ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກວິທະຍາສາດໄດ້ຄົ້ນພົບເຊື້ອກຳມະພັນຢູ່ໃນຍຸງ ທີ່ເຮັດໃຫ້ຍຸງສາມາດສ້າງຄວາມຕ້ານທານຢາຂ້າແມງໄມ້ໄດ້


ໂຣກໄຂ້ມະເລເຣຍ ຫລືໄຂ້ປ່າ ເປັນໂຣກໜຶ່ງ ທີ່ຮ້າຍກາດທີ່ສຸດໃນໂລກເຊິ່ງເຮັດໃຫ້ມີຄົນຕິດເຊື້ອ ພະຍາດນີ້ເປັນລ້ານໆ ຄົນໃນແຕ່ລະປີ ແລະ ໃນນັ້ນ ມີເດັກນ້ອຍຈຳນວນຫລາຍກວ່າລ້ານຄົນໄດ້ ເສັຽຊີວິດຍ້ອນໂຣກນີ້ທີ່ຍຸງໄດ້ນຳ ໄປແຜ່ຜາຍ. ຫາກແຕ່ວ່າ ປັດຈຸບັນນີ້ຍຸງກຳລັງເລີ້ມມີຄວາມ ຕ້ານທານຢາຂ້າແມງໄມ້ທີ່ມະ ນຸດເຄີຍໄດ້ໃຊ້ເພື່ອ ຄວບຄຸມມັນນັ້ນ. ດຽວນີ້ ນັກວິທຍາສາດໄດ້ຄົ້ນພົບ ໂຕເຊື້ອກຳມະພັນຢູ່ ໃນຍຸງທີ່ເຮັດໃຫ້ ມັນຕ້ານສານເຄມີຢູ່ໃນຢາຂ້າແມງໄມ້ໄດ້.

ທ່ານ ນາງ ຮິລລາຣີ ແຣນເຊີນ (Hilary Ranson) ຈາກມະຫາວິທະຍາໄລ ການແພດ ເຂດຮ້ອນ ລີວເວີພູລ ຫລື Liverpool School of Tropical Medicine ເວົ້າວ່າ ອາວຸດທີ່ສາມາດໃຊ້ໄດ້ຜົນດີທີ່ສຸດ ເພື່ອຕ້ານບໍ່ໃຫ້ ພະຍາດໄຂ້ປ່າຂະຫຍາຍຕົວກໍຄືການ ກາງມຸ້ງນອນ. ແຕ່ວ່າ ມຸ້ງນັ້ນຕ້ອງໄດ້ ແຊ່ນ້ຳຢາ ຂ້າແມງໄມ້ pyrethroid ຊຶ່ງ​ເປັນຢາຂ້າ​ແມງ​ໄມ້ ທີ່ມັກໃຊ້ກັນຫລາຍຢ່າງໜ້ອຍຈັກ 3-4 ເທື່ອຕໍ່ປີ ຈຶ່ງຈະໄດ້ຜົນດີ- ຕາມປົກກະຕິນັ້ນ ຢາຂ້າແມງໄມ້ເຫລົ່ານີ້ໃຊ້ຄວບຄຸມພະຍາດໄຂ້ປ່າ ບໍ່ໃຫ້ແຜ່ຂະຫຍາຍ ຢ່າງໄດ້ຜົນດີຫລາຍ, ຫາກແຕ່ ວ່າໃນ 2-3 ປີໝໍ່ໆ ມານີ້ພວກເຮົາໄດ້ເຫັນວ່າຍຸງມີການ ຕ້ານຢາຂ້າແມງໄມ້ ໄດ້ຫລາຍເພີ້ມຂຶ້ນ ແລະ ສະພາບການດັ່ງກ່າວນີ້ມັນເປັນໜ້າ ເປັນຫວ່ງ ເພາະວ່າພວກເຮົາບໍ່ມີວິທີທາງອື່ນໃດຫລາຍເພື່ອມາແກ້ໄຂບັນຫານີ້.

ທ່ານ ນາງ ແຣນເຊີນ (Ranson) ເວົ້າວ່າ ມີບາງເຂດໃນທະວີບອາຟຣິກາທີ່ມີຍຸງ ກຳລັງເລີ້ມມີການຕໍ່ຕ້ານຢາຂ້າແມງໄມ້ pyrethroid ຫລາຍຂຶ້ນນັບມື້ນັບວັນ. ສະນັ້ນ ທ່ານນາງ ແລະ ທີມງານທົ່ວໂລກໄດ້ພາກັນຊອກຫາເຫດຜົນ ແລະ ສາຍເຫດທີ່ ເຮັດໃຫ້ຍຸງສາມາດຕໍ່ຕ້ານຢາຂ້າແມງໄມ້ໄດ້ນັ້ນ. ໂດຍທີ່ ພວກທ່ານເຫລົ່ານີ້ໄດ້ພົບວ່າມີ ຕ່ອມນ້ຳຍ່ອຍ 2 ຕ່ອມທີ່ພົບຢູ່ໃນແມງໄມ້ ທີ່ມີຄວາມຕໍ່ຕ້ານຢາ ແລະ ພວກເຮົາສາມາດ ສະແດງໃຫ້ເຫັນວ່າ ນ້ຳ ຍ່ອຍພວກນີ້ ສາມາດແຍກສານເຄມີຢູ່ໃນຢາຂ້າແມງໄມ້ ໄດ້ແບບໃດ… ແລະ ສະນັ້ນ ຍຸງທີ່ມີການຕໍ່ຕ້ານຢາສາມາດ ແຍກທາດ ຢູ່ໃນຢາຂ້າ ແມງໄມ້ອອກຢ່າງໄວວາ ແລະ ເຮັດໃຫ້ຢາຂ້າ ແມງໄມ້ ທີ່ໃຊ້ມາດົນແລ້ວ ນັ້ນບໍ່ມີຜົນກະທົບທີ່ ພວກເຮົາຕ້ອງການເພື່ອຈະຂ້າຍຸງໄດ້ຕໍ່​ໄປອີກ. ທ່ານນາງ ແຣນເຊີນ ແລະ ທີມງານ ຂອງເພິ່ນຍັງສາມາດກຳນົດ ໄດ້ອີກວ່າເຊື້ອ ກຳມະພັນໂຕໃດ ໃນຍຸງທີ່ສ້າງນ້ຳຍ່ອຍ ເຫລົ່ານີ້ອອກມາ, ແລະ ທ່ານກໍຍັງເວົ້າ ອີກວ່າ ຂໍ້ມູນນີ້ເປັນ ຂໍ້ມູນທີ່ສຳຄັນຫລາຍ. ບັດນີ້ ພວກເຮົາສາມາດ ຄິດຫາການປັບປຸງຢາຂ້າແມງໄມ້ ເພື່ອເຮັດໃຫ້ມີພິດແກ່ ແມ່ນແຕ່ ແມງໄມ້ທີ່ມີ ຄວາມຕ້ານທານສານເຄມີ. ແລະ ວິທີທີ່ພວກເຮົາຈະທຳນັ້ນ ແມ່ນປ່ຽນຄຸນລັກສະນະຂອງຢາຂ້າແມງໄມ້ ທີ່ສາມາດ ທັງຂ້າແມງໄມ້ທຳມະດາໄດ້ງ່າຍ ແລະ ກໍຢຸດປະກົດ ການຂອງຕ່ອມນ້ຳຍ່ອຍເຫລົ່ານີ້ ແລະ ເພື່ອເຮັດໃຫ້ມັນສາມາດຮັກສາສານ ເຄມີທີ່ເປັນພິດແມ່ນແຕ່ຢູ່ໃນແມງໄມ້ ທີ່ມີຄວາມຕ້ານທານສູງນັ້ນໄດ້ນຳອີກ ເພາະສະນັ້ນມັນຈຶ່ງສາມາດເຮັດໃຫ້ ສະມັດຕະພາບຂອງ ຢາຂ້າແມງໄມ້ກັບມາໃຊ້ໃຫ້ໄດ້ຜົນດີຄືນອີກ.

XS
SM
MD
LG