ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວແລະໄທຢືນການຈະຈັດສົ່ງຊາວມົ້ງ


ທາງການລາວແລະໄທຢືນຢັນວ່າຈະສົ່ງ​ ແລະ ຮັບເອົາຊາວມົ້ງຈາກບ້ານຫວ້ຍນ້ຳຂາວ,ກັບ​,ຄືນ​ໄປ​ລາວ​ ໃຫ້​ໄດ້​ທັງໝົດພາຍ​ໃນ​ທ້າຍ​ປີນີ້ ຢ່າງ​ແນ່ນອນ ໂດຍ​ບໍ່ມີ​ການ​ເລື່ອນ​ກຳນົດ​. ສ່ວນຊາວ​ມົ້ງກໍ​ຢືນຢັນ​ວ່າທາງ​ການ​ໄທ ໄດ້​ກົດ​ດັນ​ພວກ​ຕົນ​ຢ່າງໜັກ ​ໃນ​ຂະນະ​ທີ່​ຜູ້​ຕາງໜ້າ ຂອງ,​ສະພາ​ສະຫະຣັດອາ​ເມ​ລິ​ກາ ກໍ​ໄດ້ເດີນ ທາງ​ໄປ​ກວດ​ຢ້ຽມຊາວ​ມົ້ງຢູ່​ບ້ານ​ຜາຫ​ລັກ.

ຄະນະ​ອາ​ນຸກຳ​ມະ​ການ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ​ໃນ​ຊາຍ​ແດນ​ທົ່ວ​ໄປ​ລະຫວ່າງ​ລາວ​ກັບ​ໄທ ​ໄດ້​ຕົກລົງ​ຮວ່ມກັນ​ອີກ​ຄັ້ງ​ໃໝ່ ​ໃນ​ກອງ​ປະຊຸມ​ວາລະ​ພິ​ເສດ​ທີ່​ນະຄອນຫລວງ​ວຽງ ຈັນເມື່ອ​ຕົ້ນ​ເດືອນ​ກໍລະກົດນີ້ວ່າ ຈະ​ຮ່ວມ​ກັນ​ດຳ​ເນີນ​ການ​ໃນ​ທຸກ​ວິທີ​ທາງ ​ເພື່ອ​ເຮັດ​ໃຫ້ ການ​ສົ່ງ ​ແລະ ຮັບ​ເອົາ​ຊາວ​ມົ້ງຈາກ ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ, ​ໃນ​ເຂດອຳ,​ເພີ​ເຂົາ​ຄໍ້ ຈັງ​ຫວັດ​ເພັດ​ຊະ​ບູນ ທາງ​ພາ​ກ​ເໜືອຕອນຫ​ລ່າງ​ຂອງ​ປະ​ເທດ​ໄທນັ້ນ ກັບ​ຄືນ​ໄປ​ລາວ​ໃຫ້​ໄດ້​ທັງໝົດ ຕາມ​ເປົ້າໝາຍທີ່​ວາງ​ເອົາ​ໄວ້​ພາຍ​ໃນ​ທ້າຍ​ປີນີ້ຢ່າງ​ແນ່ນອນ.

ທັງນີ້,​ ວິທີ​ການທີ່​ທາງ​ການ​ລາວ ​ແລະ ​ໄທ ​ໄດ້​ ຮ່ວມ​ກັນ​ປະຕິບັດ​ຕໍ່ບັນດາ​ຊາວ​ມົ້ງຢູ່ບ້ານ​ຫ້ວຍ ນ້ຳຂາວ,​ໃນ,​ປະຈຸ​,ບັນນີ້, ກໍ​ມີ​ທັງ​ປະຕິບັດ​ການ,ໃນດ້ານ​ກາຍຍະ​ພາບ ​ແລະ ​ໃນດ້ານຈິ​ດຕະວິດ​ ທະຍາ ​ເຊັ່ນ ການ​ຈຳກັດ​ໃນ​ດ້ານ​ສະບຽງອາ ຫານ ​ແລະ ການ​ຮັກສາໂຣກ ​ເພື່ອ​ເຮັດ​ໃຫ້​ຊາວ​ມົ້ງຮູ້ສຶກ​ເຖິງ​ຄວາມ​ຍາກ​ລຳບາກ ​ໃນ​ການ​ທີ່​ຈະ​ພັກ​ອາ​ໃສ ຢູ່ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳ,ຂາວ​, ໃນ​ປະ​ເທດ​ໄທ​ຕໍ່,​ໄປ.

ພ້ອມໆ ກັບ​ການ​ຈຳກັດ​ດ້ານ​ສະບຽງອາຫານ ​ແລະ ການ​ຮັກສາ​ໂຣກ​ດັ່ງກ່າວ ທາງ​ການ​ໄທ ກໍ​ຍັງ​ໄດ້​ພະຍາ​ມ​ໃຫ້​ຂໍ້​ມູນ​ ​ແລະ ຂ່າວສານແກ່​ບັນດາ​ຊາວ​ມົ້ງ ​ກ່ຽວກັບ​ການ ທີ່​ພວກ​ເຂົາເຈົ້າຈະ​ໄດ້​ຮັບ​ການ​ເບິ່ງ​ແຍງ​ເປັນ​ຢ່າງ​ດີຈາກ​ທາງ​ກາ​ນລາວ ​ເມື່ອ​ຖືກ​ສົ່ງ​ກັບ​ຄືນໄປ​ລາວ​ແລ້ວ​ນັ້ນ. ຫາກ​ແຕ່​ກໍ​ປາກົດ​ວ່າ ຍັງ​ມີ​ຊາວ​ມົ້ງ​ເປັນ​ສ່ວນໜ້ອຍ​ເທົ່າ​ນັ້ນ ທີ່​ໄດ້​ສະໝັກ​ໃຈ​ເດີນທາງ​ກັບ​ຄືນ​ໄປ​ລາວ ​ເນື່ອງ​ຈາກ​ວ່າ​ຊາວ​ມົ້ງສ່ວນ​ໃຫຍ່ ຍັງ​ຄົງ​ບໍ່ໝັ້ນ​ໃຈ​ວ່າ​ພວກ​ຕົນຈະ​ມີ​ຄວາມ​ປອດ​ໄພ​ຈິງ ​ເມື່ອ​ຖືກ​ສົ່ງ​ກັບ​ຄືນ​ໄປ​ປະ​ເທດ​ລາວ​ແລ້ວນັ້ນ.

ທັງນີ້​, ທ້າວ ຫລີສື ​ແກນ​ນຳ​ຄົນ​ສຳຄັນ​ຂອງ​ຊຸມ​ຊົນ​ຊາວ​ມົ້ງຢູ່​ບ້ານ​ຫ້ວຍ​ນ້ຳຂາວ ກໍ​ໄດ້​ໃຫ້ ການ​ອະທິບາຍ​ວ່າ,ເປັນ​ຍ້ອນ​ກອງທັບ​ປະຊາຊົນ​ລາວຍັງ​ຄົງ​ດຳ​ເນີນ​ມາດ​ຕະການ​ປິດ​ລ້ອມ, ​ແລະ ປາບ​ປາມ​ຊາວ​ມົ້ງຢ່າງ​ຕໍ່​ເນື່ອງ ນັບ​ຈາກ​ປີ 1975 ​ເປັນຕົ້ນມາ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ທີ່ທາງ​ການ​ລາວ ຖື​ວ່າ​ພວກ​ເຂົາ​ເຈົ້າ​ເປັນ​ອາ​ດີດ ​ຫລື ​ເປັນ​ລູກ​ຫລານ​ຂອງ CIA ຂອງ​ສະຫະ​ຣັດ ​ອາ​ເມ​ຣິກາ ​ໃນ​ໄລຍະ​ສົງຄາມ​ອິນດູຈີນ​ນັ້ນ​ເອງ.


ແຕ່​ຢ່າງ​ໃດ​ກໍ​,ຕາມ ທາງ​ກາ​ນລາວ ກໍ​,ໄດ້​ຖະ​ແຫລ​ງການ​ປະຕິ​ເສດຕໍ່ກໍລະນີ​ດັ່ງກ່າວ​ນີ້ ມາ​ໂດຍ​ຕະ​ຫລອດ​ເຊັ່ນ​,ດຽວກັນ ​ແລະ ເມື່ອ​ສັບປະດາ​ທີ່​ຜ່ານ​ມານີ້, ກໍ​ຍັງໄດ້​ນຳພາ​ຄະນະ,​ ຂອງທ່ານ ນາງ ​ແຈັດ​ຊີ​ຄາ ລີ (Jessica Lee) ກຳມາ​ທິການ​ຕ່າງປະ​ເທດ ຂອງຣັດຖະ ສະພາສະຫະຣັດ​ອ​າ​ເມ​ຣິກາ ​ເດີນທາງ​ໄປ​ກວດ​ຢ້ຽມ ​ເບິ່ງສະພາບ​ຊີວິດ​ຄວາມ​ເປັນ​ຢູ່ ຂອງ​ບັນດາ ຊາວ​ມົ້ງທີ່ຢູ່​ຈຸດ​ສຸມ​ບ້ານ​ຜາຫ​ລັກ ​ເມືອງ​ກາສີ ​ແຂວງ​ວຽງຈັນ​ອີກ​ດ້ວຍ. ​ໂດຍ​ໃນ​ປະ ຈຸ​ບັນນີ້ມີ​ຊາວ​ມົ້ງຈຳນວນ 446 ຄົນ ​ໃນ 81 ຄອບຄົວ ທີ່​ຖືກ​ສົ່ງ​ກັບ​ຄືນ​ຈາກ​ບ້ານ​ຫ້ວຍ​ນ້ຳຂາວ, ​ແລະ ທາງ​ການ​ລາວ ກໍໄດ້​ສົ່ງ​ພວກ​ເຂົາເຈົ້າ​ໄປ​ຢູ່​ບ້ານ​ຜາ​ຫລັກ ນັບ​ແຕ່​ປີ 2007 ​ເປັນຕົ້ນມາ, ​ໂດຍ​ໄດ້​ໃຫ້ການ​ຊ່ອຍ​ເຫລືອ, ທາງ​ດ້ານ​ສະບຽງອາ ຫານ, ທີ່ຢູ່​ອາ​ໃສ, ທີ່​ດິນ​ທຳ​ກິນ, ການ​ສຶກສາ ​ແລະ ບໍລິການ​ຂັ້ນພື້ນຖານ​ຕ່າງໆຢ່າງ​ຄົບ​ຊຸດ.

ທັງ​ນີ້ ​ໂດຍ​ນັບ​ຈາກ​ປີ 2007 ​ເປັນຕົ້ນມາທາງ​ການ,​ໄທ​ໄດ້​ດຳ​ເນີນ ​ການ​ສົ່ງ​ຊາວ​ມົ້ງກັບ​ຄືນ​ໄປ​ໃຫ້​ກັບ​ທາງ​ການ​ລາວ​ແລ້ວ ຈຳນວນ 14 ຄັ້ງ ​ໂດຍ​ມີ​ຊາວ​ມົ້ງຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ​ແລ້ວ​ຈຳນວນ​ທັງໝົດ 2.807 ຄົນ ​ໃນ 578 ຄອບຄົວ ຊຶ່ງ​ກໍ​ເຮັດ​ໃຫ້​ໃນ​ປະຈຸ​ບັນ ຍັງ​ຄົງ​ເຫລືອ​ຊາວ​ມົ້ງຢູ່​ບ້ານ​ຫ້ວຍ​ນ້ຳຂາວ​ອີກ​ເກືອບ 5.000 ຄົນ ທີ່​ທາງ​ການ​ລາວ ​ແລະ ​ໄທ ​ໄດ້​ຕົກລົງ​ຮ່ວມ​ກັນ​ຢ່າ​ງຄັກ​ແນ່​ແລ້​ວວ່າ ຈະ​ດຳ​ເນີ​ນການ​ສົ່ງ ​ແລະ ຮັບ​ເອົາ​ຊາວ​ມົ້ງ​ເຫລົ່າ​ນີ້ກັບ​ຄືນ​,ໄປ​ລາວ​ທັງໝົດໃຫ້​ໄດ້ພາ​ຍ​ໃນ​ທ້າຍ​ປີ 2009 ນີ້ໂດຍ​ຈະ​ບໍ່ມີ​ການ​ຂະຫຍາຍ​ໄລຍະ​ເວ ລາຕໍ່​ໄປ​ອີກຢ່າງ​ແນ່ນອນ.

XS
SM
MD
LG