ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນລາວ ຍັງສືບຕໍ່ໄດ້ຮັບເຄາະ ຈາກລະເບີດບໍ່ທັນແຕກ


ທາງ​ການ​ລາວ​ລະບຸ​ວ່າ ຍັງ​ຄົງ​ມີ​ປະຊາຊົນ​ລາວ​ໄດ້​ຮັບ​ເຄາະ​ກຳ​ຈາກ​ລະ​ເບີດບໍ່ທັນ​ແຕກຢູ່​ຢ່າງ​ຕໍ່​ເນື່ອງ ​ໃນຂະນະ​ທີ່​ລາວ​ເອງກໍ​ຍັງ​ຄົງ​ເປັນ​ປະ​ເທດທີ່​ມີ​ລະ​ເບີດ​ບໍ່ທັນ​ແຕກ​ຕົກຄ້າງ​ຫລາຍ​ທີ່​ສຸດຢູ່​ໃນ​ໂລກ.

ທ່ານ ພົນ​ໂທດວງ​ໃຈ ​ພິຈິດ ຮອງ​ນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃນ​ຖາ​ນະ​ປະທານ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ການ​ຄຸ້ມຄອງ ​ແລະ ​ເກັບກູ້ລະເບີດບໍ່ ທັນແຕກຂອງ ​ລັດຖະບານ​ລາວ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ​ໃນ​ໄລຍະ​ນັບ​ຈາກ ​ປີ 1975 ​ເປັນຕົ້ນມາ ປະຊາຊົນ​ລາວ​ຍັງ​ຄົງ​ໄດ້​ຮັບ​ເຄະ​ກຳ​ຈາກ​ລະ​ເບີດ​ບໍ່ທັນ​ແຕກທີ່​ຕົກ​ຄ້າງ​ ຢູ່​ໃນ​ປະ​ເທດ​ລາວເລື້ອຍມາ​ຈົນ​ເຖິງທຸກ​ມື້ນີ້. ​ໃນແຕ່ລະ​ປີນັ້ນກໍ​ປະກົດ​ວ່າ ມີ​ປະຊາຊົນ​ລາວ​ເຖິງ ສາມ​ຮ້ອຍ​ກວ່າ​ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ ​ແລະ ລົ້ມຕາຍຈາກ​ອຸປັດຕິ​ເຫດ​ທີ່​ເກີດ​ຂຶ້ນຈາກ​ລະ​ເບີດ​ບໍ່ທັນ​ແຕກ​ດັ່ງກ່າວ. ທ່ານ​ພົນ​ໂທ ດວງ​ໃຈ ຍັງ​ໄດ້​ລະບຸ​ດ້ວຍ​ວ່າ ສາ​ເຫດ​ສຳຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ເກີດ​ສະພາບ​ການ​ດັ່ງ​ກາວ​ຂຶ້ນຢູ່​ໃນ​ລາວ ກໍ​ຍ້ອນວ່າ​ໃນ​ໄລຍະ​ນັບ​ຈາກ​ ປີ 1963 ຫາ ປີ 1973 ອັນ​ເປັນ​ໄລຍະ​ຂອງ​ສົງຄາມ​ອິນດູຈີນ ນັ້ນ ກອງທັບ​ຂອງ​ສະຫະລັດ​ອາ​ເມ​ລິ​ກາ ​ໄດ້​ສົ່ງ​ເຄື່ອງ​ບິນ​ຖີ້ມລະ​ເບີດ​ໃນ​ດິນ​ລາວ ​ຈຳນວນ​ຫລາຍ​ກວ່າ 580,000 ຖ້ຽວບິນ ​ໂດຍ​ຄິດ​ເປັນ​ປະລິມານ​ລະ​ເບີດທີ່ໜັກກວ່າ ສອງ​ລ້ານ​ຕັນ ຫລື ຄຶດ​ໄລ່​ໄດ້​ຫລາຍ​ກວ່າ 270 ລ້ານ​ຫນ່ວຍ ​ແລະ ປະມານ 30% ​ໃນ​ປະລິມານ​ລະ​ເບີດ​ດັ່ງກ່າວ​ນີ້ ກໍ​ຄື​ລະ​ເບີດ​ທີ່​ບໍ່ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່​ໃນ​ດິນລາວ ​ໃນ​ເນື້ອທີ່​ກວ້າງ​ກວ່າ 87,000 ​ກິ​ໂລ​ເມັດ​ມົນທົນ ຫລື ຄຶດ​ເປັນ​ 25% ຂອງ​ຈຳນວນໝູ່ບ້ານ​ທັງໝົດ​ໃນລາວ​ໃນ​ປະຈຸ​ບັນ. ຍິ່ງ​ໄປ​ກວ່າ​ນັ້ນ ​ໃນ​ພື້ນທີ່ ທີ່​ມີ​ລະ​ເບີດ​ບໍ່ທັນ​ແຕກ​ຕົກ​ຄ້າງ​ຢູ່​ໃນ​ປະຈຸ​ບັນ ກໍ​ຍັງ​ປະກົດ​ວ່າ ມີ​ຢູ່​ເຖິງ 12,427 ກິ​ໂລ​ເມັດ​ມົນທົນ ທີ່​ມີລະເບີດບໍ່ທັນແຕກຕົກ​ຄ້າງ​ຢູ່​ຢ່າງໜາແໜ້ນ ​ແລະ ກໍ​ມີ​ຄວາມ​ສ່ຽງສູງ ຕໍ່ຊີວິດ ​ແລະ ຮ່າງ​ກາຍ​ຂອງ​ປະຊາຊົນ​ລາວ ສ່ວນ​ພື້ນທີ່ ທີ່ເຫລືອ​ອີກ 74,780 ກິ​ໂລ​ເມັດ​ມົນທົນນັ້ນ ກໍ​ຍັງ​ຄົງມີ​ຄວາມ​ສ່ຽງ​ໃນ​ລະດັບ​ປານ​ກາງ. ​

ແຕ່ ​ຢ່າງ​ໃດ​ກໍ​ຕາມ ນັບ​ຈາກເວລາ​ທີ່​ທາງ​ການ​ລາວ ​ໄດ້​ຈັດຕັ້ງຄະນະ​ລັດຖະບານ​ເກັບ​ກູ້​ລະ​ເບີດ​ທີ່ບໍ່ ທັນ​ແຕກ​ຂຶ້ນມາ​ໃນ​ປີ 1996 ນັ້ນ ກໍ​ປະກົດ​ວ່າ ສາມາດ​ທຳ​ລາຍ​ລະ​ເບີດ​ບໍ່ທັນ​ແຕກ​ໄດ້​ພຽງ​ແຕ່ແປດ​ ແສນ​ກວ່າໜ່ວຍ ທີ່​ເກັບ​ກູ້​ອອກ​ຈາກ​ພື້ນທີ່ບໍ່​ເຖິງ 1% ຂອງ​ພື້ນທີ່ ​ທີ່​ມີ​ລະ​ເບີດ​ຕົກ​ຄ້າງ​ຢູ່​ທັງໝົດ. ທັງນີ້ ​ສາ​ເຫດ​ສຳຄັນທີ່​ເຮັດ​ໃຫ້​ເກີດ​ສະພາບ​ການ​ລ້າ​ຊ້າ ກໍ​ເນື່ອງ​ຈາກ​ວ່າ ການ​ຂາດ​ແຄນ​ທາງ​ດ້ານ​ງົບ​ປະມານ ຊຶ່ງກໍ​ເຮັດ​ໃຫ້​ລັດຖະບານ​ລາວຕ້ອງ​ເພິ່ງ​ພາ​ການ​ຊ່ອຍ​ເຫລືອຈາກ​ຕ່າງປະ​ເທດ​ ເປັນ​ດ້ານ​ຫລັກ​ໂດຍ​ ເມື່ອ​ປະກອບ​ກັບ​ການ​ທີ່​ລັດຖະບານ​ລາວ​ເອງ ກໍ​ຕ້ອງການ​ທີ່​ຈະ​ນຳໃຊ້​ປະ​ໂຫຍ​ດຈາກ​ທີ່​ດິນ ​ໃຫ້​ໄດ້​ຫລາຍ​ຂຶ້ນເລື້ອຍໆ ​ເພື່ອ​ທີ່​ວ່າ​ຈະໄດ້​ພັດທະນາ​ໃຫ້​ປະ​ເທດ​ຊາດ ​ແລະປະຊາຊົນຫລຸດ​ພົ້ນຈາກ​ສະພາບ​ຄວາມທຸກ​ຈົນ ​ແລະ ສະພາບ​ດ້ອຍພັດທະນາ​ໃຫ້​ໄດ້ ຕາມ​ເປົ້າໝາຍພາຍ​ໃນ​ ປີ 2020 ຈຶ່ງ​ເຮັດ​ໃຫ້​ລັດຖະບາ​ນລາວ ຍິ່ງ​ຕ້ອງການ​ຄວາມ​ຊ່ວຍ​ເຫລືອ​ຈາກຕ່າງປະ​ເທດ​ຫລາຍ​ຂຶ້ນ​ເລື້ອຍໆ​ ເຊັ່ນ​ດຽວກັນ ​ແລະ ການ​ທີ່​ຈະ​ເຮັດ​ໃຫ້​ໄດ້ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ​ຫລາຍ​ຂຶ້ນ​ນັ້ນ ກໍ​ມີຄວາມ​ຈຳ​ເປັນ​ຢ່າງ​ຍິ່ງທີ່​ລັດຖະບານ​ລາວຈະຕ້ອງ​ເສີມຂະຫຍາຍຄວາມ​ຮ່ວມ​ມື ກັບ​ຕ່າງປະ​ເທດ​ໃຫ້​ໄດ້ຢ່າງ​ກວ້າງຂວາງ​ຫລາຍຂຶ້ນ​ເຊັ່ນ​ດຽວກັນ. ຊຶ່ງ​ຕໍ່ກໍ​ລະ​ນີ ​ແລະ ຄວາມ​ຈຳ​ເປັນ​ດັ່ງກ່າວ​ນີ້

ທ່ານພົນ​ໂທດວງ​ໃຈ ກໍ​ໄດ້​ຖະ​ແຫລງເນັ້ນມຢ້ຳ​ເຖິງແນວ​ທາງ​ປະຕິບັດ​ຂອງ​ລັດຖະບານ​ລາວ ​ໃນ​ຕະຫລອດ​ໄລຍະທີ່​ຜ່ານ​ມາ ​ແລະ ​ໃນ​ໄລຍະ​ຕໍ່​ໄປ​ນີ້ ວ່າ​:

​ເພື່ອ​ຕອບ​ສະໜອງກັບ​ຄວາມ​ປາດ​ຖະໜາດັ່ງກ່າວ ຊຶ່ງ​ເປັນ​ສິ່ງທ້າທາຍ​ອັນ​ໃຫຍ່​ຫລວງ​ ໃຊ້​ເວລາ​ຍາວ​ນານ ​ແລະ ມີ​ຄວາມ​ຈຳ​ເປັນ ຕ້ອງ​ໄດ້​ນຳ​ໃຊ້ທຶນຮອນສູງ, ​ລັດຖະບານ​ແຫ່ງ ສ.ປ.ປ. ລາວ ຈະ​ພະຍາຍາມ​ສືບຕໍ່​ເພີ້ມທະວີ ຄວາມ​ເປັນ​ເຈົ້າການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ໃນ​ການ​ຮ່ວມ​ມືກັບອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດ​ທະນາ ​ແລະ​ ບັນດາ​ສະຖາ​ນທູດ ເພື່ອນ​ມິດ​ປະຈຳ​ລາວ​ ເພື່ອ​ຮ່ວມ​ມື​ປັບປຸງ ​ແລະ ພັດ​ທະນາຂະແໜງກິດຈະ ການ​ແກ້​ໄຂ​ບັນຫາລະເບີດບໍ່ທັນແຕກທີ່​ຕົກ​ຄ້າງ​ ​ໃຫ້ສອດ​ຄ່ອງ​ກັບ​ສະພາບ​ຄວາມເປັນ​ຈິງ​ໃນ​ປະຈຸ​ບັນ.

ຊົງຣິດ ​ໂພນ​ເງິນ ລາຍງານຈາກບາງກອກ ວັນ​ທີ 14 ​ເມສາ 2009.

ຟັງສຽງ​ພາສາ​ລາວ ​ຢູ່​ຂ້າງ​ເທິງ ​ເບື້ອງ​ຂວາ​ມື.

XS
SM
MD
LG