ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ແຫ່ງ​ຊາດ ອັງ​ກິດ ຈະ​ລົງ​ຄະ​ແນນ​ສຽງ ເບ​ຣັກ​ຊິດ ແບບບໍ່​ມີ​ຂໍ້​ຕົກ​ລົງ


ຜູ້​ສະ​ໜັບ​ສະ​ໜູນ​ຕໍ່​ຕ້ານ ເບ​ຣັກ​ຊິດ ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ​ຢູ່ນອກ​ສະ​ພາ​ຕ່ຳ ໃນ​ນະ​ຄອນຫຼວງ ລອນດອນ. 12 ມີ​ນາ, 2019.
ຜູ້​ສະ​ໜັບ​ສະ​ໜູນ​ຕໍ່​ຕ້ານ ເບ​ຣັກ​ຊິດ ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ​ຢູ່ນອກ​ສະ​ພາ​ຕ່ຳ ໃນ​ນະ​ຄອນຫຼວງ ລອນດອນ. 12 ມີ​ນາ, 2019.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ອັງ​ກິດ ມີ​ກຳ​ນົດ​ທີ່​ຈະ​ລົງ​ຄະ​ແນນ​ສຽງ ​ໃນ​ວັນ​ພຸດມື້ນີ້ ກ່ຽວ​ກັບ
ວ່າ ອັງກິດ ຄວນອອກຈາກສະຫະພາບ ຢູໂຣບ ໂດຍປາສະຈາກການຕົກລົງ ກ່ຽວກັບ
ລາຍລະອຽດໃດໆ ຂອງການຖອນຕົວຂອງເຂົາເຈົ້າຫຼືບໍ່.

ສິ່ງ​ທີ່​ເອີ້ນ​ວ່າການ​ຖອນ​ຕົວ ເບ​ຣັ​ກ​ຊິ​ສ “ແບບບໍ່​ມີ​ຂໍ້​ຕົກ​ລົງ” ແມ່ນ​ໄດ້​ຖືກ​ຄັດ​ຄ້ານ​ໂດຍ​
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທຣີຊາ ເມ, ແຕ່ບັນດາສະມາຊິກສະພາໄດ້ປະຕິ
ເສດຕໍ່ຂໍ້ຕົກລົງ ທີ່ທ່ານນາງໄດ້ເຮັດ ກັບສະຫະພາບ ຢູໂຣບ ນັ້ນດ້ວຍຄະແນນສຽງຢ່າງ
ຖ້ວມລົ້ນ.

ສະ​ພາ​ຕ່ຳ​ໄດ້​ລົງ​ຄະ​ແນນ​ສຽງ 391 ຕໍ່ 242 ຄັດ​ຄ້ານ​ແຜນ​ການ​ສະ​ບັບຫຼ້າ​ສຸດ​ຂອງ​ທ່ານ​
ນາງ ເມ ໃນວັນອັງຄານວານນີ້, ຈົນກໍ່ໃຫ້ເກີດການລົງຄະແນນສຽງມື້ນີ້.

ຖ້າ​ບັນ​ດາ​ສະມາ​ຊິກ​ສະ​ພາ​ປ​ະ​ຕິ​ເສດ​ການ​ຖອນ​ຕົວ ເບ​ຣັ​ກ​ຊິ​ດ ແບບບໍ່​ມີ​ການ​ຕົກ​ລົງ
ເຊັ່ນກັນນັ້ນ, ການລົງຄະແນນສຽງຄັ້ງທີສາມກໍຈະມີຂຶ້ນໃນວັນພະຫັດ ກ່ຽວກັບວ່າ ຈະ
ຂໍເວລາຕື່ມຈາກສະຫະພາບ ຢູໂຣບ ກາຍວັນຂີດເສັ້ນຕາຍທີ 29 ມີນານີ້ ເພື່ອຄິດ ກ່ຽວ
ກັບວິທີທີ່ຈະແຍກຕົວນັ້ນ. ບັນດາປະເທດສະມາຊິກ ສະຫະພາບ ຢູໂຣບ ຈະຕ້ອງໄດ້
ຮັບຮອງເອົາ ການຕໍ່ເວລາທຸກຄັ້ງ.

ກ່ອນ​ການ​ຜ່າຍ​ແພ້​ໃນ​ວັນ​ອັງ​ຄານ​ວານນີ້, ທ່ານ​ນາງ ເມ ໄດ້​ຂໍ​ຮ້ອງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​
ສະພາ ຮັບຮອງເອົາຂໍ້ຕົກລົງທີ່ທ່ານນາງໄດ້ເຈລະຈາ ໃນວັນຈັນທີ່ຜ່ານມາ ກັບປະທານ
ຄະນະກຳມາທິການ ຢູໂຣບ ທ່ານ ຊັອງ ຄລອດ ຈັງເກີ (Jean Claude Juncker)
ເພື່ອ “ຍັບຢັ້ງການປ່ຽນແປງຕ່າງໆຢ່າງຖືກຕ້ອງຕາມກົດໝາຍ” ເພື່ອຮັບປະກັນວ່າເຂດ
ຊາຍແດນລະຫວ່າງ ປະເທດ ໄອຣ໌ແລນ ທີ່ເປັນສະມາຊິກຂອງສະຫະພາບຢູໂຣບກັບ
ໄອຣ໌ແລນເໜືອ ຂອງ ອັງກິດ ນັ້ນ ຈະຄົງເປີດຢູ່ຄືເກົ່າຫຼັງຈາກ ເບຣັກຊິດ.

ແຕ່​ຜົນ​ທີ່​ອອກ​ມາ​ໃນ​ການ​ລົງ​ຄະ​ແນນ​ສຽງ ​ເມື່ອ​ເດືອນ​ມັງ​ກອນ ​ທີ່​ຜ່ານ​ມານັ້ນ ແມ່ນ​ກົງ​
ກັນຂ້າມກັບແຜນກ່ອນໜ້ານີ້, ເຊິ່ງທ່ານນາງ ເມ ໄດ້ຜ່າຍແພ້ຍິ່ງກວ່າເກົ່າ, ດ້ວຍຄະ
ແນນສຽງ 230 ຄະແນນ.

ຫຼັງ​ຈາ​ກ​ການ​ຜ່າຍ​ແພ້​ອີກ​ຄັ້ງ​ນຶ່ງ, ທ່ານ​ນາງ ເມ, ເຊິ່ງ​ແມ່ນ​ຜູ້​ນຳ​ພັກ​ອະ​ນຸ​ລັກ​ນິ​ຍົມ, ໄດ້​
ກ່າວຕໍ່ສະພາຕ່ຳວ່າ “ຂ້າພະເຈົ້າຍັງສືບຕໍ່ທີ່ຈະເຊື່ອວ່າ ວິທີທີ່ດີທີ່ສຸດ ແລະ ພຽງວິທີດຽວ”
ທີ່ຈະອອກຈາກ ສະຫະພາບຢູໂຣບນັ້ນແມ່ນ “ວິທີທີ່ເປັນໄປຕາມລະບຽບ.”

ທ່ານ​ນາງ​ໄດ້​ກ່າວ​ວ່າ ທາງ​ເລືອກ​ຕໍ່​ໄປ “ແມ່ນ​ຕົວ​ເລືອກ​ທີ່ບໍ່​ເພິງ​ປາ​ຖະ​ໜາ” ຄື​ການ​
ອອກໄປໂດຍບໍ່ມີຂໍ້ຕົກລົງ ຫຼື ຂໍເວລາເພີ່ມເຕີມເພື່ອເຈລະຈາ ຫຼັງຈາກໄດ້ໃຊ້ເວລາ
ຫຼາຍເດືອນແລ້ວ ເພື່ອບັນລຸເງື່ອນໄຂ ກ່ຽວກັບ ຂໍ້ຕົກລົງ ທີ່ຕອນນີ້ຖືກຄັດຄ້ານ.

ທ່ານ ເຈ​ເຣ​ມີ ຄໍ​ບິນ, ຜູ້​ນຳ​ພັກ​ແຮງ​ງານ ເຊິ່ງ​ແມ່ນ​ພັກ​ຝ່າຍ​ຄ້ານ​ທີ່​ສຳ​ຄັນ​ຂອງ ອັງ​ກິດ
ໄດ້ກ່າວຕໍ່ບັນດາສະມາຊິກສະພາວ່າ, “ລັດຖະບານຕອນນີ້ໄດ້ເສຍໄຊໃຫ້ສຽງສ່ວນ
ຫຼາຍຢ່າງໃຫຍ່. ທ່ານນາຍົກລັດຖະມົນຕີໄດ້ເສຍເວລາ ແລະ ເວລາສຳລັບເລື່ອງນີ້ກໍ
ໃກ້ຈະໝົດລົງແລ້ວ.” ທ່ານໄດ້ຮຽກຮ້ອງໃຫ້ຈັດການເລືອກຕັ້ງຄັ້ງໃໝ່ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກ​ິດ

XS
SM
MD
LG