ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳສູງສຸດຂອງອີຣ່ານ ກ່າວວ່າ ອີຣ່ານຈະບໍ່ຍອມຮັບເອົາ ການກົດດັນ


ອີຣ່ານ: ຜູ້ນຳສູງສຸດຂອງອີຣ່ານ AYATOL LAH ALI KHAMENEI ກ່າວວ່າ ອີຣ່ານ ຈະບໍ່ຍອມ ຮັບເອົາ ການກົດດັນ ທ່າມກາງ ການປະທ້ວງ ລຸນຫຼັງ ການເລືອກຕັ້ງ ປະທາ ນາທິບໍດີ ທີ່ໄດ້ກາຍເປັນ ບັນຫາ ຂັດແຍ້ງນັ້ນ. ຜູ້ນຳສູງສຸດຂອງອີຣ່ານ​ໃຫ້ທັສນະດັ່ງກ່າວໃນ ວັນພຸດ ມື້ນີ້ ນຶ່ງມື້ ຫລັງຈາກ ສະພາປົກຄອງ ຫລື GUARDIAN COUNCIL ຂອງອີຣ່ານ ໄດ້ປະຕິເສດເຖິງຄວາມເປັນໄປໄດ້ ໃນການທີ່ ຈະຕ່າວປີ້ນ ຜົນການເລືອກຕັ້ງ ທັງໆທີ່ໄດ້ມີ ການພົບເຫັນວ່າ ມີການປະຕິບັດ ແບບຜິດກົດ ຣະບຽບ ຂອງ ຜູ້ມີສິດປ່ອນບັດ ຢູ່ໃນ 50 ເຂດ. ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວໃນມື້ວານນີ້ວ່າ ໄດ້ມີຄຳຖາມ ທີ່ສຳຄັນກ່ຽວກັບ ຄວາມຖືກຕ້ອງຊອບທັມ ໃນການປ່ອນບັດ ທີ່ຍັງຜົນໃຫ້ ປະທານາທິບໍດີ MAHMOUD AHMADINEJAD ຖືກເລືອກ ໃຫ້ເຂົ້າຮັບຕຳແໜ່ງ ຕື່ມອີກ ດ້ວຍຄະແນນ ສຽງ ອັນຖ້ວມລົ້ນນັ້ນ. ໄດ້ມີການ ລົງຂ່າວ ທາງອິນເຕີແນັດ ຮຽກຮ້ອງໃຫ້ ມີການໂຮມຊຸມ ນຸມຂອງພັກຝ່າຍຄ້ານ ຢູ່ນອກ ສະພາແຫ່ງຊາດອີຣ່ານ ໃນຕອນບ່າຍ ມື້ນີ້ ແຕ່ແຜນການທີ່ວ່ານີ້ ຍັງບໍ່ສາມາດ ໄດ້ຮັບການຢືນຢັນເທື່ອ.

ຈີນ - ນັກຄັດຄ້ານຣັຖບານ: ສື່ມວນຊົນ ຂອງທາງການຈີນ ກ່າວວ່າ ນາຍ LIU XIAO BO ນັກຄັດຄ້ານຣັຖບານ ທີ່ສຳຄັນຄົນນຶ່ງ ໄດ້ຖືກຈັບ ຢ່າງເປັນທາງການ ກ່ຽວກັບກິຈກັມ ທີ່ມີການກ່າວຫາວ່າ ພົວພັນກັບ ການໂຄ່ນລົ້ມ ຣະບອບ ສັງຄົມນິຍົມ ໃນຈີນ. ນາຍ LIU ໄດ້ ຖືກຄຸມຂັງ ມາແຕ່ປີກາຍ ຫລັງຈາກຜູ້ກ່ຽວໄດ້ ຮ່ວມຂຽນ ຖແລງການ ສະບັບນຶ່ງ ທີ່ຮຽກຮ້ອງ ໃຫ້ມີການປະຕິຮູບຣະບອບການເມືອງຂອງຈີນ ໃນຂອບເຂດ ທີ່ກວ້າງຂວາງ. ອົງການຂ່າວຊິນ ຫວາ ຂອງທາງການຈີນ ໄດ້ອ້າງ ຖແລງຂ່າວ ສະບັບນຶ່ງ ທີ່ກ່າວວ່າ ຄະນະໄອຍະການ ໄດ້ໃຫ້ການ ອະນຸມັດ ກ່ຽວກັບ ການຈັບກຸມ ນາຍ LIU ມື້ວານນີ້ ໃນຂໍ້ຫາ ສ້າງຄວາມປັ່ນປ່ວນ ເຊັ່ນ ການປ່ອຍຂ່າວລື ແລະ ໃສ່ຮ້າຍປ້າຍສີ ຣັຖບານ. ລາຍງານ ຂອງຊິນຫວາ ເວົ້າວ່າ ນາຍ LIU ໄດ້ສາຣະພາບ ກ່ຽວກັບ ຂໍ້ຫາດັ່ງກ່າວ ໃນການສືບສວນ ຂັ້ນຕົ້ນ ຂອງຕຳຣວດ. ແຕ່ແນວໃດ ກໍຕາມ ຄອບຄົວ ແລະໝູ່ເພື່ອນ ຂອງລາວເວົ້າວ່າ ລາວໄດ້ຖືກໃສ່ໂທດ ແບບບໍ່ຍຸຕິທັມ ຍ້ອນ​ການ ສະແດງອອກ ຊຶ່ງຄວາມຄິດຄວາມເຫັນ ແບບສັນຕິ. ນາຍ LIU ອາຍຸ 53 ປີ ​ໄດ້​ເປັນ​ຜູ້ຄັດຄ້ານ ຣັຖບານ ທີ່ສຳຄັນຄົນ​ນື່ງ ມາຕັ້ງແຕ່ປີ 1989 ເວລາຜູ້ກ່ຽວ​ ເຂົ້າປະກອບສ່ວນ​ ໃນການປະທ້ວງ ຮຽກຮ້ອງເອົາ ປະຊາທິປະໄຕ ທີ່ຈະຕຸຣັດທຽນອັນເໝິນ ຊຶ່ງໄດ້ຖືກປາບປາມໃນວັນທີ 4 ມີຖຸນາ ປີ 1989 ນັ້ນ.

ເກົາຫລີເໜືອ: ໜັງສືພິມຂອງເກົາຫລີໃຕ້ ສະບັບ ນຶ່ງ ລາຍງານວ່າ ຜູ້ນຳ ຂອງເກົາຫລີເໜືອ ທ່ານ KIM JONG IL ໄດ້ມອບຕຳ​ແໜ່​ງ ຫົວໜ້າຕຳ ຣວດລັບ ຂອງເກົາຫລີເໜືອ ໃຫ້ລູກຊາຍຫລ້າ ຂອງທ່ານ. ລາຍງານ ຂອງໜັງສືພິມ DONG-A ILBO ຊຶ່ງອ້າງອີງຂ່າວ ຈາກແຫລ່ງຂ່າວທີ່ບໍ່ຣະບຸຊື່​ ໃຫ້​ຊາບ ແຈ້ງວ່າ ທ່ານ KIM ໄດ້ໄປຢ້ຽມ ໜ່ວຍຜະ ແນກຮັກສາຄວາມປອດພັຍ ຂອງເກົາຫລີເໜືອ ໃນເດືອນມີນາ ຜ່ານມາ ພ້ອມກັບ ລູກຊາຍຂອງທ່ານ ຄືທ້າວ KIM JONG UN. ລາຍງານເວົ້າວ່າ ໃນລະຫວ່າງ ການໄປຢ້ຽມຢາມນັ້ນ ທ່ານໄດ້ກ່າວ ຕໍ່ພວກຜູ້ນຳ ຂອງຜະແນກ ຮັກສາຄວາມປອດພັຍວ່າ ໃຫ້ຖືວ່າ ລູກຊາຍຂອງທ່ານ ເປັນຫົວໜ້າ ຂອງຜແນກດັ່ງກ່າວ. ນອກນັ້ນ ທ່ານ KIM ຍັງໄດ້ສັ່ງ ໃຫ້ສະມາຊິກ ຂອງຜະແນກ ຮັກສາຄວາມປອດພັຍ ໃຫ້ການປົກປ້ອງ ຄຸ້ມຄອງ ລູກຊາຍຂອງທ່ານ ດ້ວຍຊີວິດ ດັ່ງທີ່ພວກເຂົາ ເຈົ້າໄດ້ກະທຳ ສຳລັບທ່ານ ໃນອະດີດ ຜ່ານມາ. ລາຍງານ ແຈ້ງໃຫ້ຊາບຕື່ມວ່າ ທ່ານ KIM ໄດ້​ໃຫ້ບຳເນັດລາງວັນ ແກ່ເຈົ້າໜ້າທີ່ ຜະແນກຮັກສາ ຄວາມປອດພັຍ ເປັນຣົດຫລູຫລາ ນຳເຂົ້າ ຈາກຕ່າງປະເທດ 5 ຄັນ ຊຶ່ງມີຣາຄາ ຄັນ​ລະ ປະມານ 80 ພັນໂດລາ.

ຈີນ - ສະຫະຣັດ: ກອງທັບຈີນ ແລະສະຫະ ຣັດ ໄດ້ຕົກລົງ ທີ່ຈະທຳງານຮ່ວມກັນເພື່ອຊອກ ​ຫາ​ວິທີ​ທາງ ຫລີກລ່ຽງ ບໍ່ໃຫ້ມີການ ປະເຊີນໜ້າ ກັນທາງທະເລ ແລະຫລີກ​ລ່ຽງ ການສ້າງຄວາມເຄັ່ງຕຶງ ທີ່ອາດ ມີຜົນກະທົບ ຕໍ່ຄວາມສັມພັນ ລະຫວ່າງ ປະເທດທັງສອງ ໃນຂອບເຂດ ທີ່ກວ້າງຂວາງຂື້ນ. ບັນຫາທີ່ວ່ານີ້ ແມ່ນຈຸດສູນກາງ ໃນການເຈຣະຈາ ຣະດັບສູງ ທາງທະຫານ ເທື່ອທຳອິດ ໃນຮອບນຶ່ງປີເຄິ່ງ ລະຫວ່າງ ປະເທດທັງສອງ ແລະມີຂຶ້ນ ລຸນຫຼັງ ການປະເຊີນໜ້າ ທາງທະເລ ຫລາຍໆຄັ້ງ ເມື່ອບໍ່ນານມານີ້ ຮວມທັງ ການຕຳກັນ ຂອງກຳປັ່ນດຳນ້ຳຈີນ ແລະເຄື່ອງໂຊນາ ທີ່ແກ່​ໄປ ໂດຍກຳປັ່ນລຳນຶ່ງ ຂອງ ກອງທັບເຮືອ ສະຫະຣັດ. ໃນຕອນທ້າຍ ຂອງການເຈຣະຈາ ເປັນເວລາ 2 ມື້ ໃນວັນພຸດ ມື້ນີ້ ຫົວໜ້າ ຄະນະຜູ້ແທນ ຂອງຈີນ ນາຍພົນໂທ MA XIOTIAN ກ່າວຕໍ່ພວກນັກຂ່າວວ່າ ຈີນແລະສະຫະຣັດ ຈະຈັດກອງປະຊຸມ ປຶກສາຫາຣືພິເສດຂຶ້ນ ໃນເດືອນກໍຣະກົດ ຈະມານີ້ ເພື່ອປຶກສາຫາຣື ກ່ຽວກັບວ່າ ຈະປ້ອງກັນ ບໍ່ໃຫ້ມີການ ປະເຊີນໜ້າກັນ ທາງທະເລແບບໃດ?

ກອງປະຊຸມການເງິນ - ສະຫະປະຊາຊາດ: ເຈົ້າໜ້າທີ່ ຈາກ 126 ປະເທດ ຈະໄປໂຮມຊຸມ ນຸມກັນ ຢູ່ສຳນັກງານໃຫຍ່ ຂອງອົງການສະຫະ ປະຊາຊາດທີ່ນະຄອນນິວຢອກໃນວັນພຸດມື້ນີ້ ຂະນະທີ່ກອງປະຊຸມ ວ່າດ້ວຍ ການປະຕິຮູບ ຣະບົບການເງິນ ຂອງໂລກ ເປັນເວລາ 3 ມື້ ເລີ້ມໄຂຂຶ້ນ. ມີປະມຸກປະເທດ ແລະຜູ້ນຳຂອງ ຣັຖບານ ຈາກພຽງ 14 ປະເທດເທົ່ານັ້ນ ກຳນົດເຂົ້າຮ່ວມ ກອງປະຊຸມ ຮວມທັງ ປະທານາທິບໍດີ ນິຍົມຊ້າຍ 2 ທ່ານ ຈາກອະເມຣິກາລາຕິນ ຄືປະທານາທິບໍດີ HUGO CHAVEZ ຂອງເວເນຊູເອລາ ແລະ ປະທານາທິບໍດີ EVO MORALES ຂອງໂບລີເວັຽ. ສ່ວນປະເທດອື່ນໆ ສົ່ງຄະນະຜູ້ແທນ​ ໃນຣະດັບຕ່ຳກ່ວາ ໄປຮ່ວມ. ບັນດາປະເທດ ກຳລັງພັທນາ ທີ່ເຂົ້າຮ່ວມ ກອງປະຊຸມ ໃນຄັ້ງນີ້ ຮຽກຮ້ອງ ໃຫ້ອົງການ ສະຫະປະຊາຊາດ ມີບົດບາດຫລາຍຂຶ້ນ ໃນຣະບົບການເງິນ ຂອງໂລກ. ທ່ານ MARTIN KNOR ຫົວໜ້າ ອົງການຄົ້ນຄວ້ານື່ງ ທີ່ມີສຳນັກງານ ຢູ່ນະຄອນ ເຈນີວາ ກ່າວວ່າ ປະເທດ ທີ່ກຳລັງພັທນາ ໄດ້ກາຍເປັນ ຜູ້ຮັບເຄາະ ໜັກ​ທີ່​ສຸດ ຈາກວິກິຕການ ທາງດ້ານເສຖກິດ ທີ່ເກີດຂຶ້ນ ໃນເວລານີ້ ແຕ່ຮູ້ສຶກວ່າ ບໍ່ໄດ້ມີສ່ວນ ກ່ຽວຂ້ອງ ກັບການຕັດສິນໃຈໃດໆ ຂອງກຸ່ມຈັດຕັ້ງ ປະເທດຈະເຣີນ ທາງດ້ານເສຖກິດ ເຊັ່ນກຸ່ມຈີ 8 ແລະກຸ່ມຈີ 20 ເປັນຕົ້ນ.

ຣັດເຊັຽ - ໄນຈີເຣັຽ: ປະທານາທິບໍດີຣັດເຊັຽ ທ່ານ DMITRI MEDVEDEV ໄດ້ເດີນທາງ ໄປເຖິງໄນຈີເຣັຽ ໃນວັນພຸດ ມື້ນີ້ ເພື່ອທຳການ ຢ້ຽມຢາມ ທີ່ແນໃສ່ ເພີ້ມການມີໜ້າ ຂອງມົສກູ ໃນການແຂ່ງຂັນ ເອົາຊັພຍາກອນ ທັມມະຊາດ ຂອງ ທະວີບອາຟຣິກາ. ເປັນທີ່ຄາດກັນວ່າ ໃນລະຫວ່າງ ການຢ້ຽມຢາມຄັ້ງນີ້ ບໍຣິສັດ GAZPROM ຊຶ່ງເປັນ ບໍຣິສັດ ຣັດວິສາຫະກິດ ແກັສທັມມະຊາດ ຂອງຣັດເຊັຽ ຈະລົງນາມ ໃນຂໍ້ຕົກລົງ ສະບັບນຶ່ງ ກັບບໍຣິສັດນ້ຳມັນຂອງໄ ນຈີເຣັຽ ​ເພື່ອຈະເສີມຂຍາຍ ບົດບາດຂອງຕົນ ໃນຖານະ ເປັນຜູ້ສນອງ ແກັສທັມມະຊາດ ລາຍສຳຄັນ ໃຫ້ແກ່ຢູໂຣບ. ເຈົ້າໜ້າທີ່ຣັດເຊັຽ ແລະໄນຈີເຣັຽ ກ່າວວ່າ ປະເທດທັງສອງ ຍັງຈະລົງນາມ ໃນຂໍ້ຕົກລົງ ອີກສະບັບນຶ່ງ ກ່ຽວກັບ ການນຳໃຊ້ ພະລັງງານນິວເຄລັຽ ໃນທາງສັນຕິ. ປະທານາທິບໍດີ MEDVEDEV ເລີ້ມການຢ້ຽມຢາມ ອາຟຣິກາ ດ້ວຍການຢຸດແວ່ ທີ່ປະເທດອີຈິບ ໃນມື້ວານນີ້. ຫລັງຈາກ ໄນຈີເຣັຽແລ້ວ ທ່ານຈະເດີນທາງຕໍ່ ໄປຍັງອັງໂກລາ ໃນທ້າຍອາທິດນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG