ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ປ​ຊ ເຕືອນ​ວ່າ ມະ​ນຸດ​ຊາດ ​​ກຳ​ລັງໄດ້​ຮັບ​ໄພ​ຂົ່ມ​ຂູ່​ ຈາກຜົນ​ກະ​ທົບ​ ທີ່ຮ້າຍ​ແຮງ ​ຂອງ​ສະ​ພາບໂລກ​ຮ້ອນ​ເອົ້າ


ເຮືອນ້ອຍໆ ​ລຳ​ນຶ່ງ​ກຳ​ລັງ​ພະ​ຍາ​ຍາມ​ແລ່ນ​ຢູ່​ຂ້າງແທ່ນ​ນ້ຳ​ແຂງ​ໃຫຍ່ ຢູ່​ໃກ້​ເມືອງ Kulusuk, ທາງ​ພາກ​ຕາ​ເວັນ​ອອກ ​ຂອງ​ເກາະ Greenland ໃນວັນ​ທີ 15 ສິງ​ຫາ, 2019
ເຮືອນ້ອຍໆ ​ລຳ​ນຶ່ງ​ກຳ​ລັງ​ພະ​ຍາ​ຍາມ​ແລ່ນ​ຢູ່​ຂ້າງແທ່ນ​ນ້ຳ​ແຂງ​ໃຫຍ່ ຢູ່​ໃກ້​ເມືອງ Kulusuk, ທາງ​ພາກ​ຕາ​ເວັນ​ອອກ ​ຂອງ​ເກາະ Greenland ໃນວັນ​ທີ 15 ສິງ​ຫາ, 2019

ບົດ​ລາຍ​ງານ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດເຕືອນ​ວ່າ ມະ​ນຸດ​ຊາດກຳ​ລັງໄດ້​ຮັບ​ໄພ​ຂົ່ມ​ຂູ່​ຈາກຜົນ​ກະ​ທົບ​ອັນ​ຮ້າຍ​ແຮງ​ຂອງ​ສະ​ພາບໂລກ​ຮ້ອນ​ເອົ້າ ຫລື global warming ຕໍ່​ມະ​ຫາ​ສະ​ໝຸດຕ່າງໆ ແລະ​ຕໍ່​ຂົງ​ເຂດ​ທີ່​ເປັນ​ນ້ຳ​ກ້ອນ​ຂອງ​ໜ່ວຍ​ໂລກ.

ລາຍ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ທີ່​ມີ​ຫລາຍ​ປະ​ເທດ​ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ ດິນ​ຟ້າ​ອາ​ກາດ​ສະ​ຫລຸບ​ວ່າ ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດໄດ້​ເຮັດ​ໃຫ້ ຄວາມ​ຮ້ອນ​ຂອງ​ມະ​ຫາ​ສະ​ໝຸດເພີ້ມ​ຂຶ້ນ​, ເຮັດ​ໃຫ້​ລະ​ດັບ​ນ້ຳ​ທະ​ເລ​ຍື່ງ​ຂຶ້ນ​ສູງ, ເຮັດ​ໃຫ້​ແຜ່ນ​ນ້ຳ​ກ້ອນ ແລະ​ຊັ້ນ​ນ້ຳ​ກ້ອນເປື່ອຍ ແລະ​ເຮັດ​ໃຫ້​ເກີດ​ບັນ​ຫາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ອັນ​ອື່ນໆ​.

ບົດ​ລາຍ​ງານທີ່ນຳ​ເຜີຍ​ແຜ່​ອອກໃນ​ວັນ​ພຸດ​ວານນີ້ ໄດ້​ເຕືອນ​ອີກວ່າ ຖ້າ​ຫາກສະ​ພາບໂລກ​ຮ້ອນ​ເອົ້າ ບໍ່​ໄດ້​ເຮັດ​ໃຫ້​ຊັກຊ້າ​ລົງແລ້ວ ລະ​ດັບ​ນ້ຳ​ທະ​ເລກໍ​ຈະ​ສູງ​ຂຶ້ນເພີ້ມ​ເກືອບ 1 ແມັດ ​ຢູ່​ທ້າຍ​ສັດ​ຕະ​ວັດ​ນີ້. ສະ​ພາບ​ການ​ແບບນັ້ນ ຈະ​ເຮັ​ດ​ໃຫ້​ເກີດ​ມີ​ປະ​ລິ​ມານ​ປາ​ໜ້ອຍ​ລົງ, ມີ​ຫິ​ມະ ແລະ​ນ້ຳ​ກ້ອນ​ໜ້ອຍ​ລົງ ແລະມີພາ​ຍຸ​ເຮີ​ຣິ​ເຄນ ແລະ​ລະ​ບົບແອ​ລ ນີ​ໂນ ທີ່​ມີ​ພະ​ລັງ​ຮ້າຍ​ແຮງ.

ບົດ​ລາຍ​ງານດັ່ງ​ກ່າວ​ໄດ້​ຄົ້ນ​ຄວ້າ​ເບິ່ງ​ຜົນ​ກະ​ທົບ​ຂອງການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດທີ່​ຖືກ​ຜັກ​ດັນ​ໂດຍ​ມະ​ນຸດ ​ຕໍ່​ຊັ້ນ​ນ້ຳ​ກ້ອນ, ເຂດ​ດິນ​ທີ່​ໜາວ​ເຢັນ​ຢູ່​ຂົ້ວ​ໂລກ​ເໜືອ ແລະ​ຕໍ່​ມະ​ຫາ​ສະ​ໝຸດ​ຕ່າງໆ.

"ມັນ​ໄດ້​ບັນ​ທຶກວິ​ທີ​ການ​ທີ່ມະ​ຫາ​ສະ​ໝຸດໄດ້​ຖືກ​ກະ​ທົບ​ຄື​ກັນ​ກັບຍອງອັນ​ນຶ່ງທີ່​ຊຶມ​ຊັບ​ເອົາອາຍ​ກາກບອນ​ໄດ​ອອກ​ໄຊ​ດ໌ ແລະ​ຄວາມ​ຮ້ອນ​ເພື່ອຈະແຈກ​ຈ່າຍ​ອຸນ​ຫະ​ພູມອອກ​ໄປ. ແຕ່​ວ່າ​ ມັນ​ກໍ​ບໍ່​ສາ​ມາດ​ເຮັດໄວ​ພໍ​ໃຫ້​ທັນ​ເວ​ລາໄດ້," ນັ້ນ​ຄື​ຄຳ​ເວົ້າ​ຂອງຮອງປະ​ທານອົງ​ການ IPCC, ທ່ານ ໂຄ ແບ​ແຣດ (Ko Barrett). ທ່ານ​ກ່າວ​ຕໍ່​ໄປ​ວ່າ "ເມື່ອ​ລວ​ບ​ລວມ​ເຂົ້າ​ໃສ່​ກັນ​ແລ້ວ, ການ​ປ່ຽນ​ແປງ​ເຫລົ່າ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ມະ​ຫາ​ສະ​ໝຸ​ດ ແລະ​ເຂດ​ທີ່​ເປັນ​ນ້ຳແຂງຂອງ​ໂລກໄດ້​ຮັບ​ເອົາ​ຄວາມ​ຮ້ອນ​ທີ່​ເຮັດ​ໃຫ້​ມີ​ການປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດມາໄດ້​ຫລາຍ​ທົດ​ສະ​ວັດ​ແລ້ວ. ຜົນ​ຕາ​ມ​ມາ​ສຳ​ລັບ​ທຳ​ມະ​ຊາດ ແລະ​ມະ​ນຸດ​ແມ່ນ​ຍິ່ງໃຫຍ່​ໄພ​ສານ ແລະ​ຮ້າຍ​ແຮງ."

ນີ້​ເປັນບົດ​ລາຍງານ​ສະ​ບັບ​ທີ່ 3 ຂອງ​ອົງ​ການ IPCC ໃນຮອບ​ນຶ່ງປີ ກ່ຽວ​ກັບ​ຜົນ​ກະ​ທົບ​ຈາກການປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດ. ມັນ​ຖື​ກ​ນຳ​ມາ​ເຜີຍ​ແຜ່ ພາຍ​ຫລັງ​ທີ່​ມີ​ຫລາຍ​ລ້ານ​ຄົນຢູ່​ທົ່ວ​ໂລກ​ ພາ​ກັນ​ເດີນ​ຂະ​ບວນ​ປະ​ທ້ວງ​ກ່ຽວ​ກັບດິນ​ຟ້າ​ອາ​ກາດໃນ​ອາ​ທິດ​ແລ້ວນີ້ ເພື່ອ​ຮຽກ​ຮ້ອງ​ໃຫ້​ມີການເອົາ​ບາດ​ກ້າວ ​ຢ່າງ​ຮີບ​ດ່ວນ, ແລະ ​ພາຍ​ຫລັງ​ທີ່​ມີ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບດິນ​ຟ້າ​ອາ​ກາດເປີດ​ຂຶ້ນ​ຢູ່​ໃນ​ນະ​ຄອນ​ນິວຢອກ ທີ່​ພວກ​ຕຳ​ໜິ​ເລື້ອງນີ້ກ່າວ​ອ້າງວ່າ ມີ​ແຕ່​ເວົ້າ​ຫລາຍກວ່າ​ເຮັດ​ນັ້ນ​.

ນັກ​ຊ່ຽວ​ຊານ​ດ້ານດິນ​ຟ້າ​ອາ​ກາດ, ທ່ານ ແຮ​ນ​ສ໌-ອອດ​ໂຕ ພໍ​ເຕີ (Hans-Otto Porter), ຊຶ່ງ​ເປັນ​ຄົນ​ນຶ່ງ​ນອນໃນ​ຈຳ​ນວນ​ຜູ້​ຂຽນ​ບົດ​ລາຍ​ງານນີ້ ເວົ້າ​ວ່າມີ​ປ່ຽນ​ແປງ​ບາງ​ອັນ​ເກີດ​ຂຶ້ນ​ແລ້ວ.

ທ່ານ​ກ່າວ​ວ່າ "ໃຫ້ຄິດ​ເບິ່ງແຕ່​ນ້ຳ​ທີ່​ອຸ່ນ ແລະຫີນ​ປະ​ກາ​ລັງ ທີ່ຫລຸດ​ລົງແລ້ວ​ແລະເກີນ​ຂອບ​ເຂດທີ່​ຈະ​ອົດ​ກັ້ນ​ຂອງ​ພວກ​ເຂົາ​ເຈົ້າໃນ​ເມື່ອ​ໄດ້​ຖືກ​ສຳ​ພັດ​ກັບ​ ກະແສຂອງ​ຄວາມ​ຮ້ອນທຸກ​ຄັ້ງ ເທົ່າ​ນັ້ນ​ກໍ​ພໍ​ແລ້ວ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG