ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາແລະທ່ານບຣາວນ໌ ກ່າວເນັ້ນ ໃນການເອົາ ມາຕການຮ່ວມກັນ


ຄລິກບ່ອນນີ້ ສຳລັບອ່ານພາສາອັງກິດ.
ກອງປະຊຸມສຸດຍອດ ຈີ 20: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະ ນາຍົກຣັຖມຸນຕຣີ ອັງກິດ ທ່ານ GORDON BROWN ໄດ້ກ່າວຢ້ຳ ເຖິງຄວາມສຳຄັນ ໃນການ ດຳເນີນຄວາມພະຍາຍາມ ຮ່ວມກັນ ເພື່ອຮັບມື ກັບວິກິຕການ ທາງດ້ານການເງິນ ຂອງໂລກ. ໃນການຖແລງ ຫລັງຈາກ ການເຈຣະຈາຫາຣືກັນ ທີ່ກຸງລອນດອນ ກ່ອນກອງປະຊຸມສຸດຍອດ ຂອງກຸ່ມຈີ 20 ຫລືຊາວປະເທດ ທີ່ມີເສຖກິດ ໃຫຍ່ທີ່ສຸດໃນໂລກນັ້ນ ຜູ້ນຳທັງສອງ ໄດ້ກ່າວຢ້ຳ ເຖິງຄວາມໝາຍໝັ້ນ ຕັ້ງໃຈ ຂອງພວກທ່ານ ເພື່ອໃຫ້ການຄ້ຳປະກັນວ່າ ວິກິຕການແບບນີ້ ຈະບໍ່ເກີດຂຶ້ນອີກ ໃນອະນາຄົດ. ທ່ານ OBAMA ເວົ້າວ່າ ທ່ານມາ ເພື່ອຮັບຟັງ ບໍ່ແມ່ນເພື່ອໃຫ້ການສັ່ງສອນ. ທ່ານໃຫ້ຂໍ້ສັງເກດ ເຖິງຄວາມຈຳເປັນ ໃນການທີ່ຈະເພັ່ງເລັງ ໃສ່ພື້ນຖານ ທີ່ຄ້າຍຄືກັນ ບໍ່ແມ່ນເນັ້ນໃສ່ ຄວາມເຫັນແຕກຕ່າງກັນ ໃນບາງຄັ້ງບາງຄາວ.

ປາກິສຖານ - ຄວາມຮຸນແຮງ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ການໂຈມຕີ ທີ່ສົງສັຍວ່າ ມາຈາກເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 12 ຄົນ ຢູ່ໃນ ເຂດພາກຕາເວັນຕົກສຽງເໜືອ ຂອງ ປາກິສຖານ. ເຈົ້າໜ້າທີ່ ເວົ້າວ່າ ການໂຈມຕີ ດ້ວຍລູກສອນໄຟ ໃນວັນພຸດມື້ນີ້ ທີ່ແນໃສ່ ບ່ອນຫລົບລີ້ ຂອງພວກທາລີບານ ໃນເຂດຊົນເຜົ່າ ORAKZAI ໃກ້ໆຊາຍແດນ ອັຟການິສຖານ. ເຫດຮ້າຍ ດັ່ງກ່າວນີ້ ມີຂຶ້ນນຶ່ງມື້ ຫລັງຈາກ ຜູ້ນຳທາລີບານ ໃນປາກິສຖານ ນາຍ BAITULLAH MEHSUD ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ທີ່ນະຄອນ ລາຮໍ ທີ່ລາວເວົ້າວ່າ ແມ່ນເພື່ອ ເປັນການຕອບໂຕ້ ຕໍ່ການໂຈມຕີ ດ້ວຍເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ຢູ່ໃນເຂດຊົນເຜົ່າ ປາກິສຖານ. ການໂຈມຕີ ທີ່ສູນຝຶກ ອົບຮົມຕຳຣວດ ຢູ່ນະຄອນລາຮໍ ໃນມື້ວັນຈັນຜ່ານມາ ເຮັດໃຫ້ ນັກຮຽນຕຳຣວດ ເສັຽຊີວິດ 8 ຄົນ ແລະ ພວກໂຈມຕີ ອີກ 4 ຄົນ.

ອັຟການິສຖານ - ຄວາມຮຸນແຮງ: ເຈົ້າໜ້າ ທີ່ອັຟການິສຖານ ກ່າວວ່າ ມີຢ່າງນ້ອຍ 10 ຄົນ ເສັຽຊີວິດ ຫຼັງຈາກການໂຈມຕີ ຫ້ອງການສະພາ ປະຈຳແຂວງ ທີ່ເມືອງ KANDAHAR ໃນພາກ ໃຕ້ອັຟການິສຖານ. ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີ ໃນວັນພຸດມື້ນີ້ ເລີ້ມຂຶ້ນດ້ວຍ ການວາງຣະເບີດ ຢູ່ນອກຕຶກ ຫ້ອງການຣັຖບານ. ພວກທີ່ເຫັນເຫດການ ກ່າວວ່າ ຫລັງຈາກ ຣະເບີດໄດ້ແຕກຂຶ້ນ ມືປືນ 3 ຄົນ ໃນເຄື່ອງແບບ ທີ່ຄ້າຍຄືກັບ ຂອງພວກທະຫານ ໄດ້ບຸກເຂົ້າໄປ ໃນຫ້ອງການດັ່ງກ່າວ ແລະກໍເລີ້ມຍິງປືນ ເຂົ້າໃສ່ຜູ້ຄົນ. ມີລາຍງານວ່າ ມີຜູ້ໂຈມຕີ ຢ່າງນ້ອຍ 1 ຄົນ ໄດ້ບີບຄະນວນຣະເບີດ ໃຫ້ແຕກຂຶ້ນ ເພື່ອ ຂ້າໂຕຕາຍ. ສະມາຊິກ ສະພາ ປະຈຳແຂວງ ຄົນນຶ່ງ ທີ່ຢູ່ໃນຫ້ອງການ ເວລາການໂຈມ ຕີເລີ້ມຂຶ້ນນັ້ນ ກ່າວວ່າ ມີສະມາຊິກສະພາ ຄົນນຶ່ງ ໄດ້ຮັບບາດເຈັບ.

ເກົາຫລີເໜືອ - ລູກສອນໄຟ: ເກົາຫລີເໜືອ ກ່າວວ່າ ຕົນຈະຍິງທຳລາຍ ເຮືອບິນສອດແນມ ໃດໆກໍຕາມ ຂອງສະຫະຣັດ ທີ່ຈະລ່ວງລະເມີດ ເຂດອາກາດຂອງຕົນ ແລະພະຍາຍາມ ຈະຕິດຕາມເບິ່ງ ແຜນການສົ່ງ ຫຼືການຍິງ ລູກສອນໄຟຂອງຕົນ ໃນຕົ້ນເດືອນໜ້າ. ໃນແຈ້ງການ ທີ່ໄດ້ປະກາດທາງວິທຍຸ ຂອງຣັຖບານ ໃນມື້ນີ້ ເກົາຫລີເໜືອ ກ່າວວ່າ ຕົນຈະຍິງທຳລາຍ ເຮືອບິນສອດແນມ ແບບບໍ່ມີການຍົກເວັ້ນ ຖ້າເຮືອບິນເຫລົ່ານີ້ ພະຍາຍາມແຊກແຊງ ການປະຕິບັດງານ ໃນການກະກຽມ ຂອງຕົນ. ເກົາຫລີເໜືອກ່າວວ່າ ຕົນວາງແຜນ ທີ່ຈະສົ່ງ ໃນອັນທີ່ເອີ້ນວ່າ ດາວທຽມ ຂຶ້ນສູ່ຫ້ວງອະວະກາດ ຣະຫວ່າງ ວັນທີ 4 ຫາວັນທີ 8 ເມສາ. ສະຫະຣັດ ເກົາຫລີໃຕ້ ແລະຍີ່ປຸ່ນ ກ່າວວ່າ ການສົ່ງ ທີ່ວ່ານີ້ ເປັນແຜນການປິດບັງ ການຍິງທົດລອງ ລູກສອນໄຟ ຂີປະນາວຸດ ໄລຍະໄກ. ຄວາມເຄັ່ງຕຶງ ໄດ້ເພີ້ມທະວີຂຶ້ນ ກ່ອນໜ້າ ການສົ່ງດັ່ງກ່າວ. ໃນມື້ວານນີ້ ກຸ່ມຮັບມື ກັບວິກິຕການ ນາໆຊາດ ເຕືອນວ່າ ປະເທດຕ່າງໆ ບໍ່ຄວນຕື່ນຕົກໃຈ ຈົນເກີນໄປ ກ່ຽວກັບການສົ່ງ ຂອງເກົາຫລີເໜືອ ທີ່ຄາດວ່າ ຈະມີຂຶ້ນນັ້ນ.

ກຳປູເຈັຽ - ສານອາຊຍາກັມ: ທີ່ກຳປູເຈັຽ ພວກທະນາຍຄວາມ ຂອງຈຳເລີຍ ຮຽກຮ້ອງໃຫ້ປ່ອຍ ອະດີດຫົວໜ້າຄຸມຄຸກ ຂເມນແດງ ນຶ່ງມື້ ຫຼັງຈາກຜູ້ກ່ຽວ ໄດ້ຂໍຂະມາໂທດ ຢູ່ທີ່ສານ ກ່ຽວກັບໂທດກັມຕ່າງໆ ທີ່ຜູ້ກ່ຽວໄດ້ກະທຳ ເພື່ອອຳນາດການປົກຄອງ ຂເມນແດງ ເມື່ອສາມທົສວັດກ່ອນນັ້ນ. ພວກທະນາຍຄວາມ ກ່າວຕໍ່ສານ ອາຊຍາກັມນາໆຊາດ ທີ່ກຸງພະນົມເປັນ ໃນມື້ນີ້ວ່າ ນາຍ KAING GUEK EAV ຊຶ່ງຮູ້ກັນ ໃນອີກຊື່ນຶ່ງວ່າ DUCH ນັ້ນ ຄວນຖືກປ່ອຍ ໃນທັນທີ ຍ້ອນວ່າ ລາວໄດ້ຖືກຄຸມຂັງ ເປັນເວລາດົນນານ ແບບຜິດກົດໝາຍ ນັບແຕ່ໄດ້ຖືກຈັບ ໃນປີ 1999. ຄະນະໄອຍະການ ກ່າວໂຕ້ແຍ້ງວ່າ ນາຍ DUCH ຕ້ອງຢູ່ທີ່ບ່ອນຄຸມຂັງ ຂອງສານຕໍ່ໄປ ເພື່ອຄວາມປອດພັຍ ຂອງລາວເອງ. ໃນມື້ວານນີ້ ນາຍ DUCH ໄດ້ຮ້ອງຂໍ ໃຫ້ຄອບຄົວ ຂອງພວກເຄາະຮ້າຍ ຍົກໂທດໃຫ້ລາວ ຫລັງຈາກຍອມຮັບເອົາ ຄວາມຮັບຜິດຊອບ ກ່ຽວກັບການທໍຣະມານ ແລະ ການປະຫານຊີວິດ ທີ່ຄຸກໃຫຍ່ ຂອງພວກຂເມນແດງ ໃນນະຄອນຫລວງ ພະນົມເປັນ.

ປະເທດໄທ - ການເມືອງ: ຣັຖບານໄທ ໄດ້ສເນີ ທີ່ຈະເປີດການເຈຣະຈາ ກັບອະດີດ ນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ໃນຄວາມພະຍາຍາມ ເພື່ອຍຸຕິຄວາມວຸ້ນວາຍ ທາງດ້ານການເມືອງ ທີ່ກຳລັງເກີດຂຶ້ນ ຢູ່ໃນ ປະເທດໄທ. ໃນການຖແລງ ຕໍ່ພວກນັກຂ່າວ ໃນມື້ນີ້ ຮອງນາຍົກ ຣັຖມຸນຕຣີໄທ ທ່ານສຸເທບ ເທືອກສຸບັນ ກ່າວວ່າ ຣັຖບານເຕັມໃຈ ທີ່ຈະເປີດການເຈຣະຈາ ກັບທ່ານທັກສິນ ເພື່ອເຮັດປະເທດໄທ ມີຄວາມສະງົບສຸກ. ແຕ່ທ່ານເວົ້າວ່າ ຄວາມຮຽກຮ້ອງ ບາງສິ່ງບາງຢ່າງ ຂອງທ່ານທັກສິນ ທີ່ໄດ້ກ່າວຖແລງ ທາງວີດີໂອ ແລະທາງໂທຣະສັບ ແກ່ພວກສນັບສນຸນ ທີ່ບາງກອກ ເມື່ອບໍ່ດົນຜ່ານມານີ້ ທາງຣັຖບານ ແມ່ນບໍ່ສາມາດ ທີ່ຈະສນອງຕອບໄດ້. ທ່ານສຸເທບກ່າວວ່າ ຣັຖບານ ບໍ່ສາມາດຮັບເອົາ ການຮຽກຮ້ອງ ຂອງທ່ານທັກສິນ ທີ່ຢາກໃຫ້ຈັດການເລືອກຕັ້ງ ກ່ອນກຳນົດ ຫຼືການຮັບຜ່ານ ຮ່າງກົດໝາຍ ເພື່ອຍົກໂທດໃຫ້ທ່ານ ບໍ່ໃຫ້ຖືກຈຳຄຸກ ໃນການໃຊ້ຕຳແໜ່ງ ເພື່ອຫາເງິນນັ້ນ.

ອິສຣາແອລ - ການເມືອງ: ທ່ານ BENJAMIN NETANYAHU ເຂົ້າຮັບຕຳແໜ່ງ ເປັນນາຍົກຣັຖມຸນຕຣີ ອິສຣາແອລ ຄັ້ງທີ 2 ໃນວັນພຸດມື້ນີ້ ໂດຍກ່າວວ່າ ຣັຖບານຊຸດໃໝ່ ຂອງທ່ານ ຈຳເປັນຕ້ອງໄດ້ ເລີ້ມເຮັດວຽກ ໃນທັນທີ. ທ່ານ NETANYAHU ກ່າວໃນພິທີ ເຂົ້າຮັບຕຳແໜ່ງ ທີ່ນະຄອນເຈຣູຊາແລັມ ໃນມື້ນີ້ ບ່ອນທີ່ທ່ານ ໄດ້ເຂົ້າຮັບໜ້າທີ່ ເປັນນາຍົກຣັຖມຸນຕຣີ ແທນ ທ່ານ EHUD OLMERT. ປະທານາທິບໍດີ ອິສຣາແອລ ທ່ານ SHIMON PERES ໄດ້ເປັນປະທານ ໃນພິທີ ຊຶ່ງມີ ຣັຖມຸນຕຣີທັງໝົດ 30 ທ່ານ ຂອງຄະນະຣັຖບານຊຸດໃໝ່ ໄດ້ໄປຮ່ວມພິທີ. ແຕ່ຣັຖບານປະສົມ ຂອງທ່ານ NETANYAHU ໄດ້ປະເຊີນກັບ ການບໍ່ເຫັນພ້ອມ ຂອງປະຊາຊົນສ່ວນໃຫຍ່. ການຢັ່ງຫາງສຽງ ປະຊາຊົນ ໃນວັນພຸດ ມື້ນີ້ ໂດຍໜັງສືພິມ HAARETZ ຂອງອິສຣາແອລ ພົບວ່າ 54% ຂອງຊາວອິສຣາແອລ ບໍ່ພໍໃຈ ກັບຣັຖບານຂວາຈັດ ຊຸດໃໝ່. ມີປະຊາຊົນ ບໍ່ຮອດນຶ່ງສ່ວນສາມ ກ່າວວ່າ ເຂົາເຈົ້າພໍໃຈ ກັບຣັຖບານປະສົມ ຂອງທ່ານ NETANYAHU ຂະນະທີ່ສ່ວນໃຫຍ່ ຂອງພວກທີ່ຖືກສຳຣວດ ບໍ່ໃຫ້ຄວາມເຫັນ ກ່ຽວກັບເຣື່ອງນີ້.

ເຮົາຍັງມີຂ່າວອື່ນໆ ເຊີນຟັງລາຍລະອຽດໄດ້ ໂດຍຄລິກບ່ອນສຽງ.

XS
SM
MD
LG