ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະຣັດຈະຊ່ວຍເຫລືອ11 ປະເທດ ສ້າງສູນປິ່ນປົວ ໂຣກຊຳເຮື້ອ


ສະຖາບັນສຸຂະພາບແຫ່ງຊາດ ຫລື NIH ເຊິ່ງເປັນອົງການຄົ້ນ ຄວ້າດ້ານການ​ແພດ ທີ່ໄດ້ຮັບທຶນ ຊ່ວຍເຫລືອຈາກລັດຖະບານ ກາງສະຫະລັດ ກຳລັງ​ນຳພາ​ໃນການສ້າງ ຕັ້ງສູນກາງປິ່ນປົວພະຍາດເຮື້ອຮັງ ໃນບັນ ດາປະເທດກຳລັງພັດທະນາ 11 ປະເທດ ບ່ອນທີ່ໂຣກຕ່າງໆ ເຊັ່ນໂຣກເບົາຫວານ, ໂຣກມະເຮັງ ແລະ ພະຍາດຫົວໃຈໄດ້ກາຍ ເປັນບັນຫາໃຫຍ່ທີ່ເຮັດໃຫ້ຄົນເສັຽຊີວິດ ຫລາຍກວ່າໂຣກ ທີ່ເກີດມາຈາກເຊື້ອ Bacteria ຫລື​ຕິດ​ຕໍ່​ຜ່ານ​ເຊື້ອ​ແບັກ​ທີ​ເຣັຍ.ພະຍາດ​ເຮື້ອ​ຮັງ​ຫລື​ໂຣກຊ້ຳ​ເຮື້ອຕ່າງໆທີ່ກ່ຽວຂ້ອງກັບວິຖີການດຳລົງຊີວິດແລະມີສາ

ເຫດມາຈາກການຂາດການອອກກຳລັງກາຍແລະການກິນອາຫານ​ປະເພດໄວ​ທັນ​ໃຈທີ່ ຫາຊື້ກິນໄດ້ງ່າຍໆເພື່ອຄວາມສະດວກຢູ່ຕາມຮ້ານຂາຍຂອງກິນຫລືທີ່ອີ້ນກັນ​ວ່າ fast food ນັ້ນ​ແມ່ນເປັນສາ​ເຫດ​ຂອງປະມານ 60% ຂອງການຕາຍຂອງຜູ້ຄົນຢູ່​ໃນບັນ ດາປະເທດກຳລັງພັດທະນາຊື່​ງນັບ​ວ່າເປັນ ຜົນເສຍຫາຍຕໍ່ສຸຂະພາບຂອງປວງຊົນທີ່ຮ້າຍ ແຮງກວ່າພວກໂຣກຕ່າງໆທີ່ເກີດຈາກພະຍາດກາຝາກຫລືໂຣກ​ທີ່​ສືບ​ເນື່ອງ​ມາ​ຈາກ ​ເຊື້ອພະຍາດຊຶ່ງກໍເປັນໂຣກ ທີ່ພາໃຫ້ເກີດການເຈັບປ່ວຍແລະລົ້ມຕາຍຫລາຍເຊ່ນກັນ ໃນພວກປະເທດທີ່ທຸກຈົນທີ່ສຸດນັ້ນ.

ບັນດານັກຊ່ຽວຊານເວົ້າວ່າ ຖ້າຫາກບໍ່ມີການ​ເອົາ​ບາດກ້າ​ວ​ໃດໆ ​ເພື່ອຢຸດຢັ້ງທ່າອ່ຽງທີ່ບໍ່ ດີນີ້​ແລ້ວ ພາຍ​ໃນປີ 2015 ກໍ​ແມ່ນຈະມີຮອດ 41 ລ້ານຄົນໃນທົ່ວໂລກ ທີ່​ຈະຕ້ອງ​ເສັຍຊີວິດ​ໄປໃນແຕ່ລະປີ ຍ້ອນ ການ​ເຈັບ​ປ່ວຍເປັນ​ໂຣກຕ່າງໆ ເຊ່ນ​ໂຣກເບົາຫວານ ​ແລະ ພະຍາດ ຫົວໃຈ, ເຊິ່ງເຄິງນຶ່ງຂອງພວກທີ່ເຄາະຮ້າຍ ແມ່ນ​ເປັນ​ຊາວໜຸ່ມ ອາຍຸບໍ່ ເຖິງ 70 ປີ.

ສະຖາບັນດ້ານຫົວໃຈ, ປອດ ແລະ ເລືອດແຫ່ງຊາດສະຫະຣັດກຳລັງໃຫ້ການຊ່ວຍເຫລືອ ໃນການສ້າງຕັ້ງສູນກາງປິ່ນປົວພະຍາດ ຊ້ຳເຮື້ອ ຢູ່ໃນບັນດາປະເທດກຳລັງພັດທະນາ 11 ປະເທດ ຊຶ່ງລວມທັງ ອິນເດັຍ, ຈີນ, ກົວເຕມາລາ, ເຄັນຢາ, ອາຟຣິກາໃຕ້, ທັນ​ຊາ ເນຍ, ຕູນີເຊຍ ແລະ​ ໃນ​ເຂດຊາຍແດນລະຫວ່າງ ສະຫະຣັດ ກັບ ແມັກຊິກໂກ. ຈຸດປະ ສົງຂອງສູນ​ກາງເຫລົ່ານີ້ ກໍ​ແມ່ນເພື່ອໃຫ້ຄວາມຮູ້ແກ່ຄົນທົ່ວໄປ ກ່ຽວກັບການເຈັບປ່ວຍ ຍ້ອນພະຍາດຊ້ຳເຮື້ອຕ່າງໆ ແລະ ຊ່ວຍປິ່ນປົວຄົນເຈັບ.

ທ່ານ Richard Smith ຜູ້ອຳນວຍການອົງການ​ ຣິ​ເຣິ່ມປິ່ນປົວໂຣກຊ້ຳ​ເຮື້ອ United Health ຫລື United Health Chronic Disease Initiative ທີ່​ນະຄອນ ຫລວງ​ລອນ​ດອນ ປະ​ເທດ​ອັງກິດ, ຊື່​ງ​ທຳ​ງານ ຮ່ວມກັນ ກັບສະ​ຖາ​ບັນ​ສຸຂພາບຂອງສະຫະຣັດ​ເວົ້າວ່າມີຄົນ​ເປັນໂຣກຊ້ຳເຮື້ອເພີ້ມຂຶ້ນຢ່າງ ສະຫມໍ່າສະເໝີຢູ່ໃນ ບັນດາປະເທດພວມ​ພັດທະນາໃນຂະນະທີ່ ປະຊາຊົນຍົກຍ້າຍຈາກເຂດຊົນນະບົດ​ເຂົ້າ​ໄປ​ຢູ່​ໃນ​ຫົວ​ເມືອ​ງ ໃຫຍ່​ແລະຫັນປ່ຽນໄປ​ໃຊ້​ຊີວິດ​ແບບ​ຊາວ​ຕາ​ເວັນ​ຕົກ.

ທ່ານ Smith ​ເວົ້າອີກ​ວ່າທາງອົງການ​ອະນາ​ໄມ​ໂລກ ຫລື WHO ​ກໍໄດ້​ພະຍາຍາມປະ ສານ​ງານ​ໃຫ້ມີ​ການ​ຕອບ​ສະ​ນອງ​ຫລື​ຕອບ​ໂຕ້ຮ່ວມ​ກັນຕໍ່ບັນ​ຫາ​ຂອງໂຣກຊໍ້າ​ເຮື້ອນີ້. ຫາກ​ແຕ່ວ່າ​ເງິນ​ທີ່ພວກປະ​ເທດທີ່​ໃຫ້​ຄວາມ​ຊ່ວຍ​ເຫລືອມອບໃຫ້​ເພື່ອ​ໃຊ້​ເປັນ​ທຶນ​ໃນ​ການ​ດຳ

ເນີນໂຄງ​ການ​ແກ້ໄຂບັນຫາໂຣກຊ້ຳ​ເຮື້ອນັ້ນກັບ​ໄດ້​ຖືກ​ໄປ​ນຳ​ໃຊ້ໃນ​ການປາບ​ພວກພະຍາດ

ທີ່ມີສາເຫດມາຈາກ​ເຊື້ອ​ໂຣກຫລືແບັກ​ທີ​ເຣັຍຫລືພະຍາດ​ຕິດ​ແປດຜ່ານ​ເຊື້ອ​ໂຣກນັ້ນ.

ເກືອບໝົດ. ສະ​ຖາ​ບັນ​ສຸຂະພາບ​ແຫ່ງ​ຊາດ​ຂອງ​ສະຫະຣັດ​ໄດ້​ອະນຸມັດ​ເງິນ​ຊ່ວຍ​ເຫລືອ​ໃຫ້ 26 ລ້ານໂດລາ ​ເພື່ອ​ເປັນ​ທຶນ​ໃນ​ຂັ້ນຕົ້ນ ສຳລັບ​ໂຄງການ​ສ້າງ​ສູນ​ກາງ​ປິ່ນປົວ ພະຍາດ​ເຮື້ອ​ຮັງໃນ 11 ປະ​ເທດ​ພວມ​ພັທນາ ຊື່​ງມີ​ກຳໜົດ 5 ປີນັ້ນ

XS
SM
MD
LG