ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນລຳນຶ່ງ ຂອງສາຍການບິນເຢເມນ ພ້ອມດ້ວຍຜູ້ຄົນ 153 ຄົນ ໄດ້ປະສົບອຸບັດຕິເຫດຕົກ ໃກ້ໆໝູ່ເກາະໂກໂມໂຣສ


ເຮືອບິນ - ເຢເມນ: ເຮືອບິນລຳນຶ່ງ ຂອງ ສາຍການບິນ ເຢເມນ ໄດ້ປະສົບ ອຸບັດຕິເຫດ ຕົກລົງໃສ່ມະຫາສະມຸດອິນເດັຽ ຢູ່ນອກ ແຄມ ຝັ່ງທະເລ ຂອງໝູ່ເກາະ COMOROS ພ້ອມ ດ້ວຍ ຜູ້ໂດຍສານ ແລະ ພະນັກງານ 153 ຄົນ. ເຈົ້າໜ້າທີ່ ກ່າວວ່າ ຜູ້ລອດຊີວິດ ມາໄດ້ຄົນນຶ່ງ ຄືເດັກນ້ອຍ ໄດ້ຖືກເຈົ້າໜ້າທີ່ ຊ່ອຍເຫລືອ. ນອກນັ້ນ ຍັງມີການພົບເຫັນ ສົບຂອງ ພວກທີ່ເສັຽຊີວິດ ອີກ 3 ຄົນ. ເຈົ້າໜ້າທີ່ ຂອງສາຍການບິນ ເຢເມນ ກ່າວວ່າ ເຮືອບິນໂດຍສານ ລຳນີ້ ໄດ້ປະສົບ ອຸບັດຕິເຫດຕົກ ໃນຕອນເຊົ້າ ວັນອັງຄານ ມື້ນີ້ ຂະນະທີ່ ພວມບິນຈາກ ນະຄອນຫລວງ SANAA ຂອງເຢເມນ ໄປຍັງເມືອງ MORONI ເທິງເກາະ GRAND COMORE ຊຶ່ງເປັນເກາະ ໃຫຍ່ທີ່ສຸດ ຂອງໝູ່ເກາະ COMOROS. ສາເຫດ ທີ່ພາໃຫ້ ເຮືອບິນຕົກ ຍັງບໍ່ທັນ ຮູ້ຈັກເທື່ອ ແຕ່ແນວໃດກໍຕາມ ລາຍງານຂ່າວ ແຈ້ງວ່າ ມີລົມແຮງ ເກີດຂຶ້ນ ຂະນະທີ່ ເຮືອບິນ ບິນເຂົ້າໄປໃກ້ໆ ເກາະດັ່ງກ່າວ. ເຮືອບິນ AIRBUS ລຸ່ນ 310 ລຳນີ້ ບັນທຸກ ຜູ້ໂດຍສານ 142 ຄົນ ກັບພະນັກງານ ອີກ 11 ຄົນ. ຣັຖມຸນຕຣີຂົນສົ່ງ ຂອງຝຣັ່ງ ທ່ານ DOMINIQUE BUSSEREAU ກ່າວວ່າ ຄະນະກວດກາ ໄດ້ພົບເຫັນ ຂໍ້ບົກຜ່ອງ ຈຳນວນນຶ່ງ ໃນການກວດສອບ ເຮືອບິນລຳດັ່ງກ່າວ ໃນປີ 2007.

ອີຣັກ: ກຳລັງອີຣັກ ໄດ້ເຂົ້າຄວບຄຸມ ນະຄອນ ຫລວງແບັກແດັດ ແລະຫົວເມືອງອື່ນໆ ໃນທົ່ວ ປະເທດ ຢ່າງເປັນທາງການ ໃນຕອນ ເຊົ້າມື້ນີ້ ລຸນຫລັງ ໄດ້ມີການຖອນ ກຳລັງສູ້ຣົບ ຂອງ ສະຫະຣັດ ອອກຈາກ ເຂດເທສບານ ຕ່າງໆ. ໃນພິທີ ຊຶ່ງຈັດຂຶ້ນ ໃນມື້ວັນຈັນ ວານນີ້ ຜູ້ບັນຊາການ ສູງ​ສຸດ​ ຂອງກຳລັງ ສະຫະຣັດ ໃນນະຄອນຫລວງ ແບັກແດັດ ພົນຕຣີ DANIEL BOLGER ໄດ້ມອບກະແຈ ອະດີດກະຊວງ ປ້ອງກັນປະເທດ ອີຣັກ ຊຶ່ງໃຊ້ເປັນ ກອງບັນຊາການຮ່ວມນັ້ນ ໃຫ້ແກ່ ຜູ້ບັນຊາການ ກຳລັງທະຫານ ອີຣັກ. ການຖອນກຳລັງ ທີ່ວ່ານີ້ ແມ່ນພາກສ່ວນນຶ່ງ ຂອງຂໍ້ຕົກລົງ ທາງດ້ານ ຄວາມໝັ້ນຄົງ ລະຫວ່າງ ສະຫະຣັດ ກັບອີຣັກ ຊຶ່ງໄດ້ກຳນົດ ເວລາ ໃນການຖອນ ທະຫານ ອະເມຣິກັນ ທັງໝົດ ອອກຈາກອີຣັກ ພາຍໃນ ທ້າຍປີ 2011. ຣັຖບານອີຣັກ ໄດ້ປະກາດ ໃຫ້ວັນອັງຄານ ທີ 30 ມິຖຸນາ ເປັນວັນ ອະທິປະໄຕ ແຫ່ງຊາດ. ໃນຕອນແລງ ວານນີ້ ຊາວອີຣັກ ຈຳນວນ ຫລາຍພັນຄົນ ໄດ້ໄປ ໂຮມຊຸມນຸມກັນ ຢູ່ທີ່ສວນ ສາທາຣະນະໃຫຍ່ ZAWRA ໃນນະຄອນຫຼວງ ແບັກແດັດ ເພື່ອສລອງ ໂອກາດ ດັ່ງກ່າວນີ້ ດ້ວຍດົນຕຣີ ແລະ ບັ້ງໄຟດອກ.

ຮອນດູຣາສ: ປະທານາທິບໍດີ ຮອນດູຣາສ ທ່ານ MANUEL ZELAYA ທີ່ຖືກຂັບໄລ່ ອອກຈາກ ອຳນາດ ກ່າວວ່າ ທ່ານຈະເດີນທາງ ກັບຄືນປະເທດ ພາຍໃນ ທ້າຍອາທິດນີ້. ທ່ານ ZELAYA ໄດ້ປະກາດ ກ່ຽວກັບ ແຜນການ ຂອງທ່ານ ໃນຕອນແລງ ຂອງມື້ວານນີ້ ໃນລະຫວ່າງ ການພົບປະ ກັບພວກຜູ້ນຳ ຂອງ ອະເມຣິກາ ລາຕິນ ທີ່ປະເທດ ນິກາຣາກວາ. ປະທານາທິບໍດີ ຮອນດູຣາສ ກ່າວວ່າ ທ່ານມີແຜນການ ທີ່ຈະເດີນທາງ ກັບຄືນປະເທດ ໃນວັນພະຫັດ ຈະມາ ພ້ອມກັບ ທ່ານ JOSE MIGUEL INZULZA ເລຂາທິການໃຫຍ່ ຂອງອົງການ ປະເທດ ໃນທະວີບ ອະເມຣິກາ. ພວກປະທ້ວງ ຫລາຍກວ່າ 1 ພັນຄົນ ທີ່ບໍ່ພໍໃຈ ກັບການຂັບໄລ່ ປະທານາທິບໍດີ ZELAYA ອອກຈາກ ຕຳແໜ່ງນັ້ນ ໄດ້ທ້າທາຍ ຕໍ່ກຳລັງ ຮັກສາຄວາມສະງົບ ໃນມື້ວານນີ້ ໂດຍພາກັນ ແກວ່ງກ້ອນຫີນ ໃສ່ພວກເຈົ້າໜ້າທີ່ ແລະຈູດຢາງຣົດ ຕັນຖນົນ​ຫົນທາງ. ພວກທີ່ເຫັນ ເຫດການ ກ່າວວ່າ ມີພວກປະທ້ວງ 20 ກວ່າຄົນ ໄດ້ຖືກຈັບ. ນອກນັ້ນ ຍັງມີ ລາຍງານວ່າ ມີຜູ້ໄດ້ຮັບ ບາດເຈັບ ອີກຈຳນວນນຶ່ງ. ທ່ານ ZELAYA ໄດ້ຖືກ ທະຫານຮອນດູຣາສຈັບ ໃນມື້ວັນອາທິດ ຜ່ານມານີ້ ແລະຂັບໄລ່ ໄປຍັງ ຄອສຕ້າຣິກ້າ.

ຈີນ - ສໍ້ຣາດບັງຫລວງ: ສື່ມວນຊົນ ຂອງທາງ ການຈີນ ລາຍງານວ່າ ສາຍດ່ວນ ເພື່ອລາຍງານ ການສໍ້ຣາດບັງຫລວງ ຂອງຣັຖບານທີ່ຫາກໍສ້າງ ຕັ້ງຂຶ້ນໃໝ່ນັ້ນ ໄດ້ມີຜູ້ຄົນ ຊົມໃຊ້ ຢ່າງຫຼວງຫລາຍ ໃນສັບປະດາທຳອິດ ຂອງການ ປະຕິບັດງານ ໂດຍມີຄົນໂທ ໄປແຈ້ງຂ່າວ ຫລາຍກວ່າ 17 ພັນຄົນ. ໜັງສືພິມ CHINA DAILY ລາຍງານວ່າ ມີ 11 ພັນກວ່າຄົນ ໄດ້ໂທໄປ ລາຍງານໃຫ້ຮູ້ ສ່ວນອີກ 6 ພັນຄົນ ໄດ້ລາຍງານ ໃຫ້ຊາບ ທາງເວັບໄຊທ໌. ໜັງສືພິມຈີນ ສະບັບບນີ້ ເວົ້າວ່າ ພວກທີ່ຢາກ ລາຍງານອີກ ຫລາຍ​ຄົນອາດ ຈະບໍ່ສາມາດ ໂທເຂົ້າໄປໄດ້. ແນວໃດກໍຕາມ ລາຍງານ ໃຫ້ຂໍ້ສັງເກດວ່າ ເວັບໄຊທ໌ ທີ່ເປີດບໍຣິການ 24 ຊົ່ວໂມງ ແລະ ໂທຣະສັບ ມີພະນັກງານ ເຮັດວຽກ ແຕ່ພຽງ 10 ຄົນເທົ່ານັ້ນ ​ແລະ​ວ່າ​ ໂທລະສັບ​ ສາຍ​ດ່ວນ​ນີ້ ສາມາດ​ ໂທ​ເຂົ້າໄປໄດ້​ ໂດຍ​ບໍ່​ຕ້ອງ​ ເສັຽເງິນ ຈາກ 22 ​ແຂວງ​ ໃນ​ຈຳນວນ​ທັງ​ໝົດ 31 ​ແຂວງ​ ຂອງ​ຈີນ. ລາຍງານ ແຈ້ງວ່າ ໃນປີກາຍນີ້ ຫ້ອງການ ອະທິໄອຍະການ ຂອງຈີນ ໄດ້ດຳ​ເນີນ​ຄະດີ ພະນັກງານພົລເຮືອນ ທີ່ສໍ້ຣາດບັງ​ຫລວງ ເກືອບ 34 ພັນຄົນ.

ເກົາຫລີເໜືອ - ນິວເຄລັຽ: ຣັຖມຸນຕຣີກະ ຊວງ ປ້ອງກັນປະເທດ ເກົາຫລີໃຕ້ ກ່າວວ່າ ເປັນທີ່ ປາກົດວ່າ ເກົາຫລີເໜືອ ພວມເລັ່ງລັດ ກ່ຽວກັບ ໂຄງການກັ່ນທາດ ຢູເຣນຽມ ຊື່​ງພາໃຫ້ ມີຄວາມຢ້ານກົວວ່າ ເກົາຫລີເໜືອ ອາດຈະໃຊ້ ວັດຖຸດັ່ງກ່າວ ເພື່ອຜລິດ ອາວຸດປະຣະມະນູ. ໃນການໃຫ້ການ ຕໍ່ສະມາຊິກສະພາ ໃນວັນອັງ ຄານມື້ນີ້ ທ່ານ LEE SANG-HEE ກ່າວວ່າ ເປັນທີ່ຈະແຈ້ງວ່າ ເກົາຫລີເໜືອ ກຳລັງເລັ່ງລັດ ດຳ​ເນີນໂຄງການ ທີ່ວ່ານີ້. ທ່ານກ່າວຕື່ມວ່າ ໂຄງການແບບນີ້ ແມ່ນງ່າຍທີ່ຈະປິດບັງ ກວ່າ ໂຄງການ ກັ່ນທາດ ປລູໂຕນຽມ ຂອງເກົາຫລີເໜືອ ໃນປັດຈຸບັນນີ້. ເກົາຫລີເໜືອ ມີທາດຢູເຣນຽມ ຫລາຍພໍ ແລະກໍສາມາດ ທຳການກັ່ນ ທາດຢູເຣນຽມ ຢູ່ໃຕ້ດິນ ຫລືສະຖານທີ່ ທີ່ບໍ່ມີການ ເປີດເຜີຍກໍໄດ້ ເພື່ອບໍ່ໃຫ້ດາວທຽມ ສອດແນມ ຂອງ ສະຫະຣັດ ມອງເຫັນ. ໃນຕົ້ນເດືອນນີ້ ຫລັງຈາກ ອົງການ ສະຫະປະຊາຊາດ ໄດ້ລົງໂທດ ເກົາຫລີເໜືອ ເພີ້ມຕື່ມ ຍ້ອນໄດ້ທົດລອງ ອາວຸດນິວເຄລັຽ ຄັ້ງທີ 2 ໃນເດືອນ ພຶສະພາ ຜ່ານ​ມານັ້ນ ພຽງຢາງ ກໍກ່າວວ່າ ຕົນຈະເລີ້ມ ກັ່ນທາດ ຢູເຣນຽມ.

ເກົາຫລີເໜືອ - ມຽນມາ: ຕຳຣວດຍີ່ປຸ່ນ ໄດ້ຈັບ ຜູ້ຊາຍ 3 ຄົນ ໃນຂໍ້ຫາພະຍາຍາມສົ່ງອອກ ອຸບປະ ກອນ ແທກແມ່ເຫລັກ ໄປຍັງມຽນມາ ທີ່ອາດສາມາດ​ ນຳ​ໄປ​ໃຊ້​ໄດ້​ ໃນການ ສ້າງລູກສອນໄຟ. ຕຳຣວດ ກ່າວວ່າ ບຸກຄົນທັງ 3 ຊຶ່ງເປັນຄົນ ເກົາຫຼີເໜືອຜູ້ນຶ່ງ ແລະຍີ່ປຸ່ນ ສອງຄົນ ໄດ້ພະຍາຍາມ ທີ່ຈະຈັດສົ່ງ ອຸບປະກອນ ແທກແມ່ເຫລັກ ໄປຍັງມຽນມາ. ບໍຣິສັດ ທີ່ພະຍາຍາມ ຈະສົ່ງອອກ ອຸບປະກອນ ດັ່ງກ່າວມີ ສຳນັກງານ ຢູ່​ໃນ​ປະ​ເທດຈີນ ແຕ່ເຊື່ອວ່າ ມີການ ພົວພັນ ກັບຣັຖບານ ເກົາຫລີເໜືອ. ການຈັບກຸມ ຄົນ​ພວກນີ້ ມີຂຶ້ນ ຂະນະທີ່ ປະຊາຄົມ ນາໆຊາດ ກຳລັງເພີ້ມທະວີ ໃນການດຳເນີນ ຄວາມພະຍາຍາມ ເພື່ອຕິດຕາມ ຊິ້ງຊອມເບິ່ງ ການປະຕິບັດ ກ່ຽວກັບການຄ້າ ແລະ ການເຜີຍແຜ່ ເທັກໂນໂລຈີ ລູກສອນໄຟ ຂອງ ເກົາຫຼີເໜືອ. ເຮືອພິຄາດ ຂອງສະຫະຣັດ ລຳນຶ່ງ ກຳລັງຕິດຕາມ ກຳປັ່ນ KANG NAM ຂອງ ເກົາຫລີເໜືອ ທີ່ສື່ມວນຊົນ ຂອງ ເກົາຫລີໃຕ້ ລາຍງານວ່າ ກຳລັງມຸ່ງໜ້າ ໄປຍັງມຽນມາ ຜ່ານທາງ ສິງກະໂປ. ກຳປັ່ນລຳນີ້ ເປັນລຳນື່ງ​ ໃນຝູງກຳປັ່ນ ທີ່ເຈົ້າໜ້າທີ່ ສະຫະຣັດ ເວົ້າວ່າ ຖືກໃຊ້ ໃນອະດີດ ຜ່ານມາ ເພື່ອລຳລຽງ ຂົນສົ່ງ ອາວຸດຍຸທພັນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG