ໃນພາກເໜືອຂອງອິນເດຍ, ມີທີ່ດິນຈຳນວນຫຼາຍໄດ້ປ່ຽນສະພາບເປັນທີ່ດິນຮົກຮ້າງໃນຊ່ວງຫຼາຍປີທີ່ຜ່ານມາ ເນື່ອງຈາກຊາວກະສິກອນໄດ້ປະຖິ້ມການປູກຝັງໃນພື້ນທີ່ຂອງຕົນ, ເຊິ່ງສ່ວນນຶ່ງແມ່ນຍ້ອນການເຮັດກະສິກຳໃນທີ່ດິນຕອນ ນ້ອຍໆທີ່ເຂົາເປັນເຈົ້າຂອງນັ້ນບໍ່ຄຸ້ມຄ່າ ແລະ ອີກສ່ວນນຶ່ງ ແມ່ນຍ້ອນສັດທີ່ຫຼົງທາງຢູ່ແຖວນັ້ນ ໄດ້ທຳລາຍພືດຜັກທີ່ພວກເຂົາປູກ. ປັດຈຸບັນ ຊາວກະສິກອນບາງສ່ວນໄດ້ໂຮມໂຕກັນເພື່ອຟື້ນຟູທີ່ດິນຮົກຮ້າງເຫຼົ່ານີ້ໃນໂຄງການທີ່ກຳລັງຊ່ວຍໃຫ້ຜູ້ຍິງໃນຊົນນະບົດມີລາຍຮັບເພີ່ມຂຶ້ນ.
ນາງ ອານຸລາທະ ເທວີ (Anuradha Devi) ກຳລັງກະກຽມພື້ນທີ່ການປູກຝັງຂອງຄອບຄົວທີ່ເຄີຍກາຍເປັນທີ່ດິນຮົກຮ້າງ ຫຼັງຈາກທີ່ພວກເຂົາເຈົ້າໄດ້ປະຖິ້ມການປູກຝັງໃນລັດ ຮິມາຊາລ ປຣາເດສ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດ.
ນາງ ອານຸລາທະ ເທວີ, ຄົນຄັງກຣາ, ກ່າວເປັນພາສາຮິນດີວ່າ:
“ພວກເຮົາເປັນເຈົ້າຂອງດິນຕອນນ້ອຍໆທີ່ແຈກຢາຍກັນຢູ່. ງົວຄວາຍມັກຈະມາກິນພືດຜັກທີ່ພວກເຮົາປູກ. ພວກເຮົາຈຶ່ງພາກັນເຊົາທໍາການປູກຝັງ.”
ເມື່ອປີກາຍນີ້, ລາວໄດ້ຮ່ວມມືກັບເຈົ້າຂອງທີ່ດິນທີ່ຢູ່ຂ້າງໆຫຼາຍຄົນ ເພື່ອເລີ່ມປູກຝັງເຊັ່ນ ຄາໂມມາຍ. ການປູກຝັງໃນພື້ນທີ່ຂະໜາດໃຫຍ່ຂຶ້ນ ແລະ ການປູກສະໝຸນໄພ, ດອກໄມ້ ແລະ ໝາກເບີຣີ ແທນການປູກພືດແບບດັ້ງເດີມເຊັ່ນເຂົ້າສາລີ, ເຊິ່ງເຮັດໃຫ້ລາວມີລາຍຮັບ 500 ໂດລາ, ອັນໄດ້ເຮັດໃຫ້ການໃຊ້ຊີວິດຂອງລາວງ່າຍຂຶ້ນ.
ນາງ ອານຸລາທະ ເທວີ, ຄົນຄັງກຣາ, ກ່າວເປັນພາສາຮິນດີວ່າ:
“ການຈ່າຍຄ່າໃຊ້ຈ່າຍພາຍໃນຄອບຄົວເປັນເລື່ອງຍາກຂຶ້ນ ຫຼັງຈາກທີ່ພວກເຮົາເຊົາເຮັດການປູກຝັງ. ພວກເຮົາຮອດບໍ່ສາມາດຈ່າຍຄ່າຮຽນໃຫ້ລູກໆໄດ້ເລີຍ.”
ໃນປະເທດອິນເດຍ, ຂະໜາດພື້ນທີ່ກະສິກຳໂດຍສະເລ່ຍໄດ້ຫຼຸດລົງ ເນື່ອງຈາກການແບ່ງສ່ວນທີ່ດິນເມື່ອມີການສົ່ງຕໍ່ໄປຫຼາຍລຸ້ນຄົນ. ແມ່ນແຕ່ທີ່ດິນຕອນ ນ້ອຍໆທີ່ຊາວກະສິກອນເປັນເຈົ້າຂອງກໍ່ມັກຈະຢູ່ບໍ່ຕິດກັນ, ສົ່ງຜົນເຮັດໃຫ້ການປູກຝັງບໍ່ຄຸ້ມທຶນ. ເນື້ອທີ່ດິນຈຳນວນຫຼາຍຈຶ່ງມັກຈະກາຍເປັນເນື້ອທີ່ດິນຮົກຮ້າງ.
ປັດຈຸບັນ, ຄອບຄົວໃນຊົນນະບົດຈໍານວນນຶ່ງ ກຳລັງເຕົ້າໂຮມທີ່ດິນຂອງຕົນເອງເພື່ອເລີ່ມເຮັດການກະສິກຳຄືນໃໝ່.
ທ່ານນາງ ໂສນຸ ຣານາ ແລະ ຜົວຂອງລາວ, ຣາຈີບ ເຊົາຮານ ກຳລັງເປັນຜູ້ນຳໃນໂຄງການທີ່ນຳໂດຍຊຸມຊົນນີ້. ພວກເຂົາເຄີຍປະເຊີນບັນຫາຄ້າຍຄືກັນເມື່ອກັບມາຈາກໂຕເມືອງ ເພື່ອມາເຮັດການກະສິກຳໃນທີ່ດິນຂອງຕົນ, ເຊິ່ງເປັນທີ່ດິນທີ່ແຈກຢາຍ ແລະ ຊຸດໂຊມ.
ທ່ານນາງ ໂສນຸ ຣານາ, ຜູ້ກໍ່ຕັ້ງອົງການ Littlewild Agri, ກ່າວເປັນພາສາຮິນດີວ່າ:
“ພວກເຮົາໄດ້ຊວນສາມສີ່ຄອບຄົວທີ່ມີດິນໃກ້ໆກັນ ໃຫ້ມາປູກຫົວສິງໄຄນຳກັນ ແລະເຮົາກໍສາມາດຂາຍມັນໃຫ້ກັບບໍລິສັດທີ່ຜະລິດຊາ. ຈາກນັ້ນ ພວກເຮົາຈຶ່ງຄິດໄດ້ວ່າ ສິ່ງທີ່ຈະໄດ້ຜົນຮັບດີທີ່ສຸດໃນຂົງເຂດນີ້ ແມ່ນການລວມເອົາຊັບພະຍາກອນທີ່ດິນເຂົ້ານຳກັນ.”
ເພື່ອແກ້ໄຂບັນຫາສັດຫຼົງທາງທີ່ມາກິນພືດ, ພວກເຂົາເຈົ້າໄດ້ປ່ຽນມາປູກພືດເຊັ່ນ ຄາໂມມາຍ, ຂີງ ແລະ ດອກໄມ້ ແທນທີ່ເຂົ້າ ແລະ ເຂົ້າສາລີ ທີ່ເຄີຍປູກມາຫຼາຍລຸ້ນຄົນ.
ມີປະມານ 20 ຄອບຄົວ ກຳລັງກໍາລັງດໍາເນີນງານຕາມແບບຢ່າງຂອງພວກເຂົາເຈົ້າ. ເປົ້າໝາຍແມ່ນ ການສ້າງຜູ້ປະກອບການລະດັບຂັ້ນບ້ານໃນຂົງເຂດທີ່ຜູ້ຍິງສາມາດເຮັດວຽກໃນທີ່ດິນຂອງຕົນເອງໄດ້ ແຕ່ບໍ່ສາມາດເຮັດວຽກນອກບ້ານໄດ້.
ນຶ່ງໃນນັ້ນແມ່ນ ທ່ານນາງ ຣິຕາ ເດວີ.
ນາງ ຣິຕາ ເດວີ, ຄົນຄັງກຣາ ກ່າວເປັນພາສາຮິນດີວ່າ:
“ພວກເຮົາໄດ້ໂຮມກຸ່ມກັນແປດຫາສິບຄົນ ແລະ ເຮັດວຽກຮ່ວມກັນເພື່ອຟື້ນຟູທີ່ດິນ... ມັນຮູ້ສຶກດີຫຼາຍທີ່ໄດ້ເຫັນພືດຜັກເຕີບໃຫຍ່ໃນທີ່ດິນຂອງພວກເຮົາ ແລະ ພວກເຮົາຍັງໄດ້ເງິນຈຳນວນນຶ່ງນໍາອີກດ້ວຍ.”
ຜູ້ຊ່ຽວຊານດ້ານການພັດທະນາທີ່ດິນຮົກຮ້າງກ່າວວ່າ ຮູບແບບການກະສິກຳທີ່ນຳພາໂດຍຊຸມຊົນ ສາມາດຊ່ວຍຊຸກຍູ້ຊຸມຊົນໃນເຂດຊົນນະບົດໄດ້.
ທ່ານ ສັນສາ ຊິງ, ອະດີດຜູ້ຈັດການໂຄງການພັດທະນາທີ່ດິນຮົກຮ້າງກ່າວວ່າ:
“ສິ່ງຕ່າງໆເຫຼົ່ານີ້ ຈະສ້າງການຈ້າງງານ ແລະຢຸດຜູ້ຄົນທີ່ຕ້ອງໄປເຮັດວຽກນ້ອຍໆຢູ່ໃນເມືອງ. ມັນຈະຊ່ວຍໃຫ້ຢ້ອນກັບການຍ້າຍຖິ່ນຖານ."
ທ່ານນາງ ຣານາ ຍັງໄດ້ຊ່ວຍຊາວບ້ານໃນການນຳເອົາພືດຜົນອອກສູ່ຕະຫຼາດອີກດ້ວຍ. ນາງກ່າວວ່າ ພວກເຂົາໄດ້ເຮັດໃຫ້ວິທີການປະຕິບັດທີ່ສືບທອດກັນມາຫຼາຍລຸ້ນຄົນ ພັດທະນາໃຫ້ທັນສະໄໝຂຶ້ນ.
ທ່ານນາງ ໂສນຸ ຣານາ, ຜູ້ກໍ່ຕັ້ງ Littlewild Agri ກ່າວວ່າ:
“ນີ້ແມ່ນວິທີທີ່ພໍ່ເຖົ້າແມ່ເຖົ້າຂອງເຮົາເຄີຍເຮັດການປູກຝັງກັນ. ພວກເພິ່ນເຄີຍຊ່ວຍເຫຼືອກັນ. ພວກເຮົາກຳລັງເຮັດວຽກໃນຮູບແບບດຽວກັນຢູ່.”
ຜູ້ຊ່ຽວຊານກ່າວວ່າ ເລື່ອງລາວຄວາມສຳເລັດຈາກໂຄງການນີ້ອາດຈະກາຍເປັນຕົ້ນແບບໃຫ້ກັບຜູ້ອື່ນ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
In North India, vast tracts of land have turned into wasteland in recent years as farmers abandoned cultivating their fields -- partly because it was unprofitable to farm the small patches of land they owned and partly because stray animals destroy crops that they planted. Now some farmers have come together to restore these wastelands in an initiative that is helping rural women raise their incomes. Anjana Pasricha has a report.
Anuradha Devi is preparing her family’s fields that had turned into wasteland after they abandoned farming in the northern Himachal Pradesh state.
Anuradha Devi, Kangra Resident, female in Hindi.
“We owned small patches of land that were scattered. Cattle used to eat up whatever we planted. So, we stopped cultivating them.’’
A year ago, she joined hands with owners of several adjoining fields to grow crops like chamomile. Farming on a larger area and planting herbs, flowers and berries instead of traditional crops like wheat enabled her to earn $500. It made life easier.
Anuradha Devi, Kangra Resident, female in Hindi.
“It was difficult to meet household expenses after we stopped farming. We could not even pay our children’s fees.”
In India, the average size of farms has shrunk due to division of land as it passed down generations. Even the tiny fields farmers own are often not contiguous, making farming unviable. Large tracts turned into wasteland.
Now some rural families are pooling their land to restart farming.
Sonu Rana and her husband Rajiv Chauhan are spearheading the community-led initiative. They faced a similar problem when they returned from the city to farm their land – it was also scattered and had become degraded.
Sonu Rana, Littlewild Agri Founder Female in Hindi.
“We convinced three or four families who owned land around us to plant lemongrass with us. We were able to sell it to companies making tea. Then we realized that the formula which will work in this region is pooling of land resources.”
To overcome the problem of stray animals eating crops, they switched to growing crops like chamomile, ginger and flowers instead of rice and wheat planted for generations.
Nearly two dozen families are following their example. The aim is to create village level entrepreneurs in a region where it is acceptable for women to labor on their own land but not work outside the house.
One of them is Rita Devi.
Rita Devi, Kangra Resident, Hindi.
“We formed a group of eight or ten people and worked together to restore the land. … It feels very good to see crops growing on our fields and we also earn some money.”
Experts in wasteland development say the community-led farming model can give rural communities a boost.
Sansar Singh, Former Wasteland Development Project Manager.
“This will generate employment and stop people from going to cities to take up small jobs. It will reverse migration.”
Rana also helps the villagers market the crops. She says they have just modernized a generations-old practice.
Sonu Rana, Littlewild Agri Founder, Hindi.
“This is the way our grandparents used to farm. They used to help each other. We are working on the same model.”
Experts say success stories from this initiative could set a template for others.
ຟໍຣັມສະແດງຄວາມຄິດເຫັນ