ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມພາຄີຊຸດໃໝ່ໃນພາກພື້ນອາເມລິກາ




<!-- IMAGE -->

ພວກ​ຜູ້ນຳ​ຂອງບັນດາປະ​ເທດ​ໃນເຂດເວສເທີນ​ເຮັມມີ​ສ​ເຟຍ ​ຫລື​ຊີກ​ໂລກ​ຕາ​ເວັນ​ຕົກ ກໍ​ຄື​ພາກ​ພື້ນ​ອາ​ເມຣິກາ ໄດ້​ພົບ​ປະກັນ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ສອງ​ມື້ ​ໃນ​ກາງ​ເດືອນ​ເມສາ​ຜ່ານ​ມາ​ນີ້ໃນ​ທ່າມກາງ​ນ້ຳຈິດນ້ຳໃຈ​ທີ່​ຟື້ນ​ຄືນ​ມາ​ໃໝ່ຂອງ​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​. ​ພວກຜູ້ນຳເຫລົ່ານັ້ນໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ປະຊຸມທ່ີກວ້າງ​ຂວາງ ທີ່​ພົວພັນ​ກັບການ​ປະຕິບັດ​ງານ​ຕ່າງໆ​ໃນດ້ານ​ເສດຖະກິດ ພະ​ລັງ​ງານ​ສະອາດ ຄວາມ​ປອດ​ພັຍ​ຂອງ​ສາທາລະນະ ​ແລະ​ການ​ລຸດ​ຜ່ອນ​ຄວາມທຸກ​ຈົນ ຊຶ່ງ​ເປັນ​ແຜນການ​ປະຕິບັດ​ງານ ທ່ີ​ສະຫະຣັຖ ຈະເປັນ​ພາຄີ​ທ່ີ​ມີ​ສະຖານະ​ພາບເທົ່າ​ທຽມກັນ​ ​ແລະ ຈະ​ປະຕິບັດ​ງານຮ່ວມ​ກັບ ​ຕລອດ​ທັງ​ຮັບ​ຟັງປະ​ເທດ​ເພື່ອນ​ບ້ານ​ຂອງ​ຕົນ.

ພວກຜູ້ນຳເຫລົ່ານັ້ນ ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ປະຊຸມທ່ີກວ້າງ​ຂວາງ ທີ່​ພົວພັນ​ກັບການ​ປະ ຕິບັດ​ງານ​ຕ່າງໆ​ໃນດ້ານ​ເສດຖະກິດພະ​ລັງ​ງານ​ສະອາດ ຄວາມ​ປອດ​ພັຍ​ຂອງ​ສາທາລະນະແລະ​ານ​ລຸດ​ຜ່ອນ​ຄວາມທຸກ​ຈົນ ຊຶ່ງ​ເປັນ​ແຜນການ​ປະຕິບັດ​ງານ ທີ່ສະຫະຣັຖ ຈະເປັນ​ພາຄີ​ທີ່​ມີ​ສະຖານະ​ພາບເທົ່າ​ທຽມກັນ​ແລະຈະ​ປະຕິບັດ​ງຮ່ວມ​ກັບ ​ຕລອດ​ທັງ​ຮັບ​ຟັງປະ​ເທດ​ເພື່ອນ​ບ້ານ​ຂອງ​ຕົນ.

ປະທານາ​ທິບໍດີ ບາ​ຣັກ ໂອ​ບາ​ມາ ກ່າ​ວວ່າ ​“ພວກ​ເຮົາ​ໄດ້​ສະ​ແດງ​ໃຫ້​ເຫັນ​ແລ້ວ​ວ່າ ​ບໍ່ມີ​ປະ​ເທດ​ໃດ​ເປັນ​ພາຄີ​ອາວຸ​ໂສ ​ຫລືບໍ່​ອາວຸ​ໂສ​ໃນ​ຂົງ​ເຂດ​ອາ​ເມ​ລິ​ການີ້ ແຕ່ພວກ​ເຮົາເປັນ​ພາຄີເທົ່າ​ກັນ​ໝົດທີ່​ມີ​ຄວາມໝາຍ​ໝັ້ນ ຕໍ່​ການ​ສົ່ງ​ເສີມ ຄວາມ​ສຳ​ເລັດກ້າວ​ໄກ​ຂອງ​ແຜນການ​ປະຕິບັດ​ງານ​ອັນ ດຽວກັນ ​ແລະ​ຕໍ່​ການເອົາ​ຊະນະແລະ​ຂ້າມ​ຜ່ານສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ມີ​ຮ່ວມ​ກັນ​ນັ້ນ​ ​ໃຫ້ໄດ້”

ຄວາມ​ໝາຍ​ໝັ້ນ​ດັ່ງກ່າວ​ນີ້ ຖື​ວ່າ​ສຳຄັນ ​ໃນ​ເວລາ​ທ່ີ​ຄວາມສາມາດ​ປະຕິ​ບັດ​ງານ​ຮ່ວມ​ກັນ ອາດ​ພິສູດໃຫ້​ເຫັນ​ວ່າ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ການຫາ​ທາງ ​ແກ້​ໄຂ​ບັນຫາ​ສະພາວະເສດຖະກິດຖົດຖອຍ​ຢູ່​ໃນ​ເວລາ​ນີ້ ຊຶ່ງ​ເປັນ​ສະພາວະ​ທີ່ຮ້າຍ​ແຮງທີ່ສຸດ​ໃນເກືອບ 70 ປີຜ່ານມາ. ໂດຍ​ສະ​ເພາະໃນ​ຂົງ​ເຂດ​ອາ​ເມ​ລິ​ກາ​ລາ​ຕິນນັ້ນ ວິ​ກິດການ​ຖົດຖອຍ​ຂອງ​ເສ​ດຖະກິດ​ຄັ້ງ​ນີ້ ກຳລັງ​ຂົ່ມຂູ່​ທີ່ຈະ​ຕ່າວ​ປິ້ນຄວາມຈະ​ເຣີນກ້າວໜ້າທາງ​ດ້ານ​ເສດຖະກິດ​ແລະ​ສັງຄົມທີ່​ຂົງ​ເຂດ​ດັ່ງກ່າວ​ໄດ້​ຮັບ​ມາຢ່າງ​ຫລວງ​ຫລາຍ​ ​ໃນ​ໄລຍະ​ຫລາຍໆປີຜ່ານມານີ້.

ເພື່ອ​ຊ່ວຍ​ແກ້​ໄຂ​ວິ​ກິດ​ການ​ການ​ເງິນ​ນີ້ ປະທານາທິບໍດີ​ໂອ​ບາ​ມາ​ໄດ້ປະກາດ​ໃຫ້​ຮູ້​ເຖິງການ​ສ້າງ​ຕັ້ງກອງ​ທຶນ​ໃໝ່​ຂນາດ​ນ້ອຍ ເພື່ອ​ການ​ເຕີບ​ໂຕ​ດ້ານ​ການ​ເງິນ​ ຂຶ້ນ​ມາ ​ໂດຍຈະອະນຸມັດ​ເງິນງົປມານ​ຈຳນວນ​ 100 ລ້ານ​ໂດ​ລາໄວ້ ໃຫ້ສຳ​ຫລັບເປັນ​ທຶນ​ກູ້​ຢືມ​ແກ່​ວົງ​ການ​ທຸລະ​ກິດຂນາດ​ນ້ອຍໆ​ທັງຫລາຍ​ ທ່ີ​ກຳລັງປະ​ເຊີນ​ກັບ​ການຖືກບີບ​ຮັດ​ດ້ານ​ສິນເຊື່ອ ເນຶ່ອງຈາກ​ວິ​ກິດ​ການ​ການ​ເງິນ​ນັ້ນ. ວຽກງານ​ສ່ວນ​ໃຫຍ່​ໃນຂົງ​ເຂດຊີກ​ໂລກ​ຕາ​ເວັນ​ຕົກນີ້ ​ແມ່ນ​ຢູ່​ຕາມ​ພວກ​ບໍລິສັດ ​ແລະ​ທຸລະ​ກິດ​ລາຍນ້ອຍໆ ​ແລະ​ກອງ​ທຶນໃໝ່​ນີ້​ຈະ​ຊ່ວຍ​ຜ່ອນ ຄາຍຄວາມ​ເປັນ​ຫ່ວງ​ຂອງ​ພວກ​ບໍລິສັດເຫລົ່າ​ນີ້ ​ແລະຂອງພວກ​ຄົນ​ງານ​ຂອງ​ເຂົາ​ເຈົ້າ ໃນ​ສະພາວະ​ຕົກ​ຕ່ຳເຊັ່ນນີ້​.

ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ປະ​ເທດ​ອາ​ເມ​ລິ​ກາ​ຄັ້ງ​ນີ້ ບໍ່​ຄືກັບ​ກອງປະຊຸມ​ນາໆ​ຊາດບັ້ນ​ຕ່າງໆ ທີ່ຜ່ານ​ມາ​ ຄືບໍ່​ໄດ້​ຍຸດຕິ​ລົງດ້ວຍ​ການ​ຮັບ​ຜ່ານ​ເອົາແຜນ​ປະຕິບັດ​ການຕົວ​ແບບ​ສຳ​ ຫລັບຂົງ​ເຂດ​ ເພາະວ່າ​ກອງ​ປະຊຸມ​ຄັ້ງນີ້​ບໍ່ໄດ້ຕັ້ງ​ໃຈ ທີ່​ຈະໃຫ້​ເປັນ​ກອງ​ປະຊຸມໃນແບບ​ “ບັ້ນດຽວ​ແກ້​ໄຂໄດ້​ໝົດ​ທຸກ​ຢ່າງ” ​ ​ແຕ່​ໃຫ້​ເປັນ​ກອງ​ປະຊຸມເພື່ອຊີ້ບອກ​ບັນຫາ ​ແລະ​ເພັ່ງ​ເລັງ​ໃສ່​ບັນຫາ​ສຳຄັນໆ​ຕ່າງໆ​ທ່ີ​ກຳລັງ​ປະ​ເຊີນ​ໜ້າ​ຂົງ​ເຂດອາ​ ເມຣິກາຢູ່​ໃນ​ເວລາ​ນີ້.

ບັດ​ນີ້​ ພວກ​ຜູ້ນຳ​ທີ່ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ກໍ​ໄດ້​ຕ່າວ​ຄືນ​ກັບປະ​ເທດ​ຕົນ​ ເພື່ອ​ເລິ່ມປະຕິບັດ​ງານ​ຮ່ວມ​ກັນ ແລກປ່ຽນ​ຄວາມຄິດ​ຄວາມ​ເຫັນ​ ​ແລະ​ແຜນການຊຶ່ງ​ກັນ​ແລະ​ກັນ ​ເພື່ອ​ນຳ​ເອົາ​ຄຳເຫັນ​ດີຕ່າງໆໃນ​ກອງປະ​ຊຸມ​ນັ້ນ​ ມາ​ປະຕິບັດ​ໃຫ້ເປັນ​ໝາກ​ເປັນ​ຜົນ.

ປະທານາທິບໍດີ​ໂອບ​າມາ ກ່າວ​ໃນ​ທີ່ສຸດ​ວ່າ “​ໃນ​ຖານະ​ເປັນ​ປະ​ເທດ​ເພື່ອນບ້ານ​ກັນ​ນັ້ນ ພວກ​ເຮົາລ້ວນ​ແລ້ວ​ແຕ່​ມີ​ຄວາມ​ຮັບຜິດ​ຊອບ​ຕໍ່​ກັນ​ແລະ​ກັນ ​ແລະ​ຕໍ່​ພົນລະ​ເມືອງ​ຂອງ​ພວກ​ເຮົານຳ ​ແລະ​ໂດຍ​ການ​ປະຕິ​ບັດ​ງານ​ຮ່ວມກັນນັ້ນ ພວກ​ເຮົາ​ກໍ​ຈະສາມາດ​ເອົາ​ບາດກ້າວ​ທີ່ສຳຄັນໆໄປ​ສູ່​ການ​ສົ່ງ​ເສີມ ຄວາມ​ຈະເຣີນຮຸ່ງເຮືອງ ຄວາມ​ໝັ້ນຄົງ ​ແລະ​ອິສະຣະພາບ​ ໃຫ້​ກ້າວ​ໄກ​ໄປ​ໜ້າ.

XS
SM
MD
LG