ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ໂຕ້​ແຍ້ງ​ການ​ອະ​ທິ​ບາຍ ກ່ຽວ​ກັບ ມະ​ຕິ 2758 ຂອງ ​ສະຫະປະຊາ​​ຊາດ ໂດຍ ຈີນ


ເຮືອ​ບິນເຮ​ລິ​ຄັອບ​ເຕີ ບິນ​ພ້ອມ​ກັບ​ທຸງ​ຊາດ ໄຕ້​ຫວັນ ໃນ​ລະ​ຫວ່າງ​ການ​ສະ​ເຫຼີມ​ສະຫຼອງ​ການ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ລາຍ ຈິງ-ເຕ, ນະ​ຄອນຫຼວງ ໄທ​ເປ, ໄຕ້​ຫວັນ, 20 ພຶດ​ສະ​ພາ 2024.
ເຮືອ​ບິນເຮ​ລິ​ຄັອບ​ເຕີ ບິນ​ພ້ອມ​ກັບ​ທຸງ​ຊາດ ໄຕ້​ຫວັນ ໃນ​ລະ​ຫວ່າງ​ການ​ສະ​ເຫຼີມ​ສະຫຼອງ​ການ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ລາຍ ຈິງ-ເຕ, ນະ​ຄອນຫຼວງ ໄທ​ເປ, ໄຕ້​ຫວັນ, 20 ພຶດ​ສະ​ພາ 2024.

ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ມະ​ຕິ 2758 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທີ່​ຖືກ​ລົງ​ມະ​ຕິ​ຍອມ​ຮັບ​ເອົາ​ໃນ​ປີ 1971, ບໍ່​ໄດ້​ຮັບ​ຮອງ​ການ​ອ້າງ​ເອົາອຳ​ນາດ​ອະ​ທິ​ປະ​ໄຕ​ຕໍ່ ໄຕ້​ຫວັນ ຂອງ​ສາ​ທາ​ລະ​ນະ​ລັດ ປ​ະ​ຊາ​ຊົນ ຈີນ, ລຸນຫຼັງ​ການ​ກີດ​ກັນ ໄຕ້​ຫວັນ ບໍ່​ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ສາ​ທາ​ລະ​ນະ​ສຸກ​ໂລກ ຫຼື WHA ​ໃນອາ​ທິດນີ້.

WHA, ເຊິ່ງ​ແມ່ນ​ອົງ​ກອນ​ທີ່​ທຳ​ການ​ຕັດ​ສິນ​ໃຈ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, ໄດ້​ເລີ່ມກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເຂົາ​ເຈົ້າ​ໃນ​ນະ​ຄອນ ເຈ​ນີ​ວາ ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ, ບ່ອນ​ທີ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ຄະ​ນະ​ຜູ້​ແທນ ແລະ ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ບູ​ລິ​ມະ​ສິດ​ສູງ​ສຸດ​ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ ຄວາມ​ໝັ້ນ​ຄົງຂອງ​ໂລກ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ແມັດ​ທິວ ມິ​ລ​ເລີ ໄດ້​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ພວກ​ເຮົ​າ​ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ພວກ​ເຮົາ​ຄິດ​ວ່າ ໄຕ້​ຫວັນ ຄວນ​ສາ​ມາດ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ. ເວ​ລາ​ທີ່​ເຂົາ​ເຈົ້າ​ເປັນ​ຜູ້​ເຂົ້າ​ຮ່ວມ, ເຂົາ​ເຈົ້າ​ຈະ​ນຳ​ເອົາ​ຄວາມ​ຊ່ຽວ​ຊານ​ທີ່​ມີ​ປະ​ໂຫຍດ​ມາ​ ເຊິ່ງ​ຈະ​ເຮັດ​ໃຫ້​ການ​ສົນ​ທະ​ນາ ແລະ ການ​ໂຕ້​ຖຽງ​ກັນ​ດີ​ຂຶ້ນ, ແລະ ພວກ​ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ໃນ​ອະ​ນາ​ຄົດ.”

ໄຕ້​ຫວັນ ຖືກ​ກີດ​ກັນ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ສ່ວນ​ໃຫຍ່ ຍ້ອນ​ການ​ຄັດ​ຄ້ານ​ໂດຍ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ຊົນ ຈີນ, ເຊິ່ງ​ພິ​ຈາ​ລະ​ນາ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ແບບ​ປະ​ຊາ​ທິ​ປະ​ໄຕ​ນັ້ນ​ເປັນ​ເຂດ​ແດ​ນ​ຂອງ​ຕົນ. ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ ມັກ​ຈະ​ອ້າງ​ເຖິງ​ມະ​ຕິ 2758 ຂອງ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ຢືນ​ຢັດ​ນະ​ໂຍ​ບາຍ “ຈີນ​ດຽວ” ຂອງ​ປັກ​ກິ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG