ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຮືອບິນສາຍການບິນຝຣັ່ງຫາຍສາບສູນທ່ີເບຣຊີລ


ເຮືອບິນໂດຍສານຝຣັ່ງຫາຍສາບສູນທີ່ເບຣຊີລ: ກອງທັບ​ອາກາດ​ເບຣຊິນ ກ່າວ​ວ່າ ຕົນ​ກຳລັງ​ຊອກ​ຫາ​ເຮືອບິນ​ໄອ​ພົນ​ໂດຍສານ​ຂອງສາຍ​ການບິນ Air France ລຳ​ນຶ່ງທ່ີ​ຫາຍ​ສາບ​ສູນ​ໄປ ຢູ່ໄກ​ຈາກຝັ່ງ​ທະ​ເລ ກ້ຳຕາ​ເວັນ​ອອກ​ສຽງ​ເໜືອຂອງ Brazil ອອກ​ໄປ​ປະມານ 300 ຫລັກ. ​ໂຄສົກ​ກອງທັບ​ອາກາດ Brazil ກ່າວ​ວ່າ ການ​ຊອກ​ຫາ​ແລະ​ຊ່ອຍ​ກູ້​ໄພໄດ້​ເຣີ່ມຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ເຮືອບິນ​ໄອ​ພົນ​ໂດຍສານລຳ​ນີ້​ ບໍ່​ໄດ້​ທຳ​ການ​ຕິດ​ຕໍ່​ທາງ​ວິທຍຸ​ມາ​ຕາມປົກ ກະຕິ. ​ເຮືອບິນ​ໂດຍສານ ຮຸ່ນ Airbus A-330 ທີ່ບັນທຸກ​ຄົນ​ໂດ​ຍສານ​ຫລາຍກວ່າ 216 ຄົນ​ແລະ​ລູກ​ເຮືອອີກ 12 ຄົນ ກຳລັງ​ບິນ​ຈາກ​ນະ ຄອນ Rio de Janeiro ​ໄປ​ຍັງ​ກຸງ​ປາຣີ. ຂ່າວ​ທຳ​ອິດ​ກ່ຽວ​ກັບ​ການ ຫາຍ​ສາບ​ສູນ​ຂອງ​ເຮືອບິນ​ລຳ​ນີ້ ມີມາ​ຈາກ​ກຸງ​ປາຣີ ປະມານ​ຊົ່ວ​ໂມງ​ນື່ງ ຫລັງ​ຈາກ​ເຮືອ​ບິນກາຍ​ກຳນົດ​ທ່ີ​ຈະ​ໄປ​ລົງ​ຈອດທ່ີສນາມ​ບິນ Charles de Gaulle.
ກ່ຽວກັບບໍລິສັດຜລິດລົດໂອໂຕສະຫະຣັດ: ຜູ້​ພິພາກສາ​ສານ​ລົ້ມ​ລະລາຍ​ຂອງ​ສະຫະຣັດ​ແຫ່ງ​ນຶ່ງ​ໄດ້​ອະນຸມັດ​ເຫັນ​ດີນຳການ​ຂາຍ​ຊັບ​ສິນເກືອບ​ວ່າທັງ​ໝົດ​ຂອງ​ບໍລິສັດ​ຜລິດ​ລົດ Chrysler ຂອງ​ສະຫະຣັດ​ ໃຫ້​ຜູ້​ຊື້​ກຸ່ມ​ນຶ່ງພາຍ​ໃຕ້​ການ​ນຳພາ​ຂອງ​ບໍລິສັດ​ຜລິດ​ລົດ Fiat ຂອງ​ອິຕາລີ ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ເວລາພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ກ່ອນການຍື່ນ​ຄຳ​ຮ້ອງ​ຂໍ​ປະກາດ​ລົ້ມ​ລະລາຍ​ຕໍ່​ສານ​ ຂອງບໍລິສັດ​ຜລິດ​ລົດ General Motors ທ່ີ​ຄາດ​ວ່າ​ຈະ​ມີ​ຂື້ນ​ນັ້ນ ຊື່​ງການ​ເຄື່ອນ​ໄຫວທີ່​ ວ່າ​ນີ້ ​ເປັນ​ການ​ແຜ້ວ​ທາງ​ໃຫ້​ບໍລິສັດ Chrysler ສາມາດອອກ​ຈາກ​ການ​ປົກ​ປ້ອງ​ການ​ປະກາດ​ລົ້ມ​ລະລາຍ​ໄດ້ ໃນ​ເວລາ​ອັນໄວໆ​ນີ້.
​ໃນ​ຂະນະ​ດຽວ​ກັນ ລາຍ​ງານ​ຂ່າວ​ໃນ​ສະຫະຣັດກ່າວ​ວ່າ ບໍລິສັດ General Motors ຈະ​ຍື່ນ​ຄຳ​ຮ້ອງ​ຂໍ​ປະກາດ​ລົ້ມ​ລະລາຍ​ຕໍ່​ສານ​ໃນ​ຕອນເຊົ້າ​ວັນ​ຈັນ​ມື້​ນີ້ ກ່ອນ​ພວກ​ຕລາດ​ການ​ເງິນ​ໃນ​ສະຫະຣັດ​ໄຂ​ຂຶ້ນ​ທ່ີ​ນະຄອນ​ນີວຢອກ​.
ບັນດາ​ເຈົ້າ​ໜ້າ​ທ່ີ​ບໍລິສັດ GM ​ແລະ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ມີ​ໝາຍ​ກຳນົດຈະ​ຈັດ​ກອງ​ປະຊຸມ​ຖະ​ແຫລ​ງ​ຂ່າວ​ ຄົນ​ລະເທື່ອ​ໃນ​ມື້​ນີ້ ​ເພື່ອເວົ້າ​ເຖິງ​ເຣື່ອງອະນາຄົດ​ຂອງ​ບໍລິ​ສັດ GM ​ແລະ​ຄວາມ​ພະຍາຍາມ ຂອງຣັຖບານ​ ເພື່ອ​ຮັກສາບໍລິສັດ GM ໃຫ້ດຳ​ເນີນທຸລະ​ກິດ​ຕໍ່​ໄປ​.
ກ່ຽວກັບນີວເຄລັຍເກົາຫລີເໜືອ: ສື່​ມວນ​ຊົນເກົາຫລີ​ໃຕ້​ ລາຍ​ງານ​ຂ່າວ​ວ່າ ​ປາກົດ​ວ່າເກົາຫລີ​ເໜືອ​ກຳລັງ​ກະກຽມ​ ທ່ີ​ຈະ​ທຳ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ ​ລະຍະ​ຍາວລູກນື່ງ ຊຶ່ງ ​ລາຍ​ງານ​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້​ ອ້າງ
​ແຫ​ລ່ງຂ່າວ​ເຈົ້າ​ໜ້າ​ທ່ີ​ເກົາຫລີ​ໃຕ້​ທ່ີ​ບໍ່​ແຈ້ງ​ຊື່​ໃຫ້​ຊາບ ທີ່​ເວົ້າ​ວ່າ ​ເກົາຫລີ​ເໜືອ​ໄດ້​ເຄື່ອນຍ້າຍ​ລູກ​ສອນ​ໄຟ​ ລະຍະ​ຍາວ​ທ່ີ​ທັນ​ສ​ໄມ​ທ່ີ​ສຸດ​ຂອງ​ຕົນ ທ່ີສາມາດ​ຍິງ​ໄປ​ເຖິງຣັດ Alaska ຂອງ​ສະຫະຣັດ​ໄດ້ນັ້ນ ໄປ​ຍັງ​ຖານຍິງ​ລູກ​ສອນ​ໄຟໃນ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ຕົກຂອງ​ຕົນ ​ແລະ​ອາດສາມາດ​ທຳ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ​ ໃນ​ທ້າຍ​ເດືອນນີ້​ກໍ​ເປ​ັນ​ໄດ້.
ລາຍ​ງານ​ຂ່າວ​ຍັງເວົ້າຕື່ມ​ວ່າ ພຽງ​ຢາງ​ໄດ້​ຫ້າມ​ກຳ​ປັ່ນ ບໍ່​ໃຫ້​ເຂົ້າ​ໄປ​ໃນ ​ເຂດ​ນ້ຳ ນອກ​ຝັ່ງ​ທະ​ເລກ້ຳຕາ​ເວັນ​ຕົກ​ຂອງ​ຕົນ ຕັ້ງ​ແຕ່​ດຽວ​ນີ້ ​ໄປ​ຈົນ​ຮອດ​ທ້າຍ​ເດືອນ​ກໍລະກົດ.ຂ່າວ​ນີ້ ມີ​ຂື້ນ​ໃນ​ ຂນະ​ທີ່ຜູ້ຕາງໜ້າ​ຂອງ​ສະຫະຣັດກຸ່ມ​ນຶ່ງ​ກຳລັງ​ຢູ່​ໃນ​ກຸງ​ໂຕ​ກຽວ​ ເພື່ອ​ເຣ່ີມທຳ​ການ​ປຶກສາ​ຫາລື​ກັນ​ກັບ​ເຈົ້າໜ້າ​ທີ່ຣັຖບານໃນ​ທົ່ວ​ເອ​ເຊັຍ ກ່ຽວ​ກັບ​ວ່າຈະ​ຕອບ​ໂຕ້​ແນວໃດ​ດີ​ ​ຕໍ່​ການ​ທົດ​ລອງ​ລູກ​ສອນ​ໄຟ​ຄັ້ງ​ຫລ້າ​ສຸດ​ຂອງ​ເກົາຫລີ​ເໜືອ​ນັ້ນ. ທ່ານ James Steinburg ຮອງຣັຖມນຕີ​ການ​ຕ່າງປະ​ເທດ​ສະຫະຣັດ ຊຶ່ງ​ເປັນ ​ຜູ້ນຳພາ​ຄນະ​ຜູ້ຕາງໜ້າ​ຂອງ​ສະຫະຣັດ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ເວລາ​ໄປ​ຮອດ​ກຸງ​ໂຕ​ກຽວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ​ຄາດ​ວ່າການ​ໂອ້​ລົມ​ສົນທະນາ​ກັນ​ນີ້​ ຈະ​ໄດ້ຜົນ​ແລະ​ດຳ​ເນີນ​ໄປ​ຢ່າງ​ຂຸນ​ຂ້ຽວ.
ກອງປະຊຸມກຸ່ມອາຊຽນທີ່ເກົາຫລີໃຕ້: ປະທານາທິບໍດີ​ ຫລີ​ມິ​ອອງພັກ​ແຫ່ງ​ເກົາຫລີ​ໃຕ້​ ແລະ​ບັນດາ​ຜູ້ນຳ​ຈາກ 10 ປະ​ເທດ​ສມາ​ຊິກ​ຂອງ​ສມາ​ຄົມອາ​ຊຽນ​ ໄຂ​ກອງ​ປະຊຸມ​ສຸດ​ຍອດ​ ນັດພິ​ເສດ ເປັນ​ເວລາ 2 ມື້ ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ສລອງຄົບຮອບ 20 ​ປີແຫ່ງ​ການຮ່ວມ​ງານ​ເປັນ​ພາຄີ​ກັນ. ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້ ​ມີ​ຂຶ້ນ ທ່າມກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ທະວີຂຶ້ນ​ກັບ​ເກົາຫລີ​ເໜືອ. ມີຕຳຫລວດ​ ປະມານ 5 ພັນ​ຄົນ ເຝົ້າ​ຍາມ​ຢູ່​ຕາມ​ຖນົນ​ຫົນທາງ​ສາຍ​ຕ່າງໆ​ ​ເທິງ ເກາະ​ຕາກ​ອາກາດ​ Jeju ຂອງ​ເກົາຫລີ​ໃຕ້​ນັ້ນ. ອົງ​ການ​ຂ່າວ Yonhap ຂອງ​ເກົາຫລີ​ໃຕ້​ກ່າວ​ວ່າ ເຮືອ​ພິ ຄາດ​ແລະ​ເຮືອ​ລາດ​ຕາ​ເວັນ​ຫລາຍ​ລຳ​ ໄດ້ຖືກ​ສົ່ງ​ໄປ​ປະຕິ​ບັດ​ງານ​ຢູ່ອ້ອມ​ເກາະ ແລະ​ທາງ​ການໄດ້​ຕິດ​ຕັ້ງ​ຖານ​ຍິງປືນ​ຕໍ່ຕ້ານ​ລູກ​ສອນ​ໄຟ ​ແລະ​ອຸບປະກອນ​ຈັບ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ ຢູ່​ໃນ​ຂົງ​ເຂດ​ໃກ້ໆ​ກັບ​ບ່ອນ​ປະຊຸມ​ນັ້ນ. ຄາດ​ວ່າ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ຈະ​ເພ່ັງ ເລັງ​ໃສ່​ຊ່ອງ​ທາງ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ຮ່ວມ​ໄມ້​ຮ່ວມ​ມື​ລະຫວ່າງ​ກັນ ​ແລະ​ຈັດ​ຕັ້ງ​ແນວ​ໂຮມ​ຂຶ້ນ​ເພື່ອ ຕໍ່ສູ້​ກັບ​ວິ​ກິດ​ການ​ການ​ເງິນ​ຂອງ​ໂລກ​ນັ້ນ.
ທີ່ແຄ້ວ​ນ Kashmir ຂອງ​ອິນ​ເດັຍ:ຊາວ Kashmir ທ່ີ​ໂກດ​ແຄນນຳ​ການ​ເສັຍ​ຊີວິດ​ຂອງ​ແມ່ຍິງ 2 ຄົນ ​ທ່ີ​ ມີ​ການກ່າວ​ຫາວ່າ​ ຕາຍ​ຍ້ອນ​ນ້ຳມືຂອງ​ພວກ​ທະຫານ​ອິນ​ເດັຍ ໄດ້ພາກັນຢຸດ​ງານປະ​ທ້ວງ ສົ່ງ​ຜົນ​ໃຫ້​ຫລາຍໆ​ຫົວ​ເມືອງທີ່​ສຳຄັນເປັນເປັ້ຍລ່ອຍຢູ່​ໃນ​ທົ່ວ​ຂົງ​ເຂດ Kashmir ຂອງອິນ​ເດັຍ.
ກາ​ນນັດ​ຢຸດ​ງານທົ່ວ​ໄປໃນ​ວັນ​ຈັນ​ມື້​ນີ້ ທ່ີ​ໄດ້​ຮັບ​ກາ​ນໜຸນ​ຫລັງ​ຈາກ​ພວກ​ຫົວ​ແບ່ງແຍກ​ດິນ​ແດນ ມີ​ຂຶ້ນ​ໃນ​ຂະນະ​ທ່ີ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອິນ​ເດັຍ ກະກຽມ​ເພື່ອ​ຮັບ​ມື​ກັບການ​ປະ​ທ້ວງ​ຢ່າງໂກດ​ແຄ້ນ​ຕື່ມ​ອີກ​ນັ້ນ. ມີ​ປະຊາຊົນ​ຢ່າງ​ໜ້ອຍ 50 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ປະ​ທະ​ກັນ​ ເປັນ​ເວລາ 2 ມື້​ ລະຫວ່າງ​ພວກ​ປະ​ທ້ວງ​ແລະ​ຕຳຫລວດ​ໃນ​ເມືອງ Shopian ທີ່ຕັ້ງ​ຢູ່​ຫ່າງ​ຈາກ​ Srinagar ເມືອງ​ໃຫຍ່ຂອງ​ແຄວ້ນ Kashmir 60 ຫລັກ​ກິ​ໂລ​ແມັດ ​ແລະ​ເປັນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຍິງ​ສາວ 2 ຄົນ​ນັ້ນ ຊຶ່ງ​ທາງ​ການ​ໄດ້​ພົບ​ເຫັນ​ສົບ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ຮ່ອງ​ນ້ຳ​ແຫ່ງ​ນຶ່ງ​ ໃນ​ວັນ​ເສົາ​ຜ່ານ​ມາ​ນີ້. ຕຳຫລວດ​ກ່າວ​ວ່າ ​ເວລາ​ນີ້​ເຂົາ​ເຈົ້າ​ກຳລັງ​ທຳ​ການ​ສືບສວນ​ຫາ​ສາ​ເຫດ​ຂອງ​ການ​ຕາຍ​ນີ້​ຢູ່ ຊຶ່ງ​ພວກ​ປະ​ທ້ວງ​ພາກັນ​ຖິ້ມ​ໂທດ​ໃສ່​ພວກ​ທະຫານ​ອິນ​ເດັຍ​ທີ່​ເຂົາ​ເຈົ້າກ່າວ​ຫາ​ວ່າ ທຳ​ການຂົ່ມຂືນ​ຊຳ​ເຣົາ​ພວກ​ແມ່​ຍິງ​ເຫລົ່າ​ນີ້​ ກ່ອນ​ຈະຂ້າເຂົາ​ເຈົ້າ​ຖິ້ມນັ້ນ.



XS
SM
MD
LG