ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປັບປຸງການອອກວິຊ່າແກ່ນັກສຶກສາຂະແໜງວິດທະຍາສາດ


ເຈົ້າໜ້າທີ່ອາເມລິກັນເວົ້າວ່າເຂົາເຈົ້າກຳລັງພະຍາ ຍາມປັບປຸງວຽກງານເພື່ອຫລຸດຜ່ອນຄວາມຊັກຊ້າ ໃນການອອກວີຊ້າທີ່ມີຜົນກະທົບຕໍ່ນັກສຶກສາຕ່າງ ປະເທດຂະ​ແໜງວິຊາວິທະຍາສາດ, ນັກຄົ້ນຄວ້າ ແລະຄົນອື່ນໆອີກ. ການຊັກຊ້າດັ່ງກ່າວແມ່ນກ່ຽວ ຂ້ອງກັບຂັ້ນຕອນການກວດສອບປະຫວັດ​ເພື່ອຄວາມ​ປອດ​ໄພທີ່​ເອີ້ນວ່າ ວີຊ້າສ ແມນທິດສ (Visa Mantis). ​ໃນ​ຂັ້ນຕອນທີ່ວ່ານີ້ອົງການລັດຖະບານ ຫລາຍແຫ່ງພະຍາຍາມກວດປະຫວັດຂອງຜູ້ຂໍວິຊ່າ ​ເພື່ອ​ເບິ່ງ​ວ່າຜູ້ກ່ຽວ​ອາດ​ສາມາດ​ເປັນໄພຂົ່ມຂູ່ຕໍ່ຄວາມ ໝັ້ນ ຄົງປອດໄພຂອງຊາດໄດ້ຫລື​ບໍ່?

ຈຸດປະສົງຂອງການເຮັດແນວນີ້ ກໍແມ່ນເພື່ອປ້ອງກັນບໍ່​ໃຫ້ມີ​ການ​ລັກລອບ​ຈັດ​ສົ່ງເທັກໂນໂລຈີ ດ້ານ ການທະຫານຂອງອາເມລິກາ ຫລື ເທັກໂນໂລຈີ ທີ່ອາດສາມາດນຳ​ໄປໃຊ້ທາງດ້ານ ການທະຫານ​ໄດ້​ນັ້ນ ​ໄປ​ໃຫ້ປະເທດອື່ນ ຫລື ໄປ​ໃຫ້​ພວກ ກໍ່ການຮ້າຍ. ລາຍງານສະບັບ​ນື່ງ ທີ່​ອອກ​ໃນປີ2005ເວົ້າວ່າ 70% ຂອງຄຳຮ້ອງຂໍໃຫ້ມີການ ກວດສອບປະຫວັດ ຫລື Visa Mantis ແມ່ນຂໍໃຫ້ກວດນັກຮຽນທີ່ມາຈາກປະເທດຈີນ, ລັດເຊຍ ແລະ ຢູເຄຣນ.

ສະຫະລັດອາເມລິກາ ໄດ້ເຂັ້ມງວດກວດຂັນຂື້ນ ໃນການພິຈາລະນາອະນຸມັດວີຊ້າໃຫ້ແກ່ຄົນຕ່າງ ປະເທດ ພາຍຫລັງທີ່ມີການໂຈມຕີຂອງຜູ້ກໍ່ ການຮ້າຍ ໃນປີ 2001. ເຈົ້າໜ້າທີ່ ກ່າວວ່າ ໃນເມືອກ່ອນນັ້ນ ກໍເຄີຍມີການຊັກຊ້າຄືກັນ. ເວລາສະເລ່ຍໃນການພິຈາລະນາອະນຸມັດ​ອອກ ວິຊາໃຫ້ໃນເດືອນຕຸລາປີ 2003 ນັ້ນແມ່ນເຈັດສິບຫ້າມື້. ຕໍ່​ມາ ເວລາສະເລ່ຍໃນການລໍຖ້າໄດ້ ຫລຸດລົງມາເປັນສິບຫ້າມື້ຫລັງຈາກມີການກົດດັນ ຈາກຣັດຖະສະພາ. ຫາກແຕ່ວ່າເວລາ​ໃນ​ການ ລໍຖ້ານັ້ນ ໄດ້ເພີ້ມຂຶ້ນອີກໃນຮອບປີຜ່ານ​ມານີ້.

ທ່ານ ແອນດີ ເລນນີ [Andy Laine (layn-ee)], ໂຄສົກປະ ຈຳກະຊວງການຕ່າງປະເທດສະຫະຣັດ ເວົ້າວ່າບັດນີ້ທາງ​ກະຊວງ​ໄດ້​ວ່າ​ຈ້າງພະນັກງານຫລາຍ​ຂື້ນ ​ໃຫ້ມາ​ເຮັດ​ວຽກ​ໃນ​ຂັ້ນຕອນ​ຕອນ​ນີ້ແລະ​ໄດ້​ຈັດ​ວາງລະບຽບການໃໝ່ຊື່ງໄດ້ເລີ້ມມີຜົນບັງຄັບໃຊ້ໃນວັນທີ29ພຶດສະພາ​ເດືອນ​ແລ້ວ​ນີ້ໂດຍມີຈຸດ ປະສົງທີ່ຈະ ດຳເນີນການພິຈາລະນາຄຳຮ້ອງທຸກ​ສະບັບໃຫ້​ແລ້ວ​ເສັດພາຍໃນສອງອາທິດ.

ຢ່າງ​ໃດ​ກໍ​ຕາມ ທ່ານເວົ້າວ່າຄຳຮ້ອງຂໍວິຊ້າຫລາຍ ສະບັບຖືກຊັກຊ້າກໍຍ້ອນວ່າພວກນັກຮຽນຕ່າງຊາດ ນັ້ນບໍ່ໄດ້ເອົາເອກະສານທີ່​ຈຳ​ເປັນມານຳຢ່າງຄົບຖ້ວນເວລາເຂົາເຈົ້າ ມາປະກອບ​ຄຳ​ຮ້ອງຂໍວິ​ຊ່າ ນັ້ນ. ທ່ານໃຫ້ຄຳແນະນຳແກ່ນັກຮຽນວ່າ ໃຫ້ນັດໝາຍເວລາ​ໄປ​ໂອ້​ລົມກັບສະຖານທູດ ອາເມຣິກາ ຫລື ສະຖານກົງສູນໃນທັນທີທັນໃດທີ່ເຂົາໄດ້ຖືກຮັບເຂົ້າຮຽນ ໃນໂຮງຮຽນ ຢູ່ອາເມຣິກາ​ ແລະເຂົາເຈົ້າກໍ ຄວນຈະເອົາເອກະສານທັງໝົດ ທີ່ຢືນຢັນວ່າ​ເຂົ​າ​ເຈົ້າ ໄດ້ຖືກຮັບເຂົ້າໂຮງຮຽນ ແລ້ວນັ້ນໄປນຳເວລາໄປຂໍວີຊ່າ.

ກຸ່ມການສຶກສາຊັ້ນສູງໄດ້ຈົ່ມ​ວ່າກ່ຽວກັບການຊັກຊ້າສຳລັບນັກຮຽນສາຍວິທະຍາສາດແລະນັກປັນ ຍາຊົນຕ່າງປະເທດ. ກຸ່ມນັກຊ່ຽວຊານທີ່ມາເຂົ້າຮ່ວມກອງປະຊຸມນາໆ​ຊາດຢູ່ໃນສະຫະຣັດກໍໄດ້ຈົ່ມ​ວ່າຄືກັນ.

ການຊັກຊ້າໃນການອອກວີຊ່າອາດເປັນສາເຫດໜຶ່ງທີ່ເຮັດໃຫ້ຈຳນວນນັກຮຽນຕ່າງປະເທດທີ່ຍື່ນຄໍາ ຮ້ອງຂໍເຂົ້າມາຮຽນໃນລະດັບປລິນຍາໂທແລະປລິນຍາເອກນັ້ນ ​ເພິ່ມຂື້ນ​ໃນ​ອັດຕານ້ອຍລົງ​ເປັນ​ປີ​ທີ ສາມນີ້​ແລ້ວ. ການຄົ້ນພົບໃນຕອນຕົ້ນສະແດງໃຫ້ເຫັນວ່າຈຳນວນຄຳຮ້ອງຂໍເຂົ້າຮຽນໃນລະດັບ ດັ່ງກ່າວແມ່ນເພີ້ມຂຶ້ນພຽງແຕ່ 4% ໃນຊ່ວງປີ 2008 ຫາ 2009.

ສະພາມະຫາວິທະຍາໄລລະດັບປລິນ​ຍາ​ໂທ​ແລະ​ປລິນ​ຍາ​ເອກເວົ້າວ່າອັດຕາເພີ້ມຂຶ້ນນີ້ ແມ່ນ ໜ້ອຍກວ່າ ສອງ​ປີ​ທີ່​ຜ່ານ​ມາຊື່​ງໃນປີກາຍນີ້ມີ​ການ​ເພິ່ມຂື້ນ 6% ແລະ 9% ໃນປີກ່ອນ. ການ ຍື່ນຄຳຮ້ອງຂໍເຂົ້າຮຽນ​ໃນ​ມະຫາວິທະຍາ​ໄລລະດັບ​ສູງຢູ່​ໃນ​ສະຫະຣັດຂອງນັກຮຽນຕ່າງປະ ເທດໄດ້ເພີ່ມຂຶ້ນ 12% ໃນຊ່ວງປີ 2005 ຫາປີ 2006.

XS
SM
MD
LG