ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

More and More Laid-off Lao Laborers in Thailand Return Home


ແຮງ​ງານ​ລາວ​ທີ່​ຖືກ​ເລີກ​ຈ້າງຢູ່​ໃນ​ປະ​ເທດ​ໄທ ​ໄດ້​ພາກັນ​ທະຍອຍ​ເດີນທາງ​ກັບ​ຄືນ​ປະ​ເທດ​ລາວ​ເພີ້ມຫລາຍ​ຂຶ້ນເລື້ອຍໆ ຫາກ​ແຕ່​ວ່າ​ສ່ວນ​ໃຫຍ່ ກໍ​ຍັງ​ຄົງ​ພາ​ກັນ​ລັກ​ລອບທຳ​ງານ​ຢູ່​ໃນ​ໄທ​ໂດຍ​ຜິດ​ກົດໝາຍຕໍ່​ໄປ ​ເນື່ອງ​ຈາກ​ວ່າ ຢູ່​ໃນ​ລາວ​ບໍ່ມີ​ຕຳ​ແຫນ່​ງງານ​ຮອງ​ຮັບ.

ເຈົ້າໜ້າທີ່​ຂັ້ນສູງ​ຢູ່​ໃນ​ກະຊວງແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ຂອງລາວ​ໄດ້​ໃຫ້ການ​ຍອມຮັບ​ວ່າ ​ແຮງ​ງານ​ລາວ​ໃນ​ໄທ ​ໄດ້​ພາກັນ​ທະຍອຍ​ເດີນທາງ​ກັບ​ຄືນ​ປະ​ເທດ​ລາວ ​ເພີ້ມຫລາຍ​ຂຶ້ນເລື້ອຍໆ ໃນໄລຍະ​ນັບ​ຈາກທ້າ​ຍປີ​ກາຍ​ເປັນຕົ້ນມາ​ຈົນ​ເຖິງ​ຂະນະ​ນີ້ ​ແລະ ກໍ​ຍັງ​ມີ​ແນວ​ໂນ້ມທີ່​ຈະ​ເດີນທາງ​ກັບ​ຄືນ​ລາວ​ເພີ້ມ ຫລາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ເພາະວ່າ​ບັນດາ​ນາຍ​ຈ້າງ​ຢູ່​ໃນ​ປະ​ເທດ​ໄທ​ນັ້ນ ຕ່າງ​ກໍ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ວິ​ກິ​ດ​ການ​ທາງ​ເສດ​ຖະ​ກິ​ດການ​ເງິນ​ໂລກ ຊຶ່ງ​ກໍ​ໄດ້​ພາກັນ​ເລີກ​ຈ້າງ​ແຮງ​ງານ​ລາວ​ທີ່​ໄດ້​ຈົດ​ທະບຽນທຳ​ງານ​ຢູ່​ໃນ​ ໄທ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍນັ້ນ​ເພີ້ມຂຶ້ນນັບ​ມື້​. ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ແຮງ​ງານເຫລົ່າ​ນັ້ນ ບໍ່ມີ​ທາງ​ເລືອກ​ອື່ນໃດ​ນອກ​ຈານ​ການ​ເດີນທາງ​ກັບ​ຄືນ​ສູ່​ພູມລຳ​ເນົາ​ຂອງ​ ພວກເຂົາ​ເຈົ້າຢູ່​ໃນ​ປະ​ເທດ​ລາວ. ​ແຕ່ຢ່າງ​ໃດ​ກໍ​ຕາມ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ລາວກໍ​ໄດ້​ໃຫ້ການ​ຍອມຮັບ​ວ່າ ຈົນ​ເຖິງປັດຈຸບັນ​ນີ້ ການ​ເກັບກຳ​ຂໍ້​ມູນ​ສະ​ຖິຕິ​ກ່ຽວກັບ​ການ​ເດີນທາງ​ກັບ​ຄືນ​ປະ​ເທດ​ລາວ ຂອງ​ບັນດາ​ແຮງ​ງານລາວຈາກປະເທດໄທນັ້ນ ກໍ​ຍັງ​ຄົງ​ບໍ່ສາມາດ​ເກັບ​ກຳ​ຂໍ້​ມູນ​ສະ​ຖິຕິ​ທີ່​ຈະແຈ້ງ​ໄດ້​ເທື່ອ. ຫາກ​ແຕ່​ໃນ​ຂັ້ນເບື້ອງຕົ້ນ ກໍ​ພົບ​ວ່າ​ເຂດ​ແຂວງທີ່ມີ​ແຮງ​ງານ​ລາວ​ໃນ​ໄທ ​ເດີນທາງກັບ​ຄືນ​ພູມລຳ​ເນົາເດີມ​ຢູ່​ໃນ​ປະ​ເທດ​ລາວ​ຫລາຍ​ທີ່​ສຸດ​ນັ້ນກໍ​ ຄື ​ແຂວງ​ຈຳປາ​ສັກ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ.

ທັງນີ້​, ໂດຍ​ສະ​ເພາະ​ແມ່ນ ແຂວງ​ຈຳປາ​ສັກນັ້ນ, ກໍ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ ທ່ານ​ ຄຳ​ແປງ ປຽງວໍ​ລະ​ວົງ ຫົວໜ້າພະ​ແໜກ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ປະຈຳແຂວງ​ຈຳປາ​ສັກ ວ່າ ​ແຮງ​ງານ​ລາວ​ທີ່​ເດີນ ທາງ​ກັບ​ຄືນ​ຈາກ​ປະ​ເທດ​ໄທ ​ໃນ​ໄລຍະ​ກວ່າ 3 ​ເດືອນມານີ້ ມີ​ຢູ່​ຫລາຍ​ກວ່ານຶ່ງຫມື່​ນຄົນ​ແລ້ວ ຫາກ​ແຕ່​ຈາກ​ການ​ສຳ​ຫລວດ ​ແລະ ກວດ ກາ​ໃນ​ໄລຍະ​ດຽວກັນນີ້ ກໍ​ພົບວ່າ ມີ​ແຮງ​ງານ​ຈາກ​ແຂວງ​ຈຳປາ​ສັກ​ ທີ່ເດີນທາງ​ເຂົ້າ​ໄປ​ລັກ​ລອບ​ທຳ​ງານ​ໂດຍ​ຜິດ​ກົດໝາຍຢູ່​ໃນ​ປະ​ເທດ​ໄທ ນັ້ນ ມີ​ຈຳນວນ​ຫລາຍ​ກວ່າ 37,000 ຄົນ ​ແລະ ສາ​ເຫດ​ທີ່​ສຳຄັນທີ່​ເຮັດ​ໃຫ້​ເກີດ​ສະພາບ​ການ​ດັ່ງກ່າວ​ນີ້ຂຶ້ນນັ້ນ ກໍ​ຍ້ອນ​ວ່າຢູ່​ໃນ​ປະ​ເທດ​ລາວບໍ່ມີ​ຕຳ​ແຫນ່​ງງານ​ຮອງ​ຮັບຢ່າງ​ພຽງພໍກັບ​ຄວາມ​ຕ້ອງການ​ຂອງ​ແຮງ​ງານ​ລາວ ​ເມື່ອ​ປະກອບ​ກັບ ການ​ທີ່ເຍົາວະ​ຊົນ​ລາວ​ລຸ້ນ​ໃໝ່ ກໍ​ບໍ່ນິຍົມ​ເຮັດ​ວຽກ​ໃນ​ພາກ​ກະ​ສິກຳ ​ແລະ ​ໃນ​ຂະນະ​ດຽວກັນ​ກັບ​ການ​ລັກລອບ​ທຳ​ງານ​ຢູ່ໃນ​ປະ​ເທດ​ໄທ​ໂດຍ​ຜິດ​ກົດໝາຍນັ້ນ ກໍ​ຍັງ​ໄດ້​ຮັບ​ຄ່າ​ຈ້າງ​ທີ່​ສູງ​ກວ່າ​ການຮັບຈ້າງ​ຢູ່​ໃນ​ປະ​ເທດ​ລາວ​ອີກ​ ດ້ວຍ ດັ່ງ​ທີ່ ທ່ານ ຄຳແປງ ​ໄດ້​ກ່າວ​ໃຫ້ການ​ຊີ້​ແຈງວ່າ:

"ການອອກແຮງ​ງານ​ຢູ່​ຕ່າງປະ​ເທດກໍມີ​ຫລາຍ​ສາຍ​ເຫດ. ນຶ່ງ​ແມ່ນ ຕຳ​ແຫນ່​ງງານ​ຢູ່​ບ້ານ​ເຮົາ​ນີ້ ​ວັນແລ້ວ ມັນ​ກໍ​ບໍ່ຫລາຍ ນໍ; ອັນ​ທີ່ສອງມານີ້ ​ແລ້ວ​ກໍ​ຖື​ວ່າ ຊາວ​ຫນຸ່ມ​ໄວ​ຫນຸ່ມໜີ້ ທາງ​ດ້ານຈິດ ຕະສາດ​ຂອງ​ເຂົາ​ເຈົ້ານີ້ ​ເຂົາ​ເຈົ້າກໍ​ບໍ່ມັກຈະ​ຄ່ອຍເຮັດ​ວຽກທາງດ້ານ​ກະສິ​ກຳ ສ່ວນຫລາຍການ ໄປອອກ​ແຮງ​ງານຢູ່​ຕ່າງປະ​ເທດ ມັນ​ແບບ​ວ່າ ​ເຮັດ​ວຽກຢູ່​ໃນ​ຂົງ​ເຂດ​ອຸດສາ​ຫະກຳ ການ​ບໍລິການ​ເປັນຈຸດໜັກ ຊຶ່ງ​ວ່າ​ມີ​ການ​ສ່ຽງຕໍ່ການຈັບກຸມຄຸມຂັງ ແຕ່​ວ່າ ​ເຂົາ​ກໍ​ເຮັດໃຫ້​ຊີວິດການ​ເປັນ​ຢູ່​ຂອງ ເຂົາ ຖ້າທຽບໃສ່ຢູ່​ບ້ານ​ເຮົາ​ໃນ​ການ​ຈ້າງ​ລາຄາ​ນີ້ກະ​ໄດ້​ດີ​ຂຶ້ນ."

ຍິ່ງ​ໄປ​ກວ່າ​ນັ້ນ ການ​ສຳມັກງານ​ໂດຍ​ຜ່ານ​ບໍລິສັດ​ຈັດ​ຫາ​ງານ​ທີ່​ໄດ້​ຮັບ​ການ​ອານຸຍາດ​ຢ່າງ​ ເປັນ​ທາງ​ການ​ຈາກ​ລັດຖະບານ​ລາວຊຶ່ງ​ມີ​ຢູ່​ທັງໝົດ 9 ບໍລິສັດ​ໃນ​ລາວ​ນັ້ນ ກໍ​ຍັງ​ບໍ່​ເປັນ​ທີ່​ນິຍົມ​ຂອງ​ກຸ່ມ​ບັນ ດາ​ແຮງ​ງານ​ລາວ​ອີກ​ດ້ວຍ ​ເນື່ອງ​ຈາກ​ພວກ​ເຂົາ​ເຈົ້າມອງ​ວ່າ ມີ​ຂັ້ນຕອນ​ທີ່​ຫຍຸ້ງຍາກ ​ແລະ ​ເສຍ​ຄ່າ​ໃຊ້​ຈ່າຍຫລາຍ​ກວ່າການ​ຫາວຽກ​ເຮັດ​ງານ​ທຳ ​ໂດຍ​ຜ່ານ​ກຸ່ມ​ນາຍໜ້າຄ້າ​ແຮງ​ງານ ຢູ່​ຕາມ​ຊາຍ​ແດນ​ຕິດຕໍ່ລະຫວ່າງ​ລາວ ກັບ​ໄທ ຊຶ່ງ​ມີຄ່າ​ຈ້າງ ຫລື​ວ່າ ຄ່າ​ໃຊ້​ຈ່າຍ​ພຽງ​ແຕ່ລະຫວ່າງ 3,000 ຫາ 5,000 ບາດ ຕໍ່ຄົນ​ເທົ່າ​ນັ້ນ ​ໃນ​ຂະນະ​ທີ່​ການ ສະໝັກງານ​ຜ່ານ​ບໍລິສັດການຈັດ​ຫາ​ງານ​ໃນ​ລາວ​ນັ້ນ ຈະ​ຕ້ອງ​ເສຽຄ່າ​ທຳນຽມຕ່າງໆ ຄຶດ​ເປັນ​ມູນ​ຄ່າ​ລວມກັນ​ເຖິງ 20,000 ບາດ. ທັງນີ້ ​ໂດຍ​ເຖິງ​ແມ່ນ​ວ່າ ທາງ​ການ​ໄທ ຈະ​ໄດ້​ປະກາດ​ບັງຄັບ​ໃຊ້​ມາດ​ຕະການ​ກ່ຽວ ກັບການ​ບໍ່ຕໍ່ອາຍຸ​ການ​ຈ້າງ​ງານ​ບັນດາ​ແຮງ​ງານ​ຈາກ ລາວ, ພະມ້າ, ​ແລະ ກຳ​ປູ​ເຈຍ ​ໃນ​ໄລຍະ​ນີ້ ​ເພື່ອ​ເປັນ​ການ​ກັນຕຳ​ ແຫນ່​ງງານ​ໄວ້ ​ເພື່ອ​ຮອງ​ຮັບ​ຄົນ​ໄທທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ວິ​ກິ​ຕະການ​ທາງ​ເສດຖະກິດ​ການ​ເງິນ​ໂລກ​ກໍ​ຕາມ ຫາກ​ແຕ່​ສຳລັບ​ໃນ​ການ​ມອງ​ຂອງ​ອົງການ​ທີ່​ບໍ່ຂຶ້ນກັບ​ລັດ​ຖະ​ບານ​ໃນ​ປະ​ເທດ​ໄທ ກໍ​ເຊື່ອ​ວ່າ​ມາດຕະການດັ່ງກ່າວນີ້ ຈະ​ບໍ່​ເປັນ​ຜົນ ​ແຕ່​ຢ່າ​ງ​ໃດ​ ​ເພາະ​ໃນ​ຄວາມ​ເປັນ​ຈິງ​ນັ້ນ ຕຳ​ແຫນ່​ງ ງານ​ທີ່​ວ່າ​ຈ້າງ​ແຮງ​ງານ​ຈາກ​ ລາວ, ພະມ້າ, ​ແລະ ກຳ​ປະ​ເຈຍ ຢູ່​ໃນ​ປະ​ເທດ​ໄທ​ນັ້ນຕ່າງ​ກໍລ້ວນແລ້ວ​ແຕ່​ເປັນຕຳ​ແຫນ່​ງງານ​ກຳມະກອນ​ທີ່​ຄົນ​ໄທ​ສ່ວນ​ໃຫຍ່​ ບໍ່ນິຍົມ​ທີ່​ຈະ​ເຮັດ​ວຽກ​ໃນ​ດ້ານ​ນີ້ຢູ່​ແລ້ວ.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງ​ກອກ ເມື່ອວັນທີ 20 ມີນາ 2009

ຟັງສຽງພາສາລາວໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ

XS
SM
MD
LG