ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການບັນດາປະເທດໃນທະວີບອະເມຣິກາ ຍື່ນຄຳຂາດ ຕໍ່ພວກຜູ້ນຳ ໃນການກໍ່ຣັຖປະຫານ ຢູ່ຮອນດູຣາສ


ຮອນດູຣາສ: ອົງການບັນດາປະເທດ ໃນທະວີບ ອະເມຣິກາຂູ່ວ່າ ຈະໂຈະການເປັນສະມາຊິກຂອງ ຮອນດູຣາສ ໃນອົງການ ດັ່ງກ່າວ ຖ້າຮອນດູຣາສ ບໍ່ຍອມໃຫ້ ປະທານາທິບໍດີ MANUEL ZELAYA ທີ່ຖືກຂັບໄລ່ນັ້ນ ເຂົ້າຮັບອຳນາດ ຄືນໃໝ່. ທ່ານ JOE MIGUEL INZULZA ເລຂາທິການໃຫຍ່ ຂອງອົງການ ບັນດາປະເທດ ໃນທະວີບ ອະເມຣິກາ ທີ່ເອີ້ນຫຍໍ້ວ່າ OAS ນັ້ນ ກ່າວຕໍ່ພວກນັກຂ່າວ ໃນ ຕອນເຊົ້າ ມື້ນີ້ວ່າ ພວກຜູ້ນຳ ໃນການກໍ່ຣັຖປະຫານ ຂອງພວກທະຫານ ມີເວລາ 3 ມື້ ທີ່ຈະໃຫ້ທ່ານ ZELAYA ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ຄືນ. ທ່ານ INZULZA ໄດ້ຍື່ນຄຳຂາດ ຫລັງຈາກໄດ້ໂອ້ລົມ ເປັນເວລາຫລາຍໆຊົ່ວໂມງ ກັບບັນດາ ສະມາຊິກຂອງ ອົງການ OAS ທີ່ມີສຳນັກງານໃຫຍ່ ຢູ່ກຸງວໍຊິງຕັນ. ທ່ານ ZELAYA ໄດ້ຖືກຂັບໄລ່ ດ້ວຍການໃຊ້ກຳລັງ ໃຫ້ອອກຈາກ ຮອນດູຣາສ ໃນມື້ວັນອາທິດແລ້ວ ຊຶ່ງເປັນວັນ ທີ່ທ່ານມີແຜນການ ຈະຈັດໃຫ້ມີ ການລົງປະຊາມະຕິ ກ່ຽວກັບການປະຕິຮູບ ຣັຖທັມມະນູນ ຂອງປະເທດ. ພວກຕຳໜິຕິຕຽນ ເວົ້າວ່າ ທ່ານຕ້ອງການ ປ່ຽນຣັຖທັມມະນູນ ເພື່ອໃຫ້ທ່ານ ສາມາດສະມັກ ເຂົ້າແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ໄດ້ຕື່ມອີກ.

ໂກໂມໂຣສ: ເຈົ້າໜ້າທີ່ຝຣັ່ງກ່າວວ່າ ​ຮູ້​ກັນ​ແລ້ວ​ວ່າ ເຄື່ອງບັນທຶກຂໍ້ມູນເຄື່ອງນື່ງ​ ໃນ​ຈຳ ນວນ​ສອງ​ເຄື່ອງ ຂອງເຮືອບິນ ສາຍການບິນ ເຢເມນ ທີ່ໄດ້ປະສົບ ອຸບັດຕິເຫດຕົກ ຢູ່ນອກ ແຄມຝັ່ງ ຂອງໝູ່ເກາະ COMOROS ນັ້ນ ຕົກ​ຢູ່ບ່ອນ​ໃດ. ອົງການຂ່າວຝຣັ່ງ ໄດ້ອ້າງຄຳເວົ້າ ຂອງຣັຖມຸນຕຣີ ການຮ່ວມມືຝຣັ່ງ ທ່ານ ALAIN JOYANDET ທີ່ກ່າວວ່າ ເຮືອບິນລາຕເວນ ຈັບ​ໄດ້ສັນຍານ ຈາກເຄື່ອງບັນທຶກຂໍ້ມູນ ​ໃນບໍລິ​ເວນປະມານ 40 ຫລັກກິໂລແມັດ ຫ່າງຈາກເກາະ GRANDE COMORE. ເຮືອບິນ ຂອງສາຍການບິນເຢເມນ ບັນທຸກ ຜູ້ໂດຍສານ ແລະພະນັກງານ ທັງໝົດ 153 ຄົນ ເວລາປະສົບ ອຸບັດຕິເຫດ ຕົກລົງໃສ່ ມະຫາສະມຸດອິນເດັຽ ໃນຕອນເຊົ້າ ວານນີ້. ຜູ້ໂດຍສານສ່ວນໃຫຍ່ ແມ່ນເປັນຄົນ ຈາກໝູ່ເກາະ COMOROS. ນອກນັ້ນ ຍັງມີຄົນ ສັນຊາດຝຣັ່ງອີກ 66 ຄົນ ຢູ່ເທິງ ເຮືອບິນລຳນີ້. ມາຮອດປັດຈຸບັນ ພວກກູ້ພັຍເວົ້າວ່າ ມີຜູ້ລອດຊີວິດ ມາໄດ້ແຕ່ ພຽງຜູ້ດຽວ ຄືເດັກນ້ອຍແມ່ຍິງ ອາຍຸ 14 ປີ ທີ່ເດີນທາງ ໄປຢ້ຽມຄອບຄົວ ພ້ອມກັບ ແມ່ຂອງນາງ ຈາກ ປະເທດຝຣັ່ງ. ຝຣັ່ງ ໄດ້ຈັດສົ່ງທີ​ມກູ້ພັຍ ທັງທະຫານ ແລະພົລເຮືອນ ໄປຊ່ອຍ ໃນຄວາມຫວັງ ເພື່ອຈະໄດ້ ພົບເຫັນ ພວກທີ່ລອດຊີວິດ ມາໄດ້ຕື່ມອີກ. ສາເຫດ ທີ່ພາໃຫ້ເຮືອບິນຕົກ ຄັ້ງນີ້ ຍັງບໍ່ທັນເປັນທີ່ຮູ້ຈັກ ກັນເທື່ອ.

ເກົາຫລີເໜືອ - ກຳປັນ: ເຈົ້າໜ້າທີ່ສະຫະຣັດ ກ່າວວ່າ ກຳປັ່ນບັນທຸກຂອງເກົາຫລີເໜືອລຳນຶ່ງ ທີ່ຖືກຕິດຕາມ ໂດຍກຳປັ່ນ ຂອງກອງທັບເຮືອ ສະຫະຣັດ ມາໄດ້ອາທິດ ກວ່າໆແລ້ວນັ້ນ ໄດ້ ປ່ຽນທິດທາງເດີນແລ້ວ. ເຈົ້າໜ້າທີ່ ເວົ້າວ່າ ກຳປັ່ນ KANG NAM 1 ຊຶ່ງ​ໃນ​ເບື້ອງຕົ້ນ ເຊື່ອກັນວ່າ ຈະຂົນອຸບປະກອນ ທີ່ໜ້າສົງສັຍ ໄປຍັງມຽນມານັ້ນ ໄດ້ອວ່າຍກັບຄືນ ແລະມຸ່ງໜ້າ ໄປຍັງທິດເໜືອ ໃນມື້ວັນອາທິດ ຜ່ານມານີ້. ເຈົ້າໜ້າທີ່ສືບລັບ ກ່າວວ່າ ກຳປັ່ນ KANG NAM 1 ໄດ້ຖືກຕິດຕາມ ຍ້ອນວ່າ ເຄີຍມີປະວັດ ໃນການລຳລຽງ ຂົນສົ່ງອາວຸດ ຂອງເກົາຫລີເໜືອ ໄປຂາຍ. ເຈົ້າໜ້າທີ່ໆຂໍສງວນຊື່ ໄດ້ກ່າວຕໍ່ພວກນັກຂ່າວ ໃນມື້ວານນີ້ວ່າ ພວກເຂົາເຈົ້າບໍ່ຮູ້ວ່າ ເປັນຫຍັງ ກຳປັ່ນຂອງເກົາຫລີເໜືອ ຈຶ່ງອວ່າຍກັບຄືນ. ນອກນັ້ນແລ້ວ ພວກເຈົ້າໜ້າທີ່ ຍັງເວົ້າວ່າ ເຂົາເຈົ້າບໍ່ຮູ້ຈັກວ່າ ກຳປັ່ນລຳນີ້ ຈະໄປໃສ ​ແຕ່ວ່າໃນມື້ວານນີ້ ກຳ​ປັ່ນ​ລຳ​ນີ້ ຢູ່ຫ່າງຈາກຮົງກົງ ໄປທາງທິດໃຕ້ ປະມານ 400 ຫລັກກິໂມແມັດ ແລະກຳລັງມຸ່ງໜ້າ ໄປທາງທິດເໜືອ. ກຳປັ່ນ ເກົາຫລີເໜືອລຳນີ້ ຕົ້ນຕໍແລ້ວຄາດວ່າ ຈະແວ່ຈອດ ໃສ່ນ້ຳມັນ ຢູ່ສິງກະໂປ ບ່ອນທີ່ເຈົ້າໜ້າທີ່ ໃຫ້ຄຳໝັ້ນສັນຍາວ່າ ຈະທຳການກວດເບິ່ງ ເວລາກຳປັ່ນລຳນີ້ຈອດ.

ເກົາຫຼີເໜືອ - ການຊ່ອຍເຫລືອ: ອົງການ ໂຄງການອາຫານໂລກຂອງສະຫະປະຊາຊາດ ກ່າວວ່າ ຊາວເກົາຫລີເໜືອ ໂດຍສະເພາະແລ້ວ ແມ່ນພວກເດັກນ້ອຍ ກຳລັງປະເຊີນກັບ ວິກິຕການ ທາງດ້ານອາຫານ ຢ່າງຮ້າຍແຮງ ຍ້ອນການບໍຣິຈາກ ຂອງນາໆຊາດ ຕໍ່ການດຳເນີນ ຄວາມພະຍາຍາມ ຂອງທາງ ໂຄງການ ອາຫານໂລກ ໃນເກົາຫຼີເໜືອ ບໍ່ໄດ້ຢ່າງເຕັມເມັດເຕັມໜ່ວຍ. ທ່ານ TORBEN DUE ຜູ້ຕາງໜ້າ ໂຄງການ ອາຫານໂລກ ໃນເກົາຫຼີເໜືອ ຍັງກ່າວອີກວ່າ ຣັຖບານໄດ້ຈຳກັດຮັດແຄບ ການປະຕິບັດງານ ຂອງທາງ​ໂຄງການ. ທ່ານເວົ້າວ່າ ໃນເດືອນແລ້ວນີ້ ໂຄງການອາຫານ​ໂລກ ໄດ້ຮັບອະນຸຍາດ ໃຫ້ປະຕິບັດງານ ຢູ່ແຕ່ໃນ 57 ຫົວເມືອງ ໃນເກົາຫລີເໜືອ ແທນທີ່ຈະແມ່ນ 131 ຫົວເມືອງ ຄືແຕ່ກ່ອນ. ທ່ານ DUE ເວົ້າວ່າ ການຂາດແຄນເງິນ ໄດ້ບັງຄັບ ໃຫ້ທາງ ໂຄງການອາຫານໂລກ ຕ້ອງ​ໄດ້​ຕັດ ການປະຕິບັດງານ ສຸກເສີນ ທີ່ໄດ້ເລີ້ມຂຶ້ນ ໃນທ້າຍປີກາຍນັ້ນລົງ ​ແລະວ່າ ນອກ​ນີ້ ທາງໂຄງການອາຫານໂລກ ຍັງຕ້ອງໄດ້ຫລຸດເປົ້າໝາຍ ຕົ້ນຕໍຂອງຕົນ ທີ່ຈະແຈກຢາຍອາຫານ ໃຫ້ຊາວເກົາຫລີເໜືອ ​ໃຫ້​ໄດ້ 6 ລ້ານ 2 ແສນຄົນນັ້ນ ລົງມາເປັນ 2 ລ້ານ 2 ແສນ 7 ໝື່ນຄົນ.

ອີຣັກ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວໃນມື້ວານນີ້ວ່າ ການຖອນທະຫານ ສະຫະຣັດ ອອກຈາກ ຫົວເມືອງຕ່າງໆ ຂອງອີຣັກນັ້ນ ແມ່ນເປັນ ຫລັກໝາຍ ທີ່ສຳຄັນ ແຕ່ທ່ານກໍໄດ້ເຕືອນ ເຖິງຄວາມຍຸ່ງຍາກ ໃນໄລຍະຕໍ່ໜ້າ. ທ່ານ OBAMA ກ່າວວ່າ ປະຊາຊົນຊາວອີຣັກ ມີສິດຖືວ່າ ການຖອນ ກຳລັງດັ່ງກ່າວ ແມ່ນສາເຫດ ທີ່ພາໃຫ້ ມີການສເລີມສລອງ ໃນຂະນະທີ່ ປະ​ເທດ​ອິຣັກ ທີ່​ມີອະທິປະໄຕ ແລະມີຄວາມປຸ້ມລຸມ ສາມັກຄີກັນ ສືບຕໍ່ ເປັນຜູ້ກຳໂຊກຊະຕາຂອງຕົນ. ນາຍົກຣັຖມຸນຕຣີ ອີຣັກ ທ່ານ NOURI AL-MALIKI ເອີ້ນວັນດັ່ງກ່າວ ນີ້ວ່າ ເປັນໄຊຊະນະ ອັນຍິ່ງໃຫຍ່. ຣັຖບານອີຣັກ ໄດ້ຈັດໃຫ້ມີ ການເດີນສວນສນາມ ຂອງພວກທະຫານ ແລະຈູດບັ້ງໄຟດອກ ເພື່ອສເລີມສລອງ ໂອກາດ ທີ່ມີການຕັ້ງຊື່ ໃຫ້ວ່າ ເປັນວັນອະທິປະໄຕ ແຫ່ງຊາດນັ້ນ. ແຕ່ແນວໃດກໍຕາມ ຂະນະທີ່ກຳລັງທະຫານ ອີຣັກ ພວມເຂົ້າ ຄວບຄຸມ ຄວາມປອດພັຍ ໃນນະຄອນຫຼວງ ແບັກແດັດ ແລະເຂດເທສບານອື່ນໆ ຢ່າງເປັນທາງການນັ້ນ ຣະເບີດຣົດລູກນຶ່ງ ກໍໄດ້ແຕກຂຶ້ນ ທີ່ຕລາດ ຊຶ່ງແອອັດໄປດ້ວຍຜູ້ຄົນ ຢູ່ທີ່ເມືອງ KIRKUK ທາງພາກເໜືອ ຂອງອີຣັກ ເຮັດໃຫ້ມີຜູ້ເສັຽຊີວິດ 33 ຄົນ ແລະໄດ້ຮັບບາດເຈັບ ອີກຫລາຍກວ່າ 90 ຄົນ.

ສະພາສູງສະຫະຣັດ: ທ່ານ AL FRANKEN ໄດ້ຖືກປະກາດ ໃຫ້ເປັນຜູ້ຊະນະ ການເລືອກຕັ້ງ ສະມາຊິກ ສະພາສູງ ສະຫະຣັດ ຊຶ່ງຈະເຮັດໃຫ້ ພັກເດໂມແຄຣັທກຳສຽງສ່ວນຫຼາຍ 60 ບ່ອນນັ່ງ ໃນສະພາສູງ ຂອງສະຫະຣັດ. ໃນມື້ວານນີ້ ສານສູງສຸດ ຂອງຣັດມິນເນໂຊຕ້າ ໄດ້ຕັດສິນ ໃຫ້ທ່ານ FRANKEN ເປັນຜູ້ຊະນະ ຫລັງຈາກ ໄດ້ມີການຕໍ່ສູ້ກັນມາ ເປັນເວລາ 8 ເດືອນ ກ່ຽວກັບບ່ອນນັ່ງ ທີ່ທ່່ານ NORM COLEMAN ຜູ້ສະມັກ ຂອງ ພັກຣີພັບຣີກັນ ເປັນຜູ້ທ້າທາຍ. ທ່ານ COLEMAN ທີ່ໄດ້ຍອມຮັບ ການ​ປລາໄຊ ​ໂດຍ​ໄວ ​ໄດ້ສະແດງຄວາມຍິນດີ ຕໍ່ທ່ານ FRANKEN ແລະເວົ້າວ່າ ທ່ານຈະບໍ່ ທຳການທ້າທາຍ ທາງດ້ານກົດໝາຍ ຕື່ມອີກ. ການເຂົ້າໄປຮັບຕຳແໜ່ງ ຂອງທ່ານ FRANKEN ຢູ່ໃນສະພາສູງ ໝາຍຄວາມວ່າ ພ້ອມກັບການຊ່ອຍເຫລືອ ຂອງສະມາຊິກສະພາສູງ ທີ່ບໍ່ສັງກັດພັກ ອີກ 2 ທ່ານ ຊຶ່ງຕາມປົກກະຕິແລ້ວ ເຂົ້າຂ້າງພັກເດໂມແຄຣັທນັ້ນ ຈະເຮັດໃຫ້ ພັກເດໂມແຄຣັທ ມີຄະແນນສຽງພຽງພໍ ທີ່ຈະເອົາຊະນະ ການພະຍາຍາມ ໃດໆກໍຕາມ ຂອງພັກຣີພັບຣີກັນ ທີ່ຈະຂັດຂວາງ ຫລືແກ່ຍາວ ການ​ລົງ​ຄະ​ແນນ​ສຽງ ​ກ່ຽວ​ກັບ​ຮ່າງ​ຍັດຕິໃດໆ ຢູ່ໃນສະພາສູງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG