ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ຈີນ ຮັກ​ສາ​ສົນ​ທາ​ນະ​ໃຫ້​ດຳ​ເນີນ​ຕໍ່​ໄປ​ຢູ່ ສິງ​ກະ​ໂປ ເຖິງ​ແມ່ນ​ຈະ​ມີ​ຄວາມບໍ່​ເຫັນ​ພ້ອມ​ກັນ​ກໍ​ຕາມ


ບັນ​ດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ແລະ ຈີນ ໄດ້​ສະ​ເໜີ​ວິ​ໄສ​ທັດ​ແຂ່ງ​ຂັນ​ກັນ​ສຳ​ລັບ​ທະ​ວີບ​ເອ​ເຊຍ, ແມ່ນ​ກະ​ທັ້ງ​ທີ່​ເຂົາ​ເຈົ້າ​ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ຮັກ​ສາ​ຊ່ອງ​ທາງ​ຕ່າງໆ​ໃຫ້​ເປີດ​ໄວ້​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ດ້ານ​ຄວາມ​ໝັ້ນ​ຄົງ ແຊງກ​ຣີ​-ລາ ສາມ​ວັນ​ທີ່​ໄດ້​ປິດ​ລົງ​ໃນ​ວັນ​ອາ​ທິດ​ວານນີ້​ຢູ່​ປະ​ເທດ ສິງ​ກະ​ໂປ, ນັກ​ຂ່າວ​ວີ​ໂອ​ເອ ບິ​ລ ກາ​ລ​ໂລ ມີ​ລາຍ​ງານ, ເຊິ່ງ ພຸ​ດ​ທ​ະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ.

ນີ້​ແມ່ນ​ການ​ປະ​ຊຸມ​ໜ້າ​ຕໍ່​ໜ້າ​ຄັ້ງ​ທຳ​ອິດຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ ຈີນ, ລັດ​ຖະ​ມົນ​ຕີ​ປ້ອ​ງ​ກັນ​ປະ​ເທດ ດອງ ຈຸນ.

ເຊິ່ງ​ແມ່ນ​ການ​ເຈ​ລະ​ຈາ​ລະ​ດັບ​ສູງ​ທີ່ ຈີນ ໄດ້​ປະ​ຕິ​ເສດ​ມາ​ຈັນ​ເຖິງບໍ່​ດົນ​ມານີ້.

ທ່ານ ດອງ ຈຸນ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຈີນ ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ເປີດກວ້າງ​ຕະຫຼອດ​ເພື່ອ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື, ແຕ່​ສິ່ງນີ້​ຮຽກ​ຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ຕົກ​ລົງ​ກັນ​ເຄິ່ງ​ທາງ.”

ຄວາມ​ແຕກ​ຕ່າງ​ບາງ​ອັນ​ແມ່ນ​ປາ​ກົດ​ວ່າບໍ່​ສາ​ມາດ​ປອງດອງ​ກັນ​ໄດ້​ຢູ່ກອງ​ປະ​ຊຸມ​ສຸດຍອດນີ້, ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ ຈີນ ແມ່ນ​ໄດ້​ໃຊ້​ຄຳ​ເວົ້າ​ໂຈມ​ຕີ.

ທ່ານ ຈິງ ຈຽນ​ເຟັງ, ພົນ​ໂທ ຈີນ ກ່າວ​ວ່າ “ຂໍ້​ເທັດ​ຈິງ​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​ວ່າ ສະ​ຫະ​ລັດ ແມ່ນ​ຜູ້​ທີ່​ທຸ​ຈະ​ລິດ​ທີ່​ໃຫຍ່​ທີ່​ສຸດ ກ່ຽວ​ກັບ ລະ​ບົບ​ສາ​ກົນ, ເປັນ​ສິ່ງ​ກີດ​ຂວາງ​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ຄວາມ​ກ້າວ​ໜ້າ​ໃນ​ກາ​ນ​ປົກ​ຄອງ​ໂລກ, ແລະ ເປັນ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ.”

ໃນ​ຄຳ​ປາ​ໄສ​ຂ​ຈອງ​ທ່ານ, ທ່ານ ອອ​ສ​ຕິນ ໄດ້​ຢືນ​ຢັດ​ວ່າ​ສົງ​ຄາມ​ແມ່ນ​ສາ​ມາດຫຼີກ​ລ່ຽງ​ໄດ້ ແລະ ການ​ສົນ​ທະ​ນາ​ກັນ​ແມ່ນ​ມີ​ຄວາມ​ຈຳ​ເປັນ.

ທ່ານ ລອຍ​ດ໌ ອອ​ສ​ຕິນ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ກ່າວ​ວ່າ “ແລະ ທຸກໆ​ການ​ສົນ​ທະ​ນາ​ແມ່ນ​ຈະ​ບໍ່​ເປັນ​ການ​ສົນ​ທະ​ນາ​ທີ່​ມີ​ຄວ​າມ​ສຸກ. ແຕ່​ມັນ​ສຳ​ຄັນ​ທີ່​ພວກ​ເຮົາ​ສືບ​ຕໍ່​ທີ່​ຈະ​ລົມ​ກັນ.”

ມັນ​ມີຫຼາຍ​ສິ່ງ​ທີ່​ຈະ​ເວົ້າ​ເຖິງ, ລວມ​ທັງ​ການ​ຂົ່ມ​ຂູ່​ທາງ​ທະ​ຫານ​ຂອງ ຈີນ ຕໍ່​ໄຕ້​ຫວັນ ທີ່​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ.

ແລະ ໃນ​ທະ​ເລ​ຈີນ​ໃຕ້​ທີ່​ມີ​ບັນ​ຫາ​ຂັດ​ແຍ້ງ​ກັນ, ກຳ​ປັ່ນ​ຂອງ ຈີນ ໄດ້​ຮາ​ວີ​ລົບ​ກວນ​ເຮືອ​ທີ່​ນ້ອຍກວ່າ​ຂອງ ຟີ​ລິບ​ປິນ, ຈົນ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງວ່າ ສົນ​ທິ​ສັນ​ຍາ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ແລະ ຟີ​ລິບ​ປິນ ອາດ​ຖືກ​ນຳ​ມາ​ໃຊ້.

ທ່ານ ເຟີ​ດີ​ນານ ມາ​ຄອ​ສ ຈູ​ເນຍ ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ກ່າວ​ວ່າ “ຖ້າ​ປະ​ຊາ​ຊົນ ຟີ​ລິບ​ປິນ ຖືກ​ຂ້າ​ຕາຍ​ໂດຍ​ການ​ກະ​ທຳ​ທີ່ບໍ່​ຖືກ​ກົດ​ໝາຍ​ ຂ້າ​ພະ​ເຈົ້າ​ຄິດ​ວ່າ​ນັ້ນ​ແມ່ນ​ໃກ້ຫຼາຍ​ຕໍ່​ສິ່ງ​ທີ່​ພວກ​ເຮົາ​ອະ​ທິ​ບາຍ​ດັ່ງ​ກັບ​ການ​ກະ​ທຳ​ຂອງສົງ​ຄາມ ແລະ ສະ​ນັ້ນ​ພວກ​ເຮົາ​ຈະ​ຕອ​ບ​ໂຕ້​ຢ່າງ​ເໝາະ​ສົມ.”

ຈຸດ​ທີ່​ຮ້ອນ​ແຮງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ມັນ​ມີ​ຄວາມ​ສຳ​ຄັນ​ຍິ່ງ​ຂຶ້ນ​ສຳ​ລັບ ສະ​ຫະ​ລັດ ແລະ ຈີນ ທີ່​ຈະ​ສືບ​ຕໍ່​ລົມຳ​ນ​ກັນ, ນັກ​ວິ​ເຄາະ​ໃນ​ພາກ​ພື້ນຫຼາຍ​ຄົນ​ກ່າວ.

ທ່ານ ລິມ ໄຕ ເວ, ອາ​ຈານ​ສອນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ສິງ​ກິ​ໂປ ກ່າວ​ວ່າ “ອຸ​ນ​ຫ​ະ​ພູມ​ແມ່ນ​ກຳ​ລັງ​ເຢັນ​ລົງ, ແນວ​ໃດ​ກໍ​ຕາມ​ພວກ​ເຮົາ​ກໍ​ບໍ່​ຄວນ​ເຂົ້າ​ໃຈ​ວ່າ​ບັນ​ຫາ​ຕ່າງໆຈະ​ໄດ້​ຮັບ​ການ​ແກ້​ໄຂ​ຍ້ອນ​ບັນ​ຫາ​ທີ່​ຊັບ​ຊ້ອນ​ທີ່​ວ່ານີ້. ແຕ່​ບູ​ລິ​ມະ​ສິດ​ສູງ​ສຸດ​ໃນ​ຕອນນີ້​ກໍ​ແມ່ນ​ການ​ປັບ​ອຸນ​ຫະ​ພູມ​ລົງ, ເພື່ອ​ສ້າງ​ຂໍ້​ຄວາມ​ທີ່​ຖືກ​ຕ້ອງ​ສຳ​ລັບ​ມາດ​ຕະ​ການ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ດີ​ຂຶ້ນ ພ້ອມ​ກັບ​ຈັດ​ການ​ສົນ​ທະ​ນາ ແລະ ຕິດ​ຕໍ່​ກັນຫຼາຍ​ຂຶ້ນ.”

ຢ່າງ​ໜ້ອຍ​ສຳ​ລັບ​ຕອນນີ້, ຈີນ​ ແມ່ນ​ກຳ​ລັງ​ເຫັນ​ພ້ອມ​ທີ່​ຈະ​ສືບ​ຕໍ່​ການ​ປະ​ຊຸມ​ທີ່​ວ່າ​ນັ້ນ.

​ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

This was Pentagon chief Lloyd Austin’s first face-to-face meeting with his Chinese counterpart, Defense Minister Dong Jun,

High-level talks that China had rejected until recently.

“We have always been open to exchanges and cooperation, but this requires both sides to meet each other halfway.”

Some differences appeared irreconcilable at this summit, and Chinese officials went on the attack.

"Facts show that the U.S. is the biggest corrupter of the international order, the biggest obstacle to progress in global governance, and the greatest challenge to regional peace and stability."

In his comments, Austin insisted war is avoidable and dialogue is necessary.

“And every conversation is not going to be a happy conversation. But it is important that we continue to talk to each other.”

There is much to talk about, including China’s military threats against democratic Taiwan.

And in the disputed South China Sea, Chinese ships have harassed much smaller Philippine vessels – raising concerns that the U.S.-Philippine defense treaty could be triggered.

“If a Filipino citizen is killed by a willful act that is, I think, very, very close to what we define as an act of war and therefore we will respond accordingly.”

Those hotspots make it even more important for the U.S. and China to keep talking, many regional analysts say.

“The temperatures are cooling down, although [we should not be] under the illusion that the problems will be resolved because these are complex problems. But the priority now is to turn down the temperature, to create the right messages for greater confidence building measures as well as more dialogues and outreach.”

At least for now, China is agreeing to continue those meetings.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG