ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມະຫາວີທະຍາອາເມຣິກາ ສອນການກະເສດແບບຍືນຍົງ


ມີມະຫາວິທະຍາ​ໄລ​ຫລາຍແຫ່ງ​ຢູ່​ ສະຫະຣັດ​ອາ​ເມຣິ​ກາ​ ທີ່ສະ​ເນີ​ຫລັກ ສູດ​ການສຶກສາໃນ​ດ້ານການ​ກະສິກຳ. ຫາກ​ແຕ່​ວ່າ ມີມະ ຫາວິທະຍາ​ໄລ ພຽງ​ບໍ່​ເທົ່າ​ໃດ​ແຫ່ງທີ່​ສິດ​ສອນວິທີ​ເຮັດ​ໄຮ່​ເຮັດນາ ຕາມ​ແບບ​ພື້ນເມືອງໃນ​ພາກຕົວ​ຈິງ​ ໄປ​ພ້ອມ​ກັບ​ການຮຽນຢູ່​ໃນ​ຫ້ອງຮຽນ.

ກະສິກຳແບບຍືນ​ຍົງ ​ແມ່ນ​ເປົ້າໝາຍສຳ​ຄັນ​ທີ່​ສຸດ​ຢູ່ມະຫາວິທະຍາ​ໄລ ເຫລົ່າ​ນີ້. ​ເຂົາ​ເຈົ້າ​ສອນ​ໃຫ້​ເຫັນ​ຄວາມ​ສຳຄັນ​ໃນ​ການເຮັດ​ໄຮ່​ທຳນາ​ເພື່ອ​ ປັບປຸງສິ່ງ​ແວດ​ລ້ອມໃຫ້​ດີ​ຂຶ້ນ ​ແລະ​ໝຸນໃຊ້​ຊັພະຍາ​ກອນ​ທຳ​ມະ​ຊາດ​ຢ່າງ​ຖືກຕ້ອງ. ນັກສຶກສາ ຈະ​ຮຽນ​ວິທີປູກພືດ​ເປັນ​ອາຫານ​ ແບບບໍ່ໃຊ້ ປຸຍເຄມີ ແລະ ​ໃຊ້​ເຊື້ອ​ໄຟ​ແລະສານເຄ​ມີ​ໜ້ອຍທີ່​ສຸດ.

ມະຫາວິທະຍາ​ໄລ ສ​ເຕີ​ລິງ ຢູ່​ເມືອງ​ແຄ​ຣັບສ​ເບີ​ຣີ ຄັມເມິນ (Crafts-bury Common) ຢູ່ລັດ​ເວີ​ມອນ ເປັນມະຫາວິທະຍາ​ໄລ​ແຫ່ງໜຶ່ງ ທີ່​ສະໜັບສະໜູນກະສິກຳແບບຍືນ​ຍົງ. ນັກສຶກສາຂະ​ແໜງ​ກະສິກຳ​ຢູ່ ​ມະຫາ​ວິທະຍາ​ໄລ​ນີ້ ​ຮຽນປູກພືດ​ຜັກ​ກິນເອົາ​ເອງ. ພວກ​ເຂົາ​ເຈົ້າ​ພວນ ດິນ​ເພື່ອ​ປູກ​ພືດ​ ໂດ​ຍ​ໃຊ້ມື​ຕົນ​ເອງຫລື ໃຊ້ອຸປະກອນ​ງ່າຍໆ​ແບບພື້ນ​ບ້ານ ໂດຍ​ບໍ່ຕ້ອງ​ບໍ່​ອາ​ໃສເຄື່ອງຈັກ​ໃຫຍ່​ໆ ທີ່​ໃຊ້​ນ້ຳມັນ​ຫລາຍ. ໃນເດືອນ​ນີ້​ ພວກ​ນັກ​ສຶກສາ ພາກັນ​ຮຽນ​ເຮັດ​ນ້ຳຕານ​ ​ແລະນ້ຳ​ຕານ ເຊື່ອມຈາກ​ຕົ້ນເມເປີ້ນ. ຫລັງ​ຈາກ​ຄູດເອົາ​ຢາງ​ນ້ຳຕານ​ຈາກ​ຕົ້ນເມເປີ້ນແລ້ວເຂົາ​ເຈົ້າກໍ​ເອົາຢາງ​ນ້ຳຕານ​ໄປຕົ້ມຢູ່​ເຮືອນ​ຕູບສຳ​ລັບ​ເຮັດ​ນ້ຳຕານ ທີ່​ເຂົາ​ເຈົ້າເປັນ​ຜູ້​ປຸກ​ຂື້ນ​ມາ. ​ນອກ​ນັ້ນ​ແລ້ວ ມະຫາວິທະຍາ​ໄລ ຍັງມີ​ຄອກສັດ ທີ່ໃຊ້​ພະລັງ​ຈາກແສງຕາ​ເວັນ, ມີສວນຜັກ​ສວນ​ດອກ​ໄມ້, ມີ ຕົ້ນໄມ້ກິນໝາກ​, ເຮືອນ​ແກ້ວ ສຳລັບ​ປູກ​ຜັກ ​ແລະ ສັດຕ່າງໆ.


ປະທານຂອງມະຫາວິທະຍາ​ໄລ ສ​ເຕີ​ລິງ ທ່ານ ວີລ ວູດ​ເຕິນ ​(Will Wootton) ເວົ້າວ່າ ໂຄງ ການກະສິກຳແບບຍືນ​ຍົງຂອງ​ໂຮງຮຽນ ຍັງ​ຈ່າຍເງິນ​ຄ່າ​ຈ້າງ​ໃຫ້ພວກ​ນັກ​ສຶກສາສຳ​ລັບ​ວຽກເຮັດ​ໄຮ່​ເຮັດ​ສວນນຳ ອີກ​ ເຊິ່ງ​ເງິນ​ເຫລົ່າ​ນັ້ນ ​ໄດ້ຊ່ອຍ​ຫລຸດຄ່າຮ່ຳ​ຮຽນຂອງເຂົາ​ເຈົ້າ. ນອກ ຈາກ​ປູກ​ຜັດ​ໝາກ​ໄມ້​ແລ້ວ ພວກ​ນັກຮຽນ ​ຍັງຕ້ອງໄດ້ລ້ຽງດູງົວ​, ເປັດ ໄກ່, ໄກ່ງວງ,ແບ້, ແກະ, ​ໝູ ​ແລະ ​ໂຕ​ລາມາ​ ທີ່ໃຊ້​ເຝົ້າສັດ (guard llama).

ມະຫາວິທະຍາ​ໄລ ​ໂກ​ເຊິ​ນ ຢູ່ເມືອງ​ວຸຟ ​ເລັກ (Wolf Lake) ​ໃນລັດ ອິນ​ດີ​ເ​ເອນາ ​ກໍແມ່ນມະຫາວິທະຍາ​ໄລອີກ​ແຫ່ງ​ນຶ່ງ​ ​ທີ່​ສອນການ​ເຮັດ ກະສິກຳແບບຍືນ​ຍົງ. ໃນເດືອນ​ມິຖຸນາ ນັກຮຽນ​ໃນໂຄງການກະ​ເສດ​ ນິ​ເວດ​ວິທະຍາຍາມພັກ​ຮ້ອນແບບເລັ່ງລັດ (Agroecology Summer Intensive Program) ຈະ​ເລີ້ມ​ສຶກສາ​ຫລັກສູດ​ ການຮຽນຮູ້ກ່ຽວກັບ​ດິນ ຂັ້ນ​ເລີ້ມຕົ້ນ. ວິຊາ​ກະເສດ​ນິ​ເວດ​ວິທະຍາ​ ຫລື Agroecology ແມ່ນ​ການສື​ກສາ​ເບິ່ງ​ຄວາມ​ສຳພັນກັນ​ລະ​ຫວ່າງ ພື​ດກະສິກຳແລະສິ່ງ​ແວດ​ລ້ອມ.

ພ້ອມກັນນັ້ນ ນັກສຶກສາທີ່​ມະຫາວິທະຍາ​ໄລ ​ໂກ​ເຊິ​ນ (Goshen) ​ກໍ​ຈະ​ພາກັນ​ເລີ້ມເຮັດ​ວຽກຢູ່ ຟາ​ມ​ຂອງ ມະຫາວິທະຍາ​ໄລ​ເປັນ​ເວລາ​ນານ​ເຖິງເກົ້າອາທິດ. ​ເຂົາເຈົ້າຈະ​ພາກັນ​ປູກ​ພືດຫລາຍຊະນິດ ເຊ່ນ​ພວກ​ຜັດ​ກາດ​ຂຽວ, ຜັກ​ກະ​ລໍ່າປີ, ໝາກ​ເລັ່ນ, ຜັກສະ​ລັດ ​ແລະໝາກ​ເຂືອ. ພວກ​ເຂົາ​ເຈົ້າ​ຈະ​ຮຽນ​ວິທີ​ເຮັດ​ຝຸ່ນປຸຍ​ທຳ​ມະ​ຊາດ ​ໂດຍປະສົມໃບ​ໄມ້, ຂີ້​ສັດ ​ແລະ ເສດອາຫານຈາກ​ເຮືອນຄົວ​ຂອງມະຫາວິທະຍາ​ໄລ​ ເພື່ອ​ເຮັດ​ປຸຍ​ມັກ. ພວກ​ນັກຮຽນ​ຈະໃຊ້ປຸຍ​ປະສົມນີ້ ເປັນ​ຝຸ່ນ​ໃສ່​ສວນ​ແທນ​ການ​ໃຊ້ ປຸຍເຄມີທີ່​ອາດ​ທຳລາຍສິ່ງ​ແວດ​ລ້ອມໄດ້ນັ້ນ.ສາ​ສະ​ດາ​ຈານ​ເດ​ລ ແຮັ​ສ (Dale Hess) ​ເຊິ່ງເປັນ​ຜູ້ຄວບ​ຄຸມໂຄງການ​ການ​ສຶກສາສິ່ງແວດ​ລ້ອມ​ຂອງ ມະຫາວິທະຍາ​ໄລ ​ໂກ​ເຊິ​ນ(Goshen) ​ເວົ້າວ່າ ຄຸນ​ຄ່າທີ່​ສຳຄັນ​ທີ​ສຸດຂອງກະສິກຳແບບຍືນ​ຍົງນີ້ ​ແມ່ນ​ການ​ໃຊ້​ສິ່ງ​ທີ່​ທ່ານ​ມີ​ຢູ່​ແລ້ວນັ້ນ​ ໃຫ້​ເປັນ​ປະ​ໂຫຍ​ດຫລາຍ​ທີ່​ສຸດ. ​ທ່ານ​ກ່າວ​ວ່າ ການ​ຮູ້ຈັກ​ວິທີ​ທຳ​ໄຮ່​ທຳ​ນາ​ແບບນີ້ ຈະ​ມີ​ຄຸນຄ່າ​ຫລາຍ​ທີ່​ສຸດ​ໃນ​ເວລາ​ທີ່ ພວກ​ເຮົາ​ ຫາກບໍ່ມີເຊື້ອ​ໄຟຈາກ​ຫີນອີກແລ້ວ. ສາ​ສະ​ດາ​ຈານແຮັສ (Dale Hess) ​ເວົ້າວ່າ ຄວາມ​ໝັ້ນຄົງທາງ​ດ້ານ​ສະບຽງອາຫານ ໝາຍ​ເຖິງຄວາມ​ໝັ້ນຄົງ​ຂອງປະ​ເທດຊາດ.


XS
SM
MD
LG