ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະຣັດ ເພິ່ມການຊ່ວຍເຫລືອ ດ້ານການພັທະນາ


<!-- IMAGE -->

ອີ​ງຕາມ​ກະຊວງ​ຕ່າງປະ​ເທດສະຫະຣັດ ນັ້ນ ​ແມ່ນວ່າ ​ໃນ​ປີ 2008 ຜ່ານ​ມາ​ນີ້ ສຫຣ​ໄດ້​ເພີ່ມ​ການ​ຊ່ວຍ​ເຫລືອ​ ສຳລັບ ການພັທະນາ​ຢູ່ໃນ​ທົ່ວ​ໂລກ​ຂື້ນຢ່າງ ຫລວງຫລາຍ ຊຶ່ງນັບ​ວ່າ ອີກ​ຄັ້ງ​ນຶ່ງ​ທີ່ ສຫຣ ຍັງ​ຄົງ​ເປັນ​ປະ​ເທດ​ທີ່ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຕ່າງປະ​ເທດ​ລາຍ​ໃຫຍ່​ທີ່ສຸດແຕ່ຜູ້ດຽວຂອງ​ໂລກ​ ກ່າວ​ຄື​ ເມື່ອ​ປີກາຍ​ນີ້ ພວກ​ປະ​ເທດພວມ​ພັທະ​ນາ​ທັງຫລາຍ​ນັ້ນ ໄດ້​ຮັບການ​ຊ່ວຍ​ເຫລືອ ຈາກ​ສຫຣ ລວມ​ເປັນມູນ​ຄ່າ​ 26 ພັນ​ລ້ານ​ໂດ​ລາ ຄື​ເພີ່ມ​ຂື້ນ​ 4 ພັນ​ສອງ​ຮ້ອຍ​ລ້ານ ຫລື 19 ​ເປີ​ເຊັນ ຈາກ​ປີ 2007. ການ​ຊ່ວຍ​ເຫ​ລື​ອດ້ານ​ການພັທະນາ​ຂອງ​ສຫຣ ​ໄດ້​ເພີ່ມ​ຂື້ນ​ຫລາຍ​ກວ່າ​ສາມ​ເທົ່າ​ຕົວ​ໃນ​ລະຍະ​ສິບ​ປີຜ່ານມາ.

ສະ​ເພາະ​ໃນ​ປີ 2008 ຜ່ານ​ມາ​ນີ້ ມູນ​ຄ່າ​ການ​ຊ່ວຍ​ເຫລືອແກ່​ຕ່າງປະ​ເທດ​ຂອງ​ສຫຣ ຖື​ວ່າ ສູງ​ອັນ​ດັບ​ສອງໃນ​ ປະວັດ​ສາດ​ຂອງ​ພວກ​ໃຫ້ການ​ຊ່ວຍເຫ​ລື​ອທັງ​ໝົດ ຮອງຈາກ​ອັນ​ດັບ​ນຶ່ງ ທີ່​ມີຈຳນວນ​ຫລາຍ​ເປັນ​ປະວັດ​ການຂອງ ສຫຣ ​ຄືໃນ​ຈຳນວນ​ເງິນ 27​ ພັນ​ເກົ້າ ຮ້ອຍລ້ານ​ໂດ​ລາ​ໃນ​ປີ 2005. ການ​ເຕີບ​ໃຫຍ່​ຂຍາຍ​ຕົວ​ຂອງການ​ຊ່ວຍເຫລື​ອດ້ານ​ການພັທະ​ນາຂອງ​ສຫຣ ນັ້ນ ​ແມ່ນ​ເນຶ່ອງມາ​ຈາກ​ການເສີມ​ຂຍາຍ​ ໂຄງການ​ຊ່ວຍ​ເຫລືອຕ່າງໆ​ຂອງ​ສຫຣ​ ອອກ​ໄປໃນ​ຫລາຍໆ ພາກ ສ່ວນ​ຕ່າງກັນ ເຊັ່ນໂຄງການ​ສຸຂະພາບ​ ແລະ​ປ້ອງ​ ກັນເຊື້ອ​ເອັຊ​ໄອ​ວີແລະ​ໂຣກ​ເອດ​ສ໌​ ໃນ​ທົ່ວໂລກ ການ​ຊ່ວຍ​ເຫລື​ອດ້ານ​ມະ​ນຸສະ​ທຳ ​ແລະ​ການ​ຊ່ວຍ​ເຫລືອ​ເພື່ອ​ການ​ເຕີບ​ໂຕ​ດ້ານເສດຖະກິດ. ສ່ວນ​ການຊ່ວຍ​ເຫລືອ​ແກ່​ພວກ​ປະ​ເທດ​ດ້ອຍ​ພັທະນາເມື່ອ​ປີຜ່ານມາ​ນັ້ນ ​ໄດ້​ເພີ່ມ​ຂື້ນ​ 40​ ເປີ​ເຊັນ​ກວ່າ ເປັນ 6 ພັນ 9 ຮ້ອຍ​ລ້ານໂດ​ລາ ຈາກ 4 ພັນ​ 8 ​ຮ້ອຍ​ລ້ານໃນ​ ປີ 2007.

ນອກ​ເໜືອ​ໄປ​ຈາກການ​ຊ່ວຍ​ເຫລືອທາງ​ດ້ານ​ການພັທະນາ​ຂອງ​ຣັຖບານແລ້ວ ກໍຍັງມີ​ການ​ຊ່ວຍ​ເຫລືອຈາກພາກ ສ່ວນ​ເອກ​ກະ​ຊົນ​ຂອງ​ ສຫຣ ຜ່ານການ​ຄ້າ ການ​ລົງ​ທືນ ການ​ສົ່ງເງິນຂອງ​ຊາວ​ອາ​ເມຣິກັນ​ ຄືນ​ເມືອ​ໃຫ້ຍາດຕິ​ພີ່ນ້ອງ ການ​ຊ່ວຍ​ເຫລືອ​ລ້າ ​ແລະ​ການ​ບໍລິຈາກ​ຂອງ​ອົງການ​ເພື່ອ​ການ​ກຸສົນ​ຕ່າງໆ ຄິດເປັນ​ມູນ​ຄ່າ​ຫລາຍ​ພັນ​ລ້ານ​ໂດ​ລາຕື່ມ​ອີກ ​ເພື່ອ​ສະ​ນັບ​ສະ​ນຸນ​ການພັທະນາໃນ​ປະ​ເທດ​ເຫລົ່ານັ້ນ.

ຜ່ານໂຄງການ​ຊ່ວຍ​ເຫລືອ​ຕ່າງປະ​ເທດ​ນັ້ນ ສຫຣ​ແມ່ນ​ພະຍາຍາມ​ຈະ​ຊຸກຍູ້​ການ​ຈະ​ເຣີນ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແບບ​ຍືນຍົງ ສະ​ນັບ​ສະນຸນ​ໃຫ້​ມີ​ການ​ປົກຄອງ​ທີ່​ດີ ​ເພີ່ມ​ໂອກາດ​ໃຫ້​ທຸກ​ຄົນ​ໄດ້​ຮັບ​ການ​ສຶກສາ​ທ່ີ​ມີ​ຄຸນ​ນະພາ​ບ ຕໍ່ສູ້​ກັບ​ພະຍາດ ​ແລະ​ປັບປຸງ​ການ​ສາທາລະນະ​ສຸກ ຕອບ​ສະ​ນອງ​ຄວາມ​ຮຽກຮ້ອງຕ້ອງການ​ດ້ານ​ມະນຸດ​ສະ​ທຳ​ສຸກ ເສີນ ສ້າງ​ຄວາມ​ກ້າວໜ້າ​ດ້ານ​ສິດທິ​ມະນຸດແລະ​ເສ​ຣີພາບ ປ້ອງ​ກັນ​ແລະຕອບ​ໂຕ້​ຕໍ່ການຂັດ​ແຍ່ງກັນ​ທາງ​ອາວຸດ ​ແລະ​ແກ້​ໄຂ​ບັນຫາ​ພັຍ​ຂົ່ມຂູ່​ຂ້າມ​ປະ​ເທດ ​ເຊັ່ນ ລັດທິ​ການກໍ່​ການ​ຮ້າຍໃນ​ລະ​ວ່າງ​ຊາດ ການ​ລັກລອບ​ຂົນ​ສົ່ງ​ມນຸດ ​ແລະການ​ຄ້າ ຂາຍ​ຢາ​ເສບ​ຕິດ​ ທີ່​ຜິດ​ກົດໝາຍ.

ຣັຖບານສຫຣ ​ແມ່ນ​ໄດ້​ເພີ່ມ​ທັງ​ປະລິມານ​ແລະ​ຄຸນ​ນະພາ​ບຂອງ​ການ​ຊ່ວຍເຫລືອ​ແກ່​ຕ່າງປະເທດ​ຂອງ​ຕົນ. ສຫຣ​ ​ແມ່ນມີ​ຄວາມ​ໝາຍ​ໝັ້ນ​ທີ່ຈະໃຫ້​ການ​ຊ່ວຍ​ເຫລືອ​ແບບ​ສອງ​ຝ່າຍ ​ແລະ​ຫລາຍ​ ຝ່າຍ​ ທີ່ມີ​ປະສິດ​ທິຜົນແລະ​ອອກ​ໝາກ​ອອກ​ຜົນ ໃຫ້ສອດຄ່ອງກັບຫລັກການ​ຂອງຄຳ​ປະກາດ​ປາ​ຣີ ​ແລະ​ໝາຍ​ໝັ້ນ​ຕໍ່​ການຊຸກຍູ້ ໃຫ້​ມີ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແບບ​ຢັ້ງຢືນ ​ແລະ​ໃນ​ລະຍະ​ຍາວ ເພື່ອ​ໃຫ້​ພວກ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ນັ້ນ ກຸ້ມ​ຕົນ​ເອງ​ແລະ​ຫລີກ​ລ່ຽງ​ ຈາກການ​ກາງ​ຕໍ່​ເພິ່ງ​ອິງການ​ຊ່ວຍ​ເຫລືອ​ ຈາກ​ຕ່າງປະ​ເທດຢູ່​ເລື້ອຍ​ໄປ​ນັ້ນ.

XS
SM
MD
LG