂຄງການ ນິວເຄລັຽຂອງຕົນ. ອີຣ່ານໄດ້ປະຕິເສດ ຕໍ່ການກ່າວຫາທີ່ວ່າ ຕົນກຳລັງ ພັທນາອາວຸດນິວ ເຄລັຽ ແລະເວົ້າວ່າ ກິຈກັມໃນດ້ານນິວເຄລັຽ ຂອງຕົນ ແມ່ນມີຈຸດປະສົງ ເພື່ອນຳໃຊ້ ໃນທາງ​ທີ່ສັນຕິ ໃນດ້ານພົລເຮືອນ ເທົ່ານັ້ນ.

ຄລິນຕັນ - ເອເຊັຽ: ໃນລະຫວ່າງການປາກົດຕົວ ທາງໂທຣະພາບ ເທື່ອດຽວກັນນີ້ຢູ່ທີ່ບາງກອກ ຣັຖ ມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ຣັຖບານທ່ານ OBAMA ມີຄວາມວິຕົກກັງວົນກ່ຽວກັບຄວາມເປັນ ໄປໄດ້ ໃນການໂອນ ເທັກໂນໂລຈີນິວເຄລັຽ ຈາກ ເກົາຫລີເໜືອ ໄປໃຫ້ມຽນມາ. ທ່ານນາງກ່າວຕໍ່ພວກ ນັກຂ່າວວ່າຄວາມສັມພັນ ທາງທະຫານໃດໆກໍຕາມ ລະຫວ່າງ ອຳນາດການປົກຄອງ ໃນ ເກົາຫລີເໜືອ ແລະມຽນມານັ້ນ ແມ່ນຈະເປັນພັຍຂົ່ມຂູ່ ໂດຍກົງ ຕໍ່ບັນດາ ປະເທດເພື່ອນບ້ານ ຂອງມຽນມາ ໃນລະ ຫວ່າງ ການໃຫ້ສຳພາດ ໃນວັນພຸດມື້ນີ້ ທ່ານນາງ CLINTON ກ່າວວ່າ ທ່ານນາງມີຄວາມ ຕັ້ງໃຈ ທີ່ຈະຍົກເອົາບັນຫານີ້ ຂຶ້ນມາສົນທະນາຫາຣື ໃນລະຫວ່າງ ກອງປະຊຸມ ທີ່ພູເກັດ. ທ່ານນາງເວົ້າວ່າ ມັນເປັນເຣື່ອງສຳຄັນ ສຳລັບປະເທດເພື່ອນບ້ານ ຂອງມຽນມາ ທີ່ຕ້ອງໄດ້ ຕັ້ງແນວຮ່ວມ ຕ້ານການເປັນພັນທະມິດ ທາງທະຫານ ທີ່ອາດມີຂຶ້ນ ລະຫວ່າງ ມຽນມາ ກັບເກົາຫລີເໜືອ.

ສະຫະຣັດ - ອີຣັກ: ເປັນທີ່ຄາດກັນວ່າ ປະ ທານາທິບໍດີ ຂອງສະຫະຣັດ ທ່ານ BARACK OBAMA ຈະກົດດັນໃຫ້ ປະທານາທິບໍດີອີຣັກ ທ່ານ NOURI AL-MALIKI ດຳເນີນການໄວ ຂຶ້ນ ກ່ຽວກັບການສ້າງ ຄວາມປອງດອງຊາດ ໃນລະຫວ່າງການເຈຣະຈາຫາຣື ທີ່ກຸງວໍຊິງຕັນ ໃນວັນພຸດມື້ນີ້. ພວກຜູ້ນຳທັງສອງ ຈະສົນທະ ນາຫາຣືກັນ ກ່ຽວກັບບັນຫາຂັດແຍ້ງ ລະຫວ່າງ ຊົນກຸ່ມໃຫຍ່ຊາວມຸສລິມ ນິກາຍຊີໄອທ໌ຊຶ່ງເປັນ ພັນທະມິດ ຂອງທ່ານ MALIKI ກັບພວກຊົນ ກຸ່ມນ້ອຍຊາວມຸສລິມນິກາຍຊຸນນີ່ ແລະຊາວ ເຄີຣ໌ທ. ທ່ານ OBAMA ກ່າວວ່າ ການສ້າງ ຄວາມຖືກຕ້ອງປອງດອງ ທາງດ້ານການເມືອງ ແມ່ນມີຄວາມຈຳເປັນ ຕໍ່ຄວາມໝັ້ນຄົງ ໄລຍະ ຍາວແລະສະເຖັຽຣະພາບ ຂອງອີຣັກ. ນອກນັ້ນແລ້ວ ການພົບປະ ທີ່ທຳນຽບຂາວ ຍັງຈະກວມເຖິງ ບັນຫາພາຍໃນອື່ນໆ ຂອງອີຣັກ ຮວມທັງລາຍໄດ້ ຈາກການຂາຍນ້ຳມັນ ແລະການຂັດແຍ້ງ ໃນເຣື່ອງເຂດແດນ. ເປັນທີ່ຄາດກັນວ່າ ທ່ານ MALIKI ຈະຊຸກຍູ້ ໃຫ້ມີການຮ່ວມມື ເປັນພາຄີກັນ ຫລາຍໄປກວ່າ ເຣື່ອງຄວາມໝັ້ນຄົງ ແລະຊຸກຍູ້ໃຫ້ ຕ່າງປະເທດ ເຂົ້າໄປລົງທຶນ ເພື່ອຊ່ອຍ​ໃຫ້ອີຣັກ ຈະເຣີນຮຸ່ງເຮືອງ ​ໃນ​ຖານະ​ ເປັນປະເທດນື່ງ ທີ່​ມີອະທິປະໄຕ.

ສະຫະຣັດ - ປາກິສຖານ: ທູດພິເສດຂອງ ສະຫະຣັດທ່ານ RICHARD HOLBROOKE ກຳລັງຢູ່ທີ່ປາກິສຖານ ໃນວັນພຸດມື້ນີ້ເພື່ອຫາຣື ກັບພວກຜູ້ນຳທາງດ້ານການເມືອງແລະທະຫານ ຂອງປາກິສຖານກ່ຽວກັບຄວາມ​ໝັ້ນຄົງແລະບັນ ຫາໃນພູມີພາກ. ທ່ານ HOLBROOKE ໄດ້ ພົບປະ ກັບນາຍົກຣັຖມຸນຕຣີ ປາກິສຖານ ທ່ານ YOUSUF RAZA GILANI ແລະຜູ້ບັນຊາ ການ ທະຫານບົກ ນາຍພົນ ASHFAQ KAYANI ທີ່ນະຄອນຫຼວງ ອິສລາມາບັດ. ການເຈຣະຈາ ຫາຣື ຂອງ​ພວກ​ທ່ານ ໄດ້ເພັ່ງ ເລັງໃສ່ ​ເຣື່ອງການ ຈັດສົ່ງ ພົລເຮືອນເກືອບ 2 ລ້ານຄົນ ທີ່​ໄດ້ປະສົບພັຍ ຈາກການປະຕິ ບັດງານ ທາງທະຫານ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ ສຽງເໜືອ​ນັ້ນ ກັບຄືນໄປ ຍັງບ້ານເດີມ. ເປັນ​ທີ່ຄາດກັນວ່າ ທ່ານ HOLBROOKE ຍັງຈະໄດ້ ເຈຣະຈາຫາຣື ກັບປະທານາທິບໍດີ ປາກິສຖານ ທ່ານ ASIF ALI ZADARI ໃນວັນພຸດມື້ນີ້. ທ່ານຈະເດີນທາງ ໄປອັຟການິສຖານ ໃນວັນພະຫັດ ມື້ອື່ນ. ໃນລະຫວ່າງ ການຢ້ຽມຢາມ ປາກິສຖານ ເດືອນແລ້ວນີ້ ທ່ານ HOLBROOKE ໄດ້ສະແດງ ຄວາມວິຕົກກັງວົນ ກ່ຽວກັບຄວາມເປັນໄປໄດ້ ໃນການຫລັ່ງໄຫລ ຂອງພວກຫົວຮຸນແຮງ ຈາກອັຟການິສຖານ ເຂົ້າໄປໃນປາກິສຖານ ລຸນຫລັງທີ່ໄດ້ມີ ການເປີດສາກ ບຸກໂຈມຕີ ພວກທາລີບານ ພາຍໃຕ້ການນຳພາ ຂອງສະຫະຣັດ ຢູ່ໃນເຂດພາກໃຕ້ ອັຟການິສຖານ.

ຈີນ - ສະຫະຣັດ: ຈີນກ່າວວ່າ ໃນລະຫວ່າງການເຈຣະ ຈາຫາຣື ຣະດັບສູງທາງດ້ານເສຖກິດກັບ​ສະຫະຣັດຊຶ່ງຈະ ມີຂຶ້ນໃນໄວໆນີ້ ຕົນຈະຮຽກຮ້ອງໃຫ້ສະຫະຣັດດຳເນີນຕາມ ນະໂຍບາຍເສຖກິດ ທີ່ຈະໃຫ້ ການປົກປ້ອງຄຸ້ມຄອງແກ່ການ ລົງທຶນ ຂອງປັກກິ່ງ ໃນສະຫະຣັດ. ທ່ານ ZHU GUANG YAO ຣັຖມຸນຕຣີ ຊ່ອຍວ່າການ ກະຊວງການເງິນ ຂອງຈີນ ກ່າວຕໍ່ພວກນັກຂ່າວ ໃນວັນພຸດ ມື້ນີ້ວ່າ ນອກນັ້ນ ຄະນະ ຜູ້ແທນຂອງຈີນ ຍັງຈະໄດ້ຮ້ອງຂໍໃຫ້ວໍຊິງຕັນ ເອົາບາດກ້າວ ເພື່ອຄ້ຳປະກັນ ອັດຕຣາການແລກປ່ຽນ ທີ່ທຸ່ນທ່ຽງ ຂອງເງິນ ໂດລາ ສະຫະຣັດ. ປັກກິ່ງໄດ້ນຳເອົາເ ງິນຕຣາສຳຮອງຂອງຕົນ ​ໃນຈຳນວນ​ຫຼາຍກວ່າ​ 800 ພັນ ລ້ານໂດລາ ມາລົງທຶນ ຊື້ພັນທະບັດ ຂອງຣັຖບານ ສະຫະຣັດ ແລະໄດ້ສະແດງ ຄວາມວິຕົກກັງວົນ ຊ້ຳແລ້ວຊ້ຳອີກ ກ່ຽວກັບ ຄວາມປອດພັຍ ຂອງຊັບສິນຂອງຕົນ ຢູ່ ໃນສະຫະຣັດ. ທັງສອງຝ່າຍ ຈະພົບປະກັນ ໃນລະຫວ່າງ ການເຈຣະຈາຫາຣື ທາງ ດ້ານຍຸທສາດ ແລະເສຖກິດ ເປັນເວລາ 2 ມື້ ຊຶ່ງຈະເລີ້ມຂຶ້ນ ທີ່ກຸງວໍຊິງຕັນ ໃນວັນ ຈັນຈະມານີ້.

ສຸຣິຍະຄາດ: ​ໃນ​ວັນ​ພຸດ ​ມື້​ນີ້ ຜູ້ຄົນຈຳນວນ ຫລາຍໆລ້ານຄົນ ໃນທົ່ວເອເຊັຽ ໄດ້ເຫັນເຫດ ການທີ່ເກີດຂຶ້ນ ຄັ້ງດຽວໃນຊີວິດ ນັ້ນກໍຄື ສຸຣິ ຍະຄາດ ຫລືກົບກິນຕາເວັນ ທີ່ໃຊ້ເວລາດົນທີ່ ສຸດ ໃນສັຕວັດທີ 21. ກົບກິນຕາເວັນໄດ້ເຫັນ ກັນ ຢູ່ໃນຫລາຍໆເຂດ ຂອງປະເທດອິນເດັຽ ແລະຈີນ ຂະນະທີ່ພຣະອາທິດ ເບີກຂອບຟ້າ ເປັນວັນໃໝ່. ດວງຈັນ ​ໄດ້​ເຄື່ອນ​ເຂົ້າ ບົດບັງ ພຣະອາທິດ ຢ່າງຊິ້ນເຊີງ ​ໂດຍ​ໃຊ້​ເວລາ ປະ ມານ 6 ນາທີ ແລະ 39 ວິນາທີ ກ່ອນ​ຈະ​ຄ່ອຍໆ ​ເຄື່ອນ​ອອກ​ໄປ ແລະນຳແສງ​ສວ່າງ​ ມາສູ່​ຜືນ​ໂລກ​ອີກ​ໃໝ່. ຜູ້ຄົນ ໄດ້ໃຊ້ແວ່ນພິເສດ ເພື່ອເບິ່ງຕາເວັນ ແລະໄປເຕົ້າໂຮມກັນ ໃນເດີ່ນກວ້າງ ເພື່ອເບິ່ງເຫດການ ປະວັດສາດດັ່ງ ກ່າວ. ແຕ່ພາຍຸຝົນແລະເມກ ໄດ້ບົດບັງ ກົບກິນຕາເວັນ ຢູ່ໃນບາງເຂດ ຂອງຈີນ ແລະອິນເດັຽ. ສຸຣິຍະຄາດ ເປັນປາກົດການ ທັມມະຊາດ ທາງດາຣາສາດ ທີ່ເກີດຂຶ້ນ ເວລາເດືອນ ຫລືດວງຈັນ ບົດບັງພຣະອາທິດ ທີ່ເຖົ້າແກ່ໂບຮານລາວ ເອີ້ນວ່າ ກົບກິນຕາເວັນນັ້ນ. ພວກນັກຊ່ຽວຊານ ກ່າວວ່າ ໂລກເຮົາ ຈະບໍ່ເຫັນ ກົບກິນຕາເວັນ ທີ່ໃຊ້ເວລາດົນໆແບບນີ້ ຈົນເທົ່າປີ 2132.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG