ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະກົດການ El Nino ມີທ່າທີວ່າກຳລັງຈະເກີດຂຶ້ນໃນ ອອສເຕຣເລຍ


ປະກົດ​ການ​ອາກາດ​ຜັນ​ແປ ​ຫລື El Nino ຈະ​ເກີດຂຶ້ນ​ໃນ ທຸກໆ 2 ຫາ 7 ປີ ແລະ ບັນດານັກວິທຍາ​ສາດຖື​ວ່າ ປະ ກົດ​ການດັ່ງ​ກ່າງ​ເປັນ​ສ່ວນ​ນຶ່ງ​ຂອງ​ລະບົບການໝູນວຽນ ຕາມທຳ​ມະ​ຊາດຂອງ​ດິນ​ຟ້າອາກາດ.

​ມັນເກີດ​ຂຶ້ນ​ໃນ​ເວລາ​ທີ່ນ້ຳຢູ່​ໃນ​ມະ ຫາ​,ສະມຸດປາຊີ​ຟິກກ້ຳ, ຕາ​ເວັນ​ອອກ ຮ້ອນຂຶ້ນ. ການ​ເຄື່ອນຍ້າຍ​ຕົວ​ຂອງ​ອາກາດ ​ຊຸ່ມ ແລະ ຮ້ອນ​ຂື້ນ​ໄປ​ທາງທິດຕາ​ເວັນ​ອອກ​ ພາ​ໃຫ້​ເກີດ​ ມີສະພາບ​ອາກາດທີ່​ແຫ້ງກ່ວາ​ເກົ່າຢູ່ເຂດ ມະຫາ​ສະມຸດປາ ຊີ​ຟິກ ກ້ຳ,​ຕາເວັນ,​ຕົກ ຊື່​ງ​ສົ່ງ​ຜົນ​ກະທົບຕໍ່ສ່ວນ​ໃຫຍ່ ຂອງຂົງ​ເຂດ​ເອ​ເຊຍປາຊີ​ຟິກ​.

ຢູ່​ພາກ ຕາ​ເວັນ​ອອກ ຂອງ​ອອສເຕຣ​ເລຍ (Australia) ​ເຊິ່ງ​ເປັນ​ເຂດ​ທີ່​ມີ​ຜູ້​ຄົນອາ​ໃສ​ຢູ່​ຫລາຍ​ທີ່​ສຸດ​ນັ້ນ ​ແມ່ນ​ມີ​ທາງ​ວ່າຈະ​ໄດ້ ເຫັນປະລິມານຝົນ​ຕົກ ຕໍ່າກວ່າ​ອັດຕາ​ສະ​ເລ່ຍ ​ແລະ ອຸນນະຫະພູມຮ້ອນຂຶ້ນໃນ​ຕອນ​ກາງ​ເວັນ ຊຶ່ງ​ຈະ​ສ້າງ​ຄວາມ​ເສຍ​ຫາຍໃຫ້ແກ່ຜົນເກັບ​ກ່ຽວ.

ອອສເຕຣ​ເລຍ ​(Australia) ເປັນປະ​ເທດ​ທີ່​ສົ່ງ​ອອກ ​ເຂົ້າ​ເບ​ລລາຍ​ໃຫຍ່​ອັນ​ດັບສີ່​ຂອງ​ໂລກ ​ແລະ ຍັງ​ມີ​ຄວາມ​ກັງວົນ​ເປັນ​ຫ່ວງຄື​ກັນ​ວ່າ ຜົນ​ຜະຫລິດ​ນ້ຳມັນປາມແລະ,ຢາງ​,ພາ, ລາ ຢູ່​ໃນ​ອິນ​ໂດ​ເນ​ເຊຍ, ​ແລະ ມາ​ເລ​ເຊຍ ຕະຫລອດຮອດຢູ່ໃນ​ປະ​ເທດໄທ ກໍ​ອາດ​ຖືກ​ກະທົບ ​ຍ້ອນສະພາບ​ແຫ້ງ​ແລ້ງທີ່​ວ່າ​ນີ້​ໄດ້.

ທ່ານ Andrew Watkins ເຊິ່ງ​ເປັນ​ນັກ​ພະຍາ​ກອນ​ອາກາດ​ ອາວຸ​ໂສ ຢູ່ກົມ​ອຸຕຸນິຍົມ​ຂອງອອສເຕຣ​ເລຍ ກ່າວ​ວ່າ ​ຮ່ອງຮອຍ ​ຫລາຍ​ຢ່າງທີ່​ປາກົດ​ໃຫ້​ເຫັນໃນປັດຈະ​ບັນນີ້ ​ເປັນ​ສັນຍານ​ເຕືອນ​ໃຫ້ຮູ້ວ່າປະກົດ​ການອາກາດ​ຜັນ​ແປ ​ຫລື El Nino ມີທ່າ​ທີ່ວ່າກຳລັງ​ຈະ​ເກີດ​ຂຶ້ນ.

ໃນ​ຂະນະນີ້ ພວກນັກວິທຍາ​ສາດພາກັນ​ກ່າວ​ວ່າ ປະກົດ​ການ El Nino ທີ່​ວ່າ​ມານີ້ ອາດ​ເປັນກົດ​ ການອາກາດ​ຜັນ​ແປ​ ທີ່​ມີ​ຄວາມ​ແຮງໃນ​ລະດັບ ປານກາງ ​ແຕ່​ວ່າ​ມັນ​ກໍ​ອາດ​ຈະໃຊ້​ເວລາ​ອີກຕັ້ງ ຫລາຍ​ເດືອນ​ ກວ່າຈະສາມາດ​ປະກາດ​ໄດ້​ຢ່າງ​ເປັນ​ທາງ​ການ​ວ່າ​ ມີປະກົດ​ການນີ້​ ເກີດ​ຂຶ້ນ​ແທ້​.

ປະກົດ​ການ El Nino ທີ່​ເກີດ​ຂຶ້ນ​ໃນ​ຄັ້ງ​ແລ້ວນີ້​ ໃນ​ປີ 1997 ​ແລະ 1998 ​ນັ້ນ ໄດ້​ເຮັດ​ໃຫ້ ຫລາຍ​ກວ່າ 2.000 ຄົນ​ເສຍ​ຊີວິດ ​ແລະ ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ຜົນລະປູກ​, ໂຄງຫ​ລ່າ​ງ ພື້ນຖານ ​ແລະ ບໍ່​ແຮ່ຕ່າງໆ ຢູ່​ໃນອອສເຕຣ​ເລຍ ​ແລະ ​ເອ​ເຊຍເປັນ​ມູນ​ຄ່າ​ຫລາຍໆຕື້ ​ໂດ​ລາ. ຢູ່​ຫລາຍເຂດ​ໃນ​ເອ​ເຊຍ ​ເຊ່ນໃນ ຮົງກົງ ​ແລະ ພາກ​ໃຕ້​ຂອງ​ຈີນ ປາກົດການ ແອ​ລນີ​ໂຍ ​ໃນ​ສອງ​ປີ​ທີ່​ກ່າວ​ມານັ້ນ ​ໄດ້​ເຮັດໃຫ້​ເກີດຝົນຕົກ ​ໃນ​ປະຣິມານ​ຫລາຍເປັນ​ ປະ​ຫວັດ​ການ ​ເຊິ່ງ​ພາ​ໃຫ້​ເກີດ​ນ້ຳຖ້ວມຢ່າງ,​ຮ້າຍ​ແຮງ.

ປະກົດ​ການ El Nino ສາມາດ​ມີ​ຜົນກະທົບ​ຕໍ່​ລະດູ​ຝົນ ໃ​ນອິນ​ເດຍ​ເຊ່ນ​ກັນ ເຊິ່ງ​ມີ​ຄວາມ​ສຳຄັນຕໍ່​ການ​ເກັບ​ກ່ຽວຜົນ​ລະ​ປູກວ່າ​ຈະ​ໄດ້ຮັບຜົນ​ດີຫລືບໍ່ ​ແລະ ສາມາດ​ພາ​ໃຫ້​ມີຝົນຕົກ​ຫລາຍ​ກ່ວາ​ປົກກະຕິ ຢູ່​ໃນ​ຫລາຍໆ​ເຂດຂອງສະຫະ​ຣັດ ອາ​ເມຣິກາ.

XS
SM
MD
LG