ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນຍ ອີຣັກ ຖືກຊຸກຍູ້ ໃຫ້ລາອອກຈາກຕຳແໜ່ງ ຫຼັງຈາກ ກອງປະຊຸມ ສຸກເສີນ 


ພວກປະທ້ວງພາກັນຢືນກວາດກຳແພງ ຄອນກຣີດ ໃນລະ
ຫວ່າງການປະທ້ວງຣັດຖະບານ ຢູ່ໃກ້ໆກັບຕຶກຫຼັງນຶ່ງຂອງ
ຣັດຖະບານ ໃນນະຄອນ ບາສຣາ ປະເທດ ອີຣັກ ທີ 7 ກັນ
ຍາ 2018
ພວກປະທ້ວງພາກັນຢືນກວາດກຳແພງ ຄອນກຣີດ ໃນລະ ຫວ່າງການປະທ້ວງຣັດຖະບານ ຢູ່ໃກ້ໆກັບຕຶກຫຼັງນຶ່ງຂອງ ຣັດຖະບານ ໃນນະຄອນ ບາສຣາ ປະເທດ ອີຣັກ ທີ 7 ກັນ ຍາ 2018

ກຸ່ມເລືອກຕັ້ງໃຫຍ່ທີ່ສຸດສອງກຸ່ມໃນ ອີຣັກ ໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ໄຮເດີ
ອາລ-ອາບາດີ ລາອອກ ໃນວັນເສົາວານນີ້ ລຸນຫຼັງກອງປະຊຸມສຸກເສີນ ຂອງສະພາ
ເພື່ອສົນທະນາກັນ ເລື້ອງຄວາມວຸ້ນວາຍໃນເມືອງ ບາສຣາ ທີ່ໄດ້ເອົາຊີວິດຜູ້ຄົນໄປ
ຢ່າງໜ້ອຍ 12 ຄົນ ໃນລະຫວ່າງການປະທ້ວງ ເປັນເວລາຫຼາຍມື້ ຍ້ອນການບໍລິການ
ມະຫາຊົນບໍ່ດີ ມີການວ່າງງານ ແລະການສໍ້ລາດບັງຫຼວງ.

ທ່ານ ຮັສຊານ ອາລ-ອາກູລີ ເລຂາທິການໃຫຍ່ ຂອງກຸ່ມປະສົມ ໄຊຣູນ ໄດ້ກ່າວອອກ
ມາລຸນຫຼັງກອງປະຊຸມນັ້ນວ່າ “ພວກເຮົາຮຽກຮ້ອງໃຫ້ລັດຖະບານຂໍອະໄພ ແລະໃຫ້
ລາອອກທັນທີ.” ກຸ່ມປະສົມດັ່ງກ່າວປະກອບດ້ວຍ ກຸ່ມປະສົມ Conquest ກັບພວກ
ໄຊຣູນ ພວກທີ່ໄດ້ຮັບໄຊຊະນະ ໃນການເລືອກຕັ້ງສະພາ ອີຣັກ ເມື່ອບໍ່ດົນນິີ້.

ທ່ານ ອາລ-ອາບາດີ ຮັບຮູ້ວ່າຄວາມປັ່ນປ່ວນ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເມືອງ
ບາສຣາ ແຕ່ກໍໄດ້ປ້ອງກັນປະຫວັດຂອງທ່ານໃນສະພາ.

ທ່ານໄດ້ບັນລະຍາຍຄວາມປັ່ນປ່ວນໃນເມືອງ ບາສຣາ ວ່າເປັນ “ການໂຈມຕີທາງ
ດ້ານການເມືອງ” ທັງເວົ້າຕື່ມວ່າ ວິກິດການກ່ຽວກັບການຮັບໃຊ້ບໍລິການມະຫາຊົນ
ແມ່ນມີຂຶ້ນ ເພື່ອເອົາຊະນະທາງການເມືອງ.

ອົງການຂ່າວສານຂອງ ຝຣັ່ງ ເອແອັຟພີ (AFP) ລາຍງານວ່າ ການປະທ້ວງໃນສັບປະ
ດານິີ້ ໄດ້ພາໃຫ້ລຸກແຮງຂຶ້ນ ຍ້ອນໄດ້ມີຜູ້ຄົນໄປເຂົ້າໂຮງໝໍປະມານ 30,000 ຄົນ
ພວກທີ່ໄດ້ພາກັນດື່ມນໍ້າເປິເປື້ອນໃນເມືອງ ບາສຣາ.

ຄວາມປັ່ນປ່ວນດັ່ງກ່າວ ໄດ້ກະຕຸ້ນໃຫ້ ລັດຖະມົນຕີກະຊວງພາຍໃນ ສັ່ງຫ້າມການ
ສັນຈອນໄປມາບາງເວລາໂດຍໄວ ໃນເມືອງ ບາສຣາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG