ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສາມານທ້າ ໂອໂຣບາເທີ້ ຖືກຕັດສິນໃຫ້ຈຳຄຸກຕະຫອດຊີວິດ


ທ່ານ ຈັນທະລີ ດວງວິໄລ ຮອງປະທານສານ ປະຊາຊົນນະຄອນ ຫລວງວຽງຈັນໄດ້ຖະ ແຫລງຢືນຢັນວ່າສານປະຊາຊົນໃນນະຄອນ ຫລວງວຽງຈັນໄດ້ມີຄຳຕັດສິນໃຫ້ຈຳຄຸກຕະຫອດ ຊີວິດຕໍ່ນາງ ສາມານທ້າ ໂອໂຣບາເທີ້ ຈຳເລີຍຊາວອັງກິດ ເຊື້ອສາຍໄນຈີເລຍໄວ 20ປີ ຢ່າງເປັນທາງການເມື່ອວັນທີ 3 ມີຖຸນາ ທີ່ຜ່ານມານີ້ດ້ວຍຄວາມຜິດໃນຖານມີຢາເສບ ຕິດໃນຄອບຄອງ ແລະ ພະຍາຍາມລັກລອບ ຂົນສົ່ງຢາເສບຕິດດັ່ງກ່າວຕໍ່ໄປຍັງຕ່າງປະເທດ.

ໂດຍທ່ານ ຈັນທະລີ ໄດ້ລະບຸວ່າ ນາງ ສາມານທ້າໄດ້ຖືກຈັບກຸມຕົວ ໄດ້ຢູ່ສະໜາມ ບິນວັດໄຕ ເມື່ອວັນທີ 5 ສິງຫາ ປີກາຍໃນຂະນະ ທີ່ນາງກຳລັງພະຍາຍາມລັກລອບ ຂົນສົ່ງເຮໂຣອິນນ້ຳໜັກ 680 ກຣາມ ກໍໄປຍັງຕ່າງປະເທດໂດຍໄດ້ຮັບ ຢາເສບຕິດ ດັ່ງກ່າວ ມາຈາກຊາວຕ່າງຊາດສອງຄົນທີ່ອາໃສຢູ່ໃນປະເທດລາວ ຊຶ່ງຕາມກົດໝາຍ ອາຍາ ມາດຕາ 146 ຂອງລາວແລ້ວ ການມີເຮໂຣອິນໃນຄອບຄອງ ເກີນກວ່າ 500 ກຣາມ ຂຶ້ນໄປນັ້ນ ຈະຕ້ອງມີໂທດເຖິງຂັ້ນປະຫານຊີວິດ ຫາກແຕ່ວ່າດ້ວຍເຫດທີ່ ນາງ ສາມານທ້າ ກຳລັງຕັ້ງຄັນ ຫລື ວ່າຖືພາຢູ່ໃນ ເວລານີ້ ຈຶ່ງໄດ້ເຮັດໃຫ້ການຍົກເວັ້ນ ໂທດປະຫານຊີວິດຕາມມາດຕາ 32 ຂອງກົດໝາຍອາຍາ ຂອງລາວ ແລະ ກໍໄດ້ຮັບໂທດ ຈຳຄຸກຕະຫລອດຊີວິດແທນ ໂທດປະຫານຊີວິດດັ່ງກ່າວ.

ສ່ວນກ່ຽວກັບສາເຫດທີ່ເຮັດໃຫ້ ນາງ ສາມານທ້າ ສາມາດຕັ້ງຄັນໄດ້ໃນຂະນະ ນາງຖືກຄຸມຂັງຢູ່ໃນຄຸກຂອງລາວນັ້ນ ທ່ານ ຈັນທະລີ ກໍໄດ້ເນັ້ນຢ້ຳວ່າ ບໍ່ໄດ້ເກີດ ຂຶ້ນຈາກການຖືກຂົ່ມຂືນ ແຕ່ຢ່າງໃດ ໂດຍນາງ ສາມານທ້າ ໄດ້ໃຫ້ການຍອມຮັບ ຕໍ່ພະນັກງານ ສືບສວນ ສອບສວນຂອງລາວວ່ານາງ ໄດ້ຮັບນ້ຳເຊື້ອ ອາສຸຈິ ຈາກນັກໂທດຊາຍຢ່າງລັບໆ ແລະ ກໍໄດ້ສີດນ້ຳເຊື້ອອາສຸຈິ ດັ່ງກ່າວເຂົ້າໄປທາງຊ້ອງຄອດຂອງນາງ ດ້ວຍຕົວນາງເອງ ຊຶ່ງກໍໄດ້ເປັນຜົນເຮັດໃຫ້ນາງ ຕັ້ງຄັນໄດ້ 26 ສັບປະດາແລ້ວ ໃນປະຈຸບັນນີ້. ກ່ອນໜ້ານີ້ ພະນັກງານສືບສວນ ສອບສວນ ຂອງທາງການລາວ ຍັງໄດ້ເປີດເຜີຍຂໍ້ມູນດ້ວຍວ່າ ນາງ ສາມານທ້າ ເຄີຍ ເປັນນັກສຶກສາແພດຢູ່ປະເທດອັງກິດ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເຊື່ອວ່າ ນາງສາມາດທີ່ ຈະສີດເອົານ້ຳເຊື້ອ ອາສຸຈິ ເຂົ້າໄປທາງຊ້ອງຄອດຂອງນາງໄດ້ດ້ວຍຕົວເອງຢ່າງແນ່ນອນ. ຍິ່ງໄປກວ່ານັ້ນ ຍັງສາມາດ ເຮັດໃຫ້ສະຫລຸບໄດ້ດ້ວຍວ່າ ການທີ່ນາງໄດ້ພະຍາຍາມ ເຮັດຕົນເອງຕັ້ງຄັນໃຫ້ໄດ້ນັ້ນ ກໍດ້ວຍເປົ້າໝາຍ ທີ່ຈະເຮັດໃຫ້ບໍ່ຕ້ອງຖືກຕັດສິນລົງໂທດ ເຖິງຂັ້ນປະຫານຊີວິດນັ້ນເອງ. ນອກຈາກນີ້ ທ່ານ ຈັນທະລີ ຍັງໄດ້ຖະແຫລງຢືນຢັນ ດ້ວຍວ່າ ການທີ່ຈະດຳເນີນມາດຕະການແນວໃດຕໍ່ໄປຕໍ່ນາງ ສາມານທ້ານັ້ນ ກໍຖື ເປັນໜ້າທີ່ຄວາມຮັບຜິດຊອບຂອງລັດຖະບານລາວ ແລະ ລັດຖະບານອັງກິດ ທີ່ຈະປະສານງານ ແລະ ພິຈາລະນາຮ່ວມກັນ ເພື່ອແກ້ໄຂບັນຫາ ດັ່ງກ່າວນີ້ຕໍ່ໄປ ຢ່າງເໝາະສົມ. ໂດຍກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ຕ່າງປະເທດຂອງລາວກໍໄດ້ລົງນາມ ຮ່ວມກັນກັບທ່ານ ເດວິດ ມິນລີແບນ ລັດຖະມົນຕີວ່າການ ຕ່າງປະເທດຂອງອັງກິດ ໃນສັນທີສັນຍາວ່າດ້ວຍ ການໂອນຕົວນັກ ໂທດລະຫວ່າງກັນຢ່າງເປັນ ທາງການແລ້ວ ຢູ່ກຸງລອນດອນ ນັບຕັ້ງແຕ່ຕົ້ນເດືອນພຶດສະພາ ເປັນຕົ້ນມາ ຊຶ່ງກໍໝາຍຄວາມວ່າທາງການອັງກິດ ສາມາດທີ່ຈະຂໍໃຫ້ທາງການລາວສົ່ງຕົວນາງ ສາມານທ້າ ໄປລົງໂທດຕໍ່ຢູ່ໃນປະເທດ ອັງກິດໄດ້ໃນໄລຍະຕໍ່ໄປນັ້ນເອງ.

ຊົງຣິດໂພນເງິນ ລາຍງານຈາກບາງກອກ ໃນວັນທີ 04 ມີຖຸນາ 2009

XS
SM
MD
LG