ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກທາລີບານໃນປາກິສຖານ ເລີ້ມຖອນ ອອກຈາກເມືອງບູເນີ


ປາກິສຖານ - ທາລີບານ: ພວກຫົວຮຸນແຮງ ທາລີບານ ໃນປາກິສຖານເລີ້ມຖອນໂຕອອກໄປ ຈາກ ເມືອງໆນຶ່ງ ໃນເຂດ ພາກຕາ ເວັນຕົກ ສຽງເໜືອ ທີ່ພວກເຂົາ ໄດ້ແຊກຊຶມ ເຂົ້າໄປ ໃນຕົ້ນ ອາທິດນີ້. ທ່ານ SYED MOHAMMED JAVED ຫົວໜ້າ ເຈົ້າໜ້າທີ່ ປົກຄອງ ຂອງຣັຖບານ ຢູ່ໃນເຂດ ດັ່ງກ່າວ ເວົ້າວ່າ ພວກນັກຣົບ ທາລີບານ ເລີ້ມຖອນ ກຳລັງ ອອກໄປ ຈາກເມືອງ BUNER ແລ້ວ ແລະກັບຄືນ ໄປຍັງ ເຂດທີ່ໝັ້ນ ຂອງພວກເຂົາ ໃກ້ໆຮ່ອມພູ SWAT. ເຈົ້າໜ້າທີ່ ທ້ອງຖິ່ນ ຄົນນຶ່ງ ກ່າວວ່າ ພວກທາລີບານ ທີ່ຢູ່ ໃນເມືອງ BUNER ສາມາດ ຢູ່ໃນເມືອງ ດັ່ງກ່າວນີ້ ໄດ້ຕໍ່ໄປ ຕາບໃດ ທີ່ພວກເຂົາ ບໍ່ທຳການ ລາຕເວນ ຕາມຖນົນ ຫົນທາງ. ປາກິສຖານ ໄດ້ສົ່ງ ກຳລັງພິເສດ ຈຳນວນ ຫລາຍຮ້ອຍຄົນ ໄປຍັງ ເຂດດັ່ງກ່າວ ຫລັງຈາກ ພວກຫົວຮຸນແຮງ ທາລີບານ ເລີ້ມຕັ້ງດ່ານກວດ ທີ່ເມືອງ BUNER ຫ່່າງຈາກ ນະຄອນຫລວງ ອິສລາມາບັດ ບໍ່ຮອດ 100 ຫລັກ ກິໂລແມັດ. ມີລາຍງານວ່າ ພວກຫົວຮຸນແຮງ ທາລີບານ ຍັງໄດ້ສົ່ງ ກຳລັງ ເຂົ້າໄປ ໃນເຂດເມືອງ SHANGLA ທີ່ຕັ້ງຢູ່ ໃກ້ຄຽງ. ສະຫະຣັດ ໄດ້ສະແດງ ຄວາມວິຕົກ ກັງວົນ ເປັນທີ່ສຸດ ກ່ຽວກັບ ຄວາມກ້າວໜ້າ ທາງທະຫານ ແລະການເມືອງ ຂອງພວກ ທາລີບານ.

ສຣີລັງກາ: ເຈົ້າໜ້າທີ່ອະວຸໂສຂອງອິນເດັຽ 2 ຄົນ ໄດ້ເດີນທາງ ໄປຍັງ ສຣີລັງກາ ໃນວັນສຸກ ມື້ນີ້ ເພື່ອ ພົບປະ ກັບ ປະທາ ນາທິບໍດີ ສຣີລັງກາ ທ່ານ MAHINDA RAJAPAKSA ແລະຮຽກຮ້ອງ ໃຫ້ສຣີລັງກາ ຢຸດເຊົາ ການປະຕິບັດງານ ບຸກໂຈມຕີ ທາງທະຫານ ຕໍ່ພວກກະບົດ ເສືອທະມິລ. ອິນເດັຽ ໄດ້ສົ່ງ ທີ່ປຶກສາ ທາງດ້ານ ຄວາມໝັ້ນຄົງ ແຫ່ງຊາດ ແລະ ຣັຖມຸນຕຣີ ການຕ່າງປະເທດ ໄປຍັງ ສຣີລັງກາ ເພື່ອສະແດງ ຄວາມວິຕົກ ກັງວົນ ຂອງອິນເດັຽ ຕໍ່ພົລເຮືອນ ທີ່ຍັງຕົກຄ້າງ ຢູ່ໃນເຂດ ທີ່ຍັງມີ ການສູ້ຣົບກັນ. ພວກນັກ ການເມືອງ ອິນເດັຽ ໄດ້ຮັບ ຄວາມກົດດັນ ຈາກຊາວ ທະມິລ ຊຶ່ງເປັນຊົນ ກຸ່ມນ້ອຍ ແຕ່ເປັນກຸ່ມ ທີ່ມີ ຄວາມສຳຄັນ ໃນການ ລົງຄະແນນສຽງ ການເລືອກຕັ້ງ ສະພາແຫ່ງຊາດ ຂອງອິນເດັຽ ທີ່ກຳລັງ ດຳເນີນຢູ່ ໃນເວລານີ້. ລາຍງານ ຂອງອົງການ ສະຫະປະຊາຊາດ ທີ່ນຳອອກ ເຜີຍແຜ່ ໃນວັນສຸກ ມື້ນີ້ ແຈ້ງວ່າ ມີພົລເຮືອນ ເກືອບ 6 ພັນ 500 ຄົນ ໄດ້ເສັຽຊີວິດ ໃນບັນຫາ ຂັດແຍ້ງ ດັ່ງກ່າວ ໃນໄລຍະ 3 ເດືອນ ຜ່ານມາ ຂະນະທີ່ ອີກ 14 ພັນຄົນ ໄດ້ຮັບ ບາດເຈັບ. ກຳລັງ ມີຄວາມວິຕົກ ກັງວົນ ເພີ້ມຂຶ້ນ ກ່ຽວກັບ ການບາດເຈັບ ລົ້ມຕາຍ ຂອງພົລເຮືອນ ຂະນະທີ່ ກອງທັບ ສຣີລັງກາ ເປີດສາກ ບຸກໂຈມຕີ ຂັ້ນສຸດທ້າຍ ເຂົ້າໄປ ໃນເຂດ ສມໍຣະພູມ ທີ່ມີຂນາດ ນ້ອຍລົງນັບມື້.

ເກົາຫລີເໜືອ - ນັກຂ່າວອະເມຣິກັນ: ເກົາ ຫລີເໜືອ ກ່າວວ່າ ນັກຂ່າວ ອະເມຣິກັນ 2 ຄົນ ທີ່ຖືກຈັບໃ ເດືອນແລ້ວ ໃກ້ໆ ຊາຍແດນ ຈີນນັ້ນ ຈະຖືກ ນຳໂຕຂຶ້ນສານ ໃນຂໍ້ຫາ ທີ່ບໍ່ໄດ້ ມີການ ຣະບຸ ໃຫ້ຊາບ. ອົງການຂ່າວ ສູນກາງ ຂອງທາງການ ເກົາຫລີເໜືອ ລາຍງານວ່າ ນາງ EUNA LEE ແລະນາງ LAURA LING ຈະຖືກ ນຳໂຕຂຶ້ນສານ ບົນພື້ນຖານ ຂອງ ອາຊຍາກັມ ທີ່ໄດ້ຮັບການ ຢືນຢັນວ່າ ພວກເຂົາເຈົ້າ ໄດ້ກະທຳ. ກ່ອນໜ້ານີ້ ພຽງຢາງ ກ່າວວ່າ ນັກຂ່າວ ທັງສອງ ໄດ້ຖືກສືບສວນ ໃນການເຂົ້າໄປ ໃນເຂດແດນ ເກົາຫລີເໜືອ ແບບຜິດກົດໝາຍ ແລະໄດ້ ດຳເນີນການ ທີ່ເປັນປໍຣະປັກ. ນາງ LEE ແລະນາງ LING ກຳລັງ ລາຍງານຂ່າວ ກ່ຽວກັບ ອົພຍົບ ເກົາຫລີເໜືອ ຢູ່ໃນຈີນ ໃຫ້ໂທຣະພາບ CURRENT ຊຶ່ງເປັນ ສື່ມວນຊົນ ຂອງສະຫະຣັດ ເວລາ ບຸກຄົນທັງສອງ ຖືກຈັບ ໃນວັນທີ 17 ມີນາ ຜ່ານມານີ້. ພວກນັກ ສັງເກດການ ທາງດ້ານ ການເມືອງ ກ່າວວ່າ ເກົາຫລີເໜືອ ໄດ້ສວຍໃຊ້ ແມ່ຍິງທັງສອງ ເພື່ອເປັນ ເຄື່ອງຕໍ່ຮອງ ໃນການ ເຈຣະຈາ ກັບ ສະຫະຣັດ ໃນອະນາຄົດ ກ່ຽວກັບ ໂຄງການ ນິວເຄລັຽ ຂອງຕົນ. ວໍຊິງຕັນ ບໍ່ມີ ຄວາມສັມພັນ ທາງດ້ານ ການທູດ ກັບ ເກົາຫລີເໜືອ ແລະກຳລັງ ດຳເນີນງານ ຜ່ານທາງ ສະຖານທູດ ສວິສ ໃນພຽງຢາງ ເພື່ອເຈຣະຈາ ໃຫ້ມີ ການປ່ອຍ ນັກຂ່າວ ທັງສອງ.

ເກົາຫລີເໜືອ - ນິວເຄລັຽ: ເກົາຫລີເໜືອ ກ່າວຕໍ່ ຣັຖມຸນຕຣີ ການຕ່າງປະເທດ ຣັດເຊັຽ ທ່ານ SERGEI LAVROV ທີ່ເດີນທາງ ໄປຢ້ຽມຢາມ ເກົາຫຼີເໜືອ ນັ້ນວ່າ ຕົນບໍ່ມີຫຍັງ ທີ່ຈະສວຍໃຊ້ ຕໍ່ໄປອີກ ກ່ຽວກັບ ການເຈຣະຈາ ຂອງນາໆຊາດ ເພື່ອປົດ ອາວຸດ ນິວເຄລັຽ. ອີງຕາມ ຖແລງຂ່າວ ຂອງກະຊວງ ການຕ່າງ ປະເທດ ທີ່ພິມ ເຜີຍແຜ່ ໂດຍ ສື່ມວນຊົນ ຂອງ ທາງການ ເກົາຫລີເໜືອນັ້ນ ທ່ານ LAVROV ໄດ້ບັນທຶກ ກ່ຽວກັບ ທ່າທີ ຂອງ ເກົາຫລີເໜືອ ທີ່ໄດ້ບ໋ອຍຄອດ ຫລືຖອນໂຕ ຈາກການ ເຈຣະຈາ ຂອງນາໆຊາດ ໃນຣະຫວ່າງ ທີ່ທ່ານ ໄດ້ພົບປະ ກັບ ຣັຖມຸນຕຣີ ການຕ່າງປະເທດ ເກົາຫລີເໜືອ ໃນມື້ ວານນີ້. ລຸນຫລັງ ການພົບປະ ທ່ານ LAVROV ກ່າວຕໍ່ ພວກນັກຂ່າວວ່າ ທ່ານບໍ່ຄາດວ່າ ຈະມີ ຄວາມກ້າວໜ້າ ເກີດຂຶ້ນ ຢ່າງວ່ອງໄວ ກ່ຽວກັບ ບັນຫາ ຂັດແຍ້ງ ດັ່ງກ່າວນີ້. ລາຍງານຂ່າວ ແຈ້ງວ່າ ນອກນັ້ນ ທ່ານ LAVROV ຍັງໄດ້ ໃຫ້ການ ຢືນຢັນ ອີກເທື່ອນຶ່ງ ກ່ຽວກັບ ທ່າທີ ຂອງຣັດເຊັຽ ໃນການ ລົງໂທດ ຄັ້ງໃໝ່ ຂອງອົງການ ສະຫະ ປະຊາຊາດ ຕໍ່ ເກົາຫລີເໜືອ. ທ່ານ LAVROV ແມ່ນ ເຈົ້າໜ້າທີ່ ຂັ້ນສູງ ຄົນທຳອິດ ທີ່ໄດ້ ເດີນທາງ ໄປຢ້ຽມຢາມ ເກົາຫລີເໜືອ ນັບແຕ່ ພຽງຢາງ ໄດ້ປະກາດ ໃນຕົ້ນ ເດືອນນີ້ວ່າ ຕົນໄດ້ຖອນໂຕ ອອກຈາກ ການເຈຣະຈາ ແລະຈະເລີ້ມ ໂຄງການ ຜລິດ ທາດປລູໂຕນຽມ ທີ່ສາມາດ ນຳໄປສ້າງ ອາວຸດໄດ້ນັ້ນ ຄືນໃໝ່.

ໄທ - ການເມືອງ: ນາຍົກ ຣັຖມຸນຕຣີໄທ ທ່ານ ອະພິຊິດ ເວດຊາຊີວະ ໄດ້ຍົກເລີກ ພາວະສຸກເສີນ ແລະສະແດງ ຄວາມຫວັງ ກ່ຽວກັບ ການສ້າງ ຄວາມປອງດອງຊາດ ລຸນຫລັງທີ່ໄດ້ມີ ການປະ ທ້ວງ ຕໍ່ຕ້ານຣັຖບານ ຢ່າງຮຸນແຮງ. ທ່ານອະພິຊິດ ກ່າວຕໍ່ ກອງປະຊຸມ ນັດພິເສດ ຂອງສະພາ ແຫ່ງຊາດ ໃນວັນສຸກ ມື້ນີ້ວ່າ ພາວະສຸກເສີນ ໄດ້ມີການຍົກເລີກ ເພື່ອສະແດງ ໃຫ້ໂລກ ເຫັນວ່າ ປະເທດໄທ ໄດ້ກັບຄືນ ເຂົ້າສູ່ ສະພາບ ປົກກະຕິແລ້ວ. ທ່ານກ່າວວ່າ ການເຄື່ອນໄຫວ ທີ່ວ່ານີ້ ໄດ້ມີຂຶ້ນ ເພື່ອຊອກ ສແວງຫາ ຊ່ອງທາງ ແກ້ໄຂ ວິກິຕການ ທາງດ້ານ ການເມືອງ ໃນໄທ ທີ່ຍັງ ດຳເນີນຢູ່ຕໍ່ມາ ແລະໃຫ້ ປະເທດໄທ ກ້າວໄປ ຂ້າງໜ້າ. ແຕ່ແນວໃດ ກໍຕາມ ທ່ານອະພິຊິດ ເວົ້າວ່າ ທະຫານ ຍັງຈະສືບຕໍ່ ປະຈຳການ ຢູ່ຕາມ ຈຸດຕ່າງໆ ຂະນະທີ່ ພວກປະທ້ວງ ຕໍ່ຕ້ານ ຣັຖບານ ກ່າວວ່າ ຕົນມີແຜນການ ທີ່ຈະຈັດ ການໂຮມຊຸມນຸມ ຢ່າງສັນຕິຂຶ້ນ ທີ່ບາງກອກ. ໄທ ໄດ້ປະກາດ ພາວະ ສຸກເສີນ ໃນວັນທີ 12 ເດືອນນີ້ ລຸນຫຼັງ ການກໍ່ ຈະລາຈົນ ແລະການ ປະທ້ວງ ທະວີ ຄວາມຮ້າຍແຮງຂຶ້ນ. ໃນຈຸດ ສຸດຍອດນັ້ນ ການປະທະກັນ ຢ່າງຮຸນແຮງ ທີ່ບາງກອກ ເຮັດໃຫ້ມີ ຜູ້ເສັຽຊີວິດ 2 ຄົນ ແລະບາດເຈັບ ອີກຫລາຍກວ່າ 100 ຄົນ.

ອີຣັກ: ຕຳຣວດ ອີຣັກ ກ່າວວ່າ ການໂຈມຕີ ດ້ວຍຣະເບີດ ສະລະຊີບ 2 ຄັ້ງທີ່ນະຄອນຫຼວງ ແບັກແດັດ ໃນມື້ນີ້ ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 60 ຄົນ ແລະໄດ້ຮັບ ບາດເຈັບ ຫລາຍກວ່າ 100 ຄົນ ຊຶ່ງໄດ້ ເພີ້ມໃສ່ ຄວາມຮຸນແຮງ ທີ່ໄດ້ ທະວີຂຶ້ນ ຢູ່ໃນອີຣັກ ເມື່ອໄວໆມານີ້. ເຈົ້າໜ້າທີ່ ກ່າວວ່າ ການໂຈມຕີ ດ້ວຍຣະເບີດ ສະລະຊີບ ທັງ 2 ຄັ້ງ ໄດ້ມີຂຶ້ນ ທີ່ໂບດສັກສິດ ຂອງສາສນາ ອິສລາມ ນິກາຍ ຊີໄອທ໌ ແຫ່ງນຶ່ງ ທີ່ຄຸມ KAZIMIYAH. ໃນມື້ວານນີ້ ການໂຈມຕີ ດ້ວຍຣະເບີດ ສະລະຊີບ 2 ຄັ້ງ ໃນອີຣັກ ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 78 ຄົນ ຊຶ່ງເປັນມື້ນຶ່ງ ທີ່ມີການ ກໍ່ຄວາມ ຮຸນແຮງ ຮ້າຍແຮງ ທີ່ສຸດ ຢູ່ໃນອີຣັກ ພາຍໃນ ໄລຍະ ນຶ່ງປີກວ່າໆ. ການໂຈມຕີ ຮ້າຍແຮງສຸດ ເຮັດໃຫ້ ມີຜູ້ເສັຽຊີວິດ 47 ຄົນ ທີ່ແຂວງ DIYALA ຫຼາຍໆຄົນ ເປັນພວກ ສແວງບຸນ ຊາວອີຣ່ານ ທີ່ນັບຖື ສາສນາ ອິສລາມ ນິກາຍຊີໄອທ໌. ອົງການຂ່າວ ເອພີ ລາຍງານວ່າ ອີງຕາມ ການນັບ ຂອງຣັຖບານ ອີຣັກແລ້ວ ມີຊາວ ອີຣັກ ເສັຽຊີວິດ ຫຼາຍກວ່າ 87 ພັນຄົນ ໃນຄວາມ ຮຸນແຮງ ເລີ້ມແຕ່ ປີ 2005 ເປັນຕົ້ນມາ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ ໂດຍຄລິກບ່ອນສຽງ.

XS
SM
MD
LG