ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສຖກິດໂລກ ຈະເປັນຫົວຂໍ້ສຳຄັນ ໃນກອງປະຊຸມສຸດຍອດ ຂອງກຸ່ມ ຈີ 8


ໂອບາມາ - ຈີ 8: ປະທານາທິບໍດີສະຫະຣັດ ທ່ານ BARACK OBAMA ກຳລັງຢູ່ທີ່ປະເທດ ອີຕາລີ ໃນວັນພຸດ ມື້ນີ້ ເພື່ອເຈຣະຈາຫາຣື ກັບ ພວກຜູ້ນຳ ທີ່ມີອິດທິພົນ ຫຼາຍທີ່ສຸດໃນໂລກໃນ ລະຫວ່າງ ກອງປະຊຸມ ສຸດຍອດ ຂອງກຸ່ມຈີ 8. ພວກຜູ້ນຳ ຂອງກຸ່ມຈີ 8 ກຳລັງພົບປະກັນ ທີ່ ເມືອງ L’AQUILA ໃນພາກກາງ ຂອງອີຕາລີ ບ່ອນທີ່ແຜ່ນດິນໄຫວ ຂນາດແຮງໃນເດືອນເມ ສາຜ່ານມາເຮັດໃຫ້ມີຜູ້ເສັຽຊີວິດ ເກືອບ 300 ຄົນ. ເປັນທີ່ຄາດກັນວ່າ ສະພາບເສຖກິດຂອງ ໂລກ ຈະເປັນຈຸດເພັ່ງເລັງໃນການເຮັດວຽກແລະ ຮັບປະທານ ອາຫານທ່ຽງໄປພ້ອມ ຊຶ່ງເປັນ ການເລີ້ມຕົ້ນ ຂອງກອງປະຊຸມ ສຸດຍອດ ເປັນ ເວລາ 3 ມື້. ກຸ່ມຈີ 8 ຈະພິຈາຣະກັນ ກ່ຽວກັບ ວ່າ ຈຳເປັນຕ້ອງໄດ້ເອົາ ບາດກ້າວຕື່ມອີກ ຫລືບໍ່ ເພື່ອທຳການ ປົວແປງເສຖກິດ ແລະໃນຈຸດໃດ ທີ່ການໃຊ້ຈ່າຍ ເພື່ອກະຕຸກຊຸກຍູ້ເສຖກິດ ຄວນຈະຍຸຕິລົງ. ທ່ານ MICHAEL FROMAN ທີ່ປຶກສາ ທາງດ້ານເສຖກິດ ຂອງທ່ານ OBAMA ກ່າວຕໍ່ພວກນັກຂ່າວ ທີ່ເມືອງ L’AQUILA ໃນມື້ນີ້ວ່າ ພວກຜູ້ນຳ ຂອງກຸ່ມຈີ 8 ມີທ່າທາງວ່າ ຈະດຳເນີນການ ເພື່ອສ້າງຄວາມກ້ຳເກິ່ງ ລະຫວ່າງ ການໃຫ້ເປັນ ທີ່ແນ່ໃຈວ່າ ເສຖກິດຍັງສືບຕໍ່ ມີການເຕີບໂຕ ແລະການຕັດ ການໃຊ້ຈ່າຍລົງ ສູ່ຣະດັບ ທີ່ສາມາດ ​ເຮັດ​ຕໍ່​ໄປ​ໄດ້.

ຈີນ - ຊິນຈຽງ: ປະທານປະເທດຈີນ ທ່ານ HU JINTAO ໄດ້ເດີນທາງຈາກອີຕາລີກັບຄືນປະເທດ ເພື່ອຮັບມື ກັບຄວາມຮຸນແຮງ ໃນດ້ານຊົນຊາດຊົນ ເຜົ່າ ທີ່ແຂວງຊິນຈຽງນັ້ນ. ອົງການຂ່າວ ຊິນຫວາ ຂອງທາງການຈີນລາຍງານວ່າ ປະທານ HU ໄດ້ ຕັດການຢ້ຽມຢາມ ອີຕາລີໃຫ້ສັ້ນລົງ ແລະອອກເດີນ ທາງ ກັບຄືນປະເທດ ໃນຕອນເຊົ້າວັນພຸດ ມື້ນີ້. ລາຍງານເວົ້າວ່າ ທ່ານ DAI GINGGUO ທີ່ປຶກ ສາຂອງຣັຖບານຈີນ ຈະເປັນຜູ້ຕາງໜ້າ ທ່ານ HU ເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງກຸ່ມຈີ 8 ແລະ ບັນດາປະເທດ ທີ່ກຳລັງພັທນາ ທີ່ສຳຄັນໆ ຊຶ່ງຈະມີ ຂຶ້ນທີ່ເມືອງ L’AQUILA ໃນທ້າຍອາທິດນີ້. ຣັຖບານທີ່ແຂວງຊິນຈຽງທາງພາກ ຕາເວັນຕົກ ຂອງຈີນໄດ້ປະກາດຫ້າມສັນຈອນ ລຸນຫລັງທີ່ໄດ້ເກີດ ຄວາມວຸ້ນວາຍ ລະ​ຫວ່າງ ຊົນຊາດ ຊົນເຜົ່າ ທີ່ເຮັດໃຫ້ເມືອງ URUMQI ຊຶ່ງເປັນເມືອງເອກ ຂອງແຂວງ ດັ່ງກ່າວ ເປັນອັມມະ ພາດ. ມີບໍ່ຕ່ຳກວ່າ 156 ຄົນ ເສັຽຊີວິດ ແລະອີກ 1 ພັນຄົນ ໄດ້ຮັບບາດເຈັບ ໃນການກໍ່ຈະ ລາຈົນ ທີ່ເລີ້ມມາ ແຕ່ມື້ວັນອາທິດ.

ຊິນຈຽງ - ປະຕິກິຣິຍາ: ປະຊາຄົມນາໆຊາດ ພາກັນສະແດງ ຄວາມຕື່ນຕົກໃຈກ່ຽວກັບຄວາມ ວຸ້ນວາຍ ລະ​ຫວ່າງຊົນຊາດ ຊົນເຜົ່າ ຢູ່ທີ່ແຂວງ ຊິນຈຽງ ທາງພາກຕາເວັນຕົກ ສຽງເໜືອຂອງຈີນ. ຣັຖມຸນຕຣີການຕ່າງປະເທດສະຫະຣັດ ທ່ານນາງ HILLARY CLINTON ກ່າວຕໍ່ພວກນັກຂ່າວ ໃນມື້ວານນີ້ວ່າ ສະຫະຣັດ ມີຄວາມວິຕົກກັງວົນ ເປັນທີ່ສຸດ ກ່ຽວກັບລາຍງານ ການເສັຽຊີວິດ ແລະພວກທີ່ ໄດ້ຮັບບາດເຈັບ ແລະຮຽກຮ້ອງໃຫ້ ທຸກພັກຝ່າຍ ທີ່ກ່ຽວຂ້ອງ ໃຊ້ຄວາມຢັບຢັ້ງຊັ່ງ​ໃຈ. ສະຫະພາບຢູໂຣບ ໄດ້ຮຽກຮ້ອງ ໃຫ້ແກ້ໄຂ ບັນຫາຂັດແຍ້ງ ລະຫວ່າງເຜົ່າວີເກີ້ ຊຶ່ງເປັນຊົນ ກຸ່ມນ້ອຍ ແລະຊາວຮັນ ຊຶ່ງເປັນຄົນກຸ່ມໃຫຍ່ ຂອງຈີນ ດ້ວຍສັນຕິວິທີ ໃນຖແລງຂ່າວ ທີ່ນຳອອກເຜີຍແຜ່ ໂດຍສະວີເດັນ ປະທານວຽນ ຂອງສະຫະພາບ ຢູໂຣບ. ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມ ເຢັຽຣະມັນນັ້ນ ນາຍົກຣັຖມຸນຕຣີ KEVIN RUDD ຂອງອອສເຕຣເລັຽ ກໍໄດ້ຮຽກຮ້ອງ ບໍ່ໃຫ້ໃຊ້ຄວາມ ຮຸນແຮງ ຢູ່ແຂວງຊິນຈຽງ ທີ່ວຸ້ນວາຍຂອງຈີນ. ຂ້າຫລວງໃຫຍ່ ທີ່ຮັບຜິດຊອບ ໃນດ້ານສິດ ທິມະນຸດ ຂອງອົງການ ສະຫະປະຊາຊາດ ທ່ານນາງ NAVI PILLAY ໄດ້ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ຈີນ ແລະພວກຊົນກຸ່ມນ້ອຍ ໃນແຂວງຊິນຈຽງ ຫລີກເວັ້ນ ຈາກການໃຊ້ ຄວາມຮຸນແຮງ ເພີ້ມຕື່ມ.

ອິນໂດເນເຊັຽ: ການຢັ່ງຫາງສຽງ ພວກທີ່ໄປ ປ່ອນບັດ ສະແດງໃຫ້ເຫັນວ່າ ປະທານາທິບໍດີ SUSILO BAMBANG YUDHOYONO ໄດ້ຊະນະຕຳແໜ່ງປະທານາທິບໍດີຕື່ມອີກ 5 ປີ ເປັນສມັຍທີ 2 ໂດຍໄດ້ຮັບຄະແນນສຽງລື່ນຄູ່ ແຂ່ງ ເປັນຈຳນວນຫລວງຫລາຍ ໃນການປ່ອນ ບັດ ໃນວັນພຸດມື້ນີ້. ການນັບຄະແນນສຽງ ທີ່ບໍ່ ເປັນທາງການ ສະແດງໃຫ້ເຫັນວ່າ ປະທານາທິ ບໍດີ YUDHOYONO ໄດ້ນຳໜ້າ ໂດຍໄດ້ຮັບ ຄະແນນສຽງ ຫລາຍກວ່າ 60% ຊຶ່ງລື່ນຈຳນວນ 50% ທີ່ຈຳເປັນ ຕ້ອງໄດ້ຮັບ ເພື່ອຫລີກລ້ຽງ ການເລືອກຕັ້ງ ຮອບສອງ ໃນເດືອນກັນຍາ ຈະມາ. ອັນທີ່ເອີ້ນວ່າການນັບບັດຄະແນນສຽງ ຢ່າງວ່ອງໄວ ແຈ້ງໃຫ້ຮູ້ວ່າ ອະດີດ ປະທານາທິ ບໍດີ MEGAWATI SUKARNOPUTRI ​ໄດ້ທີ 2 ໂດຍໄດ້ຣັບ ຄະແນນສຽງ 28% ແລະ ຮອງປະທານາທິບໍດີ JUSUF KALLA ມາ​ໃນ​ອັນ​ດັບ 3 ໄດ້ຮັບຄະແນນສຽງ 13%. ໃນການກ່າວ ຄຳປາສັຍ ທີ່ມີການຖ່າຍທອດທາງ ໂທຣະພາບ ຈາກບ້ານພັກຂອງທ່ານ ໃນເຂດ JAVA ຕາເວັນຕົກນັ້ນ ທ່ານ YUDHOYONO ກ່າວວ່າ ການປ່ອນບັດ ສະແດງໃຫ້ເຫັນວ່າ ພັກຂອງທ່ານ ໄດ້ຮັບໄຊຊະນະ ແຕ່ຮຽກຮ້ອງ ໃຫ້ພວກສນັບສນຸນ ລໍຖ້າຟັງ ການເປີດເຜີຍ ຜົນການນັບຄະແນນສຽງ ຢ່າງເປັນທາງການ ຂອງຄະນະ ກັມມາທິການ ເລືອກຕັ້ງແຫ່ງຊາດ ຊຶ່ງຈະມີຂຶ້ນ ໃນທ້າຍເດືອນນີ້.

ຮອນດູຣັສ: ປະທານາທິບໍດີ ທີ່ຖືກໂຄ່ນລົ້ມ ຂອງຮອນດູຣັສ ທ່ານ MANUEL ZELAYA ແລະທ່ານ ROBERTO MICHELLETTI ທີ່​ໄດ້​ມີ​ສ່ວນຊ່ອຍໃນການໂຄ່ນລົ້ມທ່ານ ZELAYA ໄດ້ຕົກລົງຈະເຂົ້າຮ່ວມ​ໃນການພົບປະທີ່ແນໃສ່ ເພື່ອແກ້ໄຂວິກິຕການທາງດ້ານການເມືອງຂອງ ຮອນດູຣັສ. ເປັນທີ່ຄາດກັນວ່າ ບຸກຄົນທັງສອງ ຈະພົບພໍ້ກັນ ໃນການເຈຣະຈາໄກ່ເກັ່ຽ ທີ່ໄດ້ຮັບ ການສນັບສນຸນ ຈາກສະຫະຣັດ ນຳພາໂດຍ ທ່ານ OSCAR ARIAS ປະທານາທິບໍດີ ຄອສຕາຣິກາ ທີ່ເຄີຍໄດ້ຮັບ ລາງວັນໂນແບລ ຂແນງສັນຕິພາບ ມາແລ້ວ. ທ່ານ ZELAYA ​ໄດ້​ຖືກ​ໂຄ່ນ​ລົ້ມ​ ໃນ​ການ​ກໍ່ ຣັຖປະຫານ​ ທີ່​ນຳ​ໂດຍ​ພວກ​ທະຫານ ​ເມື່ອ​ວັນ​ທີ 28 ​ເດືອນ​ແ​ລ້ວນີ້ ​ແລະ​ສະພາ​ແຫ່ງ​ຊາດ​ ຮອນ​ດູຣັສ​ ໄດ້​ແຕ່ງຕັ້ງ​ ໃຫ້​ທ່ານ MICHELETTI ຂື້ນ​ເປັນ ປະທານາທິບໍດີ ​ຮັກສາ​ການ​ຊົ່ວຄາວ. ຜູ້ນຳ ທັງສອງ ມີກຳນົດ ທີ່ຈະພົບປະກັນ ຢູ່ທີ່ເຮືອນ ຂອງທ່ານ ARIAS ທີ່ປະເທດ ຄອສຕາຣິກາ ໃນວັນພະຫັດ ມື້ອື່ນ. ການເຄື່ອນໄຫວ ທີ່ວ່ານີ້ ມີຂຶ້ນ ຫລັງຈາກ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ພົບປະ ກັບທ່ານ ZELAYA ທີ່ນະຄອນຫລວງ ວໍຊິງຕັນ ​ໃນ​ມື້ວານ​ນີ້.

ປາກິສຖານ: ເຈົ້າໜ້າທີ່ ສືບລັບປາກິສຖານ ກ່າວວ່າ ຍານອາກາດທີ່ສົງສັຍວ່າເປັນເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ໄດ້ຍິງລູກສອນ ໄຟໂຈມຕີຄ້າຍຝຶກຂອງພວກທາລີບານແຫ່ງ ນຶ່ງ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ເຮັດໃຫ້ ພວກຫົວຮຸນແຮງ ເສັຽຊີວິດ 10 ຄົນ. ນີ້ແມ່ນການໂຈມຕີ ຄັ້ງທີ 2 ຂອງຍານອາກາດ ທີ່ສົງສັຍວ່າ ເປັນເຮືອບິນທີ່ບໍ່ມີຄົນຂັບຂອງສະ ຫະຣັດພາຍໃນໄລຍະ 2 ມື້ຜ່ານມາ. ການໂຈມຕີ ໃນຕອນເຊົ້າ ຂອງວັນພຸດມື້ນີ້ ມີຂຶ້ນທີ່ ເຂດ WAZIRISTAN ໃຕ້ ຂອງ​ພວກຊົນເຜົ່າ ຢູ່ຕາມ ບໍຣິເວນຊາຍແດນຕິດກັບອັຟການິສຖານ. ການໂຈມຕີ ໂດຍເຮືອບິນ ທີ່ບໍ່ມີຄົນຂັບ ໃນເຂດດຽວ​ກັນ ມື້ວານນີ້ ເຮັດໃຫ້ມີຜູ້ເສັຽຊີວິດ 14 ຄົນ ຮວມທັງ ຊາວຕ່າງປະເທດ ຫລາຍໆຄົນ. ເຂດດັ່ງກ່າວ ເປັນທີ່ໝັ້ນ ຂອງນາຍ BAITULLAH MEHSUD ຜູ້ນຳສູງສຸດ ຂອງກຸ່ມທາລີບານ ແລະກຸ່ມ AL-QAIDA ທີ່ເປັນພັນທະມິດ ທີ່ທັງປາກິສຖານ ແລະສະຫະຣັດ ຕ່າງກໍຕ້ອງການໂຕນັ້ນ. ມີການຖິ້ມໂທດ ໃສ່ນາຍ MEHSUD ວ່າ ເປັນຜູ້ຮັບຜິດຊອບ ໃນການໂຈມຕີ ເປົ້າໝາຍຫລາຍ​ແຫ່ງ ທີ່​ເປັນຂອງຣັຖບານ ແລະພົລເຮືອນ ຈຳນວນນຶ່ງ ແລະເຊື່ອກັນວ່າ ຜູ້ກ່ຽວເປັນຜູ້​ ໃຫ້ການ​ຊ່ວຍ​ເຫລືອ ທີ່ສຳຄັນ ແກ່ພວກນັກຣົບ AL-QAIDA ຢູ່ໃນປາກິສຖານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG