ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດລາວ-ບັນຫາການຕັດໄມ້ເພື່ອການຄ້າເຖື່ອນ


ປະຊາຊົນລາວຮຽກຮ້ອງຂໍໃຫ້ບັນດາສະມາຊິກ ສະພາແຫ່ງຊາດລາວ ດຳເນີນມາດຕະການ ກວດສອບການ ລັກລອບຕັດໄມ້ທຳລາຍປ່າໃນ ທົ່ວປະເທດ ໂດຍສະເພາະແມ່ນການລັກລອບ ຕັດໄມ້ຢູ່ໃນເຂດປ່າ ສະຫງວນແຫ່ງຊາດ ແລະ ໃນເຂດສຳປະທານການປູກຕົ້ນໄມ້ອຸດສາຫະ ກຳ ທີ່ມີການ ລັກລອບຕັດໄມ້ເພື່ອການຄ້າ ເຖື່ອນເພີ້ມຫລາຍຂຶ້ນນັບມື້.

ທ່ານ ໄຊສົມພອນ ພົມວິຫານ ຮອງປະທານ ສະພາແຫ່ງຊາດລາວໄດ້ຖະແຫລງຢືນຢັນ ວ່າ ໃນວາລະກອງປະຊຸມສະໄໝສາມັນຄັ້ງທີ່ 7 ຂອງສະພາແຫ່ງຊາດລາວຊຸດທີ່ 6 ທີ່ກຳ ລັງດຳເນີນ ການປະຊຸມຢູ່ໃນເວລານີ້ ປະກົດວ່າມີຢູ່ບັນຫາໜຶ່ງທີ່ບັນດາສະມາຊິກ ສະພາ ແຫ່ງຊາດລາວ ຈາກເຂດແຂວງຕ່າງໆໃນທົ່ວປະເທດ ຕ່າງກໍໄດ້ໃຫ້ການຢືນຢັນເປັນສຽງ ດຽວກັນວ່າ ເປັນບັນຫາທີ່ປະຊາຊົນລາວໄດ້ສະແດງຄວາມເປັນຫວ່ງເປັນໃຍ ຫລາຍທີ່ສຸດ ນັ້ນກໍຄື ບັນຫາກ່ຽວກັບການລັກລອບຕັດໄມ້ທຳລາຍປ່າເພື່ອການຄ້າເຖື່ອນທີ່ເພີ້ມຫລາຍ ຂຶ້ນນັບມື້.

ສາເຫດທີ່ເຮັດໃຫ້ປະຊາຊົນລາວ ມີຄວາມເປັນຫວ່ງເປັນໃຍຕໍ່ບັນຫາດັ່ງກ່າວນີ້ຫລາຍເປັນ ພິເສດນັ້ນ ກໍຍ້ອນວ່າການລັກລອບຕັດໄມ້ທຳລາຍປ່າເພື່ອການຄ້າເຖື່ອນນັ້ນ ໄດ້ລຸກລ້ຳ, ເຂົ້າໄປໃນປ່າສະຫງວນແຫ່ງຊາດ ທີ່ມີຢູ່ 20 ແຫ່ງ ໃນທົ່ວປະເທດລາວແລ້ວໃນທຸກມື້ນີ້ ແລະ ໃນຂະນະດຽວກັນກໍຍັງປະກົດດ້ວຍວ່າ ໂຄງການສຳ ປະທານສິດໃນການເຊົ່າທີ່ດິນ ໃນໄລຍະຍາວ ເພື່ອການປູກພືດ ອຸດສະຫະກຳ ໃນຫລາຍໆພື້ນທີ່ນັ້ນກໍຍັງໄດ້ມີການບຸກ ລຸກເຂົ້າໄປໃນເຂດປ່າ ສະຫງວນຂອງລາວອີກດ້ວຍ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ປະຊາຊົນລາວ ເກີດ ຄວາມສົງໃສ ແລະ ກໍບໍ່ເຂົ້າໃຈຕໍ່ສະຖານະ ການທີ່ເກີດຂຶ້ນອີກດ້ວຍວ່າ ເປັນການກະທຳ ທີ່ຖືກຕ້ອງຕາມກົດໝາຍ ແລະ ເງື່ອນໄຂທີ່ ໄດ້ກຳນົດ ໄວ້ໃນສັນຍາສຳປະທານ ຫລື ບໍ່ ຈຶ່ງໄດ້ສະແດງການຮຽກຮ້ອງຂໍໃຫ້ມີການ ກວດສອບຢ່າງ ຮີບດ່ວນທີ່ສຸດ.

ພ້ອມກັນນີ້ ທ່ານ ໄຊສົມພອນ ຍັງໄດ້ລະບຸ ອີກດ້ວຍວ່າ ເຂດປ່າສະຫງວນແຫ່ງຊາດທີ່ມີ ການລັກລອບຕັດໄມ້ ເພື່ອການຄ້າເຖື່ອນ ຫລາຍທີ່ສຸດໃນໄລຍະທີ່ຜ່ານມານີ້ກໍຄື ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ, ພູພະ ນັງ ແລະ ພູຫົວສາວ ເປັນຕົ້ນ. ກ່ອນໜ້ານີ້ ທ່ານ ຄຳອ້ວນ ບຸບຜາ ລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ ຜູ້ຮັບຜິດຊອບວຽກງານໃນດ້ານການພັດທະນາເພື່ອການ ນຳໃຊ້ທີ່ດິນຢ່າງຍືນຍົງໄດ້ໃຫ້ການປະເມີນວ່າ ໃນປະຈຸບັນສະພາບປ່າໄມ້ຂອງລາວ ຍັງຄົງ ລະດັບຄວາມໜາແໜ້ນເຫລືອຢູ່ພຽງແຕ່ 35% ຂອງພື້ນທີ່ທັງໝົດໃນທົ່ວປະເທດເທົ່ານັ້ນ ຊຶ່ງຖືວ່າ ເປັນສະພາບການທີ່ລົດລະດັບຄວາມແໜ້ນໜາລົງຢ່າງໄວວາ ເພາະຈາກການສຳ ຫລວດ ໃນປີ 1992 ນັ້ນ ພົບວ່າ ສະພາບປ່າໄມ້ຂອງລາວ ຍັງຄົງຄວາມໜາແໜ້ນ ເຫລືອຢູ່ 47% ແລະ ເມື່ອຕົກມາເຖິງປີ 2002 ກໍປາກົດວ່າ ປ່າໄມ້ຂອງລາວຍັງຄົງ ເຫລືອລະດັບຄວາມໜາ ແໜ້ນຢູ່ 41% ແລະ ກໍຫລົດລົງມາເປັນ 35% ໃນປະຈຸບັນນີ້.

ສ່ວນທາງດ້ານກຸ່ມອົງການອານຸລັກຊັບພະຍາກອນທຳມະຊາດ ໃນພູມມີພາກເອເຊຍຕາ ເວັນອອກສຽງໃຕ້ ກໍໄດ້ສະເໜີລາຍງານເມື່ອບໍ່ນານມານີ້ວ່າ ການລັກລອບຕັດໄມ້ເພື່ອການ ຄ້າເຖື່ອນ ຄືສາເຫດທີ່ເຮັດໃຫ້ປ່າໄມ້ໃນລາວ ຫລົດລະດັບຄວາມໜາແໜ້ນຢ່າງໄວວາ ໂດຍເຂດທີ່ມີການ ລັກລອບຕັດໄມ້ ເພື່ອການຄ້າເຖື່ອນຫລາຍທີ່ສຸດນັ້ນ ກໍຄື ເຂດຕິດຕໍ່ ຊາຍແດນ ລາວ ກັບ ຫວຽດນາມ, ໄທ ແລະ ຈີນ.

ແຕ່ຢ່າງໃດກໍຕາມ ທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວ ກໍໄດ້ຖະແຫລງ ຢືນຢັນ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດລາວ ເມື່ອວັນທີ 1 ມິຖຸນາ ທີ່ຜ່ານມານີ້ວ່າ ລັດຖະບານລາວ ຈະດຳເນີນມາດຕະການໃນທຸກວິທີທາງ ເພື່ອເຮັດໃຫ້ສະພາບປ່າໄມ້ ຂອງລາວ ກັບຄືນສູ່ສະດັບ ຄວາມໜາແໜ້ນໃຫ້ໄດ້ເຖິງ 70% ຂອງພື້ນຖີ່ທັງໝົດພາຍ

ໃນປີ 2020 ຕໍ່ໄປ.


ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 30 ມິຖຸນາ 2009
XS
SM
MD
LG