ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ຫາ​ວິ​ກິດ​ການ​ທາງ​ເສດ​ຖະ​ກິດ​ໃນ​ລາວ ເຮັດ​ໃຫ້​ບັນ​ດາ​ພະ​ນັກ​ງານ​ລັດ ​ພາ​ກັນ​ລາ​ອອກ​ເພີ່ມ​ຂຶ້ນ​ນັບ​ມື້


ນັກ​ຮຽນ​ແລະ​ນາຍ​ຄູ​ຢູ່​ໂຮງ​ຮຽນ​ປະ​ຖົມ​ແຫ່ງ​ນຶ່ງ​ໃນ​ເຂດ​ຊົນ​ນະ​ບົດ​ຂອງ​ລາວ
ນັກ​ຮຽນ​ແລະ​ນາຍ​ຄູ​ຢູ່​ໂຮງ​ຮຽນ​ປະ​ຖົມ​ແຫ່ງ​ນຶ່ງ​ໃນ​ເຂດ​ຊົນ​ນະ​ບົດ​ຂອງ​ລາວ

ບັນ​ຫາ​ວິ​ກິດ​ການ​ທາງ​ເສດ​ຖະ​ກິດ​ໃນ​ລາວ​ທີ່​ຍັງ​ບໍ່​ມີ​ທີ​ທ່າ​ວ່າ​ຈະ​ສາ​ມາດ​ແກ້​ໄຂ​ໄດ້​ເລີຍ​ນັ້ນ​ເຮັດ​ໃຫ້​ບັນ​ດາ​ພະ​ນັກ​ງານ​ລັດ​ພາ​ກັນ​ລາ​ອອກ​ເພີ່ມ​ຂຶ້ນ​ນັບ​ມື້ ໂດຍ​ສະ​ເພາະ​ແມ່ນ​ໝໍ, ພະ​ຍາ​ບານ ແລະ ຄູ.

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ເປີດ​ເຜີຍ​ວ່າ​ບັນ​ດາ​ພະ​ນັກ​ງານ​ຂອງ​ລັດ​ໃນ​ທຸກ​ກະ​ຊວງ​ໄດ້​ພາ​ກັນ​ລາ​ອອກ​ຈາກ​ພາກ​ລັດ​ເພີ່ມ​ຂຶ້ນ​ນັບ​ມື້​ ໂດຍ​ມີ​ສາ​ເຫດ​ມາ​ຈາກ​ບັນ​ຫາ​ວິ​ກິດ​ການ​ທາງ​ເສດ​ຖະ​ກິດ​ທີ່​ຍັງ​ບໍ່​ມີ​ທີ​ທ່າ​ວ່າ​ຈະ​ສາ​ມາດ​ແກ້​ໄຂ​ໃຫ້​ກັບ​ຄືນ​ສູ່​ສະ​ພາ​ບ​ປົກ​ກະ​ຕິ​ໄດ້​ເລີຍ ເຖິງ​ແມ່ນ​ວ່າ​ລັດ​ຖະ​ບານ​ຈະ​ໃຫ້​ເງິນ​ອຸດ​ໜູນ​ເພີ່ມ​ຂຶ້ນ​ຄົນ​ລະ 150,000 ກີບ​ຕໍ່​ເດືອນ​ກໍ່​ຕາມ ແຕ່​ກໍ​ຍັງ​ບໍ່​ພຽງ​ພໍ​ສຳ​ລັບ​ຄ່າ​ຄອງ​ຊີບ​ທີ່​ເພີ່ມ​ສູງ​ກວ່າ 200 ເປີ​ເຊັນ​ໃນ​ປັດ​ຈຸ​ບັນ​ ທັງ​ຍັງ​ບໍ່​ມີ​ມາດ​ຕະ​ການ​ຊ່ວຍ​ເຫຼືອ​ອື່ນໆ​ເພື່ອ​ເຮັດ​ໃຫ້​ພະ​ນັກ​ງານ​ລັດ​ສາ​ມາດ​ທີ່​ຈະ​ສ້າງ​ລາຍ​ຮັບ​ໄດ້​ຢ່າງ​ພຽງ​ພໍ​ກັບ​ການ​ດຳ​ເນີນ​ຊີ​ວິດ​ປະ​ຈຳ​ວັນ​ດ້ວຍ​ນັ້ນ ຈຶ່ງ​ຕ້ອງ​ລາ​ອອກ​ຈາກ​ພາກ​ລັດ​ໄປ​ເຮັດ​ວຽກ​ກັບ​ພາ​ເອ ກ​ະ​ຊົນ​ທີ່​ມີ​ເງິນ​ເດືອນ​ສູງກວ່າ​ພາກ​ລັດຫຼື​ວ່າ​ພຽງ​ພໍ​ສຳ​ລັບ​ຄ່າ​ຄອງ​ຊີບ​ທີ່​ເພີ່ມ​ຂຶ້ນ ​ໂດຍ​ພະ​ນັກ​ງານ​ລັດ​ທີ່​ພາ​ກັນ​ລາ​ອອກຫຼາຍ​ທີ່​ສຸດ ແລະ ຍັງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ​ລາວ​ຢ່າງກວ້າງ​ຂວາງ​ດ້ວຍ​ນັ້ນ ກໍ​ແມ່ນ​ແພດ, ພະ​ຍາ​ບານ ແລະ ຄູ​ ດັ່ງ​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ໃຫ້​ການ​ຢືນ​ຢັນ​ວ່າ

“ຄ່າ​ຄອງ​ຊີບ​ໃນ​ປັດ​ຈຸ​ບັນ​ນີ້​ຄົນໆ​ນຶ່ງ​ທີ່​ເປັນ​ຄົນ​ໂສດ​ຍັງ​ບໍ່​ທັນ​ມີ​ຄອບ​ຄົວ​ນີ້​ນະ ມື້​ນຶ່ງ​ນີ້​ຄ່າ​ໃຊ້​ຈ່າຍນີ້​ແມ່ນ 1 ແສນ​ກີບ 30 ມື້ນີ້​ກະ 3 ລ້ານ​ແລ້ວ​ເດ້ ຖ້າ​ຄູ່​ຜົວ​ເມຍນີ້​ຄັນ​ເປັນ​ພະ​ນັກ​ງານ​ລັດ​ໝົດ​ສອງ​ຄົນ​ນີ້​ມີ​ລູກ​ມີ​ເຕົ້າ ມັນ​ສິບໍ່​ກຸ້ມ​ກິນ​ເລີຍ​ຫັ້ນ​ແຫຼະ ໂຕນີ້​ແມ່ນ​ໜ້າ​ວິ​ຕົກ​ທີ່​ສຸດ ມັນ​ສິ​ມີ​ວິ​ທີ​ອອກບໍ? ຫຼັງ​ຈາກ​ໂມງ​ການ​ແລ້ວ ສາ​ມາດ​ເຮັດ​ວຽກ​ອື່ນ​ທີ່ບໍ່​ແມ່ນ​ຄູ ຫຼື​ວ່າ​ນາງ​ພະ​ຍ​າ​ບານ ຫຼື​ວ່າ​ວຽກ​ໂຮງ​ໝໍ​ຫັ້ນ ແມ່ນ​ຢູ່ດອກ​ລັດ​ຖະ​ບານ​ວ່າ ຫຼັງ​ຈາກ​ໂມງ​ການ​ແລ້ວ ປູກ​ຜັກ, ລ້ຽງ​ເປັດ, ລ້ຽງ​ໄກ່ ອັນ​ນັ້ນ​ແມ່ນ​ຜູ້​ທີ່​ມີ​ເງື່ອນ​ໄຂ ມີ​ດິນ, ມີ​ດອນ​ຕອນ​ຫຍ້າ ໂດ​ຍ​ສະ​ເພາະ​ແມ່ນ​ຄົນ​ຢູ່​ຕ່າງ​ແຂວງ ແຕ່​ຄົນ​ຢູ່​ໃນ​ເມືອງ​ເດ ຢູ່​ຫໍ​ພັກ ສິ​ມີ​ນະ​ໂຍ​ບາຍ​ຫຍັງ​ໃຫ້​ເຂົາ.”

ທັງ​ນີ້​ອັດ​ຕາ​ສ່ວນ​ຂອງ​ຈຳ​ນວນ​ພະ​ນັກ​ງານ​ລັດ​ຕໍ່​ປະ​ຊາ​ກອ​ນ​ລາວ​ໃນ​ປັດ​ຈຸ​ບັນ​ຢູ່​ທີ່​ອັດ​ຕາ​ສູງກວ່າ 2 ເປີ​ເຊັນ ຊຶ່ງ​ຖື​ເປັນ​ອັດ​ຕາ​ສ່ວນ​ທີ່​ສູງ​ທີ່​ສຸດ​ໃນ​ອາ​ຊຽນ ແລະ ເຮັດ​ໃຫ້​ຕ້ອງ​ນຳ​ໃຊ້​ງົບ​ປະ​ມານ​ສຳ​ລັບ​ເງິນ​ເດືອນ ແລະ ເງິນ​ນະ​ໂຍ​ບາຍ​ໃຫ້​ແກ່​ພະ​ນັກ​ງານ​ລັດ​ໃນ​ສັດ​ສ່ວນ​ທີ່​ເກີນກວ່າ 48 ເປີ​ເຊັນ​ຂອງ​ງົບ​ປະ​ມານ​ລາຍ​ຈ່າຍ​ທັງ​ໝົດ​ຂອງ​ລັດ​ຖະ​ບານ​ລາວ​ໃນ​ແຕ່​ລະ​ປີ ທັງ​ຍັງ​ມີ​ທ່າ​ອຽງ​ເພີ່ມ​ສູງ​ຂຶ້ນ​ທຸກ​ປີ​ດ້ວຍ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຈະ​ຕ້ອງ​ຈຳ​ກັດ​ໂຄ​ຕ້າ​ໃນ​ການ​ບັນ​ຈຸ​ພະ​ນັກ​ງານ​ໃໝ່​ໃຫ້​ນ້ອຍ​ລົງ ພາຍ​ໃຕ້​ເປົ້າ​ໝາຍ​ທີ່​ຈະຫຼຸດ​ອັດ​ຕາ​ສ່ວນ​ຂອງ​ຈຳ​ນວນ​ພະ​ນັກ​ງານ​ລັດ​ຕໍ່​ປະ​ຊາ​ກອນ​ລາວ​ໃຫ້​ລົງ​ຢູ່​ທີ່​ອັດ​ຕາ 1.8 ເປີ​ເຊັນ​ໃຫ້​ໄດ້​ໃນ​ປີ 2025. ແຕ່​ເມື່ອ​ເກີດ​ບັນ​ຫາ​ວິ​ກິດ​ການ​ທາງ​ເສດ​ຖ​ະ​ກິດ​ນັບ​ແຕ່​ປີ 2021 ເປັນ​ຕົ້ນ​ມາ​ກໍ​ໄດ້​ເຮັດ​ໃຫ້​ພະ​ນັກ​ງານ​ລັດ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ແທ້​ຈິງ​ນັ້ນ​ໄດ້​ພາ​ກັນ​ລາ​ອອກ​ຈາກ​ພາກ​ລັດ​ເປັນ​ຈຳ​ນວນຫຼາຍ ອັນ​ເຮັດ​ໃຫ້​ເກີດ​ເປັນ​ບັນ​ຫາ​ຂາດ​ແຄນ​ທາງ​ດ້ານ​ບຸກ​ຄະ​ລາ​ກອນ​ໄປ​ແລ້ວ​ໃນ​ເວ​ລານີ້​ໂດຍ​ສະ​ເພາະ​ແມ່ນ​ການ​ຂາດ​ຄູ​ນັ້ນ​ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ໃນ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ຢືນ​ຢັນ​ວ່າ

“ໄລ​ຍະ​ທີ່​ມີ​ໂຄ​ຕ້າ​ອອກ​ມາ​ກະ​ເຫັນ​ປາ​ກົດ​ການ​ທີ່​ວ່າ​ຄູ​ອາ​ສາ​ປະ​ລະ ແຕ່​ວ່າ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້​ພາບ​ລວມ​ກໍ​ເຫັນ​ວ່າ​ຄູ​ລັດ​ຂອງ​ເຮົາ​ນີ້​ນະ​ກໍ​ເຫັນ​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ ກະ​ມີ​ສະ​ເໜີ​ຂໍ​ຮັບ​ບຳ​ເໜັດ​ກໍ​ມີຫຼາຍ​ເນາະ ອອກ​ໄປ​ສ້າງ​ເສດ​ຖະ​ກິດ​ຄອບ​ຄົວ ແຕ່​ພວກ​ເຮົາ​ກໍ​ມີ​ຄວາມ​ພະ​ຍາ​ຍາມ​ປຸກ​ລະ​ດົມ​ຈິດ​ໃຈ​ຫັ້ນ​ລະ​ເນາະ ໃນ​ປັດ​ຈຸ​ບັນ​ນີ້​ສະ​ພາບ​ເສດ​ຖະ​ກິດ​ຄື​ແນວນີ້​ປະ​ເທດ​ຊາດ​ເຮົາ​ກໍ​ຫຍຸ້ງ​ຍາກ ກະ​ສິ​ຂໍ​ໃຫ້​ພວກ​ສະ​ຫາຍ​ຄູ, ອາ​ຈານ ຈົ່ງ​ໄດ້​ຕັດ​ສິນ​ໃຈ​ຊ່ວຍ​ກ່ອນ ບໍ່​ຢາກ​ໃຫ້​ປະ​ລະ​ສາ ພວກ​ເຮົາ​ພົບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ທີ່​ສຸດ.”

ທັງ​ນີ້​ລັດ​ຖະ​ບານ​ລາວ​ໄດ້​ກຳ​ນົດ​ໂຄ​ຕ້າ​ການ​ບັນ​ຈຸ​ພະ​ນັກ​ງານ​ໃໝ່​ບໍ່​ເກີນ 1,300 ຄົນ​ໃນ​ປີ 2022 ແລະຫຼຸດ​ລົງ​ເປັນ​ບໍ່​ເກີນ 800 ຄົນ​ໃນ​ປີ 2023 ໃນ​ນີ້​ກໍ​ເປັນ​ໂຄ​ຕ້າ​ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ 340 ຄົນ ແລະ ກະ​ຊວງ​ສາ​ທາ​ລ​ະ​ນະ​ສຸກ 320 ຄົນ. ສ່ວນ​ກະ​ຊວງ​ອື່ນໆ​ທີ່​ລວມ​ເຖິງ​ຫ້ອງ​ການ​ປະ​ທານ​ປະ​ເທດ​ດ້ວຍ ກໍ​ໄດ້​ຮັບ​ໂຄ​ຕ້າ​ພຽງ 3-30 ຄົນ​ຕໍ່​ປີ​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້​ເກີດ​ບັນ​ຫາ​ຂາດ​ແຄນ​ບຸກ​ຄະ​ລາ​ກອນ​ໃນຫຼາຍ​ພາກ​ສ່ວນ​ໂດຍ​ສະ​ເພາະ​ແມ່ນ​ກະ​ຊວງ​ສຶກ​ສາ​ທີ່​ມີ​ໂຮງ​ຮຽນ 12,744 ແຫ່ງ​ຢູ່​ໃນ​ເຂດ​ຊົນ​ນະ​ບົດ​ນັ້ນຍັງ​ຂາດ​ແຄນ​ຄູກວ່າ 25,000 ຄົນ​ໃນ​ຂະ​ນະ​ທີ່​ໂຮງ​ຮຽນ​ຢູ່​ທີ່​ເຂດ​ຕົວ​ເມືອງ​ກັບ​ມີ​ຄູ​ເກີນຫຼາຍກວ່າ 10,000 ຄົນ​ທີ່ບໍ່​ຍອມ​ໄປ​ສອນ​ຢູ່​ໂຮງ​ຮຽນ​ໃນ​ເຂດ​ຊົນ​ນະ​ບົດ​ທັງ​ຍັງ​ໄດ້​ພາ​ກັນ​ລາ​ອອກ​ຈາກ​ພາກ​ລັດ​ໄປ​ແລ້ວ ຊຶ່ງ​ເປັນ​ຍ້ອນ​ບັນ​ຫາ​ວິ​ກິດ​ການ​ທາງ​ເສດ​ຖະ​ກິດ​ນັ້ນ​ເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG