ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສ້າງຄວາມເຂັ້ມແຂງແກ່ການເປັນພາຄີກັນ  ລະວ່າງ ສະຫະລັຖ ແລະ ອິນເດຍ


<!-- IMAGE -->

ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ກ່າ​ວວ່າ ການຮ່ວມ​ມື​ກັນລະ​ວ່າງ​ລັຖບານ​ສະຫະລັຖ ​ກັບ​ລັຖບານ​ອິນ​ເດຍ ນັ້ນ ຄວນ​ຈະ​ກ້າວ​ໄປໃຫ້​ທັນແລະ​ຄຽງ​ຄູ່​ກັນ​ໄປກັບ​ສາຍ​ພົວພັນ​ອັນເຂັ້ມ​ແຂງທາງ​ດ້ານເສ​ດຖະກິດ ​ແລະລະ​ວ່າງປະຊາຊົນ​ກັບປະຊາຊົນ​ຂອງ​ສອງປະ​ເທດປະຊາທິປະ​ໄຕນີ້.

ທີ່​ກອງ​ປະຊຸມ​ສຸດ​ຍອດ​ Synergies Summit ​ຂອງສະພາ​ທຸລະ​ກິດ​ ລະ​ວ່າງສະຫະລັຖ​ແລະ​ອິນ​ເດຍ ​ໃນ​ນະຄອນ ຫລວງ​ວໍ​ຊິງ​ຕັນ​ດີ​ຊີ​ ​ເມື່ອ​ໄວໆ​ມາ​ນີ້ ທ່ານ​ນາງລັຖມຸນຕຣີຕ່າງປະ​ເທດ​ຄລິນ​ຕັນ ​ໃຫ້​ຂໍ້​ສັງ​ເກດ​ວ່າ “​ປັດຈຸບັນ​ນີ້​ການ​ຄ້າລະ​ວ່າງ​ປະ​ເທດ​ທັງ​ສອງ​ຂອງ​ພວກ​ເຮົາ​ໄດ້​ຂຍາຍ​ເຕີບ​ໂຕ​ຂື້ນ​ເຖິງ​ສອງເທົ່າ​ ນັບ​ຕັ້ງ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ ​ແລະ​ບັດ​ນີ້​ມີ​ມູນ​ຄ່າ​ເກີນ 43 ພັນ​ລ້ານ​ໂດ​ລາ​ແລ້ວ. ມີ​ນັກຮຽນ​ຊາວ​ອິນ​ເດຍຈຳນວນເກົ້າໝື່ນ​ກວ່າຄົນ​ ກຳລັງ​ສຶກສາ​ຢູ່​ໃນ​ສະຫະລັຖ​ເວລາ​ນີ້ ​ແລະ​ໂຄງການ​ທືນ​ສຶກສາ​ໃໝ່ Fulbright-Nehru ​ນັ້ນກໍເພິ່ມຄວາມ​ເຂັ້ມ​ແຂງໃຫ້​ແກ່​ການ​ແລກ ປ່ຽນ​ທາງ​ດ້ານການສຶກສາ ລະ​ວ່າງ​ອິນ​ເດຍກັບສະຫະລັຖ ຊື່​ງທັງ​ສອງ​ປະ​ເທດແມ່ນ​ເປັນ​ພາຄີ​ກັນຢ່າງ​ເຕັມ​ສ່ວນ​ໃນ​ການ​ບໍລິຫານ​ແລະສະ​ໜອງ​ເງິນທືນໃຫ້​ແກ່​ໂຄງການ​ນີ້.”

ທ່ານ​ນາງ​ລັຖມຸນຕຣີຕ່າງປະ​ເທດ​ຄລິນ​ຕັນ ກ່າວ​ຕໍ່​ໄປ​ວ່າ ​ໃນ​ຂະນະ​ທີ່​ພວກ​ເຮົາ​ດຳ​ເນີນ​ການ​ເພື່ອ​ສົ່ງເສີມ​ການ​ເປັນ​ພາຄີ​ກັນລະວ່າງ​ສອງ​ປະ​ເທດເຮົານັ້ນ​ ພວກ​ເຮົາ​ກໍຄວນ​ຈະ​ຮັບ​ຮູ້​ວ່າ ເມື່ອສົມ​ທຽບ​ກັບ​ດ້ານອື່ນໆຂອງ​ການ​ຮ່ວມ​ມື​ຂອງ​ພວກ​ເຮົາແລ້ວ ສາຍພົວພັນ ທາງ​ການ​ຂອງ​ພວກ​ເຮົາກໍແມ່ນ​ເຖິງເວລາມາດົນແລ້ວ ທີ່​ຈະຕ້ອງໄດ້ຮັບການ​ປັບປຸງ​ໃຫ້​ດີ​ຂື້ນ

ທ່ານ​ນາງ​ລັຖມຸນຕຣີຕ່າງປະ​ເທດ​ຄລິນ​ຕັນ ​ຈະເດີນທາງ​ໄປ​ປະ​ເທດ​ອິນ​ເດຍ​ໃນ​ເດືອນ​ກໍລະກົດຄືເດືອນນີ້​ ເພື່ອ​ປຶກສາ​ຫາລື​ເຣື່ອງ​ຄວາມ​ໝັ້ນຄົງ ​ເສດຖະກິດ ບັນຫາການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດແລະ​ບັນຫາດ້ານວັທະນະທຳ. ໃນ​ການ​ເອີ່ຍເຕື້ອງໄປໃສ່ກອງ​ປະຊຸມ​ສຸດຍອດຂອງກຸ່ມ​ປະ​ເທດ​ຈີ​ແປດ ທີ່​ຈະ​ຈັດ​ຂື້ນ​ໃນ​ປະເທດ​ອິຕາ​ລີ​ໃນອີກບໍ່ນານນີ້ ທ່ານ​ນາງ​ກ່າວ​ວ່າ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວອອກມາໃຫ້ເປັນທີ່ແຈ້ງ​ຂາວ​ແລ້ວ​ວ່າ ສະຫະລັຖຈະ​ບໍ່ເອົາ​ບັນຫາ​ວິກິດ​ການ​ການ​ເງິນ​ໂລກ ​ມາ​ເປັນ​ຂໍ້​ແກ້​ຕົວ ເພື່ອຈັດຕັ້ງປະຕິບັດນະໂຍບາຍ​ປົກ​ປ້ອງ​ ​ການ​ຄ້າ​ຫລືສິນຄ້າ ພາຍໃນປະເທດແຕ່​ຢ່າງ​ໃດ ຊຶ່ງ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ “ພວກເຮົາ​ຫວັງ​ວ່າ​ ອິນ​ເດຍຈະ​ທຳ​ງານ​ຮ່ວມກັບ​ພວກ​ເຮົາ​ເພື່ອ​ສ້າງໃຫ້​ມີໂອກາດ​ ທີ່​ເປີດ​ເຜີຍ​ກວ່າເກົ່າແລະ​ເທົ່າທຽມກັນ​ກວ່າ​ເກົ່າ ສຳ​ຫລັບ​ການ​ຄ້າ ລະ​ວ່າງ​ປະ​ເທດ​ຂອງ​ເຮົາ​ທັງ​ສອງ

ທ່ານ​ນາງ​ລັຖມຸນຕຣີຄລິນ​ຕັນ​ກ່າວ​ວ່າ ສະຫະລັຖ​ແມ່ນ​ມີ​ຄວາມ​ໝັ້ນ​ໝາຍ​ຢ່າງ​ເຕັມ​ສ່ວນ ​ຕໍ່ການຈັດຕັ້ງປະຕິບັດ​ຂໍ້​ຕົກລົງດ້ານ​ນີວເຄລຍພົລເຮືອນສະບັບປະວັດສາດ ລະວ່າງອິນ​ເດຍກັບ​ສະຫະລັຖ ທີ່​ໄດ້ຮັບການຮັບຮອງເອົາໃນ​ເດືອນ​ຕຸລາ ​ປີ 2008.ຂໍ້​ຕົກລົງ​ທີ່ວ່ານີ້ອະນຸຍາດໃຫ້​ອິນ​ເດຍເຂົ້າເຖິງ​ແຫລ່ງນິວ​ເຄລຍການ​ຄ້າ​ສາກົນ​ໄດ້ ​ແລະ​ ສະ​ນອງ​ໂຄງ​ຮ່າງສຳ​ຫລັບ​ການ​ຮ່ວມ​ມືກັນ ​ດ້ານ​ເສດຖະກິດ​ແລະ​ວິຊາ​ການ ລະ​ວ່າງ​ສະຫະລັຖ​ແລະ​ອິນ​ເດຍ

ລັຖມຸນຕຣີການຕ່າງປະເທດສະຫະລັຖ ທ່ານ​ນາງຄ​ລິນ​ຕັນ ​ກ່າວ​ວ່າ “ສະຫະລັຖຢາກ ມີການ​ຮ່ວມ​ມື​ທີ່ດີຂື້ນ ​ກັບ​ອິນ​ເດຍ ໃນດ້ານ​ການ​ສຶກສາ ການ​ໃຫ້​ອຳນາດແກ່ພວກ​ແມ່ຍິງ ​ແລະ​ດ້ານສຸຂະພາບ​. ທ່ານນາງຄລິນ ຕັນ​ໄດ້​ໃຫ້​ຂໍ້​ສັງ​ເກດເຊ່ນກັນ ເຖິງການທີ່​ອິນ​ເດຍ​ໄດ້ເອົາບົດບາດຫລາຍຂື້ນ ​ໃນການ​ຊ່ວຍ​ແກ້​ໄຂບັນຫາ​ຕ່າງໆ ທີ່ທ້າ​ທາຍ​ຕໍ່ຄວາມ​ໝັ້ນຄົງ​ຂອງ​ສາກົນ ​ແລະ​ກ່າວຕໍ່ໄປວ່າ ສ່ວນສະຫະລັຖນັ້ນກໍຄວນ​ຈະກຽມ​ພ້ອມ​ເພື່ອປັບ​ໂຄງ​ສ້າງ​ຂອງສະຖາບັນ ສາກົນ​ຕ່າງໆ​ໃຫ້ເຂົ້າກັບຄວາມ​ຮັບຜິດຊອບໃໝ່​ຕ່າງໆ​ຂອງ​ອິນ​ເດຍນັ້ນ.

ລັຖມຸນຕຣີການຕ່າງປະເທດສະຫະລັຖ​ກ່າວ​ໃນ​ທີ່ສຸດ​ວ່າ “ພວກ​ເຮົາ​ຖື​ວ່າ​ອິນ​ເດຍ ​ເປັນປະ​ເທດ​ນຶ່ງໃນ​ບັນດາພາຄີ​ທີ່​ສຳຄັນ ທີ່ມີຢູ່ຈຳນວນບໍ່​ເທົ່າ​ໃດປະ​ເທດໃນ​ທົ່ວ​ໂລກ ທີ່​ຈະ​ຊ່ວຍ​ພວກ​ເຮົາ​ຫລໍ່ຫລອມແລະວາງທິດທາງຂອງສັດ​ຕະວັດ​ທີ່​ຊາວ​ເອັດ​ນີ້​.

XS
SM
MD
LG