ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານການລັກລອບຄ້າຂາຍມະນຸດປີ 2009 ຂອງສະຫະລັຖ


<!-- IMAGE -->

ເມື່ອ​ວັນ​ທີ່​ 16 ມີ​ຖຸນາ​ເດືອນ​ນີ້ ກະຊວງ​ຕ່າງປະ​ເທດສະຫະລັຖ​ໄດ້​ອອກ​ລາຍ​ງານວ່າ​ດ້ວຍ​ການ​ລັກລອບ​ຄ້າຂາຍ​ມະນຸດປະຈຳ​ປີ 2009.​ລາຍ​ງານ​ສະບັບ​ດັ່ງກ່າວ​ ຊື່​ງປີ​ນີ້ພິຈາລະນາ​ເບິ່ງສະພາບ​ການ​ຢູ່​ໃນ 175 ປະ​ເທດ​ ​ແມ່ນ ສະ​ແດງ​ໃຫ້​ເຫັນ​ພາບ​ລວມຢູ່​ໃນ​ທົ່ວ​ໂລກ​ຂອງບັນຫາ​ການ​ໃຊ້​ຄົນ​ເປັນຂ້າ​ທາດ​ໃນ​ຍຸກ​ສະ​ມັຍ​ໃໝ່​ນີ້. ​ໃນ​ການ​ປະຕິບັດ​ທີ່ສອດຄ່ອງ​ກັບ​ອະນຸ​ສັນຍາ​ຂອງສະຫະ​ປະຊາ​ຊາດ ວ່າ​ດ້ວຍ​ການ​ປ້ອງກັນ ປາບ​ປາມ ​ແລະ​ລົງ​ໂທດ​ການ​ລັບ​ລອບ​ຄ້າຂາຍມະນຸດ ກົດໝາຍຂອງອາ​ເມ​ລິ​ກາຕີ​ຄວາມໝາຍ​ຂອງ​ການ​ລັບ​ລອບຄ້າຂາຍມະນຸດ ວ່າ​ເປັນ​ການ​ກໍ່​ໃຫ້​ເກີດ​ການ​ຄ້າ​ປະ​ເວ​ນີ ຫລືໃຫ້ໄດ້​ຮັບ ຫລື​ວ່າຮັກສາ​ແຮງ​ງານ ຫລືການ​ບໍລິການ​ຂອງ​ຄົນ​ຜູ້ນື່ງ ​ໂດຍ​ການໃຊ້​ກຳລັງ ​ໃຊ້​ວິທີຫລອກ​ລວງສໍ້​ໂກງ ຫລື​ບັງຄັບ​ຂູ່​ເຂັນ ​ໂດຍ​ມີ​ວັດ​ຖຸປະສົງເພື່ອ​ເຮັດໃຫ້​ຄົນ​ຜູ້​ນັ້ນ​ຕົກຢູ່​ໃນ​ຖານະ ​ເປັນ​ຄົນ​ຮັບ​ໃຊ້​ ເປັນທາດ​ຮັບ​ໃຊ້ ​ເປັນຕົວ​ປະກັນ​ໜີ້​ສິນ ຫລື​ເປັນ​ຂ້າທາດໂດຍ​ບໍ່ເຕັມ​ໃຈ​. ອົງການແຮງ​ງານສາກົນ​ປະ​ເມີນ​ວ່າ ​ໃນເວລານື່ງໆ​ນັ້ນ ມີ​ພວກ​ຄົນ​ຜູ້​ໃຫຍ່​ແລະ​ເດັກ​ນ້ອຍ ຈຳນວນ​ 12 ລ້ານ 3​ ແສນ​ຄົນ​ຖືກ​ບັງຄັບ​ໃຫ້ເຮັດ​ວຽກ​ຄື​ກັນ​ກັບ ເປັນ​ຂ້າ​ທາດ​ຢູ່ໃນ​ທົ່ວ​ໂລກ ຊຶ່ງໃນ​ຈຳນວນ​ດັ່ງກ່າວ​ນີ້ ມີ​ນຶ່ງ​ລ້ານ​ສາມ​ແສນ​ເກົ້າໝື່ນ​ຄົນ​ທີ່ຕົກ​ເປັນ​ເຫຍື່ອ​ ຮັບ​ໃຊ້ ບໍລິການ​ທາງເພດ​. ​ 56 ​ເປີ​ເຊັນຂອງ​ພວກ​ເຄາະ​ຮ້າຍ​ຖືກ​ບັງຄັບ​ໃຊ້​ແຮງ​ງານຢູ່ໃນ​ທົ່ວ​ໂລກ​ ​ແມ່ນ​ເປັນ​ແມ່ຍິງ​ແລະເດັກ​ສາວ.

ຜົນ​ກະທົບ​ຂອງການ​ລັກລອບ​ຄ້າຂາຍມະນຸດ​ນີ້​ແມ່ນ​ເປັນຄວາມ​ຫາ​ຍະ​ນະ​ອັນໃຫຍ່ ຫລວງ ​ໂດຍ​ທີ່​ພວກເຄາະ​ຮ້າຍ​ທັງຫລາຍ​ນັ້ນ​ມັກ​ຈະ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ທາງກາຍແລະ​ໃຈ ຖືກ​ຂົ່ມຂືນຊຳ​ເລົາ ​ຖືກຂົ່ມຂູ່​ຈະ​ທຳຮ້າຍ​ຮ່າງ​ກາຍ ​ແກ່ທັງ​ຕົນ​ເອງ ​ແລະ​ຄອບຄົວ​ຂອງ​ຕົນ ຫລືຮອດຖືກ​ຂູ່​ວ່າ​ຈະ​ເອົາຊີວິດກໍ​ມີ. ​ແຕ່​ຄວາມ​ຫາ​ຍະ​ນະ​ນີ້​ ​ແມ່ນ​ກວ້າງ​ໄກ ​ກາຍບຸກຄົນ​ທີ່ຕົກ​ເປັນ​ຜູ້​ເຄາະ​ຮ້າຍໄປ​ອີກ ໝາຍ​ຄວາມ​ວ່າ ການ​ລັບ​ລອບ​ຄ້າຂາຍມະນຸດ ​ຄື​ອາຊະຍາ​ກຳທີ່​ເອົາສິດທິ ແລະ​ເສລີພາບ​ຕ່າງໆຂອງມະນຸດ​ໄປ​ຈາກ​ຜູ້​ທີ່​ເຄາະ​ຮ້າຍ​ຕົກ​ເປັນ​ເຫຍື່ອ​ຂອງ​ມັນ ​ ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ສຸຂະພາບ​ໃນ​ທົ່ວ​ໂລກ ​ເປັນ​ເຊື້ອ​ໄຟ​ປ້ອນການເຕີບ​ໂຕ​ຂອງ​ເຄືອ​ຂ່າຍ​ຂອງ​ພວກອາຊະຍາ​ກອນທີ່​ມີ​ການຈັດຕັ້ງກັນ​ເປັນ​ກ້ອນ​ເປັນ​ກຸ່ມ ​ແລະ​ນອກ​ນັ້ນ​ແລ້ວ ກໍຍັງສາມາດ​ທີ່​ຈະ​ຮັກສາລະດັບຄວາມຍາກຈົນ​ໃຫ້​ຍືນ​ຍົງ​ຖາວອນ​ຕໍ່​ໄປ​ ​ແລະໜ່ວງ​ນ່ຽວຂັດ ຂວາງການພັທະນາ​ຢູ່ໃນ​ຫລາຍໆເຂດ.

ທ່ານ​ນາງ​ຮິ​ລ​ແລຣີ ຄລິນ​ຕັນ ລັຖມຸນຕຣີຕ່າງປະ​ເທດ​ສະຫະ​ຣັຖ ກ່າວໃນຖ້ອຍ​ຖະ​ແລງແນະນຳ​ລາຍ​ງານຂອງ​ກະຊວງ​ຕ່າງປະ​ເທດ​ໃນ​ປີ​ນີ້ ວ່າ ລັຖບານ​ໂອ​ບາ​ມາ ມອງ​ເຫັນການ​ປາບ​ປາມ​ການ​ລັບ​ລອບ​ຄ້າຂາຍ​ມະນຸດ ວ່າ​ເປັນ​ພາກສ່ວນ​ນື່ງທີ່​ສຳຄັນ​ທີ່​ສຸດຂອງ​ນະ​ໂຍບາຍຕ່າງປະ​ເທດ​ຂອງ​ພວກ​ເຮົາ ຊຶ່ງ​ທ່ານ​ນາງ​ຮິ​ລ​ແລ​ຣີກ່າວ​ຕໍ່​ໄປວ່າ:

“ພ້ອມກັບຣາຍງານນີ້, ພວກເຮົາຫວັງວ່າມັນຈະເປັນດວງໄຟຊ່ອງປະກາຍອັນແຮງ ກ້າໃຫ້ເຫັນເຖິງຂນາດແລະວົງກ້ວາງຂອງການໃຊ້ແຮງງານຫຼືການຄ້າມະນຸດ ກໍຄື ຂ້າທາດຂອງສມັຍໃຫມ່ ຊຶ່ງທາງຣັຖບານທຸກປະເທດຈະ ສາມາດມອງເຫັນເຖິງຂັ້ນ ຕອນການປະຕິບັດງານວ່າມີຄວາມກ້າວຫນ້າສ່ຳໃດແລະພ້ອມດຽວກັນນັ້ນມີສ່ວນ ເພີ່ມຕື່ມທີ່ຍັງມີຄວາມຈຳເປັນຈະຕ້ອງໃຫ້ທຳ. ການຄ້າປະເວນີນີ້ແມ່ນເຕີບ ໂຕງອກງາມໃນເງົາມືດ ແລະງ່າຍໃນ ການບົດບັງຊຶ່ງອາດຈະຖືກມອງຂ້າມ ແລະເບິ່ງບໍ່ເຫັນ, ຄ້າຍກັບວ່າເປັນເຣື່ອງທີ່ເກີດກັບແຕ່ຄົນອື່ນແລະບ່ອນອື່ນ ຊຶ່ງບໍ່ ແມ່ນເຣື່ອງເຮົາ ແຕ່ມັນບໍ່ເປັນແບບນັ້ນ. ການຄ້າມະນຸດນີ້ແມ່ນເປັນການກະທຳ ທີ່ຜິດກົດຫມາຍທີ່ກ່ຽວຂ້ອງ ກັບທຸກໆປະເທດໃນໂລກ ຊຶ່ງມັນຮວມໄປເຖິງ ປະເທດເຮົາເອງນຳ.”

ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ​ ກ່າວໃນ​ຈົດ​ໝາຍ​ທີ່​ເປັນ​ບົດ​ນຳ​ຂອງ​ລາຍ​ງານ​ ວ່າ​ດ້ວຍ​ການ​ຄ້າຂາຍ​ມະນຸດ ສະບັບ​ປີ 2009 ນີ້​ວ່າ “ການເຮັດ​ໃຫ້​ ການ​ຄ້າ​ມະນຸດ​ຢູ່​ໃນ​ທົ່ວໂລກ​ຍຸດຕິ​ລົງ​ນັ້ນ ແມ່ນເປັນ​ບູລິ​ມະ​ສຸດອັນ​ນຶ່ງ​ຂອງສະຫະລັຖ​ ທີ່​ສອດຄ່ອງ​ກັນກັບຄຸນ​ຄ່າຂອງ​ຊາວ​ອາ​ເມ​ລິ​ກັນ ທີ່ໃຫ້​ຄວາມ​ສຳຄັນ​ພິ​ເສດແກ່​ສິດທິ​ມະນຸດ​ ປະຊາທິປ​ະໄຕ ​ແລະ​ການ​ປົກຄອງ ດ້ວຍຕົວ​ບົດ​ກົດໝາຍ ຊຶ່ງ​ຂ້າພະ​ເຈົ້າໝັ້ນ​ໃຈ​ວ່າ ພວກ​ເຮົາ​ທັງ​ໝົດ​ຮວມກັນ ສາມາດ​ທີ່​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ຂື້ນ​ມາ​ໄດ້ ຢູ່ໃນ​ທົ່ວ​ໂລກ​ໃຫ້​ແກ່ທຸກໆ​ຊີວິດ​ ທີ່​ຖືກ​ຖອດ​ຖອນເສລີພາບ​ຂອງ​ພວກ​ເຂົາ​ເຈົ້າ​ໄປ​ນັ້ນ.

XS
SM
MD
LG