ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປັກຫລັກໝາຍຊາຍແດນຂອງລາວແລະໄທໄດ້ກຳລັງຄືບໜ້າ


ທາງການລາວ ແລະ ໄທ ສາມາດຕົກລົງ ແລະ ດຳເນີນການປັກປັນຫລັກໝາຍເຂດ ແດນລະຫວ່າງກັນ ໄດ້ເພີ້ມຂຶ້ນ 15 ແຫ່ງ ຊຶ່ງກໍເປັນຜົນເຮັດໃຫ້ຊາຍແດນທາງບົກ ລະຫວ່າງລາວ ກັບ ໄທ ມີຫລັກໝາຍ ເຂດແດນແລ້ວ ຈຳນວນທັງໝົດ 204 ຫລັກໝາຍ.

ຄະນະອານຸກຳມະການດ້ານເທັກນິກຮ່ວມ ລະຫວ່າງລາວ ກັບ ໄທ ໄດ້ສະເໜີ ລາຍງານວ່າການດຳເນີນງານຮ່ວມກັນ ລະຫວ່າງ ທາງການທັງສອງຝ່າຍ ໃນໄລຍະ ນັບຈາກຕົ້ນ ເດືອນ ພຶດສະພາ ປີ 2007 ຫາທ້າຍເດືອນພຶດສະພາ ປີ 2009 ນີ້, ທາງການ ທັງສອງຝ່າຍ ສາມາດ ຕົກລົງ ແລະ ກໍໄດ້ຮ່ວມກັນດຳເນີນການປັກຫລັກ ໝາຍເຂດທາງບົກ ລະຫວ່າງການໄດ້ ເພີ້ມຂຶ້ນອີກ 15 ຫລັກໝາຍຊຶ່ງກໍໄດ້ເປັນຜົນເຮັດ ໃຫ້ການດຳເນີນການສຳຫລວດເພື່ອ ການປັກປັນເຂດແດນລະຫວ່າງກັນນັ້ນ ນັບຈາກ ປີ 1997 ເປັນຕົ້ນມາ ຈົນເຖິງທ້າຍ ເດືອນ ພຶດສະພາ ປີນີ້ ສາມາດປະຕິບັດ ໄດ້ແລ້ວ ຈຳນວນທັງໝົດ 204 ຫລັກໝາຍ. ພ້ອມກັນນັ້ນ ທາງການຂອງທັງສອງຝ່າຍ ກໍໄດ້ ຮ່ວມກັນສຳຫລວດເສັ້ນແບ່ງຊາຍແດນ ທາງບົກ ລະຫວ່າງ ລາວກັບໄທໄດ້ແລ້ວ ໃນໄລ ຍະທາງຍາວ 679 ກິໂລແມັດ ຫລື ຄຶດເປັນ 93% ຂອງເຂດແດນທາງບົກ ທັງໝົດ ຂອງທັງສອງປະເທດອີກດ້ວຍ ຊຶ່ງກໍໝາຍຄວາມວ່າ ຈົນເຖິງປະຈຸບັນ ຍັງຄົງເຫລືອ ເຂດຊາຍແດນທາງບົກ ໄລຍະທາງຍາວປະມານ 51 ກິໂລເມັດ ເທົ່ານັ້ນ ທີ່ທາງ ການຂອງທັງສອງຝ່າຍ ຈະດຳເນີນການສຳຫລວດ ແລະ ຕົກລົງປັກປັນຮ່ວມ ກັນຕໍ່ໄປ.


ໂດຍການດຳເນີນງານດັ່ງກ່າວຂອງຄະນະ ອານຸກຳມະການດ້ານເທັກນິກລະຫວ່າງລາວ ກັບ ໄທ ທີ່ຫາກໍຈະໄດ້ມີການສະຫລຸບຜົນ ການດຳເນີນງານຮ່ວມກັນ ໃນລະຫວ່າງ ກອງປະຊຸມ ຄັ້ງທີ 11 ເມື່ອ ວັນທີ 4 ຫາ 6 ມິຖຸນາ ທີ່ຜ່ານມານີ້ ຢູ່ນະຄອນຫລວງ ວຽງຈັນນັ້ນ ຖືເປັນການຕອບ ສະໜອງ ຕາມແນວທາງການ ຕົກລົງຮ່ວມກັນ ລະຫວ່າງ ລັດຖະມົນຕີວ່າການຕ່າງປະເທດ ຂອງທັງສອງຝ່າຍໃນຖານະທີ່ປະທານຄະນະ ກຳມາ ທິການຊາຍແດນຮ່ວມ ໃນລະ ຫວ່າງທີ່ໄດ້ມີການປະຊຸມ ຄັ້ງທີ 15 ຮ່ວມກັນ ເມື່ອຕົ້ນປີນີ້ຢູ່ຫລວງພະບາງວ່າ ຈະດຳເນີນການສໍາຫລວດ ແລະ ປັກປັນເຂດແດນ ທາງບົກລະຫວ່າງກັນໃຫ້ແລ້ວ​ເສັດ ທັງໝົດພາຍໃນທ້າຍປີນີ້.


ສ່ວນເຂດແດນທາງນ້ຳກໍຄືເຂດຊາຍແດນໃນແນວແມ່ນ້ຳຂອງແລະແມ່ນ້ຳເຫືອງຊຶ່ງມີໄລ

ຍະທາງຍາວປະມານ 1.100 ກິໂລເມັດ ນັ້ນ, ທາງການຂອງທັງສອງຝ່າຍກໍໄດ້ມີການ ຕົກລົງຮ່ວມກັນວ່າຈະດຳເນີນການສຳ ຫລວດເພື່ອປັກປັນໃຫ້ແລ້ວເສັດທັງໝົດພາຍໃນປີ 2010 ໂດຍຈະມີການເລັ່ງດຳເນີນງານຮ່ວມກັນ ຢ່າງບໍ່ຢຸດຢັ້ງ ເພື່ອເຮັດໃຫ້ສາມາດບັນລຸ ເປົ້າໝາຍ ທີ່ວາງເອົາໄວ້ດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງ.

ແຕ່ຢ່າງໃດກໍຕາມ ການສຳຫລວດເພື່ອ ການປັກປັນເຂດແດນ ລະຫວ່າງລາວ ກັບໄທ ກໍໄດ້ມີການຊັກຊ້າ ແລະ ກໍ ຕ້ອງມີການ ເລື່ອນກຳນົດເປົ້າໝາຍ ທີ່ຈະດຳເນີນການໃຫ້ແລ້ວເສັດມາໂດຍ ຕະຫລອດກໍຄື ນັບຈາກ ປີ 2003 ເປັນຕົ້ນມາແລ້ວ ຊຶ່ງທາງການລາວ ແລະ ໄທໄດ້ຕົກລົງຮ່ວມກັນໄວ້ວ່າ ຈະດຳເນີນ ການປັກປັນເຂດແດນທາງບົກໃຫ້ແລ້ວເສັດພາຍໃນ ປີ 2003 ແລະ ພາຍໃນ ປີ 2005 ສຳລັບເຂດແດນທາງນ້ຳ.

ຫາກແຕ່ວ່າ ດ້ວຍຂໍ້ຂັດແຍ້ງ ແລະ ການອ້າງອີງພະຍານຫລັກຖານ ລວມໄປເຖິງແຜນທີ່ ທີ່ ແຕກຕ່າງກັນໃນຫລາຍພື້ນທີ່ ຊຶ່ງລວມໄປເຖິງເຂດບ້ານຮວ່ມເກົ້າ ແລະ ເຂດສາມໝູ່ ບ້ານ ກໍຄື ບ້ານສະຫວ່າງ, ບ້ານກາງ, ແລະ ບ້ານໃໝ່ ຢູ່ໃນເຂດຕິດຕໍ່ຊາຍແດນລະ ຫວ່າງ ແຂວງໄຊຍະບູລີ ຂອງລາວ ກັບ ຈັງຫວັດອຸດຕະລະດິດ ແລະ ຈັງຫວັດພິດ ສະນູໂລກ ຂອງໄທນັ້ນ, ຊຶ່ງທັງສອງຝ່າຍເຄີຍຂັດແຍ້ງເຖິງຂະໜາດທີ່ຕ້ອງຕັດສິນ ດ້ວຍກຳລັງອາວຸດມາແລ້ວ ກໍໄດ້ເຮັດໃຫ້ການປັກປັນເຂດແດນຕ້ອງປະເຊີນກັບການ ຊັກຊັ້າວ່າຢ່າງຕໍ່ເນື່ອງນັ້ນເອງ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 11 ມິຖຸນາ 2009

XS
SM
MD
LG