ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໗ ກັນຍາ ໒໐໒໔

​ເຈົ້າ​ຄອງ​ນະ​ຄອ​ນ ນິວຢອກ ຮຽກ​ຮ້ອງ​ໃຫ້​ປ່ຽນ​ສະ​ຖາ​ນະ​ພາບ​ບ່ອນ​ລີ້​ໄຟ​ຂອງ​ເມືອງ ​ສຳ​ລັບ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ


New York mayor calls for changes in city’s migrant sanctuary status
please wait

No media source currently available

0:00 0:03:26 0:00

ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ອາ​ຊະ​ຍາ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ໃນ​ນະ​ຄອນ ນິວຢອກ ໄດ້​ເຮັດ​ໃຫ້ຫຼາຍ​ຄົນມີ​ຄວາມກັງ​ວົນ, ດ້ວຍ​ຄົນ​ຈຳ​ນວ​ນຶ່ງ​ໄດ້​ຖິ້ມ​ໂທດ​ໃສ່​ການຫຼັ່ງ​ໄຫຼ​ເຂົ້າ​ມາ​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່ບໍ່​ມີ​ໜັງ​ສືໃນ​ຕົວ​ເມືອງ​ດັ່ງ​ກ່າວໃນ​ສອງ​ປີ​ທີ່​ຜ່າ​ນມາ. ເອ​ຣອນ ຣາ​ເນັນ ແລະ ອີ​ກໍ ຊິ​ຄາ​ນານ​ກາ ໄດ້​ລົມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ, ນັກ​ການ​ເມືອງ, ນັກ​ເຄື່ອນ​ໄຫວ ແລະ ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວ​ໃນ​ລາຍ​ງານ​ຂອງ​ພວກ​ເຮົາ.

ບັນ​ຫາ​ກ່ຽວ​ກັບ ສະ​ຖາ​ນະ​ພາບ​ບ່ອນ​ລີ້​ໄພ​ຂອງ​ນະ​ຄອນ ນິວຢອກ ໄດ້​ເຖິງ​ຂັ້ນ​ແຕກ​ຫັກ​ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ​ຢູ່​ໃກ້​ກັບ​ເຂດ Times Square, ບ່ອນ​ທີ່​ກຸ່ມ​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຖືກ​ກ່າວ​ຫາ​ໂຈມ​ຕີ​ຕຳຫຼວດ​ສອງ​ຄົນ.

ຄະ​ດີ​ດັ່ງ​ກ່າວ​ແມ່ນ​ກຳ​ລັງ​ຢູ່​ໃນ​ກາ​ນ​ລໍ​ຖ້າ, ແຕ່​ຄຳ​ຖາມ​ແມ່ນ​ຍັງ​ຄົງ​ມີ​ຢູ່​ວ່າ: ນະ​ຄອນ ນິວຢອກ ຄວນ​ພິ​ຈາ​ລະ​ນາ​ສະ​ຖາ​ນະ​ພາບ​ບ່ອນລີ້ໄພຫຼືບໍ່? ໃນ​ປັດ​ຈຸ​ບັນ​ນີ້, ເຈົ້າ​ໜ້າ​ທີ່ບ​ບັງ​ຄັບ​ໃຊ້​ກົດ​ໝາຍ​ແມ່ນ​ຖືກ​ຫ້າມ​ຈາກ​ການ​ຮ່ວມ​ມື​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຄົນ​ເຂົ້າ​ເມືອງ​ລັດ​ຖະ​ບານ​ກາງ. ແມ່ນ​ກະ​ທັ້ງ​ເວ​ລາ​ທີ່​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຖືກ​ຕັດ​ສິນ​ມີ​ຄວາມ​ຜິດ​ ກ່ຽວ​ກັບ ການ​ກໍ່​ອາ​ຊະ​ຍາ​ກຳ ແລະ ຖືກ​ປ່ອຍ​ຕົວ, ບັນ​ດາ​ເຈົ້າໜ້າ​ທີ່​ຄົນ​ເຂົ້າ​ເມືອງ​ມັກ​ຈະ​ບໍ່​ຖືກ​ແຈ້ງ​ໃຫ້​ຊາບ, ເຊິ່ງ​ຂັດ​ຂວາງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ເນ​ລະ​ເທດ. ຄວາມ​ຄິດ​ເຫັນ​ຂອງ​ສາ​ທາ​ລະ​ນະ​ໃນ​ນະ​ຄອນ ນິວຢອກ ແມ່ນ​ແຕກ​ຕ່າງ​ກັນ.

ນາງ ມາ​ຣີ ຊູ​ທ​ສ໌ ຜູ້​ອາ​ໄສ​ຢູ່​ນະ​ຄອນ ນິວຢອກ ກ່າວ​ວ່າ “ຂ້ອຍ​ຄິດ​ວ່າ​ສານ​ຄວນ​ສື່​ສານ​ກັບ​ອົງ​ການ​ຄົນ​ເຂົ້າ​ເມືອງ ແລະ ​ພາ​ສີ ແລະ ກຳ​ຈັດ​ຄົນ​ຜູ້​ທີ່​ກໍ່​ອາ​ຊະ​ຍາ​ກຳ.”

ທ້າວ ຄອ​ລ ໂຄ​ແຊ​ລ, ຜູ້​ອາ​ໄສ​ຢູ່​ນະ​ຄອນ ນິວຢອກ ກ່າວ​ວ່າ “ໂຮງ​ແຮງຫຼາຍ​ແຫ່ງ​ມີ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານອາ​ໄສ​ຢູ່​, ແຕ່​ຂ້ອຍບໍ່​ເຄີຍ​ມີ​ບັນ​ຫາ​ກັບ​ເຂົາ​ເຈົ້າ​ເລີຍ. ຂ້ອຍ​ໝາຍ​ຄວາມ​ວ່າ, ພວກ​ເຮົາ​ມີ​ຮູບ​ປັ້ນ​ເທ​ພີ​ເສ​ລີ​ພາບ​ຢູ່​ທີ່ນີ້. ເອົາ​ຄວາມ​ອິດ​ເມື່ອຍ​ຂອງ​ເຈົ້າ, ຄວາມ​ທຸກ​ຍາກ​ຂອງ​ເຈົ້າ, ຄວາມ​ໂຫຍ​ຫາ​ອິ​ສະຫຼະ​ພາບ​ຂອງ​ເຈົ້າ​ໃຫ້​ພວກ​ເຂົາ, ຂ້ອຍ​ໝາຍ​ຄວາມ​ວ່າ “ນັ້ນ​ແມ່ນ​ທຸ​ກ​ຢ່າງ​ທີ່​ກ່ຽວ​ກັບ​ນະ​ຄອນ ນິວຢອກ.”

ໃນ​ຂະ​ນະ​ດຽວ​ກັນ, ບັນ​ດາ​ນັກ​ເຄື່ອນ​ໄຫວ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຮູ້​ສຶກ​ວ່າ​ບັນ​ຫາ​ດັ່ງ​ກ່າວ​ຖືກຂະ​ຫຍາຍ​ອອກ​ໄປ​ເກີນ​ຂອບ​ເຂດ.

ທ່ານ​ນາງ ອິ​ລ​ເຊ ທີ​ລ​ແມນ, ຈາກ​ກຸ່ມ TLC NYC ກ່າວ​ວ່າ “ຂ້ອຍ​ຮູ້​ສຶກ​ຢ່າງ​ແນ່ນອນ​ວ່າ​ສະ​ຖາ​ນະ​ພາບບ່ອນ​ລີ້​ໄພ​ຄວນ​ຄົງ​ຢູ່​ຄື​ເກົ່າ. ຂ້ອຍ​ໝາຍ​ຄວາມ​ວ່າ, ຄື​ເຈົ້າ​ຮູ້, ການກ່າວ​ຢ້ຳ​ເຖິງ​ກໍ​ລະ​ນີ​ຕົວ​ຢ່າງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່ກໍ່​ອາ​ຊະ​ຍາ​ກຳ ແມ່ນ​ເລື່ອງ​ທົ່ວ​ໄປ​ຢູ່​ແລ້ວ. ເຈົ້າ​ຈະ​ເລືອກ​ສະ​ເພາະເລື່ອງ​ຕ່າງໆ, ເຈົ້າ​ຈະ​ເນັ້ນ​ຢ້ຳມັນ​ໃນ​ດ້ານລົບ, ແລະ ເຈົ້າ​ຈະເອົາ​ຄົນ​ກຸ່ມ​ນຶ່ງ​ເປັນ​ແກະ​ຮັບ​ບາບ.”

ໃນ​ການ​ຕອບ​ຕໍ່​ຄຳ​ຖາມ​ຂອງວີ​ໂອ​ເອ ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ເມື່ອ​ວັນ​ທີ 27 ທີ່​ຜ່ານ​ມາ, ເຈົ້າ​ຄອງ​ນະ​ຄອນ ນິວຢອກ ທ່ານ ອີ​ຣິກ ອາ​ດາມ​ສ໌ ໄດ້​ສະ​ແດງ​ທັດ​ສະ​ນະ​ຄະ​ຕິ​ຂອງ​ທ່ານ ກ່ຽວ​ກັບ ການ​ປ່ຽນ​ແປງ​ສະ​ຖາ​ນະ​ພາບ​ເມືອງ​ລີ້​ໄພ​ດັ່ງ​ກ່າວ.

ທ່ານ ເອ​ຣິກ ອາ​ດາມ​ສ໌ ກ່າວ​ວ່າ “ຄົນ​ຜູ້​ທີ່​ກໍ່​ອາ​ຊະ​ຍາ​ກຳ​ຕໍ່​ຊາວ ນິວຢອກ ແລະ ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ແລະ ຜູ້​ຂໍ​ລີ້​ໄພ​ ແລະ ບຸກ​ຄົນ​ທີ່ບໍ່​ມີ​ໜັງ​ສື​ອື່ນໆ ບໍ່​ຄວນ​ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຮົາຫຼັງ​ຈາກ​ເຂົາ​ເຈົ້າ​ຮັບ​ໃຊ້​ໂທດ​ແລ້ວໆ.”

ລັດ​ຖະບານ​ກາງ​ກໍ​ກຳ​ລັງ​ຊັ່ງ​ຊາ​ເບິ່ງ​ເຊັ່ນ​ກັນ.

ທ່ານ ເຄັນ ຈີ​ນາ​ໂລ, ຈາກ​ອົງ​ການ​ຄົນ​ເຂົ້າ​ເມືອງ ແລະ ພາ​ສີ ກ່າວ​ວ່າ “ພວກ​ເຮົາ​ບໍ່​ຢາກ​ລົບ​ລ້າງ​ນະ​ໂຍ​ບາຍ​ສະ​ຖານ​ທີ່ຫຼົບ​ໄພ. ພວກ​ເຮົາ​ພຽງ​ແຕ່​ຢາກ​ທຳ​ການ​ປ່ຽນ​ແປງ​ເລັກ​ນ້ອຍ ບ່ອນ​ທີ່​ພວກ​ເຮົາ​ສາ​ມາດ​ຮ່ວມ​ມື​ກັບ​ຕຳຫຼວດ​ນະ​ຄອນ ນິວຢອກ ແລະ ຈັບ​ກຸມ​ບຸກ​ຄົນ​ທີ່​ວ່າ​ນັ້ນ ແລະ ນຳ​ເອົາ​ພວກ​ເຂົາ​ອອ​ກ​ໄປ​ຈາກ​ຖະ​ໜົນ.”

ທ່ານ ຈີ​ນາ​ໂລ ກ່າວ​ວ່າ​ປັດ​ຈຸ​ບັນ​ນີ້​ມັນ​ບໍ່​ມີ​ຂໍ້​ມູນທີ່​ເປັນ​ຮູບ​ປະ​ທຳ ກ່ຽວ​ກັບ ອາ​ຊະ​ຍາ​ກຳ​ຜູ້​ຍົກ​ຍ້າຍ​ຖິ່​ນ​ຖານ​ຢູ່ Big Apple.

ທ່ານ ຈີ​ນາ​ໂລ ກ່າວ​ວ່າ “ບັ​ນ​ຫາ​ກັບ​ການ​ພະ​ຍາ​ຍາມ​ທີ່​ຈະ​ຫາ​ຕົວ​ເລກ ແລະ ສະ​ຖິ​ຕິ ກ່ຽວ​ກັບ ອາ​ຊະ​ຍາ​ກຳ​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ຫຼື ຜູ້​ທີ່ບໍ່​ແມ່ນ​ຄົນ​ສັນ​ຊາດ​ອາ​ເມ​ຣິ​ກັນ ກໍ​ແມ່ນ​ວ່າ​ນະ​ຄອນ ນິວຢອກ ແມ່ນ​ເມືອງ​ໃຫ້ບ່ອນ​ລີ້​ໄພ. ເຂົາ​ເຈົ້າ​ມີ​ນະ​ໂຍ​ບາຍ​ສະ​ຖານ​ທີ່ລີ້​ໄພ​ທີ່​ຂັດ​ຂ​ວາງ ແລະ ກີດ​ກັ້ນ​ການ​ຮ່ວມ​ມື​ໃດ​ໆ​ກັບ​ພວກ​ເຮົາ. ສະ​ນັ້ນ, ຖ້າ​ບຸກ​ຄົນ​ນຶ່ງ​ຖືກ​ຈັບ, ຕຳຫຼວດ​ນະ​ຄອນ ນິວຢອກ ແມ່ນບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຖາມ​ສັນ​ຊາດ​ຂອງ​ເຂົາ​ເຈົ້າ. ສະ​ນັ້ນ, ເວ​ລາ​ເຂົາ​ເຈົ້າ​ເວົ້າ​ວ່າ, ສະ​ຖິ​ຕິ ບາງ​ເທື່ອ ອາ​ຊະ​ຍາ​ກຳ​ແມ່ນ​ໜ້ອຍກວ່າ ຫຼື ຫຼາຍກວ່າ, ເຈົ້າ​ບໍ່​ສາ​ມາດບອກ​ໄດ້​ຢູ່​ໃນ​ເມືອງ​ທີ່​ໃຫ້​ບ່ອນ​ລີ້​ໄພ.”

ໃນ​ຂະ​ນະ​ດຽວ​ກັນ, ຜູ້​ອາ​ໄສ​ຢູ່​ໃນ​ເມືອ​ງ​ດັ່ງ​ກ່າວ, ຖືກ​ປ່ອຍ​ໃຫ້​ຊັ່ງ​ຊາ​ວ່າ​ໄພ​ຄຸກ​ຄາມຈາກ​ອາ​ຊະ​ຍາ​ກຳ​ຂອງຜູ້​ຍົກ​ຍ້າຍ​ຖິ່ນ​ຖານນັ້ນ​ແມ່ນ​ເວົ້າ​ເກີນຈິງ ຫຼື ເປັນ​ຄວາມ​ຈິງ.

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສຫຼາຍ​ຄົນ​ແມ່ນ​ກຳ​ລັງ​ຕັ້ງ​ຕູບ​ຜ້າ​ນອນ​ຢູ່​ເກາະ ແຣນດອ​ລ​ສ໌. ບາງ​ຄົນ​ເວົ້າ​ວ່າຫຼັງ​ຈາກ​ຕາ​ເວັນ​ຕົກ​ດິນ, ບັນ​ຍາ​ກາດ​ຈະ​ປ່ຽນ​ແປງ.

ທ້າວ ດີ​ອາ​ລ​ໂລ, ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່ບໍ່​ມີ​ເອ​ກະ​ສານ​ໃນ​ນະ​ຄອນ ນິວຢອກ ກ່າວ​ວ່າ “ເວ​ລາ​ເຮົາ​ຢູ່ນອກ, ປົກ​ກະ​ຕິ​ເຈົ້າ​ຈະ​ບໍ່​ຮູ້​ສຶກ​ປອດ​ໄພ ເພາະ​ວ່າ​ມັນ​ມີ​ຄົນຫຼາຍ… ເຂົາ​ເຈົ້າ​ມີ​ອາ​ວຸດ, ບາງ​ຄົນ​ກໍ​ມີ​ມີດ.”

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່ບໍ່​ມີ​ເອ​ກະ​ສານ​ໃນ​ນະ​ຄອນ ນິວຢອກ ກ່າວ​ວ່າ “ຢູ່​ທີ່ນີ້, ທຸກ​ຢ່າງ​ແມ່ນ​ອັນ​ຕະ​ລາຍ. ບາງ​ຄົນ​ຕີ​ກັນ ແລະ ຂ້າ​ກັນ. ມັນ​ມີ​ທຸກ​ຢ່າງ​ຢູ່​ທີ່ນີ້.”

ດ້ວຍ​ເມືອງ​ດັ່ງ​ກ່າວ​ມີ​ຄວາມ​ຄິດ​ທີ່ບໍ່​ຄື​ກັນ, ຄຳ​ຖາມ​ຍັງ​ມີ​ຢູ່​ວ່າ ນະ​ຄອນ ນິວຢອກ ຈະ​ສາ​ມາດ​ສືບ​ຕໍ່​ເປັນ​ເມືອງ​ໃຫ້​ບ່ອນ​ລີ້​ໄພ​ຕໍ່​ໄປ​ໄດ້​ບໍ່ ໃນ​ຂະ​ນະ​ດຽວ​ກັນ​ກໍ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສຳ​ລັບ​ຜູ້​ອາ​ໄສ​ຢູ່​ຂອງ​ເຂົາ​ເຈົ້າ​ທຸກ​ຄົນ. ຄຳ​ຕອບ​ອາດ​ຈະ​ກຳ​ນົດອະ​ນາ​ຄົດ​ຂອງ​ເມືອງ ແລະ ນະ​ໂຍ​ບາຍ​ຂອງ​ເຂົາ​ເຈົ້າ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສ​າ​ອັງ​ກິດ

The issue of New York City’s sanctuary status reached a breaking point in January near Times Square, where a group of migrants allegedly attacked two police officers.

The case is pending, but the question remains: Should New York City reconsider its sanctuary status? Currently, local law enforcement is restricted from cooperating with federal immigration authorities. Even when migrants are convicted of crimes and released, immigration authorities are often not notified, hindering potential deportations. Public opinion in New York is divided.

“I think that the courts should communicate with ICE [Immigration and Customs Enforcement] and get rid of people who are committing crimes.”

“A lot of the hotels have migrants, but I've never had any issues with them whatsoever. I mean, we have the Statue of Liberty here. ‘Give them your tired, your poor, your huddled masses yearning to be free.’ I mean, that's what New York City is all about.”

Meanwhile, migrant activists feel the issue is being blown out of proportion.

“I absolutely think that the sanctuary status should remain. I mean, you know, this sort of emphasizing the isolated instances of migrants committing crimes is just very typical. You cherry-pick the stories, you emphasize the negative, and you scapegoat a certain group of people.”

In response to VOA’s question on the matter at an August 27 press conference, New York City Mayor Eric Adams expressed his views on modifying the city's sanctuary status.

“People who commit violent acts on New Yorkers and other migrants and asylums and undocumented individuals should not remain in our country after they serve their time.”

The federal government is also weighing in.

“We don't want to eradicate the sanctuary policies. We just want minor changes where we can collaborate with NYPD and arrest those individuals and take them off the streets.”

Genalo says there is currently no objective data on migrant crime in the Big Apple.

“The problem with trying to get the figures and stats on migrant crime or on the non-citizens is that New York City is a sanctuary city. They have sanctuary policies that hamper and hinder any cooperation with us. So, if an individual is arrested, the NYPD is not allowed to ask the country of citizenship. So, when they say, stats as though, maybe, the crime is less or more, you really can't tell in a sanctuary city.”

City residents, meanwhile, are left to weigh whether the migrant crime threat is exaggerated or accurate.

Many homeless migrants are camping in tents on Randall's Island. Some say that after the sun sets, the atmosphere changes.

“When you [are] outside, usually you don't feel security because there's lot of people. … They have a weapon, some of them have the knife.”

“Here, everything is dangerous. People are fighting and killing; there's everything here.”

With the city divided, the question remains whether New York can continue to be a sanctuary city while ensuring the safety of all its residents. The answer may shape the future of the city and its policies

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG