ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອຄວນຈະກັບຄືນເຂົ້າຮ່ວມການເຈລະຈາຫົກຝ່າຍ


<!-- IMAGE -->

ທ່ານ ​ໂຣ​ເບີ​ທ ວູດ ຮັກສາ​ການ​ຊົ່ວຄາວ​ຕາງໜ້າໂຄສົກ​ກະຊວງ​ຕ່າງປະ​ເທດສະຫະຣັດ ກ່າວ​ວ່າ ພວກ​ເຮົາ​ທັງ​ໝົດ​ໃນ​ປະຊາ​ຄົມ​ໂລກ​ແມ່ນ​ມີ​ຜົນ​ປະ​ໂຫຍ​ດໃນການ​ເຫັນແຫລມ​ເກົາຫລີທີ່​ປາສະຈາກໂຄງການ​ນີວ​ເຄລຍ​ ທ່ານ ສະຕີ​ເວິນ ບອສ​ເວີ​ທ ຜູ້​ແທນ​ພິ​ເສດ​ຂອງສະຫະຣັຖສຳ​ຫລັບ​ນະ​ໂຍບາຍ​ເກົາຫລີ​ເໜືອ ​ຫາ​ກໍ​ເສັດ​ສີ້​ນການ​ຢ້ຽມຢາມ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ເມື່ອ​ໝໍ່ໆ​ມາ​ນີ້ ຫລັງ​ຈາກ​ໄດ້​ທຳ​ການປຶກສາ​ຫາລືກັບ​ບັນດາ​ປະ​ເທດ ພາຄີຂອງສະຫະຣັຖໃນ​ການເຈລະຈາ​ຫົກ​ຝ່າຍ​ນັ້ນ.

ການ​ເຈລະຈາ​ຫົກ​ຝ່າຍ​ຊຶ່ງ​ປະກອບ​ດ້ວຍ ຈີນ ຍີ່ປຸ່ນ ​ເກົາ​ຫລີ​ເໜືອ ຣັດ​ເຊັຍ​ເກົາຫລີໃຕ້ ​ແລະ​ສະຫະຣັຖ ກໍຄື​ການ​ເຈລະຈາທີ່​ປະກອບ​ດ້ວຍ​ຫລາຍ​ປະ​ເທດ ທີ່ມີ​ເປົ້າໝາຍເພື່ອທຳ​ການ​ລົບ​ລ້າງ​ໂຄງການ​ນີວ​ເຄລຍຕ່າງ​ໆ​ຂອງ​ເກົາຫລີ​ເໜືອ ການ​ເຈລະຈາຫົກ​ຝ່າຍ​ດັ່ງ ກ່າວ​ນີ້​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ຫຍັງ​ເລີຍ ​ເນຶ່ອງຈາກຣັຖບານ​ເກົາຫລີ​ເໜືອໄດ້ປະຕິ​ເສດ​ບໍ່​ຍອມຕົກລົງຮັບ​ເອົາ​ມາດຕາ​ການພິສູດ​ໂຄງການ​ນີວ​ເຄລຍຕ່າງໆ​ຂອງ​ຕົນ.

ຫລັງ​ຈາກ​ນັ້ນຕໍ່​ມາ ​ເກົາຫລີ​ເໜືອ​ໄດ້​ຂັບ​ໄລ່ບັນດາ​ພະນັກ​ງານ​ຂອງ​ອົງການ​ພະ​ລັງ​ງານ​ປະຣະມະນູ​ສາກົນ ​ແລະ​ເຈົ້າໜ້າ​ທ່ີ​ສະຫະຣັຖ ທີ່​ຕິດຕາມເບິ່ງ​ການ​ທັບ​ມ້າງ​ໂຄງການ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ ທ່ີໂຮງງານນີວ​ເຄລຍຢົງ​ບີ​ອົງນັ້ນ ແລະ​ປະກາດ​ວ່າຕົນ​ຕັ້ງ​ໃຈ​ທ່ີ​ຈະ​ຕ່າວ​ປີ້ນ​ການ​ທັບ​ມ້າງ​ຕ່າງໆ​ທີ່​ໄດ້​ປະຕິບັດ​ເສັດ​ສີ້​ນ​ໄປ​ແລ້ວນັ້ນ ​ພ້ອມ​ກັບ​ຂູ່​ວ່າ​ ຈະ​ຮື້​ຟື້ນກິດຈະກຳ​ນີວ​ເຄລຍ ຕ່າງໆ​ທີ່ຢົງ​ບີ​ອົງ ຫລັງ​ຈາກທີ່​ສະພາ​ຄວາມ​ໝັ້ນຄົງ​ອົງ ການ​ສະຫະ​ປະຊາ​ຊາດ​ໄດ້​ປະນາມ​ການ​ທີ່​ເກົາຫລີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ ​ແຕໂປ-ດອງ​ 2 ​ເມື່ອວັນ​ທ່ີ​ຫ້າ​ເດືອນ​ເມສາ​ຜ່ານ​ມາ ອັນ​ເປັນ​ການ​ຝ່າຝືນຕໍ່​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ ສະບັບ​ກ່ອນ​ນີ້ທີ່ຫ້າມ​ບໍ່​ໃຫ້​ເກົາຫລີ​ເໜືອກະທຳ​ເຊັ່ນ​ນັ້ນ.

ດັ່ງ​ທີ່ທ່ານ​ສະຕີ​ເວິນ ບອສ​ເວີ​ທ ທູດ​ພິ​ເສດ​ຂອງສະຫະຣັຖກ່ຽວ​ກັບເກົາຫລີ​ເໜືອ ​ໄດ້​ຖະ​ແຫ​ລງຕໍ່​ນັກ​ຂ່າວ​ເມື່ອ​ວັນ​ທີ່ 12 ​ເດືອນພຶດສະພາ​ຜ່ານ​ມາ​ນີ້​ຢູ່​ນະ​ຄອນ​ຫລວງ​ໂຕ​ກຽວ ກໍ​ແມ່ນວ່າ “ພວກເຮົາ​ແມ່ນ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ການ​ສົນທະ​ກາ​ໂອ້​ລົມ​ກັນ ​ແລະ​ມີ​ຄວາມ​ປາຖະນາ​ທີ່​ຈະ​ກັບ​ຄືນ​ສູ່​ໂຕະເຈລະ ຈາ​ກັນໂດຍໄວ​ທີ່​ສຸດເທົ່າທີ່​ພວກ​ເຮົາ​ສາມາດຈະເຮັດ​ໄດ້ ​ແຕ່​ວ່າ​ເລື່ອງ​ນີ້ມັນ​ ບໍ່​ແມ່ນ​ການ​ຕັດສິນ​ໃຈ​ ທີ່​ຂື້ນ​ຢູ່​ກັບ​ພວກ​ເຮົາແຕ່ຝ່າຍດຽວ​ເທົ່າ​ນັ້ນ ​ແຕ່​ມັນ​ຂື້ນ​ຢູ່​ກັບ​ສາທາລະນະຣັຖປະຊາທິປະ​ໃຕ​ປະຊາຊົນເກົາຫລີ​ ຫລື​ເກົາຫລີ ເໜືອ​ນັ້ນ​ນຳ.

ທ່ານ​ບອສ​ເວີ​ທ ກ່າວ​ວ່າ “​ການ​ສົນທະນາ​ໂອ້​ລົມກັນ​ໂດຍ​ກົງ ລະ​ວ່າງ ສະຫະຣັຖ​ແລະ​ເກົາຫລີ​ເໜືອ​ນັ້ນ ​ແມ່ນມີ​ທາງເປັນ​ໄປ​ໄດ້​ຫລາຍ ຊຶ່ງ​ທ່ານ​ໄດ້​ໃຫ້​ຂໍ້​ສັງ​ເກດຕໍ່​ໄປ​ວ່າ ມັນ​ຈະຕ້ອງເປັນ​ໄປພາຍໃຕ້ໂຄງ​ຮ່າງ​ຂອງຂັ້ນ​ຕອນ ການ​ເຈລະຈາ​ຫົກ​ຝ່າຍ​ ທີ່​ໄດ້ມີ​ການ​ຕິດ​ຕໍ່​ກັນ​ໂດຍ​ກົງເລື້ອຍໆຢູ່​ແລ້ວ ​ລະ​ວ່າງ​ພວກ​ສະ​ມາ​ຊິກ​ອື່ນໆ​ຂອງ​ກຸ່ມ​ເຈລະຈາ​ຫົກ​ຝ່າຍ​ກັບ​ເກົາຫລີ​ເໜືອ​ນັ້ນ

ທ່ານ​ນາງ​ ຮິ​ລເລີຣີ ຄລິນ​ຕັນ ຣັຖມຸນຕຣີຕ່າງປ​ະ​ເທດ​ສະຫະຣັຖກ່າວ​ວ່າ ​ເກົາຫລີ​ເໜືອ​ຈ​ະ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຍດ​ຢ່າງ​ຫລວງຫລາຍ​ ຈາກ​ການ​ເຂົ້າ ພົວພັນ​ນຳ​ກັບ​ການ​ເຈລະຈາ​ຫົກ​ຝ່າຍ​ນັ້ນ ຊຶ່ງ​ທ່ານ​ນາງ​ຄລິນ​ຕັນ ກ່າວ​ຕໍ່​ໄປ​ວ່າ ຖ້າວ່າ​ເກົາຫລີ​ເໜືອ​ຫາ​ກ​ກຽມພ້ອມຢ່າງ​ແທ້​ຈິງ​ ທີ່ຈະ​ລົບລ້າງ​ໂຄງການ​ນີວ​ເຄລຍຕ່າງໆ​ຂອງ​ຕົນຢ່າງ​ສີ້​ນ​ເຊີງ ແລະ​ຢ່າງ​ພິສູດ​ໄດ້​ແລ້ວ​ ຣັຖບານ ຂອງ​ທ່ານໂອ​ບາ​ມາ ກໍ​ພ້ອມ​ທີ່​ຈະ​ຈັດຕັ້ງ ຄວາມ​ສຳພັນ​ແບບ​ເປັນ​ປົກກະຕິ​ກັນ​ລະ​ວ່າງ​ທັງ​ສອງ​ປະ​ເທດ ສັບ​ປ່ຽນສັນຍາ​ສະ​ງົບ​ເສິກ​ທີ່​ມີ​ມາ​ເປັນ​ເວລາ ຍາວນານ​ໃນແຫລມ​ເກົາຫລີ​ນັ້ນ ດ້ວຍສົນທິສັນຍາ​ສັນຕິພາບ​ທີ່ຖາວອນ ​ແລະ​ພ້ອມ​ກັບ ຈະ​ສະ​ນອງການ​ຊ່ວຍ​ເຫລືອ​ທີ່​ຈຳ​ເປັນ​ດ້ານ​ພະລັງງານ​ແລະ​ຄວາມ​ຕ້ອງການ​ອື່ນໆ​ໃນ​ດ້ານເສ​ດຖະກິດ​ນັ້ນໃຫ້​ແກ່​ປະຊາຊົນ​ເກົາຫລີ​ເໜືອ.

XS
SM
MD
LG