ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດທະມິນໃນສີລັງກາຕັດສິນໃຈຢຸດທຳການສູ້ຣົບ


ທີ່ສີລັງກາ: ພວກ​ກະບົດ​ທະມິນ​ສີ​ລັງກາ​ກ່າວ​ວ່າ ​ພວກ​ຕົນໄດ້​ຕັດສິນ​ໃຈຢຸດ​ຍິງ​ ຫລັງ​ຈາກໄດ້​ຖືກພວກ​ທະ​ຫາຍ​ຝ່າຍຣັຖບານ​ ປິດ​ລ້ອມ​ໄວ້ຢູ່​ໃນບໍລິ​ເວນ ​ນ້ອຍໆ​ແຫ່ງ​ນຶ່ງ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ນັ້ນ. ​ໃນ​ຖ​ະແຫລງ​ການ​ທີ່ເຜີຍ​ແຜ່​ອອກໃນ​ວັນ​ອາທິດ​ມື້​ນີ້​ທາງ Web site TamilNet ທີ່ນິຍົມຝ່າຍ​ກະບົດ ຫົວໜ້າ​ດ້ານ​ຄວາມ​ສັມພັນ​ລະຫວ່າງ​ຊາດຂອງ​ພວກ​ກະບົດ​ກ່າວ​ວ່າ ການ​ສູ້ຣົບຂອງ​ເຂົາ​ເຈົ້າ​ໄດ້​ມາເຖິງ​ຈຸດ​ອັນ​ທ່ີ​ທ່ານ​ເອີ້ນ​ວ່າ ຈຸດ​ຈົບ​ທີ່ຂົມ​ຂື່ນ ແລ້ວ. ທ່ານ Selvarasa Pathamanathan ກ່າວ​ວ່າ ພວກ​ກະບົດ​ໄດ້ຕັດສິນ​ໃຈ​ຢຸດ​ທຳ​ການ​ສູ້ຣົບ​ ເພື່ອ​ກຳຈັດອັນ​ທ່ີທ່ານເອີ້ນ​ວ່າ ​ເປັນ​ຂໍ້ອ້າງທີ່ອ່ອນ​ແອ​ອັນ​ສຸດ​ທ້າຍ​ຂອງ​ຝ່າຍຣັຖບານ ສຳລັບທຳ​ການ​ເຂັ່ນຂ້າພວກ​ ປະຊາຊົນ​ຊາວທະມິນ ​ແລະ​ວ່າຄຳ​ຮຽກຮ້ອງ​ຂອງ​ພວກກະບົດ ທີ່​ຂໍໃຫ້ນາໆ​ຊາດ​ເຂົ້າ​ແຊກ​ແຊງ​ນັ້ນ​ ​ບໍ່ໄດ້​ຮັບ​ການເອົາ​ຫົວຊາ​ນຳເລີຍ​. ປະທານາທິບໍດີ​ມາ​ຮິນ​ດາຣາຊາ​ພັກ​ແຫ່ງ​ສີ​ລັງກາ​ໄດ້​ກັບ​ຄືນ​ມາ​ຍັງ​ ປະເທດ​ໃນ​ວັນ​ອາທິດ​ມື້​ນີ້​ຈາກ​ການ​ຢ້ຽມຢາມ​ປະ​ເທດ​ຈໍ​ແດນບ່ອນ​ທີ່ທ່ານກ່າວ​ວ່າ ກອງທັບ​ໄດ້​ຊະນະ​ພວກ​ກະບົດ ​ຫລັງ​ຈາກ​ຕໍ່ສູ້​ກັນ​ມາເປັນ​ເວລາ 25 ປີ.
ສັນຕິພາບໃນພາກຕາເວັນອອກກາງ: ນາຍົກຣັຖມຸນຕີໃໝ່ຂອງອີສຣາແອນໄດ້ເດີນທາງມາຢ້ຽມ
ຢາມນະຄອນຫລວງວໍຊິງຕັນດີຊີ ເພື່ອເຈລະຈາກັບເຈົ້າໜ້າທ່ີ
ສະຫະຣັດ ກ່ຽວກັບຊ່ອງທາງໃນການສ້າງສັນຕິພາບລະ
ຫວ່າງອີສຣາແອນກັບບັນດາປະເທດອາຣັບແລະໂຄງການ ນີວເຄລັຍຂອງອິຣ່ານ.
ນາຍົກຣັຖມຸນຕີອີສຣາແອນ ທ່ານເບັນຈາມິນ ເນຕັນຢາຮູ ຊຶ່ງເດີນມາຮອດໃນຕອນເຊົ້າຂອງວັນອາທິດມື້ນີ້ ໄດ້ກ່າວ
ມາກ່ອນວ່າ ການເຈລະຈາສັນຕິພາບໃນອະນາຄົດລະ
ຫວ່າງອີສຣາແອນ-ປາເລສໄຕນ໌ນັ້ນຄວນເພັ່ງເລງໃສ່ເຣື່ອງການ
ເສດຖະກິດແລະຄວາມໝັ້ນຄົງ ແທນທ່ີ່ຈະເປັນເຣື່ອງການສ້າງຕັ້ງ
ປະເທດປາເລສໄຕນ໌ ຊຶ່ງເປັນແນວຄິດທີ່ທ່ານບໍ່ເຄີຍເຫັນດີນຳ.
ການເລືອກຕັ້ງທີ່ KUWAIT: ຜົນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ຈາກ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ Kuwait ສະ​ແດງ​ໃຫ້​ເຫັນ​ວ່າ​ແມ່ຍິງ4 ຄົນຊະນະ​ບ່ອນ​ນັ່ງ​ໃນ​ສະພາຄັ້ງ​ທຳ​ອິດເປັນ​ປວັດ​ສາ​ດຂອງ​ປະ​ເທດ​ໃນ​ຂົງ​ເຂດ​ອ່າວ ​ເປີ​ເຊັຍ​ແຫ່ງ​ນີ້. ຜົນ​ຂອງ​ການ​ເລືອກ​ຕັ້ງ​ໃນ​ວັນ​ເສົາ​ວານ​ນີ້ ​ເປັນ​ການ​ປາ​ໄຊ​ຂອງ​ພວກນິຍົມ​ສາສນາ​ອີສລາມ ຊຶ່ງ​ແຕ່​ກ່ອນ​ມີ​ຈຳນວນ​ຜູ້​ແທນ​ໃນ​ສະພາ​ຈຳນວນເກືອບ​ເຄິ່ງນຶ່ງ​ຫລຸດ​ລົງ​ມາ​ເຫລືອ​ພຽງ​ແຕ່16 ບ່ອນ​ນັ່ງ. Kuwait ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ໃຫ້​ສິດທິ​ທາງດ້ານ​ການ​ເມືອງ​ໃຫ້​ແກ່​ພົນລະ​
ເມືອງ​ຂອງ​ຕົນ. ພວກ​ແມ່ຍິງ​ໄດ້​ຮັບ​ສິດ​ໃນ​ການ​ປ່ອນ​ບັດ​ເລືອກຕັ້ງແລະສມັກ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ໃນປີ 2005 ແຕ່​ບໍ່​ເຄີຍ​ຊະນະ​ບ່ອນ​ນັ່ງ​ໃນ​ສະພາ​ຈັກ​ເທື່ອ​ໃນ​ການ​ເລືອກ​ຕັ້ງ2 ​ເທື່ອຜ່ານ​ມາ. ພວກ​ສມັກ​ຮັບ
​ເລືອກ​ຕັ້ງ​ແມ່ຍິງ4 ຄົນ​ທ່ີ​ຊະນະ​ການ​ເລືອກ​ຕັ້ງ​ນີ້ ມີ​ຮວມທັງ​ທ່ານ​ນາງ Massouma al-Mubarak ອະດີດຣັຖມຸນຕີ​ກະຊວງສາທາຣະນະ​ສຸກ ຊຶ່ງ​ເປັນ​ຊົນກຸ່ມ​ນ້ອຍ​ນິກາຍ Shi’ite ​ແລະ​ຖືກ​ແຕ່ງຕັ້ງ​ເປັນຣັຖມຸນຕີ​ແມ່ຍິງ​ຄົນ ທຳ​ອິດ​ຂອງKuwait ​ໃນ​ປີ2005. ສ່ວນແມ່ຍິງ​ຄົນ​ອື່ນໆ​ນັ້ນ​ແມ່ນ​ຮວມທັງ​ພວກ​ນັກ​ເຄື່ອນ​ໄຫວ
​ຫົວ​ເສຣີນິຍົມ ຄືທ່ານ​ນາງ Aseel al-Awadhi ​ແລະ​ທ່ານ​ນາງ Rola Dashti ແລະ​ທ່ານ​ນາງ
Salwa al-Jasser ອາຈານ​ສອນ​ໃນ​ມະຫາວິທຍາ​ໄລ.
ທີ່ລີທົວເນັຍ: ບ່ອນປ່ອນ​ບັດ​ໄດ້​ໄຂ​ຂຶ້ນແລ້ວໃນ​ຕອນ​ເຊົ້າ​ວັນ​ອາທິດ​ມື້​ນີ້​ ທີ່ລີທົວເນັຍ ​ສຳລັບ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ຊຶ່ງ​ເສດຖະກິດ​ຂອງ​ປະ​ເທດ​ກຳລັງ​ປະສົບ​ກັບ​ບັນຫາ​ຫຍຸ້ງຍາກ​ ຫລັງ​ຈາກ​ໄດ້ເຕີບ ​ໂຕ​ຢ່າງ​
ສມ່ຳສເມີມາເປັນເວລາຫລາຍປີ. ການ​ສຳ​ຫລວດຫາງ​ສຽງ​ປະຊາຊົນ​ ສະ​ແດງ​ໃຫ້​ເຫັນ​ວ່າທ່ານນາງ
Dalai Grybauskaite ຊຶ່ງ​ ເປັນ​ຫົວໜ້າ​ງົບປະ ມານຂອງ​ສະຫະພາບ​ ຢູ​ໂຣບແລະ​ນັກ​ການ​ເມືອງ​ຫົວອິດສະຣະ ກຳລັງ​ມີ​ຄະ​ແນນນຳ​ໜ້າ​ຢ່າງ​ແຂງ​ແຮງ. ຄູ່​ແຂງ​ຂັນ​ທ່ີ​ມີ​ສຽງ​ສນັບ​ສນຸນ​ໃກ້ຊິດ​ທ່ີ​ສຸດ​ຂອງທ່ານ​ນາງ ຊຶ່ງ​ເປັນ​ຫົວ​ໜ້າພັກ​ສັງຄົມ​ປະຊາທິປັດ​ຝ່າຍ​ຄ້ານ ​ໄດ້​ຮັບ​ສຽງ​ສນັບ​ສນຸນຈາກ​ປະຊາຊົນແຕ່ພຽງ ​9​ເປີ​ເຊັນ​ ຕາມການ​ຢັ່ງສຽງ​ປະຊາຊົນ​ນັ້ນ.
ທີ່ມຽນມ້າ: ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນຳ​ຝ່າຍ​ຄ້ານ​ຂອງ​ມຽນມາ ກ່າວ​ວ່າ ​ເວລາ​ນີ້ ທ່ານ​ນາງ​ມີ​ສຸຂະພາບດີ​ ​ແລະ​ພ້ອມ​ທີ່​ຈະ​ປ້ອງ​ກັນ​ດ້ວຍ​ຕົນ​ເອງ​ ​ໃນ​ຄະດີ​ກ່າວ​ຫາ​ຕໍ່​ທ່ານ​ນາງ​ຊຸດໃໝ່​ ໂດຍຣັຖບານ​ທະຫານ​ມຽນມາ​ນັ້ນ
ທ່ານ ນວຽນ(?) ວິນ ​ໂຄສົກ​ພັກ​ສັນ​ນິບາດ​ແຫ່ງ​ຊາດ​ເພື່ອປະຊາທິປ​ໄຕກ່າວ​ວ່າ ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ໄດ້​ຮັບ​ລາງວັນ​ໂນເເບ​ລຂະເເໜງ ສັນຕິພາບ​ນັ້ນ ​ໄດ້​ຖະ​ແລງເຊ່ນ​ນັ້ນ​ ​ເວລາ​ພົບ​ປະກັບ​ທະນາຍຄວາມ​ຂອງ​ທ່ານ​ນາງ​ ເມື່ອວັນ​ເສົາ​ຜ່ານ​ມາ​ນີ້​ທີ່ຄຸກ Insein ທີ່​ມີ​ຊື່​ສຽງ​ເນົ່າ​ເໝັນ​ນັ້ນ.
ທ່ານ​ນາງ​ອອງຊານ​ຊູ​ຈີ ພ້ອມ​ກັບ​ຜູ້​ຊ່ວຍ​ຍິງ​ຂອງ​ທ່ານ​ນາງ​ສອງ​ຄົນຖືກ ຣັຖບານ​ທະຫານ​ມຽນມາ​ຕັ້ງ​ຂໍ້​ຫາ​ວ່າ​ ຝ່າຝືນ​ເງຶ່​ອນ​ໄຂ​ຂອງ​ການ​ກັກບໍລິ​ ເວນ​ ຫລັງ​ຈາກຜູ້​ບຸກລຸກ​ຊາວ​ອາ​ເມ​ລິ​ກັນ​ນາຍ John Yettaw ​ໄດ້ລັກ ລອບ​ເຂົ້າ​ໄປ​ໃນ​ບ້ານ​ພັກ​ຂອງ​ທ່ານ​ນາງ ທີ່​ຕັ້ງ​ຢູ່​ແຄມ​ທະ​ເລ​ສາບ. ຖ້າ​ຫາກຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ແທ້​ນັ້ນ ທ່ານ​ນາງຈະ​ມີ​ສິດຖືກ​ຈຳ​ຄຸກ​ ຮອດ ຫ້າ​ປີ.



XS
SM
MD
LG